ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໄບເດັນ ຕ້ອນຮັບຜູ້​ນຳຟິນແລນ ແລະ ສະວີເດັນຢູ່ທີ່ທຳນຽບຂາວ ຫລັງ​ຈາກ ເຂົາ​ເຈົ້າ​ຍື່ນໃບສະໝັກເຂົ້າເປັນສະມາຊິກ ອົງການເນໂຕ້ແລ້ວ


ເລຂາທິການໃຫຍ່ຂອງອົງການເນໂຕ້, ທ່ານເຈນສ໌ ສໂຕນເທັນເບີກເຂົ້າ​ຮ່ວມ​ພິ​ທີ​ທີ່​ເປັນ​ຂີດ​ໝາຍສຳ​ຄັນ​ສຳ​ລັບ​ການໃບສະໝັກເຂົ້າເປັນສະມາຊິກອົງການເນໂຕ້ຂອງຟິນແລນ ແລະ​ສະ​ວີ​ເດັນ ທີ່​ນະ​ຄອນຫລວງ Brussels ຂອງ​ແບ​ລ​ຈຽມ, ວັນ​ທີ 18 ພຶດ​ສະ​ພາ, 2022
ເລຂາທິການໃຫຍ່ຂອງອົງການເນໂຕ້, ທ່ານເຈນສ໌ ສໂຕນເທັນເບີກເຂົ້າ​ຮ່ວມ​ພິ​ທີ​ທີ່​ເປັນ​ຂີດ​ໝາຍສຳ​ຄັນ​ສຳ​ລັບ​ການໃບສະໝັກເຂົ້າເປັນສະມາຊິກອົງການເນໂຕ້ຂອງຟິນແລນ ແລະ​ສະ​ວີ​ເດັນ ທີ່​ນະ​ຄອນຫລວງ Brussels ຂອງ​ແບ​ລ​ຈຽມ, ວັນ​ທີ 18 ພຶດ​ສະ​ພາ, 2022

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນຕ້ອນຮັບປະທານາທິບໍດີຟິນແລນ, ທ່ານຊາວ​ລີ ນີ​ນິ​ສ​ໂຕ (Sauli Niinistö) ແລະນາຍົກລັດຖະມົນຕີສະວີເດັນ, ທ່ານນາງແມັກ​ດາ​ເລນ​ນາ ແອນ​ເດິສ​ສັນ (Magdalena Andersson) ໃນວັນ ພະຫັດມື້ນີ້ ຢູ່ທີ່ທຳນຽບຂາວກ່ຽວກັບໃບສະໝັກເຂົ້າເປັນສະມາຊິກອົງການເນໂຕ້ຂອງ​ປະ​ເທດ​ເຂົາ​ເຈົ້າ, ການສະໜັບສະໜູນດ້ານຄວາມໝັ້ນຄົງຂອງຢູເຄຣນ ແລະຢູໂຣບ.

ທ່ານໄບ​ເດັນ ໃນວັນພຸດວານນີ້ ໄດ້ຍ້ອງຍໍອັນທີ່ທ່ານເອີ້ນວ່າ “ການຕັດສິນໃຈ ທີ່ສຳຄັນ” ຂອງສະວີເດັນແລະຟິນແລນ ພາຍຫຼັງທີ່ພວກເຂົາ​ເຈົ້າໄດ້ຂໍສະໝັກ ເຂົ້າເປັນສະມາຊິກຂອງພັນທະມິດທາງທະຫານຂອງອົງການເນໂຕ້ຢ່າງເປັນ ທາງການເພື່ອເປັນ​ການຕອບໂຕ້ ຕໍ່ການຮຸກຮານຂອງຣັດເຊຍໃນຢູເຄຣນ.

ທ່ານໄບ​ເດັນກ່າວ​ວ່າ “ຂ້າພະ​ເຈົ້າ​ຍິນ​ດີ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະສະໜັບສະໜູນ​ ຢ່າງ​ແຂງ​ແຮງ​ຕໍ່​ການ​ຂໍສະ​ຫມັກ​ເຂົ້າ​ເປັນ​ສະມາຊິກ​ອົງ​ການເນ​ໂຕ້ອັນ​ເປັນ​ປະຫວັດ ສາດ​ຈາກຟິນ​ແລນ ແລະ​ສະວີເດັນ ແລະຫວັງ​ວ່າ​ ຈະ​ຮ່ວມ​ມື​ກັບ​ລັດສະພາ​ຂອງສະ ຫະລັດ ​ແລະບັນດາ​ພັນທະ​ມິດເນ​ໂຕ້​ເພື່ອ​ນຳ​ເອົາຟິນ​ແລນ ​ແລະສະວີ​ເດັນ​ເຂົ້າໄປ​ເປັນ​ພັນທະ​ມິດຂອງ​ກຸ່ມ​ປ້ອງ​ກັນ​ປະ​ເທດ​ທີ່​ເຂັ້​ມແຂງ​ທີ່​ສຸດ​ໃນ​ປະຫວັດສາດ.

ຢູ່ກອງປະຊຸມໃນວັນພຸດວານນີ້ທີ່ທຳ​ນຽບ​ຫ້າ​ແຈນັ້ນ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ, ທ່ານລອຍ ອອ​ສ​ຕິນກ່າວຕໍ່ຄູ່ຮ່ວມຕຳ​ແໜ່ງ​ຝ່າຍ​ສະ​ວີ​ເດັນ, ທ່ານພີ​ເຕີ ຮຸນ​ຄ໌​ວິ​ສ​ທ໌ (Peter Hultqvist) ວ່າ "ພວກເຮົາຫວັງວ່າຈະໄດ້ເຫັນ​ການປະ ກອບສ່ວນຂອງທ່ານ ເຂົ້າໃນພັນທະມິດ ຂອງອົງການເນໂຕ້."

ທ່ານຮຸນ​ຄ໌​ວິ​ສ​ທ໌ ກ່າວວ່າສະວີເດັນໄດ້ໃຊ້ສິດໃນການຕັດ​ສິນ​ໃຈຂອງ​ຕົນໃນ​ການສະຫນອງຄວາມໝັ້ນ​ຄົງ​ໃຫ້ແກ່ຕົນ.

ທ່ານຮຸນ​ຄ໌​ວິ​ສ​ທ໌ ກ່າວອີກວ່າ “ນີ້​ແມ່ນ​ເວລາ​ທີ່​ປະຊາທິປະ​ໄຕ​ຂອງ​ຢູ​ໂຣບ​ແລະ ອາ​ເມ​ຣິ​ກາ​ເໜືອ​ຕ້ອງ​ຢືນ​ຢູ່​ຮ່ວມ​ກັນ ​ຕ້ານ​ການ​ຮຸກ​ຮານຢ່າງ​ໂຈ່ງ​ແຈ້ງ​ຂອງຣັດ​ເຊຍ.”

ເລຂາທິການໃຫຍ່ຂອງອົງການເນໂຕ້, ທ່ານເຈນ​ສ໌ ສ​ໂຕນ​ເທັນ​ເບີກ (Jens Stoltenberg) ໄດ້ປະກາດໃນວັນພຸດວານນີ້ ທີ່ສໍານັກງານໃຫຍ່ຂອງພັນທະມິດ ໃນນະຄອນຫລວງບ​ຣັ​ສ​ເຊີ​ລ​ສ໌ ຊຶ່ງ​ມີເອກອັກຄະລັດຖະທູດຂອງທັງສອງປະເທດ ຢືນ​ຢູ່​ຄຽງຂ້າງ ຫຼັງຈາກໄດ້ຮັບ​ໃບຄຳ​ຮ້ອງຢ່າງເປັນທາງການຂອງ​ເຂົາ​ເຈົ້າ​ແລ້ວ.

ທ່ານກ່າວວ່າ "ນີ້ແມ່ນມື້ສັນ​ວັນ​ດີຂອງຊ່ວງເວລາ ທີ່ສໍາຄັນສໍາລັບຄວາມໝັ້​ນ​ຄົງ ຂອງພວກເຮົາ". “ບັນດາ​ປະ​ເທດ​ພັນທະ​ມິດ​ລ້ວນ​ແຕ່​ເຫັນ​ດີ​ເຫັນ​ພ້ອມນຳ​ກັນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຂະຫຍາຍເນ​ໂຕ້ອອກ​ໄປ. ພວກເຮົາທຸກຄົນເຫັນດີວ່າ ພວກເຮົາຕ້ອງຢືນຢູ່ນຳກັນ. ​ແລະ​ພວກ​ເຮົາ​ລ້ວນ​ແຕ່​ເຫັນ​ດີ​ວ່າ ​ນີ້​ແມ່ນ​ເປັນ​ຊ່ວງ​ເວລາ​ໃນ​ທາງປະຫວັດສາດ​ທີ່​ພວກ​ເຮົາ​ຕ້ອງ​ຍຶດເອົາ​ໄວ້.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG