ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ຜູ້​ສະ​ໜັບ​ສະ​ໜູນ​ພັກ​ເດ​ໂມ​ແຄ​ຣັດ ໃນ​ລັດ ຟ​ລໍ​ຣິ​ດາ ຫວັງ​ວ່າ​ບັນ​ຫາ​ການ​ເຮັດ​ແທ້ງ​ລູກ ແລະ ກັນ​ຊາ​ ຈະ​ດຶງ​ດູດ​ຜູ້​ລົງ​ຄະ​ແນນ​ສຽງ​ໄວ​ໜຸ່ມ


ທ້າວ ເຈ​ເດັນ ດີ​ໂອ​ໂນ​ຟ​ຣີ​ໂອ, ຍື່ນ​ຢາ​ຄຸມ​ກຳ​ເນີດ Plan B, ຖົງ​ຢາງ​ອະ​ນາ​ໄມ ແລະ ກໍ້​ເຈຍ​ເພື່ອ​ໃຫ້​ການ​ສຶກ​ສາ​ແກ່​ຜູ້​ລົງ​ຄະ​ແນນ​ສຽງ​ໄວ​ໜຸ່ມ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຟ​ລໍ​ຣິ​ດາ ແອັດ​ແລນ​ຕິກ, 11 ເມ​ສາ 2024.
ທ້າວ ເຈ​ເດັນ ດີ​ໂອ​ໂນ​ຟ​ຣີ​ໂອ, ຍື່ນ​ຢາ​ຄຸມ​ກຳ​ເນີດ Plan B, ຖົງ​ຢາງ​ອະ​ນາ​ໄມ ແລະ ກໍ້​ເຈຍ​ເພື່ອ​ໃຫ້​ການ​ສຶກ​ສາ​ແກ່​ຜູ້​ລົງ​ຄະ​ແນນ​ສຽງ​ໄວ​ໜຸ່ມ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຟ​ລໍ​ຣິ​ດາ ແອັດ​ແລນ​ຕິກ, 11 ເມ​ສາ 2024.

​ນາງ ຈໍ​ແດນ ວາ​ສ​ສາ​ລ​ໂລ ແມ່ນບໍ່​ມີ​ຄວາມ​ກະ​ຕື​ລື​ລົ້ນ ກ່ຽວ​ກັບ ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີເປັນ​ຄັ້ງ​ທຳ​ອິດ​ຂອງລາວ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃນ​ເດືອ​ນ​ພະ​ຈິກນີ້. ແຕ່​ເວ​ລາ​ທີ່​ນັກ​ຮຽນ​ປີ​ສຸດ​ທ້າຍ​ຂອງ​ໂຮງ​ຮຽນ​ມັດ​ທ​ະ​ຍົມ ຈູ​ປີ​ເຕີ ໃນ​ລັດ ຟ​ລໍ​ຣິ​ດາ ຄິດ ກ່ຽວ​ກັບ ສິ່ງ​ໆ​ທີ່​ລາ​ວ​ເປັນ​ຫ່ວງ​ນັ້ນ, ລາວ​ເວົ້າ​ວ່າ​ຄະ​ແນນ​ສຽງ​ຂອງ​ລາວ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຄົນ​ປັດ​ຈຸ​ບັນແມ່ນ “ຕົວ​ເລືອກ​ທີ່​ເຫັນ​ໄດ້​ຊັດgເຈນ.”

ນາງ ວາ​ສ​ສາ​ລ​ໂລ ຈະ​ລົງ​ຄະ​ແນນ​ສຽງ​ສຳ​ລັບ​ການ​ແກ້​ໄຂບັດ​ຄະ​ແນນ​ສຽງ​ຕາມ​ລັດ​ຖະ​ທຳ​ມະ​ນູນ ທີ່​ຈະ​ປ້ອງ​ກັນ​ລັດ ຟ​ລໍ​ຣິ​ດາ ຈາກ​ການ​ຫ້າມ​ການ​ເຮັດ​ແທ້ງ​ລູກ ກ່ອນ​ທີ່​ລູກ​ອ່ອນໃນ​ທ້ອງຈະ​ສາ​ມາດ​ຢູ່​ລອດ​ດ້ວຍ​ຕົວ​ມັນ​ເອງ, ເຊິ່ງ​ແທ້​ຈິງ​ແລ້ວ​ເປັນ​ມາດ​ຕະ​ຖານ​ທີ່​ມີ​ຢູ່​ແລ້ວ​ໃນ​ທົ່ວ​ປະ​ເທດ ກ່ອນ​ທີ່​ສານ​ສູງ​ສຸດ ສະ​ຫະ​ລັດ ໄດ້​ຍົກ​ເລີກ​ການ​ປົກ​ປ້ອງ​ກັນ​ເຮັດ​ແທ້ງ​ລູກ​ຕາມ​ລັດ​ຖະ​ທຳ​ມະ​ນູນ ແລະ ເຮັດ​ໃຫ້​ລັດ ເປັນ​ຜູ້​ຕັດ​ສິນ ກ່ຽວ​ກັບ ບັນ​ຫາ​ດັ່ງ​ກ່າວ​ເອງ.

ການ​ຮັບ​ຜ່ານ​ການ​ແກ້​ໄຂດັ່ງ​ກ່າວ ​ຈະ​ລຶບ​ກົດ​ໝາຍ​ການ​ເຮັດ​ແທ້ງ​ລູກ 6 ອາ​ທິດ​ຂອງ​ລັດ ຟ​ລໍ​ຣິ​ດາ ອອກ​ໄປ, ເຊິ່ງ​ນາງ ວາ​ສ​ສາ​ລ​ໂລ ເວົ້າ​ວ່າ​ມັນ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້.

ນາງ​ກ່າວ​ວ່າ “ຄົນ​ສ່ວນຫຼາຍບໍ່​ຮູ້​ວ່າ​ເຂົາ​ເຈົ້າ​ຖື​ພາ​ໃນ 6 ອາ​ທິດ​ທຳ​ອິດ.”

ທ່ານ ໄບ​ເດັນ, ເຖິງ​ແມ່ນ​ນາງ​ຈະ​ບໍ່​ເວົ້າ​ເຖິງ​ກໍ​ຕາມ, ຈະ​ໄດ້​ຮັບ​ຄະ​ແນນ​ສຽງ​ຂອງ​ນາງ​ດ້ວຍ.

ໃນ​ລັດ ຟ​ລໍ​ຣິ​ດາ ແລະ ທົ່ວ​ປະ​ເທດ, ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ກຸ່ມ​ອາ​ຍຸ​ຂອງ​ນາງ ວາ​ສ​ສາ​ລ​ໂລ ອາດ​ພິ​ສູດ​ໃຫ້​ເຫັນ​ຈຸດ​ສຳ​ຄັນ​ໃນ​ການ​ເລືອກ​ຕັ້ງປີ 2024, ຈາກຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ເຖິງ​ການ​ແກ້​ໄຂ​ບັດ​ຄະ​ແນນ​ສຽງ ແລະ ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ທີ່​ຈະ​ພິ​ຈາ​ລະ​ນາ​ວ່າ ​ຜູ້​ໃດ​ຈະ​ຄວບ​ຄຸມ​ລັດ​ຖະ​ສະ​ພາ.​ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ ນາງຈະ​ເປັນ​ນຶ່ງ​ໃນ​ຜູ້​ທີ່​ມີ​ສິດ​ລົງ​ຄະ​ແນນ​ສຽງ​ໃໝ່ຫຼາຍກວ່າ 8 ລ້ານ​ຄົນ​ໃນ​ເດືອນ​ພະ​ຈິກນີ້ ນັບ​ຕັ້ງ​ແຕ່​ການ​ເລືອກ​ຕັ້ງປີ 2022 ເປັນຕົ້ນມາ, ອີງ​ຕາມ​ສູນ​ກາງ​ເພື່ອ​ຂໍ້​ມູນ ແລະ ການ​ຄົ້ນ​ຄວ້າ ກ່ຽວ​ກັບ ການ​ຮຽ​ນ​ຮູ້ ແລະ ການ​ພົວ​ພັນ​ພົນ​ລະ​ເຮືອນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ທັ​ຟ​ສ໌ (Tufts.)

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG