ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ງານຊາປານະກິດສົບທໍາອິດ ໄດ້ຈັດຂຶ້ນແລ້ວສໍາລັບຜູ້ເຄາະຮ້າຍ ຈາກການຍິງສັງຫານໝູ່ ໃນໂຮງຮຽນລັດເທັກຊັສ

ບັນດາແຂກ ໄດ້ເດີນທາງໄປຮອດສະຖານທີ່ຈັດງານຊາປານະກິດສົບ ສໍາລັບ ນາງອາເມຣີ ໂຈ ກາຊາ (Amerie Jo Garza), ຢູ່ທີ່ ຊາເຄຣດ ຮາດທ໌ ​ວັດກາໂຕລິກ, ເມື່ອວັນທີ 31 ພຶດສະພາ 2022, ເມືອງຢູວາລເດ, ລັດເທັກຊັສ.
ບັນດາແຂກ ໄດ້ເດີນທາງໄປຮອດສະຖານທີ່ຈັດງານຊາປານະກິດສົບ ສໍາລັບ ນາງອາເມຣີ ໂຈ ກາຊາ (Amerie Jo Garza), ຢູ່ທີ່ ຊາເຄຣດ ຮາດທ໌ ​ວັດກາໂຕລິກ, ເມື່ອວັນທີ 31 ພຶດສະພາ 2022, ເມືອງຢູວາລເດ, ລັດເທັກຊັສ.

ໃນເມືອງຢູວາລເດ (Uvalde) ທີ່ເສົ້າໂສກ, ລັດເທັກຊັສ, ເລີ້ມຈັດພິທີ​ສົ່ງ​ສະ​ການຂຶ້ນ​ເທື່ອທໍາອິດໃນມື້ວັນອັງຄານວານນີ້ ໃນຈໍານວນນັກຮຽນ 19 ຄົນ ແລະຄູອີກສອງຄົນທີ່ຖືກຍິງເສຍຊີວິດໃນມື້ວັນທີ 24 ພຶດສະພາທີ່ຜ່ານມາ ໂດຍມືປືນທີ່ເປັນໄວລຸ້ນຊາຍ ໄດ້ບຸກເຂົ້າໄປໂຮງຮຽນປະຖົມຂອງພວກເຂົາເຈົ້າ ພ້ອມດ້ວຍອາ​ວຸດປືນຍາວ.

ງານຊາປານະກິດສົບທໍາອິດ ແມ່ນໄດ້ຈັດຂຶ້ນສໍາລັບເດັກນ້ອຍນັກຮຽນຍິງອາຍຸ 10 ປີ ສອງຄົນ. ນຶ່ງໃນນັ້ນ ແມ່ນນາງ ອາເມີຣີ ໂຈ ກາຊາ (Amerie Jo Garza) ເຊິ່ງໄດ້ຖືກບັນຍາຍຢູ່ໃນງານສົບຂອງລາວວ່າ ເປັນຄົນໜ້າຮັກ, ຂີ້ດື້ ແລະຕະຫຼົກ, ລາວມັກລອຍນໍ້າ ແລະແຕ້ມຮູບ. ສ່ວນຜູ້ເຄາະຮ້າຍອີກຄົນນຶ່ງແມ່ນນາງມາຍເຕ ຢູລີນາ ໂຣດຣີ​ເກສ (Maite Yuleana Rodriguez), ອີງຕາມລາຍງານ ທີ່ກ່າວຢູ່ໃນງານຊາປານະກິດສົບຂອງລາວວ່າ ເປັນນັກຮຽນດີ ເດັ່ນ ທີ່ມັກຮຽນຮູ້ກ່ຽວກັບປາວານ ແລະປາໂລມາ, ເຊິ່ງລາວມີຄວາມຝັນທີ່ຈະເປັນນັກຊີວະວິທະຍາທາງທະເລ.

ສ່ວນງານຊາປານະກິດສົບຜູ້ເຄາະຮ້າຍຄົນອື່ນໆແມ່ນຈະໄດ້ຈັດຂຶ້ນໃນອີກບໍ່ເທົ່າໃດວັນ ໄປຈົນເຖິງກາງເດືອນມິຖຸນານີ້.

ປະທານາທິບໍດີ ໂຈ ໄບເດັນ ພົບປະກັບນາຍົກລັດຖະມົນຕີນິວຊີແລນ ທ່ານນາງຈາຊິນດາ ອາເດີນ ໃນຫ້ອງການ Oval ຂອງທໍານຽບຂາວ, ເມື່ອວັນທີ 31ພຶດສະພາ 2022, ນະຄອນຫຼວງວໍຊິງຕັນ.
ປະທານາທິບໍດີ ໂຈ ໄບເດັນ ພົບປະກັບນາຍົກລັດຖະມົນຕີນິວຊີແລນ ທ່ານນາງຈາຊິນດາ ອາເດີນ ໃນຫ້ອງການ Oval ຂອງທໍານຽບຂາວ, ເມື່ອວັນທີ 31ພຶດສະພາ 2022, ນະຄອນຫຼວງວໍຊິງຕັນ.

ໃນນະຄອນຫຼວງວໍຊິງຕັນ, ສະມາຊິກສະພາສູງຈໍານວນນຶ່ງຈາກພັກເດໂມແຄຣັດ ທ່ານຄຣິສ ເມີຟີ (Chris Murphy) ແລະ ທ່ານເຄີສເຕິນ ຊິເນມາ (Kyrsten Sinema), ແລະພັກຣີີພັບບຣິກັນ ທ່ານຈອນ ຄໍນີນ (John Cornyn) ແລະ ທ່ານທັອມ ທີລລິສ (Thom Tillis), ເລີ້ມຕົ້ນສົນທະນາປຶກສາຫາລືທາງອອນລາຍ ເພື່ອກໍານົດຂໍ້ຕົກລົງກ່ຽວກັບມາດຕະການຄວາມເປັນໄປໄດ້ໃນການຄວບຄຸມລະດັບຄວາມຮຸນແຮງຂອງປືນ ແລະການສັງຫານໝູ່ທີ່ບໍ່ມີໃນບ່ອນໃດໆຂອງໂລກ.

ປະທານາທິບໍດີ ໂຈ ໄບເດັນ, ເຊິ່ງເປັນຜູ້ສະໜັບສະໜຸນການຄວບຄຸມປືນ ທີ່ພະຍາຍາມອອກຮ່າງກົດໝາຍໃໝ່ກ່ຽວກັບການຂາຍປືນ ໄດ້ຖືກຂັດຂວາງໂດຍພັກຝ່າຍຄ້ານຣີພັບບຣິກັນ, ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທີ່ທໍານຽບຂາວວ່າ “ຂ້າ ພະເຈົ້າຈະພົບປະກັບສະມາຊິກສະພາກ່ຽວກັບເລື້ອງຂອງປືນ, ຂ້າພະເຈົ້າໃຫ້ສັນຍາກັບພວກເຈົ້າ.”

ທ່ານ ໄບເດັນ, ໃຊ້ເວລາ 7 ຊົ່ວໂມງຢູ່ເມືອງຢູວາລເດ ໃນມື້ວັນອາທິດແລ້ວນີ້ ໃນການຢ້ຽມຢາມຍາດພີ່ນ້ອງຂອງຜູ້ເຄາະຮ້າຍ ແລະຜູ້ລອດຊີວິດຈາກການໂຈມຕີດັ່ງກ່າວ ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ຮັບຜົນກະທົບຈາກການສັງຫານໝູ່ນີ້ ຫຼາຍກວ່າທີ່ຂ້າພະເຈົ້າຄິດວ່າປະທານາທິບໍດີສະຫະລັດຄົນອື່ນໃນປະຫວັດສາດ, ໜ້າເສຍດາຍ.”

ຜູ້ອໍານວຍການໃຫຍ່ຂອງພະແນກຮັກສາຄວາມປອດໄພຕໍ່ປະຊາຊົນ ໃນລັດເທັກຊັສ ທ່ານສຕີເວັນ ແມັກຄຣາລ (Steven McCraw) ກ່າວໃນລະຫວ່າງຖະແຫຼງຂ່າວຢູ່ດ້ານນອກຂອງໂຮງຮຽນປະຖົມ ຣອບ (Robb), ເມື່ອວັນທີ 27 ພຶດສະພາ 2022,ເມືອງຢູວາລເດ, ລັດເທັກຊັສ.

“ແລະນີ້ ມັນຫຼາຍເກີນໄປ, ຫຼາຍກວ່ານັ້ນ ຄືການປ້ອງກັນ,” ທ່ານກ່າວ. “ແລະການທໍາລາຍລ້າງນັ້ນ ມັນເປັນທີ່ໜ້າຕົກໃຈ.”

ໃນການປະຊຸມທີ່ຈະມີຂຶ້ນກັບນາຍົກລັດຖະມົນຕີຂອງນິວຊີແລນ ທ່ານນາງຈາຊິນດາ ອາເດີນ (Jacinda Ardern), ທ່ານ ໄບເດັນ ກ່າວວ່າ ທ່ານຈະຖາມທ່ານນາງກ່ຽວກັບການຮັບມືລຸນຫຼັງທີ່ມືປືນໄດ້ຍິງສັງຫານປະຊາຊົນຢູ່ໃນວັດອິສລາມສອງແຫ່ງໃນເມືອງ ໄຄຣສເຊີສ ຈໍານວນ 51 ຄົນໃນປີ 2019, ເຊິ່ງເປັນຂ່າວການຄາດຕະກໍາທີ່ໂດ່ງດັງ ຢູ່ໃນເຟກບຸກ ເມື່ອມັນໄດ້ເກີດຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG