ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດຟິນແລນ ແລະສະວີເດັນ ໄດ້ຍື່ນຄຳຮ້ອງ ຂໍເຂົ້າຮ່ວມ ອົງການເນໂຕ້ ຢ່າງເປັນທາງການ


ເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນສ໌ ສະໂຕລເຕັນເບີກ ເຂົ້າຮ່ວມພິທີທີ່ເປັນຂີດໝາຍ ການຍື່ນເອກະສານຂໍສະໝັກເຂົ້າຮ່ວມເປັນສະມາຊິກອົງການເນໂຕ້ຂອງປະເທດຟິນແລນ ແລະສະວີເດັນ ໃນນະຄອນຫຼວງບຣັສເຊີລ ຂອງແບລຈ້ຽມ, ວັນທີ 18 ພຶດສະພາ 2022.
ເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນສ໌ ສະໂຕລເຕັນເບີກ ເຂົ້າຮ່ວມພິທີທີ່ເປັນຂີດໝາຍ ການຍື່ນເອກະສານຂໍສະໝັກເຂົ້າຮ່ວມເປັນສະມາຊິກອົງການເນໂຕ້ຂອງປະເທດຟິນແລນ ແລະສະວີເດັນ ໃນນະຄອນຫຼວງບຣັສເຊີລ ຂອງແບລຈ້ຽມ, ວັນທີ 18 ພຶດສະພາ 2022.

ປະເທດຟິນແລນ ແລະສະວີເດັນ ໄດ້ຍື່ນເອກະສານຂໍສະ​ໝັກເປັນສະມາຊິກໃນອົງການສົນທິສັນຍາແອັດແລນຕິກເໜືອ ຫຼື NATO ທີ່ເປັນກອງກຳລັງທະຫານພັນທະມິດ ຈາກບັນດາປະເທດໃນຢູໂຣບ ຢ່າງເປັນທາງການ ຊຶ່ງເກີດຂຶ້ນຍ້ອນການບຸກລຸກຢູເຄຣນຂອງຣັດເຊຍ.

ເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນສ໌ ສະໂຕລເຕັນເບີກ ໄດ້ປະກາດ ໃນວັນພຸດມື້ນີ້ ຢູ່ທີ່ສຳນັກງານໃຫຍ່ຂອງກອງກຳລັງພັນທະມິດ ໃນນະຄອນຫຼວງ ບຣັສເຊີລ ໂດຍມີເອກອັກຄະລັດຖະທູດ ຈາກທັງສອງປະເທດດັ່ງກ່າວ ຢືນຢູ່ຄຽງຂ້າງ ຫຼັງຈາກທີ່ໄດ້ຮັບເອກະສານຄຳຮ້ອງຢ່າງເປັນທາງການແລ້ວ.

ທ່ານສະໂຕລເຕັນເບີກ ໄດ້ກ່າວວ່າ “ມື້ນີ້ ເປັນວັນທີ່ດີ ໃນຊ່ວງເວລາທີ່ສຳຄັນຢ່າງຍິ່ງສຳລັບຄວາມປອດໄພຂອງພວກເຮົາ. ພັນທະມິດທັງໝົດ ເຫັນດີນຳຄວາມສຳຄັນຂອງການເສີມຂະຫຍາຍອົງການເນໂຕ້. ພວກເຮົາ ທັງໝົດຕົກລົງເຫັນດີວ່າ ພວກເຮົາຕ້ອງຢືນຢູ່ຮ່ວມກັນ. ແລະພວກເຮົາທັງໝົດຕົກລົງເຫັນດີວ່າ ມື້ນີ້ ເປັນຊ່ວງປະຫວັດສາດ ຊຶ່ງພວກເຮົາຕ້ອງຮັບເອົາ.”

ສະພາແຫ່ງຊາດຂອງຟິນແລນ ໄດ້ລົງຄະແນນສຽງຕໍ່ການເຂົ້າຮ່ວມໃນອົງການເນໂຕ້ ຢ່າງຖ້ວມລົ້ນ ເມື່ອຕອນເຊົ້າຂອງວັນພຸດມື້ນີ້ ກ່ອນໜ້າ ການປະກາດຂອງທ່ານສະໂຕລເຕັນເບີກ ດ້ວຍຄະແນນສຽງ 188 ຕໍ່ 8.

ເອກະສານຄຳຮ້ອງຂອງ ຟິນແລນແລະສະວີເດັນ ເປັນຂີດໝາຍປະຫວັດສາດຂອງການປ່ຽນທ່າທີຈາກທີ່ເຄີຍເປັນກາງ ມາຍາວນານຫຼາຍທົດສະວັດ ນັບຕັ້ງແຕ່ສົງຄາມເຢັນພຸ້ນ. ແຕ່ການຕັດສິນໃຈຮຸກຮານປະເທດເພື່ອນບ້ານຢູເຄຣນຂອງ ມົສກູ ໃນວັນທີ 24 ກຸມພາ ນັ້ນ ໄດ້ສ້າງຄວາມຢ້ານກົວ ໃນທັງສອງປະເທດດັ່ງກ່າວ ໂດຍສະເພາະຢູ່ໃນຟິນແລນ ຊຶ່ງທັງຣັດເຊຍແລະຟິນແລນມີຊາຍແດນທີ່ຍາວຢຽດຮ່ວມກັນ.

ສາມສິບປະເທດສະມາຊິກທັງໝົດຂອງອົງການເນໂຕ້ ຄາດວ່າ ຈະພິຈາລະນາເອກະສານຄຳຮ້ອງຢ່າງວ່ອງໄວ ຊຶ່ງຂັ້ນຕອນນີ້ ໂດຍທຳມະດາແລ້ວ ໃຊ້ເວລາເຖິງນຶ່ງປີ.

ແຕ່ ປະທານາທິບໍດີເທີກີ ທ່ານໄຕຢິບ ເອີໂດອານ ໄດ້ສະແດງທ່າທີ ບໍ່ເຫັນດີກ່ຽວກັບປະເທດເພື່ອນບ້ານໃນເຂດທະ​ເລບາລຕິກ ເຂົ້າຮ່ວມກຸ່ມພັນທະມິດ ໂດຍກ່າວຫາພວກເຂົາໃນການໃຫ້ບ່ອນພັກພິງແກ່ “ພວກກໍ່ການຮ້າຍ” ແລະໄດ້ວາງມາດຕະການລົງໂທດຕ່າງໆຕໍ່ເທີກີ.

ປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ໄດ້ກ່າວເຕື່ອນປະເທດຕາເວັນຕົກວ່າ ມົສກູ ຈະຕອບໂຕ້ ຖ້າຫາກອົງການເນໂຕ້ ເສີມກຳລັງທະຫານຂອງຕົນທີ່ມີໜ້າຢູ່ໃນ ຟິນແລນແລະສະວີເດັນ ຫຼັງຈາກສອງປະເທດນໍດິກນີ້ ໄດ້ປະກາດໃນວັນອາທິດຜ່ານມານີ້ ວ່າ ພວກເຂົາເຈົ້າຢາກຈະເຂົ້າຮ່ວມ ກອງກຳລັງທະຫານພັນ​ທະ​ມິດຕາເວັນຕົກ ທີ່ຄອບງຳໂດຍສະຫະລັດ.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຈະສະເໜີໃຫ້ການສະໜັບສະໜຸນເປັນການສ່ວນຕົວ ໃນເວລາທີ່ທ່ານພົບປະ ກັບນາຍົກລັດຖະມົນຕີສະວີເດັນ ທ່ານນາງ ແມັກດາລີນາ ແອນເດີສັນ ແລະປະທານາທິບໍດີ ຊາວລີ ນີອີນິສໂຕ ຂອງ ຟິນແລນ ໃນວັນພະຫັດມື້ອື່ນນີ້ ຢູ່ທີ່ທຳນຽບຂາວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG