ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄພນໍ້າຖ້ວມຮ້າຍແຮງ ທີ່ແຂວງອຸດົມໄຊ ເຮັດໃຫ້ ເສຍຊີວິດ 16 ຄົນ


ນໍ້າຖ້ວມຢູ່ເມືອງແບ່ງ
ນໍ້າຖ້ວມຢູ່ເມືອງແບ່ງ
ໄພນໍ້າຖ້ວມຄັ້ງໃຫຍ່ສ້າງຄວາມເສຍຫາຍຄິດເປັນມູນຄ່າຫຼາຍ
ກວ່າ 1,900 ຕື້ກີບຢູ່ ໃນເຂດເມືອງແບງ ແຂວງອຸດົມໄຊ ທັງ
ຍັງເຮັດໃຫ້ປະຊາຊົນລາວເສຍຊີວິດໄປ ເຖິງ 16 ອີກດ້ວຍ.

ລິງໂດຍກົງ

ທາງການແຂວງອຸດົມໄຊ ລາຍງານຜົນການເສຍຫາຍເບື້ອງຕົ້ນ
ທີ່ເກີດຈາກໄພນໍ້າຖ້ວມຄັ້ງໃຫຍ່ແລະດິນເຈື່ອນຢູ່ໃນເຂດເມືອງ
ແບ່ງ ຊຶ່ງໄດ້ເກີດຂຶ້ນໃນວັນທີ 20 ສິງ ຫາ ທີ່ຜ່ານມາ ວ່າມີປະຊາຊົນລາວເຖິງ 16 ຄົນທີ່
ໄດ້ເສຍຊີວິດໄປ ໃນໄພທໍາມະຊາດຄັ້ງນີ້ແລະໃນຂະນະດຽວກັນ ເຮືອນຊານທີ່ໄຮ່ທີ່ນາ ແລະຊັບສິນຂອງປະຊາຊົນ ຕະຫຼອດຈົນພື້ນຖານໂຄງລ່າງຕ່າງໆຂອງສ່ວນລວມ ເຊັ່ນ
ຖະໜົນເສົາໄຟຟ້າ ລະບົບການສື່ສານທາງໂທລະສັບ ຄອງຊົນລະປະທານ ແລະອາຄານ
ສະຖານທີ່ຕ່າງໆຂອງລັດຖະບານນັ້ນ ກໍເສຍຫາຍໄປ ຄິດເປັນມູນຄ່າເບື້ອງຕົ້ນ ຫຼາຍກວ່າ
1,900 ຕື້ກີບ.

ແຕ່ຢ່າງໃດກໍຕາມ ຄວາມເສຍຫາຍດັ່ງກ່າວ ກໍເປັນພຽງການປະເມີນໃນຂັ້ນເບື້ອງຕົ້ນ
ເທົ່ານັ້ນ ເນື່ອງຈາກວ່າເຈົ້າໜ້າທີ່ຍັງບໍ່ສາມາດເດີນທາງໄປເກັບກໍາຂໍ້ມູນທີ່ລະອຽດໄດ້
ໃນຫຼາຍພື້ນທີ່ ຈຶ່ງເຊື່ອວ່າຜົນເສຍຫາຍທີ່ເປັນຈິງນັ້ນ ຍັງຈະສູງກວ່າການປະເມີນຂັ້ນ
ເບື້ອງຕົ້ນດັ່ງກ່າວຢ່າງແນ່ນອນ ເພາະບໍ່ພຽງມີແຕ່ເມືອງແບ່ງເທົ່ານັ້ນ ທີ່ໄດ້ຮັບຜົນກະທົບ
ຈາກໄພນໍ້າຖ້ວມໃຫຍ່ຄັ້ງນີ້ ພາກແຕ່ກໍຍັງມີອີກເຖິງ 4 ເມືອງໃນແຂວງອຸດົມໄຊ ທີ່ໄດ້ຮັບ
ຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ດ້ວຍ.

ສໍາລັບກ່ຽວກັບການໃຫ້ການຊ່ວຍເຫຼືອແກ່ປະຊາຊົນທີ່ປະສົບໄພນັ້ນ ທາງການລາວກໍໄດ້
ຈັດສົ່ງເຈົ້າໜ້າທີ່ທັງສາທາລະນະສຸກ ຕໍາຫຼວດ ທະຫານ ແລະພົນລະເຮືອນຈໍາ ນວນລວມ
ກັນເຖິງ 500 ກວ່າຄົນ ເພື່ອໃຫ້ລົງໄປໃນພື້ນທີ່ປະສົບໄພແລ້ວ ໂດຍທີ່ຜ່ານມາ ກໍໄດ້ລະດົມ
ທັງຢາຮັກສາໂຣກ ເຄຶ່ອງນຸ່ງຫົ່ມ ອາຫານ ບ່ອນພັກອາໄສຊົ່ວຄາວ ແລະເຄື່ອງໃຊ້ໄມ້ສອຍ
ທີ່ຈໍາເປັນຕ່າງໆ ໄປໃຫ້ການຊ່ວຍເຫຼືອຜູ້ປະສົບໄພແລ້ວ ຄິດເປັນມູນຄ່າລວມຫຼາຍກວ່າ
1.1 ຕື້ກີບ.

ນໍ້າພັດເອົາລົດຄັນນຶ່ງທີ່ກໍາລັງແລ່ນຂ້າມຂົວໄປ ຢູ່ເມືອງແບ່ງ
ນໍ້າພັດເອົາລົດຄັນນຶ່ງທີ່ກໍາລັງແລ່ນຂ້າມຂົວໄປ ຢູ່ເມືອງແບ່ງ

ນອກຈາກນີ້ ກໍມີລາຍງານວ່າປະຊາຊົນລາວໃນເຂດ 40 ບ້ານ
ຂອງເມືອງເຟືອງ ແຂວງວຽງຈັນ ກໍໄດ້ຮັບຜົນກະທົບຈາກໄພ
ນໍ້າຖ້ວມໃນຊ່ວງດຽວກັນນີ້ເຊັ່ນກັນ ໂດຍເຖິງແມ່ນວ່າຈະບໍ່ໜັກ
ເທົ່າກັບທີ່ເກີດທີ່ເມືອງແບ່ງກໍຕາມ ແຕ່ກໍໄດ້ສ້າງຄວາມເສຍ
ຫາຍໃຫ້ກັບໂຄງລ່າງພື້ນຖານຕ່າງໆ ຫຼາຍກວ່າ 18 ຕື້ກີບ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງກົມອຸຕຸນິຍົມວິທະນາ ແລະອຸ
ທົກກະສາດກໍຍອມຮັບວ່າ ສະຖານະການຂາດແຄນດ້ານງົບ
ປະມານເຮັດໃຫ້ການແຈ້ງເຕືອນປະຊາຊົນ ກ່ຽວກັບສະພາບ
ອາກາດສາມາດປະຕິບັດໄດ້ຢ່າງຈໍາກັດ ຊຶ່ງຜົນທີ່ຕິດຕາມມາ ກໍຄື ປະຊາຊົນໃນຫຼາຍໆ
ພື້ນທີ່ໃນລາວ ບໍ່ໄດ້ຮັບຂໍ້ມູນຂ່າວສານ ການພະຍາກອນສະພາບອາກາດລ່ວງໜ້າ ຈຶ່ງບໍ່
ມີການຕຽມພ້ອມ ເພື່ອຮັບມືກັບສະພາບອາກາດທີ່ເກີດຂຶ້ນ.

ສະເພາະແມ່ນສະພາບອາກາດທີ່ຜັນຜວນ ເຊັ່ນພາຍຸໂຊນຮ້ອນໄຫໜານ ແລະໄພແຫ້ງ
ແລ້ງນັ້ນ ໄດ້ກໍ່ໃຫ້ເກີດຄວາມເສຍຫາຍໃນລາວຢ່າງກວ້າງຂວາງ ແລະໜັກໜ່ວງໃນຕະ
ຫຼອດຊ່ວງ 5 ປີມານີ້ ຊຶ່ງກໍເປັນຍ້ອນສາເຫດທີ່ທໍາຄັນປະການນຶ່ງ ຈາກການທີ່ໜ່ວຍງານ
ທີ່ຮັບຜິດຊອບດ້ານພະຍາກອນອາກາດໃນລາວຍັງຂາດເທັກໂນໂລຈີໃນການເຜີຍແຜ່
ຂໍ້ມູນ-ຂ່າວສານ ທີ່ທັນສະໄໝ.

ເພາະສະນັ້ນ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງມີການນໍາໃຊ້ເທັກໂນໂລຈີ່ດ້ານ ຂໍ້ມູນ
-ຂ່າວສານທີ່ທັນສະໄໝທັງລະບົບ ຫາກບໍ່ສະນັ້ນແລ້ວ ລາວກໍຍັງຈະຕ້ອງປະເຊີນກັບ
ຄວາມສ່ຽງຈາກໄພພິບັດທໍາມະຊາດຕໍ່ໄປ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການ
ຢືນຢັນວ່າ:

ຈາກການປ່ຽນແປງຂອງດິນຟ້າອາກາດໃນຊົມປີທີ່ຜ່ານມາ ສັງເກດເຫັນວ່າທ່າ ອຽງຂອງການເກີດນໄພພິບັດໄດ້ມີຄວາມຖີ່ແລະທະວີຄວາມຮຸນແຮງຂຶ້ນ ເປັນ
ຕົ້ນ ກໍ ແມ່ນນໍ້າຖ້ວມ ຄື້ນໄຫຼຊຸຝັ່ງແຮງ ດິນເຈື່ອນ ລົມພາຍຸ ແຜ່ນດິນໄຫວ ໄພ
ແຫ້ງແລ້ງ ແລະໄຟໄໝ້ປ່າ ໂດຍສົ່ງຜົນເສຍຫາຍທາງດ້ານຊັບສິນ ທີ່ຢູ່ອາໄສ
ເນື້ອທີ່ ທໍາການຜະລິດ ພື້ນຖານໂຄງຫລ່າງ ແລະເສດຖະກິດຂອງປະເທດ
ຫຼາຍພໍສົມຄວນ.”


ນອກຈາກນັ້ນ ຖ້າຫາກວ່າລາວຍັງບໍ່ສາມາດທີ່ຈະຕຽມພ້ອມ ຮັບມືກັບໄພພິບັດທໍາມະຊາດ
ໄດ້ຄືກັບໃນໄລຍະທີ່ຜ່ານມາ ກໍຍັງຈະສົ່ງຜົນກະທົບຕໍ່ເປົ້າໝາຍສະຫັດສະວັດການພັດ
ທະນາຂອງລັດຖະບານລາວ ທີ່ຈະຮັບປະກັນການຜະລິດສະບຽງ ອາຫານໃຫ້ໄດ້ພຽງພໍ
ກັບຄວາມຕ້ອງການພາຍໃນປະເທດ ທັງກໍຍັງຈະສົ່ງຜົນກະທົບຕໍ່ແຜນການ ເພີ່ມການ
ສົ່ງສິນຄ້າໄປຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນ ໂດຍສະເພາະແມ່ນການເພີ່ມຜົນຜະລິດເຂົ້າ
ໃຫ້ບັນລຸເຖິງ 4.2 ລ້ານໂຕນໃນປີ 2015​ ອີກດ້ວຍ.
XS
SM
MD
LG