ເກີດເຫດໄຟໄໝ້ໂຮງແຮມໃນສະຖານທີ່ຫລິ້ນສະກີ້ ໃນຕ້ອນຂ້າມຄືນທີ່ໄດ້ເຮັດໃຫ້ຢ່າງໜ້ອຍ 10 ຄົນເສຍຊີວິດ ແລະອີກ 32 ຄົນໄດ້ຮັບບາດເຈັບໃນພາກຕາເວັນຕົກສຽງເໜືອ ຂອງເທີກີ ຕາມການກ່າວຂອງທາງການ ໃນວັນອັງຄານມື້ນີ້ ຂະນະທີ່ພາບວີດີໂອຂອງໂທລະພາບ ສະແດງໃຫ້ເຫັນພວກທີມງານກຸ່ມນຶ່ງ ກຳລັງຕໍ່ສູ້ແປວໄຟ ແລະຄວັນທີ່ໄດ້ລຸກລາມຕຶກສູງ 11 ຊັ້ນ.
ເຫດໄຟໄໝ້ເກີດຂຶ້ນຢູ່ຊັ້ນທີ່ມີຮ້ານອາຫານຂອງໂຮງແຮງ ຢູ່ຣີສອດຫຼິ້ນສະກີ້ ໃນເມືອງ ຄາຣຕາຣກາຢາ (Kartalkaya) ຂອງແຂວງ ໂບລູ (Bolu) ໃນເວລາ ປະມານ 3 ໂມງ 30 ຕອນເຊົ້າມືດ ຕາມເວລາໃນທ້ອງຖິ່ນ, ຕາມທີ່ຜູ້ປົກຄອງເມືອງໂບລູ ທ່ານ ອັບດູລາຊີສ ໄອດີນ ໄດ້ກ່າວຕໍ່ຜູ້ລາຍງານຂ່າວ TRT ຂອງທາງການ.
ທ່ານໄດ້ກ່າວວ່າ ມີແຂກ 234 ຄົນພັກຢູ່ໂຮງແຮງ Grand Kartal ເຊິ່ງພາຍນອກຂອງໂຮມແຮງເຮັດດ້ວຍແປ້ນໄມ້.
ເຫດໄຟໄໝ້ເກີດຂຶ້ນ ໃນຕອນເລີ້ມຕົ້ນຂອງວັນພັກໂຮງຮຽນໄລຍະສອງອາທິດໃນທົ່ວປະເທດ, ອັນເປັນຊ່ວງເວລາ ທີ່ພວກນັກສະກີ້ ຈາກນະຄອນອິສຕານບູລ ແລະນະຄອນຫຼວງອັງກາຣາ ທີ່ຢູ່ໃກ້ຄຽງ ໂດຍທົ່ວໄປແລ້ວ ຈະພາກັນມຸ້ງໜ້າໄປຍັງພູຕ່າງໆຂອງເມືອງໂບລູ.
ພາບວີດີໂອຂອງໂທລະພາບ ໄດ້ສະແດງໃຫ້ລົດດັບເພີງຈຳນວນນຶ່ງ ໄດ້ຈອດຢູ່ອ້ອມຮອບໂຮງແຮງທີ່ຖືກເຜົາໄໝ້ ຕັ້ງຢູ່ບໍລິເວນຕີນພູຂອງສະກີ້ຣີສອດ ໂດຍຈະເຫັນຜ້າປູຕຽງສີຂາວມັດຕິດຕໍ່ກັນແລະຫ້ອຍລົງມາຈາກປ່ອງຢ້ຽມຂອງຊັ້ນເທີງ.
ຈຳນວນຂອງຜູ້ເສຍຊີວິດໄດ້ເພີ້ມສູງຂຶ້ນຮອດ 10 ຄົນ ໂດຍມີຜູ້ໄດ້ຮັບບາດເຈັບ 32 ຄົນ ຈາກຈຳນວນນັບທີ່ຕໍ່າກວ່າໃນເບື້ອງຕົ້ນ ອີງຕາມຂໍ້ຄວາມຂອງລັດຖະມົນຕີກະຊວງພາຍໃນ ທ່ານ ອາລີ ເຢີຣລີກາຢາ ທີ່ໄດ້ກ່າວຢູ່ໃນສື່ສັງຄົມ X, ທີ່ກ່າວຕື່ມວ່າ ມີນັກກູ້ໄພຫຼາຍກວ່າ 250 ຄົນໄດ້ເຂົ້າໄປຄວບຄຸມເຫດການດັ່ງກ່າວ.
ທາງການໄດ້ກ່າວວ່າ ບັນດານັກສືບສວນ ໄດ້ລົງໄປເບິ່ງເພື່ອຫາສາເຫດວ່າ ແມ່ນຫຍັງທີ່ກໍ່ໃຫ້ເກີດໄຟໄໝ້.
ອ່ານຂ່າວນີ້ໃນພາສາອັງກິດ
A fire at a ski resort hotel overnight killed at least 10 people and injured 32 others in northwestern Turkey, authorities said on Tuesday, as TV footage showed crews fighting flames and smoke that engulfed the 11-story building.
The blaze began on the restaurant floor of the hotel at Bolu's Kartalkaya ski resort at around 3:30 a.m. local time, (0030 GMT), Bolu Governor Abdulaziz Aydin told state broadcaster TRT.
He said there were 234 guests at the Grand Kartal Hotel, which has a broad wooden exterior.
The fire comes at the beginning of a nationwide two-week school holiday, a time when skiers from nearby Istanbul and Ankara usually head to the Bolu mountains.
TV footage showed several fire engines surrounding the charred hotel at the base of the ski slopes, with white bed sheets tied together and dangling from one upper-floor window.
The death toll had risen to 10, with 32 injured, from an earlier lower count, Interior Minister Ali Yerlikaya said on X, adding more than 250 first responders attended to the incident.
Investigators were looking into what caused the blaze, authorities said.
ຟໍຣັມສະແດງຄວາມຄິດເຫັນ