ປະທານາທິບໍດີ Barack Obama ກັບທ່ານ Mitt Romney ປະເຊີນໜ້າກັນ ໃນຄືນວັນພຸດ ທີ 3 ຕຸລາ ໃນການໂຕ້ວາທີ ເທື່ອທໍາອິດຂອງພວກທ່ານ. ການໂຕ້ວາທີຄັ້ງນີ້ ໄດ້ສຸມໃສ່ເລື່ອງ ສະພາບການດ້ານເສດຖະກິດຂອງຊາດ ອັນເປັນບັນຫາສໍາຄັນທີ່ສຸດ ຂອງການໂຄສະນາຫາສຽງເລືອກຕັ້ງ.
ການໂຕ້ວາທີຄັ້ງທໍາອິດ ຂອງການເລືອກຕັ້ງ ປີ 2012

໕
ທ່ານ Mitt Romney ຍິ້ມ ຂະນະມອງເບິ່ງ ປະທານາທິບໍດີ Barack Obama ຕອບຄໍາຖາມ.

໖
ທ່ານ Mitt Romney ກັບພັນລະຍາ ທ່ານນາງ Ann ໂບກມືໃຫ້ຜູ້ຊົມ ຫລັງຈາກການໂຕ້ວາທີ.

໗
ປະທານາທິບໍດີ Barack Obama ກັບທ່ານ Mitt Romney ໂຕ້ວາທີກັນ ເທື່ອທໍາອິດ ຢູ່ University of Denver, ວັນທີ 3 ຕຸລາ 2012, ໃນເມືອງ Denver.

໘
ບັນດາຜູ້ຊົມການໂຕ້ວາທີ ທາງຈໍໃຫຍ່ ກາງແຈ້ງ ຢູ່ນອກຫ້ອງ auditorium ຂອງມະຫາວິທະຍາໄລ Denver ໃນເມືອງ Denver, ລັດ Colorado, ຄືນວັນທີ 3 ຕຸລາ 2012.