ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນບັນທຸກນໍ້າມັນຂອງ ອີຣ່ານ 5 ລຳເດີນ ທາງສູ່ ເວເນຊູເອລາ ທ່າມກາງການກົດດັນຂອງ ສະຫະລັດ


ປະທານາທິບໍດີ ອີຣ່ານ ທ່ານ ຮາສຊານ ຣູຮານີ, ກາງ, ເປີດໂຮງກັ່ນນໍ້າມັນ Persian Gulf Star ໃນເມືອງ ບານດາ ອັບບາສ, ອີຣ່ານ. 30 ເມສາ, 2017.
ປະທານາທິບໍດີ ອີຣ່ານ ທ່ານ ຮາສຊານ ຣູຮານີ, ກາງ, ເປີດໂຮງກັ່ນນໍ້າມັນ Persian Gulf Star ໃນເມືອງ ບານດາ ອັບບາສ, ອີຣ່ານ. 30 ເມສາ, 2017.

ອີຣ່ານ ໄດ້ເຕືອນ ສະຫະລັດ ຕໍ່ການຂົ່ມຂູ່ກຳປັ່ນທີ່ຂົນສົ່ງນໍ້າມັນເຊື້ອໄຟຂອງຕົນໄປ ປະເທດ ເວເນ ຊູເອລາ, ບ່ອນທີ່ນໍ້າມັນແອັດຊັງ ແລະ ນໍ້າມັນດິມແມ່ນ ກຳລັງຂາດແຄນຢ່າງຮຸນແຮງ ເຖິງແມ່ນວ່າປະເທດ ເວເນຊູເອລາ ຈະເປັນສູນ ກາງການຜະລິດນໍ້າມັນທີ່ສຳຄັນກໍຕາມ.

ກຳປັ່ນ ອີຣ່ານ ຫຼາຍເຖິງ 5 ລຳ ທີ່ບັນຈຸເຕັມໄປດ້ວຍນໍ້າມັນແອັດຊັງເຊື່ອວ່າ ໄດ້ເດີນທາງໄປປະ ເທດ ທີ່ຕັ້ງຢູ່ທະວີບອາເມຣິກາໃຕ້ດັ່ງກ່າວນັ້ນ.

ມາດຕະການລົງໂທດ ສະຫະລັດ ໄດ້ຫ້າມ ອີຣ່ານ ຈາກການຂາຍນໍ້າມັນ ແລະ ສະຫະລັດ ກໍຍັງໄດ້ກົດດັນທຸກປະເທດຕໍ່ການສະໜອງນໍ້າມັນໃຫ້ປະເທດ ເວເນ ຊູເອລາ, ອັນເປັນພາກສ່ວນນຶ່ງໃນຄວາມພະຍາຍາມຂອງ ວໍຊິງຕັນ ທີ່ຈະຂັບ ໄລ່ປະທານາທິບໍດີ ນິໂຄລັສ ມາດູໂຣ ອອກຈາກອຳ ນາດ.

ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ ຈາວາດ ຊາຣິຟ ໄດ້ຂຽນຈົດໝາຍ ສະບັບນຶ່ງເຖິງເລຂາ ທິການໃຫຍ່ອົງການສະຫະປະຊາຊາດ ໃນວັນອາທິດວານນີ້ ກ່ຽວກັບ ຄວາມເປັນຫ່ວງຂອງ ເຕຫະ ຣ່ານ ໃນການດຳເນີນໃດໆທີ່ ສະຫະລັດ ອາດໃຊ້.

ທ່ານ ຊາຣິຟ ໄດ້ຂຽນວ່າ “ອີຣ່ານ ມີສິດທີ່ຈະໃຊ້ທຸກມາດຕະການທີ່ຈຳເປັນ ແລະ ເໝາະສົມ ແລະ ການດຳເນີນການທີ່ເດັດຂາດ ເພື່ອຮັກສາສິດທິທີ່ຖືກ ຕ້ອງຕາມກົດໝາຍ ແລະ ຜົນປະໂຫຍດຕໍ່ນະໂຍບາຍທີ່ຂົ່ມເຫັງ ແລະ ການ ກະທຳທີ່ບໍ່ຖືກຕ້ອງຕາມກົດໝາຍຕ່າງໆ. ການທູດ ທີ່ສະແດງຄວາມເປັນເຈົ້າໂລກ ໂດຍໃຊ້ກໍາປັ່ນຕິດອາວຸດນີ້ ແມ່ນເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ເສລີພາບ ຂອງການຄ້າສາກົນ ແລະ ການເດີນທາງ ແລະ ການເຄື່ອນຍ້າຍພະລັງງານ.

ທ່ານ ຊາຣິຟ ໄດ້ກ່າວວ່າ ອີຣ່ານ ຈະພິຈາລະນາ “ມາດຕະການບີບບັງຄັບ” ໂດຍ ສະຫະລັດ ນັ້ນວ່າ “ເຮັດໃຫ້ມີອັນຕະລາຍເພີ້ມຂຶ້ນ.”

ບັນດາເຈົ້າໜ້າທີ່ ອີຣ່ານ ໄດ້ສົ່ງຂໍ້ຄວາມທີ່ຄ້າຍຄືກັນ ໄປຫາເອກອັກຄະລັດຖະ ທູດ ສວິດເຊີແລນ ໃນນະຄອນຫຼວງ ເຕຫະຣ່ານ ຜູ້ທີ່ຮັກສາຜົນປະໂຫຍດທຸກ ຢ່າງຂອງ ສະຫະລັດ ໃນ ອີຣ່ານ.

ບັນດາເຈົ້າໜ້າທີ່ ສະຫະລັດ ຍັງບໍ່ໄດ້ລະບຸເທື່ອວ່າເຂົາເຈົ້າມີແຜນທີ່ຈະຕອບໂຕ້ແນວໃດຖ້າ ອີຣ່ານສົ່ງນໍ້າມັນແອັດຊັງໄປ ເວເນຊູເອລາ.

ແຕ່ກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ໜ່ວຍຍາມຊາຍຝັ່ງ ສະຫະລັດ ໄດ້ເຕືອນ ບໍລິສັດຂົນສົ່ງທົ່ວໂລກທຸກແຫ່ງ ແລະ ລັດຖະບານປະເທດຕ່າງໆ ບໍ່ໃຫ້ຊ່ວຍເຫຼືອ ອີຣ່ານ, ຫຼື ຄົນອື່ນໆ, ຫຼົບຫຼີກມາດຕະການລົງໂທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG