ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຄາດກັນວ່າ ຈະເກີດໄພນ້ຳຖ້ວມ ໃນແຂວງກວາງດົງ ຂອງຈີນ ທີ່ເປັນໄພຂົ່ມຂູ່ຕໍ່ປະຊາຊົນ ຫຼາຍລ້ານຄົນ


ພວກຄົນທີ່ກຳລັງຍ່າງ ຢູ່ທາງເສັ້ນນຶ່ງ ໃນລະຫວ່າງພາຍຸຝົນຢູ່ໃນເຂດເສິນເຈິ້ນ ຂອງແຂວງກວາງດົງ ຂອງຈີນ, ວັນທີ 21 ເມສາ 2024 (cnsphoto via Reuters)
ພວກຄົນທີ່ກຳລັງຍ່າງ ຢູ່ທາງເສັ້ນນຶ່ງ ໃນລະຫວ່າງພາຍຸຝົນຢູ່ໃນເຂດເສິນເຈິ້ນ ຂອງແຂວງກວາງດົງ ຂອງຈີນ, ວັນທີ 21 ເມສາ 2024 (cnsphoto via Reuters)

ແມ່ນ້ຳໃຫຍ່ຫຼາຍສາຍ ເສັ້ນທາງນ້ຳຕ່າງໆ ແລະອ່າງເກັບນ້ຳທັງຫຼາຍ ຢູ່ໃນແຂວງກວາງດົງຂອງຈີນ ກຳລົງເປັນໄພຂົ່ມຂູ່ ທີ່ຈະເຮັດໃຫ້ເກີດໄພນ້ຳຖ້ວມທີ່ອັນຕະລາຍ ຊຶ່ງກົດດັນໃຫ້ລັດຖະບານ ອອກແຜນການຮັບມືກັບເຫດສຸກເສີນ ໃນວັນອາທິດວານນີ້ ເພື່ອປົກປ້ອງປະຊາຊົນຫຼາຍກວ່າ 127 ລ້ານຄົນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ໂດຍເອີ້ນສະຖານະການດັ່ງກ່າວວ່າ “ເປັນຕາຢ້ານ” ບັນດາເຈົ້າໜ້າທີ່ອຸຕຸນິຍົມວິທະຍາຂອງທ້ອງຖິ່ນ ໄດ້ກ່າວວ່າ ລະດັບນ້ຳຢູ່ຫຼາຍພາກສ່ວນຂອງບັນດາແມ່ນ້ຳໃຫຍ່ ແລະແມ່ນ້ຳສາຂາຕ່າງໆໃນລຸ່ມແມ່ນ້ຳ ຊີຈຽງ ແລະເບຈຽງ ກຳລັງສູງຂຶ້ນເຖິງລະດັບທີ່ບໍ່ເຄີຍມີມາກ່ອນ ທີ່ວ່າມີໂອກາດນຶ່ງໃນ 50 ທີ່ຈະເກີດຂຶ້ນໄດ້ໃນປີໃດປີນຶ່ງ ດັ່ງທີ່ຜູ້ປະກາດຂ່າວ ຂອງອົງການຂ່າວ CCTV ໄດ້ກ່າວໃນວັນອາທິດວານນີ້.

ກະຊວງຊັບພະຍາກອນນ້ຳຂອງຈີນ ໄດ້ອກແຈ້ງເຕືອນສຸກເສີນ ອີງຕາມລາຍງານຂອງອົງການຂ່າວ CCTV ຂອງທາງການຈີນ.

ບັນດາເຈົ້າໜ້າທີ່ແຂວງກວາງດົງ ໄດ້ຮ້ອງຕໍ່ທຸກໆໜ່ວຍງານຢູ່ໃນທ້ອງຖິ່ນ ແລະເທດສະບານຕ່າງໆ ຈົ່ງເລີ້ມຕົ້ນແຜນການສຸກເສີນ ເພື່ອຫລີກລ່ຽງໄພຫາຍະນະທາງດ້ານທຳມະຊາດ ແລະກະຈາຍທຶນ ແລະເຄື່ອງຂອງບັນເທົາໄພພິບັດໂດຍທັນທີ ເພື່ອຮັບປະກັນວ່າ ປະຊາຊົນທີ່ຖືກກະທົບ ມີອາຫາ ເຄື່ອງນຸ່ງ ນ້ຳ ແລະສະຖານທີ່ພັກອາໄສ.

ແຂວງດັ່ງກ່າວ ເປັນສະຖານທີ່ສົ່ງອອກສິນຄ້າທີ່ສຳຄັນ ແລະເປັນນຶ່ງໃນສູນກາງພານິດ ແລະການຄ້າຫຼັກຂອງຈີນນັ້ນ ໄດ້ເຫັນຝົນທີ່ຕົກລົງມາຢ່າງໜັກ ແລະລົມພັດແຮງ ເປັນເວລາຫຼາຍມື້ຜ່ານມາໃນຮູບແບບຂອງສະພາບອາກາດ ທີ່ຍັງສົ່ງຜົນກະທົບຕໍ່ພາກສ່ວນອື່ນໆຂອງຈີນ ນຳດ້ວຍ.

ຝົນທີ່ໄດ້ຕົກລົງມາຢ່າງຕໍ່ເນື່ອງເປັນເວລາ 12 ຊົ່ວໂມງ ທີ່ເລີ້ມຂຶ້ນແຕ່ 8 ໂມງແລງວັນເສົາທີ່ຜ່ານ ຕາມເວລາໃນທ້ອງຖິ່ນ ໄດ້ກະທົບຕໍ່ພາກກາງ ແລະພາກເໜືອຂອງແຂວງດັ່ງກ່າວ ລວມທັງ ເມືອງຕ່າງໆ ເຊັ່ນ ຊາວກິງ, ຊາວກວນ, ກິງຢວນ ແລະ ຈຽງເໝິນ ບ່ອນທີ່ບັນດານັກກູ້ໄພ ໄດ້ຖືກສົ່ງໄປປະຕິບັດງານ.

ຫຼາຍກວ່າ 45,000 ຄົນ ໄດ້ຖືກຍົກຍ້າຍອອກຈາກເມືອງກິງຢວນ ອີງຕາມສື່ມວນຊົນຂອງລັດ ແລະສະຖານທີ່ໄຟຟ້າບາງສ່ວນໃນເມືອງຊາວກິງ ໄດ້ຮັບຄວາມເສຍຫາຍ ເຮັດໃຫ້ໄຟຟ້າດັບຢູ່ແຫ່ງຕ່າງໆຈຳນວນນຶ່ງ.

ໂດຍລວມແລ້ວ ຢູ່ໃນແຂວງກວາງດົງ ຄົວເຮືອນ 1.16 ລ້ານຫລັງ ສູນເສຍໄຟຟ້າ ຍ້ອນຝົນທີ່ຕົກໜັກ ອີງຕາມ ສື່ມວນຊົນທີ່ສະໜັບສະໜູນໂດຍລັດ.

Major rivers, waterways and reservoirs in China's Guangdong province are threatening to unleash dangerous floods, forcing the government Sunday to enact emergency response plans to protect more than 127 million people.

Calling the situation "grim," local weather officials said sections of rivers and tributaries at the Xijiang and Beijiang river basins are hitting water levels in a rare spike that only has a one-in-50 chance of happening in any given year, state broadcaster CCTV news said Sunday.

China's water resource ministry issued an emergency advisory, CCTV reported.

Guangdong officials urged departments in all localities and municipalities to begin emergency planning to avert natural disasters and promptly disperse disaster relief funds and materials to ensure affected people have food, clothing, water and somewhere to stay.

The province, a major exporter and one of China's main commercial and trading centers, has seen major downpours and strong winds for several days, in a weather pattern which has also affected other parts of China.

A 12-hour spell of heavy rain, starting from 8 p.m. (1200 GMT) Saturday, battered the central and northern parts of the province including the cities of Zhaoqing, Shaoguan, Qingyuan and Jiangmen, where rescue workers have been dispatched.

More than 45,000 people have been evacuated in Qingyuan, according to state media, and some power facilities in Zhaoqing were damaged, cutting power to some places.

Overall in Guangdong, 1.16 million households lost power due to the heavy rains, according to state-backed media.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG