ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ຫ້າ​ຢ່າງ ​ທີ່​ທ່ານ​ ຕ້ອງ​ການ​ຮູ້​ ກ່ຽວ​ກັບ​ ການ​ເລືອກ​ຕັ້ງ ກາງ​ສະ​ໄໝ​ປີ 2018


ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ກາງ​ສະ​ໄໝ ໃນ​ສະ​ຫະ​ລັດ
ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ກາງ​ສະ​ໄໝ ໃນ​ສະ​ຫະ​ລັດ

ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້ມີ​ສິດ​ປ່ອນ​ບັດສະ​ຫະ​ລັດ ​ກະ​ກຽມ​ໄປລົງ​ຄະ​ແນນ​ສຽງ ໃນ​ການ
ປ່ອນ​ບັດ​ກາງ​ສ​ະ​ໄໝ ໃນ​ວັນ​ທີ 6 ພະ​ຈິກ ຈະ​ມາ​ເຖິງ​ນີ້ ພວກ​ເຈົ້າ​ໜ້າ​ທີ່ລັດ​ຖະ​ບານ​ກາງ
ລັດ​ຖະບານ​ລັດແລະລັ​ດ​ຖະ​ບານທ້ອງ​ຖິ່ນ ກໍກຳ​ລັງມີ​ການກະ​ກຽມ​ເຊັ່ນ​ດຽວ​ກັນ. ແຕ່ໃນ
​ຂະ​ນະ​ທີ່ບັນ​ດາ​ຜູ້​ປ່ອນ​ບັດ​ຫຼາຍໆ​ຄົນ ​ກຳ​ລັງ​ພາ​ກັນ​ພິ​ຈາ​ລະ​ນາ​ວ່າ ຈະ​ໃຫ້​ການ​ສະ​ໜັບ
​ສະ​ໜູນ​ແກ່
ຜູ້​ສະ​ໝັກ​ຄົນ​ໃດ​ນັ້ນ ພວກ​ເຈົ້າ​ໜ້າ​ທີ່ລັດ​ຖະ​ບານກຳ​ລັງ​ປະ​ຕິ​ບັດ​ງານເທົ່າ​ທີ່ຕົນ​ສາ​ມາດ​ເຮັດ​ໄດ້ ເພື່ອ​ໃຫ້​ເປັນ​ທີ່​ແນ່ ນອນ​ວ່າ ​ທຸກໆຄົນທີ່​ມີ​ສິດ ສາ​ມາດ​ປ່ອນ​ບັດ​ໄດ້ ແລະ​ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ​ຈະ​ຖືກ​ນັບ​ຢ່າງ​ຖືກ​ຕ້ອງ.

ຄວາມ​ຢ້ານ​ກົວ ​ໃນ​ໝູ່​ພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ສະ​ຫະ​ລັດ ແລະ​ ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ໄດ້​ມີເພີ້ມ​ຂຶ້ນ ຢ້ອນ​ຄື​ນ​ໄປຫາ​ ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016 ເວ​ລາຫ້ອງ​ການຫົວ​ໜ້າ​ສືບ​ລັບ​ແຫ່ງ​ຊາດແລະ​ກະ​ຊວງຮັກ​ສາ​ຄວາມ​ ປອດ​ໄພພາຍ​ໃນ ໄດ້​ກ່າວ​ຫາຣັດ​ເຊຍ​ວ່າ ເປັນ​ຜູ້ປຸກ​ລະ​ດົມ​ໃນ​ການ​ເຈາະອີ​ແມ​ລ ຂອງ​ອົງ​ການ​ຈັດ​ຕັ້ງ ທາງ​ການ​ເມືອງ​ສ​ະ​ຫ​ະ​ລັດ ແລະກໍເລືອກ ​ນຳ​ອອກ​ເຜີຍ​ແຜ່​ໃຫ້ສາ​ທາ​ລະ​ນະ​ຊົນ​ຮູ້.

ຖະ​ແຫຼງ​ການ​ຮ່ວມ​ກ່າວ​ວ່າ “ການລັກ​ຂະ​ໂມຍ ແລະການ​ເປີດ​ເຜີຍ​ເຫຼົ່າ​ນີ້ ​ແມ່ນ​ຈມີ​ຄວາມ​ຕັ້ງ​ໃຈ ​ທີ່​ຈະ​ແຊກ​ແຊງ​ເຂົ້າໃນ​ຂັ້ນ​ຕອນ​ການ​ເລືອກ​ຕັ້ງສະ​ຫະ​ລັດ.”

ຫຼັງ​ຈາກ​ການ​ເລືອກ​ຕັ້ງ ​ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ ທ​ຣຳ ​ໃນເດືອນ​ພະ​ຈິກແລ້ວນັ້ນ ອົງ​ການ​ສືບ​ລັບທີ່​ສຳ​ຄັນ​ສຸດຂອງ​ສະ​ຫະ​ລັດ 3 ອົງ​ການ ກໍໄດ້​ອອກ​ຖະ​ແຫຼງການ​ເປີດ​ເຜີຍ ໂດຍກ່າວ​ຫາ​ຣັດ​ເຊຍ​ວ່າ ໃຊ້​ອິດ​ທິ​ພົນ​ເຂົ້າແຊກ​ແຊງ​ ໃນ​ການປຸກ​ລະ​ດົມ “ເພື່ອ​ບ່​ອນທຳລາຍຄວາມ​ເຊື່ອ​ຖື​ຂອງ​ປະ​ຊາ​ຊົນ​ໃນ​ຂັ້ນ​ຕອນ​ປະ​ຊາ​ທິ​ປະ​ໄຕ​ໃນ​ສະ​ຫະ​ລັດ.

ລາຍ​ງານ​ໃນ​ເດືອນ​ມັງ​ກອນ ປີ 2017 ຈາກ​ອົງ​ການ​ສືບ​ລັບ​ຊີ​ໄອ​ເອ (CIA) ອົງ​ການ​ສັນ​ຕິ​ບານ​ກາງ ຫຼື FBIແລະອົງ​ການຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດຫລື NSA ຍັງຊັ່ງ​ຊາ​ວ່າ “ປະ​ທາ​ນາ​ທິບໍດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ ແລະ​ລັດ​ຖະ​ບານ​ຣັດ​ເຊຍ ຢາກ​ຊ່ວຍ​ໃຫ້ໂອ​ກາດ​ແກ່ປະ​ທາ​ນາ​ທິ​ບໍ​ດີທ​ຣຳທີ່​ຫາ​ກໍ​ຖືກ​ເລືອກ
ໃໝ່ ໃນ​ທຸກ​ເວ​ລາ​ທີ່​ເປັນ​ໄປ​ໄດ້.”

ແຕ່​ລາຍ​ງານ​ກ່າວ​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ຣັດ​ເຊຍ​ໃນ​ການ​ໃຊ້​ຂໍ້​ມູນ​ທີ່​ຜິດ​ພາດ​ເພື່ອ​ຫັນ​ປ່ຽນ​ຄວາມ​ຕັ້ງ​ໃຈ ​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ ແມ່ນເປັນ​ບັນ​ຫາ​ດຽວ. ອີກ​ອັນ​ນຶ່ງກໍ​ຄື​ຣັດ​ເຊຍ​ໄດ້ເຂົ້າໄປ​ແລະ​ຍັງ​ຮັກ​ສາ​ການ​ເຂົ້າ​ເຖິງລະ​ບົບ​ການ​ເລືອກ​ຕັ້ງ​ຂອງລັດຕ່າງໆ​ຂອງ​ທ້ອງ​ຖິ່ນ​ໃນ​ສະ​ຫະ​ລັດ ເຖິງ​ແມ່ນ​ວ່າ​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ລົງ​ຄວາມ​ເຫັນ​ວ່າ ​ຣັດ​ເຊຍ ບໍ່​ສາ​ມາດ​ເຂົ້າ​ສູ່​ລະ​ບົບ​ຕ່າງໆ​ໄດ້ ​ທີ່ມັນ​ຈະ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ຈຳ​ນວນການ​ລົງ​ຄະ​ແນນ​ສຽງ​ທັງ​ໝົດ.

ການ​ຊັ່ງ​ຊາ​ຂອງ​ໜ່ວຍ​ສືບ​ລັບ​ສະ​ຫະ​ລັດຫວ່າງ​ມໍ່ໆ​ມາ​ນີ້​ສະ​ແດ​ງ​ໃຫ້​ເຫັນ​ວ່າ ​ຢູ່​ໃນ​ການ​ແຂ່ງ​ຂັນ​ກາງ​ສະ​ໄໝ​ປີ​ນີ້ນັ້ນ ການ​ຂົ່​ມ​ຂູ່​ໄດ້​ໄດ້​ຂະ​ຫຍາຍ​ວົງ​ກວ້າງ​ອອກ​. ​

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG