ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ນັກ​ຮຽນ ຈຳ​ນວນ​ນຶ່ງ ເສຍ​ຊີ​ວິ​ດ ຍ້ອນ​ໄຟ​ໄໝ້ ຢູ່​ພາກ​ຕາ​ເວັນ​ຕົກ ຂອງ ອິນ​ເດຍ


ເຈົ້າ​ໜ້າ​ທີ່​ດັບ​ເພີງ ພວມມອດ​ໄຟ ທີ່​ຕຶກ​ອາ​ຄານຫຼັງ​ນຶ່ງ ໃນ​ເມືອງ​ສຸ​ຣາດ ແຂວງ​​ກຸດ​ຈະ​ຣາດ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອິນ​ເດຍ ໃນ​ວັນ​ສຸກ ທີ 24 ພຶດ​ສະ​ພາ 2019.
ເຈົ້າ​ໜ້າ​ທີ່​ດັບ​ເພີງ ພວມມອດ​ໄຟ ທີ່​ຕຶກ​ອາ​ຄານຫຼັງ​ນຶ່ງ ໃນ​ເມືອງ​ສຸ​ຣາດ ແຂວງ​​ກຸດ​ຈະ​ຣາດ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອິນ​ເດຍ ໃນ​ວັນ​ສຸກ ທີ 24 ພຶດ​ສະ​ພາ 2019.

ເຈົ້າ​ໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອິນ​ເດຍ ກ່າວ​ວ່າ ມີ​ພວກ​ນັກ​ຮຽນ​ຢ່າງ​ໜ້ອຍ 19 ຄົນ​ເສຍ​ຊີ​ວິດ ເວ​ລາ​ໄຟ​ລຸກ​ໄໝ້​ທີ່​ສູ​ນ​ກາງ​ສິດ​ສອນຢູ່​ເມືອງ​ສຸ​ຣາດໃນ​ແຂວງກຸ​ດ​ຈະ​ຣາດ.

ເຈົ້າ​ໜ້າ​ທີ່​ດັບ​ໄຟ ດີ​ພັກ ຊັບ​ທາ​ລີ ກ່າວ​ຕໍ່​ອົງ​ການ​ຂ່າວ​ອາ​ແອັ​ຟ​ເປຂອງ​ຝ​ຣັ່ງ​ວ່າ “ພວກ​ນັກ​ຮຽນ​ໄດ້​ເສຍ​ຊີ​ວິດ ​ຍ້ອນ​ໄຟ​ໄໝ້​ ແລະ​ກໍ​ຍ້ອນ​ໂດດ​ອອກ​ຈາກ​ຕຶກ​ອາ​ຄານ.”

ສ່ວນ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ​ແຈ້ງວ່າ ມີ​ພວກ​ນັກ​ຮຽນ​ສິບກວ່າ​ຄົນ​ໄດ້​ເຂົ້າ​ໂຮງ​ໝໍ​ຍ້ອນ​ຖືກ​ໄຟ​ໄໝ້​ແລະ​ກໍ​ຫາຍ​ໃຈ​ເອົາ​ຄວັນໄຟ.

ທ່ານ​ວິ​ເຈ ຣູ​ພາ​ນີ ເຈົ້າ​ໜ້າ​ທີ່ ທີ່ໄດ້​ຮັບ​ເລືອກ​ສູງ​ສຸດ​ໃນ​ແຂວງ​ກຸດ​ຈະ​ຣາດ​ ກ່າວ​ວ່າ “ມີ​ການ​ແຈ້ງ​ໃຫ້​ຂ້າ​ພະ​ເຈົ້າ​ຊາບ​ວ່າ ພວກ​ນັກ​ຮຽນ​ໄດ້​ຕົກ​ຄ້າງ​ຢູ່​ຂ້າງ​ໃນ​ຕຶກ ໃນ​ຂະ​ນະ​ທີ່​ໄຟ​ໄດ້​ທຳ​ລາຍ​ຂັ້ນ​ໄດ​ຂອງ​ອາ​ຄານ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ທີ່​ມາ​ຈາກ ​ແຂວງ​ກຸດ​ຈະ​ຣາດ ກ່າວ​ວ່າ “ທ່ານ​ຮູ້​ສຶກ​ມີ​ຄວາມ​ໂກດ​ແຄ້ນ​ເປັນ​ທີ່​ສຸດ​ຈາກ​ເຫດ​ການ​ໄຟ​ໄໝ້​ດັ່ງ​ກ່າວ.”

Officials in western India say at least 19 students were killed when a fire broke out Friday in a tutoring center in the city of Surat in Gujarat state.

“The students lost their life both because of the fire and jumping out of the building,” Deepak Sapthaley, a fire official, told AFP, the French news agency.

The Associated Press reports that more than a dozen students have been hospitalized, suffering from burns or suffocation.

“I’m told the youngsters were trapped in the building as the fire destroyed the staircase,” said Vijay Rupani, Gujarat’s state’s top elected official.

Prime Minister Narendra Modi, who is from Gujarat, said he was “extremely anguished by the fire tragedy.”

XS
SM
MD
LG