ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ.ນ. ແຊ​ຣາເປັນຄົນລາວ-ອາ​ເມ​ຣິ​ກັນ ຜູ້​ທຳ​ອິດ ທີ່​ຖືກ​ເລືອກ ​ໃຫ້ເປັນ​ຜູ້​ນຳ​ພາ​​ ການ​ຫ້າມໃຊ້​ລະ​ເບີດ​ລູກ​ຫວ່ານ ແລະ​ລະ​ເບີດ​ຝັງ​ດິນ ຢູ່​ໃນ​ໂລກ


ທ.ນ. ແຊ​ຣາ ກຸຫຼາຍ​ດາ​ຣາຍິ້ມ​ຫົວ​ດ້ວຍ​ຄວາມ​ດີ​ໃຈ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດກັບ​ນັກ​ຂ່າວີ​ໂອ​ເອ ພະ​ແນກ​ພາ​ສາ​ລາວ ໃນ​ຫ້ອງ​ສະ​ໝຸດ​ມາຕິນ ລູ​ເທີຄິງ, ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ, ວັນ​ທີ 12 ມັງ​ກອນ, 2023
ທ.ນ. ແຊ​ຣາ ກຸຫຼາຍ​ດາ​ຣາຍິ້ມ​ຫົວ​ດ້ວຍ​ຄວາມ​ດີ​ໃຈ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດກັບ​ນັກ​ຂ່າວີ​ໂອ​ເອ ພະ​ແນກ​ພາ​ສາ​ລາວ ໃນ​ຫ້ອງ​ສະ​ໝຸດ​ມາຕິນ ລູ​ເທີຄິງ, ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ, ວັນ​ທີ 12 ມັງ​ກອນ, 2023

ທ່ານ​ນາງແຊ​ຣາ ກຸ​ຫລາບ​ດາ​ຣາ ຫົວ​ໜ້າ​ອົງ​ການ Legacies Of War ໃນ​ມໍ່ໆ​ມານີ້ໄດ້​ຖືກ​ເລືອກ​ໃຫ້​ເປັນ​ປະ​ທານ​ຂອງ​ແນວ​ໂຮມ​ປຸກ​ລະ​ດົມເພື່ອຫ້າມໃຊ້​ລະ​ເບີດ​ລູ​ກ​ຫວ່ານ ແລະ​ລະ​ເບີດ​ຝັງ​ດິນຂອງ​ສະ​ຫະ​ລັດ ຫລື BLCMC (U.S. Campaign to Ban Landmines-Custer Munition Coalition). ​ເປົ້າ ​ໝາຍການ​ປະ​ຕິ​ບັດ​ງານຂອງແນວ​ໂຮມ​ນີ້ ກໍ​ຄື​ລະ​ດົມ​ໃຫ້ລັດ​ຖະ​ສະ​ພາ ແລະ​ລັດ​ຖະ​ບານ​ຂອງ​ສະ​ຫະ​ລັດ​ເຊັນ​ສົນ​ທິ​ສັນ​ຍາຫ້າມ​ໃຊ້​ລະ​ເບີດ​ຝັງ​ດິນປີ 1997 ແລະ​ເຮັດ​ວຽກ​ຮ່ວມ​ກັບ 100 ກວ່າປະ​ເທດ​ເພື່ອຫ້າມ​ໃຊ້ລະ​ເບີດ​ຝັງ​ດິນ ແລະ​ລະ​ເບີດ​ລູກ​ຫວ່ານ​ຢູ່​ທຸກແຫ່ງໃນ​ໂລກ, 2) ໃ​ຫ້​ເຊົາ​ຊື້ ຫລື​ຂາຍ​ອາ​ວຸດ​ປະ​ເພດນີ້, ​ແລະ 3) ໃຫ້​ທຳ​ລາຍ​ອາ​ວຸດ​ປະ​ເພດນີ້ ທັງ​ນີ້​ທ່ານ​ນາງ​ເຊ​ຣາ​ບອກວ່າ​:

ເນື່ອງ​ຈາກ​ໄດ້​ຮັບ​ແຮງ​ບັນ​ດານ​ໃຈ​ຈາກ​ປະ​ສົບ​ການ​ຂອງ​ຕົວ​ເອງໃນການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ນຳ​ພາ​ອົງ​ການ Legacies Of War ​ທີ່​ລະ​ດົມ​ທຶນ​ຈາກ​ສະ​ຫະ​ລັດ ​ໄປ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ​ຢູ່​ໃນ​ລາວ ທ່ານ​ນາງ​ມີ​ຄວາມ​ພູ​ມ​ໃຈ​ທີ່​ໄດ້ເປັນ​ຄົນ​ລາວ-ອາ​ເມ​ຣິ​ກັນ​ຜູ້​ທຳ​ອິດ ​ທີ່ຖືກ​ເລືອກ​ໃຫ້​ນຳ​ພາແນວ​ໂຮມທີ່​ເຮັດ​ວຽກ​ເພື່ອ​ຫ້າມ​ການ​ໃຊ້ ແລະ​ກຳ​ຈັດ​ອາ​ວຸດ​ອັນ​ຕະ​ລາຍດັ່ງ​ກ່າວນີ້ໃຫ້​ໝົດ​ໄປຈາກ​ໂລກ.

XS
SM
MD
LG