ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຕີໝາຍເລກໜຶ່ງ ຈະຢ້ຽມຢາມ ອາຟຣິກາ ເພື່ອສົ່ງເສີມ ການສຶກສາ ຂອງພວກເດັກຍິງ


ສະຕີໝາຍເລກໜຶ່ງ ທ່ານນາງ ມິແຊລ ໂອບາມາ ສະແດງທ່າທີ ຕໍ່ການຮ້ອງເຊຍ ຈາກພວກນັກຮຽນປະຈຳ ສົກຮຽນປີ 2016 ໃນລະຫວ່າງ ພິທີມອບໃບປະກາດສະນີຍະບັດ ສຳລັບ ມະຫາວິທະຍາໄລຂອງເມືອງ ທີ່ລັດ New York, ວັນທີ 3 ມິຖຸນາ 2016.
ສະຕີໝາຍເລກໜຶ່ງ ທ່ານນາງ ມິແຊລ ໂອບາມາ ສະແດງທ່າທີ ຕໍ່ການຮ້ອງເຊຍ ຈາກພວກນັກຮຽນປະຈຳ ສົກຮຽນປີ 2016 ໃນລະຫວ່າງ ພິທີມອບໃບປະກາດສະນີຍະບັດ ສຳລັບ ມະຫາວິທະຍາໄລຂອງເມືອງ ທີ່ລັດ New York, ວັນທີ 3 ມິຖຸນາ 2016.

ສະຕີໝາຍເລກໜຶ່ງ ຂອງສະຫະລັດ ທ່ານນາງ Michelle Obama ມີກຳນົດ ຈະເດີນທາງໄປ ຍັງທະວີບອາຟຣິກາ ໃນວັນອາທິດມື້ນີ້ ເພື່ອລົນນະລົງສົ່ງເສີມ ການສຶກສາ ສຳລັບພວກເດັກຍິງ.

ທ່ານນາງ ໂອບາມາ ຈະເນັ້ນຢ້ຳເຖິງ ການລິເລີ້ມທີ່ສຳຄັນ ອັນໜຶ່ງຂອງ ທ່ານນາງ ທີ່ມີຊື່ວ່າ Let Girls Learn ຫຼື ໃຫ້ພວກເດັກຍິງໄດ້ຮຽນ. ນາງ Sasha ແລະ ນາງ Malia ລູກສາວຂອງປະທານາທິບໍດີ ໂອບາມາ ແລະ ສະຕີໝາຍເລກໜຶ່ງ ພ້ອມກັບ ແມ່ຕູ້ຂອງເຂົາເຈົ້າ ທ່ານນາງ Marian Robinson ກໍຈະຮ່ວມເດີນທາງໄປພ້ອມ ໃນການຢຸດແວ່ໃນປະເທດ Liberia Morocco ແລະ Spain.

ທ່ານ Ben Rhodes ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບ ຂາວໄດ້ກ່າວໃນວັນສຸກຜ່ານມາ ວ່າ “ພວກເຮົາເຊື່ອໝັ້ນຢ່າງແຮງກ້າ ວ່າ ການສຶກສາ ແລະ ການສ້າງຄວາມເຂັ້ມແຂງ ຂອງພວກຊາວໜຸ່ມນັ້ນ ແມ່ນຈະມີຄວາມສຳຄັນຢ່າງຍິ່ງ ຕໍ່ຂົງເຂດ ທີ່ໄດ້ຮູ້ຈັກກັນວ່າ ມີຄວາມ ສັບສົນຫຼາຍ ໂດຍສະເພາະ ໃນເມື່ອວ່າ ມີປະຊາກອນທີ່ເປັນ ຊາວໜຸ່ມ ຢ່າງຫຼວງຫຼາຍ ຢູ່ໃນປະເທດເຫຼົ່ານີ້.”

ການຢຸດແວ່ ແຫ່ງທຳອິດ ແມ່ນປະເທດ Liberia ບ່ອນທີ່ສະຕີໝາຍເລກໜຶ່ງ ຈະເຂົ້າຮ່ວມກອງປະຊຸມ ກັບຜູ້ນຳຂອງປະເທດທີ່ໄດ້ຖືກເລືອກມາ ທີ່ເປັນ ແມ່ຍິງຄົນທຳອິດ ໃນທະວີບອາຟຣິກາ ປະທານາທິບໍດີ Ellen Johnson Sirleaf.

ຕໍ່ຈາກນັ້ນ ຄອບຄົວ ໂອບາມາ ກໍຈະເດີນທາງໄປຢ້ຽມຢາມ ສູນຝຶກອົບຮົມ ຂອງອົງການ Peace Corps ຢູ່ໃນເມືອງ Kakata ຂອງໄລບີເຣຍ ເພື່ອ ໂອ້ລົມກັບພວກແມ່ຍິງ ທີ່ເຂົ້າຮ່ວມໂຄງການ ພວກຜູ້ຍິງນຳພາໂລກຂອງ ພວກເຮົາ ຫຼື Girls Leading Our World Program. ພວກເພິ່ນ ຍັງ ຈະພົບປະກັບ ພວກອາສາສະໝັກ ແລະ ພວກຄູຝຶກນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG