ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຊາວ​ໂຊ​ມາ​ເລຍ ກຸ່ມ​ທຳ​ອິດ​ ທີ່ຫຼົບ​ໜີ​ອອກ​ຈາກ​ນະ​ຄອນຫຼວງ ຄາ​ຣ໌ທູມ ຂອງ ຊູ​ດານ ເດີນ​ທາງ​ຮອດ​ປະ​ເທດ ເອ​ທິ​ໂອ​ເປຍ


ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ຈອດ​ລົດ​ເມ ເພື່ອຫຼົບ​ໜີ​ອອກ​ຈາກ​ນະ​ຄອນຫຼວງ ຄາ​ທູມ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ຂອງກອງ​ກຳ​ລັງ​ສະ​ໜັບ​ສະ​ໜູນ​ວ່ອງ​ໄວ ແລະ ກອງ​ທັບ​ບົກ, ນະ​ຄອນຫຼວງ ຄາ​ທູມ, ປະ​ເທດ ຊູ​ດານ, 19 ເມ​ສາ 2023.
ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ຈອດ​ລົດ​ເມ ເພື່ອຫຼົບ​ໜີ​ອອກ​ຈາກ​ນະ​ຄອນຫຼວງ ຄາ​ທູມ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ຂອງກອງ​ກຳ​ລັງ​ສະ​ໜັບ​ສະ​ໜູນ​ວ່ອງ​ໄວ ແລະ ກອງ​ທັບ​ບົກ, ນະ​ຄອນຫຼວງ ຄາ​ທູມ, ປະ​ເທດ ຊູ​ດານ, 19 ເມ​ສາ 2023.

ກຸ່ມ​ທຳ​ອິດ​ຂອງ​ຊາວ ໂຊ​ມາ​ເລຍ ຜູ້​ທີ່​ໄດ້ຫຼົບ​ໜີ​ຈາກ​ຄວາມ​ຂັດ​ແຍ້ງ​ໃນ​ນະ​ຄອນຫຼວງ ຄາຣ໌​ທູມ ຂອງ ຊູ​ດານ ໄດ້​ເດີນ​ທາງ​ໄປ​ຮອດ​ປະ​ເທດ ເອ​ທິ​ໂອ​ເປຍ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ໂຊມາ​ເລຍ.

ຊາວ ໂຊ​ມາ​ເລຍ 27 ຄົນ, ລວມ​ທັງ​ແມ່​ຍິງ 4 ຄົນ ​ໄດ້​ເດີນ​ທາງ​ຮອດ ເອ​ທິ​ໂອ​ເປຍ ຫຼັງ​ຈາກ​ໄດ້​ຂ້າມ​ເຂດ​ຊາຍ​ແດນ​ຂອງ​ເມືອງ ເມ​ເຕ​ມາ ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ, ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນກ ໂຊ​ມາ​ເລຍ.

ນຶ່ງ​ໃນ​ນັ້ນ​ແມ່ນ​ອະ​ດີດ​ນັກ​ຂ່າວ BBC ພາ​ສາ​ໂຊ​ມາ​ເລຍ ທ່ານ ອັບ​ດີ​ຊາ​ລາມ ເຮ​ເຮ​ຣີ, ຜູ້​ທີ່​ໄດ້​ໄປ​ນະ​ຄອນຫຼວງ ຄາຣ໌​ທູມ ເມື່ອ​ວັນ​ທີ 5 ເມ​ສາ​ທີ່​ຜ່ານ​ມາ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ລະ​ນຶກ​ເຖິງ​ມື້​ລາງ​ນັກ​ຮ້ອງ​ໃນ​ຕຳ​ນານ​ຂອງ ໂຊ​ມາ​ເລຍ ທ່ານ ໂມ​ຮາ​ເມັດ ຊູ​ເລ​ມານ ທູ​ບີກ.

ເມື່ອ​ວັນ​ອາ​ທິດ​ວານນີ້, ທ່ານ ເຮ​ຣີ​ຣີ, ຜູ້​ທີ່​ລາຍ​ງານ​ຂ່າວ ກ່ຽວ​ກັບ ຊາວ​ໂຊ​ມາ​ເລຍ ໃນ​ຕ່າງ​ແດນ, ໄດ້​ລົງ​ຂໍ້​ຄວາມ​ໃນ​ເຟ​ສ​ບຸກ​ຂອງ​ທ່ານ​ວ່າ​ທ່ານ​ໄດ້​ເດີນ​ທາງ ​ຮ​ອດ​ເມືອງຮາ​ເກ​ຊາ, ໃນ​ເຂດໂຊ​ມາ​ລີ​ແລນ. ນຶ່ງວັນ​ກ່ອນ​ໜ້າ​ນັ້ນ​ລາວ​ຄວນ​ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ຄາ​ຣ໌​ທູມ, ແຕ່ການ​ຕໍ່​ສູ້​ໄດ້​ເກີດ​ຂຶ້ນ.

ໃນ​ການ​ສຳ​ພາດ​ກັບ​ວີ​ໂອ​ເອ​ພະ​ແນກ ໂຊ​ມາ​ເລຍ ນັ້ນ, ທ່ານ ເຮ​ເຣ​ຣີ ໄດ້​ກ່າວ​ວ່າ​ລາວ​ແມ່ນ​ນຶ່ງ​ໃນຫຼາຍ​ພັນ​ຄົນ, ລວມ​ທັງ​ຄົນ​ໃນ​ທ້ອງ​ຖິ່ນ ແລະ ນັກ​ທ່ອງ​ທ່ຽວ, ຜູ້​ທີ່​ໄດ້​ສວຍ​ໃຊ້​ຄວາມ​ໄດ້​ປຽບ​ຈາກ​ການ​ຢຸດ​ຍິງ 24 ຊົ່ວ​ໂມງ ​ທີ່​ໄດ້​ຕົກ​ລົງ​ກັນ​ໂດຍ​ຝ່າຍ ຊູ​ດານ ທີ່​ທຳ​ການ​ຕໍ່​ສູ້​ກັນ​ໃນ​ວັນ​ທີ 19 ເມ​ສາ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG