ເຈົ້າໜ້າທີ່ດັບເພີງ ໃນພາກໃຕ້ຂອງຄາລິຟໍເນຍ ຍັງຄົງປະເຊີນກັບໄຟປ່າຫຼາຍຈຸດ ໃນວັນພະຫັດມຶ້ວານນີ້. ຊຶ່ງລວມເຖິງໄຟປ່າ 3 ຈຸດທີ່ເກີດຂຶ້ນໃນ ຄາມາຣີໂລ, ເບຣັນວູດ ແລະ ແບລແອຣ໌ ອີງຕາມການລາຍງານ ຈາກອົງການຂ່າວໂທລະພາບ ABC7 ຂອງລອສແອນເຈີເລສ.
ໄຟປ່າຮີວສ໌ ໃນເຂດພູທາງຕາເວນຕົກສຽງເໜືອຂອງ ລອສແອນເຈີເລສ ໃກ້ກັບທະເລສາບ ຄາສເທອິກ ໄດ້ລຸກໄໝ້ ໃນວັນພຸດຜ່ານມານີ້ ເຮັດໃຫ້ທາງການຕ້ອງອອກຄຳສັ່ງອົບພະຍົບ ຕໍ່ປະຊາຊົນກ່ວາ 50,000 ຄົນ. ທັງມີການອອກຄຳສັ່ງແນະນໍາດ້ານສຸຂະພາບ ກ່ຽວກັບຄັວນ, ຝຸ່ນ ແລະ ຂີ້ເຖົ່າ ທີ່ປີວມາຕາມລົມໃນພື້ນທີ່ໃກ້ກັບໄຟປ່າ ຮີວສ໌.
ເຈົ້າໜ້າທີ່ດັບເພີງໄດ້ຮັບການຊ່ວຍເຫຼືອໃນການດັບໄຟປ່າ ຮີວສ໌ ດ້ວຍການຖີ້ມນໍ້າຈາກ ເຮລິຄອບເຕີ ໃນຊ່ວງຕອນກາງຄືນ. ໄຟປ່າ ຢູ່ທາງຕາເວັນຕົກສຽງເໜືອຂອງ ລອສແອນເຈີເລສ ໄໝ້ລຸກລາມຈົນໄໝ້ພື້ນທີ່ກວ່າ 41 ຕາລາງກິໂລແມັດ ໃກ້ກັບເຂດພັກຜ່ອນຢ່ອນອາລົມ ຂອງ ທະເລສາບ ຄາສເທອິກ.
ໄຟປ່າ ລາກູນາ ໃນເວນທູຣາ ເຄົານ໌ຕີ້ ສົ່ງຜົນໃຫ້ມີຄຳສັ່ງອົບພະຍົບ ສຳລັບ ມະຫາວິທະຍາໄລແຫ່ງລັດ ຄາລິຟໍເນຍ ແຊນເນລ ໄອສ໌ແລນດ໌ ແລະ ມະຫາວິທະຍາໄລ ເກລນ໌ ແຕ່ຄໍາສັ່ງດັ່ງກ່າວ ຖືກປັບຫຼຸດລະດັບລົງເປັນຄຳເຕືອນ ໃນຊ່ວງຕອນບ່າຍຂອງວັນພະຫັດວານນີ້.
ສູນພະຍາກອນພະຍຸຂອງສະຫະລັດ ເປີດເຜີຍເມື່ອວັນພະຫັດວານນີ້ ວ່າ ລົມແຮງປະກອບກັບ “ ຄວາມຊື້ນຕໍ່າຫຼາຍ ແລະສະພາບອາກາດແຫ້ງແລ້ງ” ໃນພາກໃຕ້ ຂອງຄາລິຟໍເນຍ ເຮັດໃຫ້ ສູນດັ່ງກ່າວ ຍັງຄົງປະກາດເຕືອນໄພຄວາມສ່ຽງຕໍ່ການເກີດໄຟປ່າ ໃນວັນພະຫັດວານນີ້ ແລະປະກາດຄາດການສະພາບອາກາດໄຟປ່າ ໃນວັນສຸກມື້ນີ້.
ອ່ານຂ່າວເປັນພາສາອັງກິດ
Firefighters in Southern California continued Thursday to confront multiple blazes, including three new fires that erupted in Camarillo, Brentwood and Bel Air, reported from ABC7 Los Angeles.
The Hughes Fire in the mountains northwest of Los Angeles near Castaic Lake broke out Wednesday, prompting authorities to issue evacuation orders for more than 50,000 people. Health advisories for smoke and windblown dust and ash have been issued for areas near the Hughes Fire.
Firefighters received help fighting the Hughes Fire with overnight aerial water drops from helicopters. The fire, northwest of Los Angeles, swelled to burn an area of more than 41 square kilometers near the Lake Castaic recreation area.
The Laguna Fire in Ventura County resulted in evacuation orders for California State University Channel Islands and University Glen, but the orders were downgraded to warnings Thursday afternoon.
The U.S. Storm Prediction Center said Thursday the winds, combined with Southern California’s “very low humidity and dry antecedent conditions,” prompted the center to continue a Critical Risk of Fire Weather alert for Thursday and an Elevated Fire Weather Outlook for Friday.
ຟໍຣັມສະແດງຄວາມຄິດເຫັນ