ໃນວັນພະຫັດວານນີ້ ລັດເທັກຊັສໄດ້ກ່າງສັ່ງລາລູກຊາຍຜູ້ທີ່ມີຄວາມນິຍົມຊົມຊອບກັນ
ຫລາຍ, ທ່ານຈອຣ໌ຈ ເອສ ເຮີເບີຣຕ໌ ວັອກເກີ ບຸຊ ຢູ່ພິທີ່ສົ່ງສະການໃນນະຄອນຮຸສເຕີນ,
ລັດເທັກຊັສ ກ່ອນທີ່ຈະນຳເອົາສົບຂອງທ່ານດ້ວຍລົດໄຟໄປຫາບ່ອນຝັງທີ່ເປັນແຫ່ງ
ສຸດທ້າຍທີ່ທ່ານຈະໄດ້ນອນຢູ່ຢ່າງສະຫງົບ.
ຫີບສົບຂອງປະທານາທິບໍດີຄົນທີ 41 ທີ່ປົກຫຸ້ມດ້ວຍທຸງຊາດໄດ້ເອົາໄປດອຍຄ້າງຄືນ
ໄວ້ ກ່ອນໜ້າພິທີສົ່ງສະການຢູ່ໂບດຮຸສເຕີນ ເພື່ອໃຫ້ຜູ້ໄວ້ອາໄລພາກັນລຽນແຖວຜ່ານ
ໄປເບິ່ງ ແລະທຳການເຄົາລົບ.
ຫຼັງຈາກເສັດພິທີ ຫີບສົບກໍໄດ້ເອົາໃສ່ລົດໄຟທີ່ອອກແບບມາເປັນພິເສດແລ້ວເດີນທາງ
ໄປທາງພາກເໜືອ 120 ກິໂລແມັດ ເຂົ້າສູ່ເມືອງໂຄລເລສ ສະເຕສັນ ເພື່ອທຳພິທີ່ຝັງສົບ
ໃນດິນຂອງຫໍສະມຸດປະທານາທິບໍດີ ຂອງມະຫາວິທະຍາໄລ A&M.
ມັນເປັນເທື່ອທຳອິດທີ່ລົດໄຟໄດ້ໃຊ້ບັນທຸກເອົາສົບຂອງປະທານາທິບໍດີໄປ ນັບແຕ່ມີການ
ໃຊ້ຂົນສົ່ງສົບຂອງປະທານາທິບໍດີເດີໄວຮຕ໌ ອາຍເຊັນຮາເວີຮ໌ ຈາກນະຄອນຫຼວງວໍຊິງ
ຕັນ ໄປສູ່ບ້ານເກີດຂອງທ່ານທີ່ລັດແຄນຊັສໃນ 49 ປີກ່ອນ.
ລົດໄຟທີ່ເປັນກະຈົກຢູ່ທາງຂ້າງໄດ້ຖືກຕ້ອນຮັບໃນເວລາມາໄປເຖິງ ດ້ວຍສຽງເສບຂອງ
ກອງດຸລິຍາງທີ່ຫຼິ້ນເພງ Hail to the Chief ແລະ ເພັງ Aggie War Hymn ຂອງມະ
ຫາວິທະຍາໄລ A&M ເທັກຊັສ.
ທະຫານເຮືອໄດ້ຍິງໃຊ້ເຮືອບິນສູ້ລົບ 21 ລຳບິນຂຶ້ນຟ້າ ເພື່ອເປັນການຄຳນັບນັກບິນ
ກອງທັບເຮືອສົງຄາມໂລກຄັ້ງທີສອງ ຕິດຕາມດ້ວຍການໄດ້ຍິງປືນໃຫຍ່ 21 ນັດ ເພື່ອ
ໃຫ້ຄວາມເຄົາລົບຢູ່ໜ້າດິນ.
ທ່ານບຸຊໄດ້ຝັງໄວ້ຢູ່ຄຽງຂ້າງພັນລະຍາຂອງທ່ານທີ່ແຕ່ງງານກັນເປັນເວລາ 73 ປີ, ທ່ານ
ນາງບາຣບາຣາ ຜູ້ທີ່ໄດ້ເສຍຊີວິດໃນຕົ້ນປີນີ້ ແລະລູກສາວນ້ອຍນາງໂຣບິນ ຜູ້ທີ່ໄດ້ເສຍ
ຊີວິດຍ້ອນພະຍາດມະເຮັງກິນເລືອດແຕ່ເວລາອາຍຸ 3 ປີ.
ຢູ່ທີ່ໂບດບ່ອນທີ່ຢູ່ໃນບ້ານເມືອງຂອງທ່ານບຸຊ ເພື່ອນຂອງທ່ານເປັນເວລາ 60 ປີ, ອະ
ດີດລັດຖະມົນຕີຕ່າງປະເທດ ທ່ານເຈມສ໌ ເບກເກີຣ ກ່າວຕໍ່ຜູ້ໄວ້ອາໄລ 1,200 ຄົນວ່າ
ທ່ານບຸຊ “ໄດ້ມີຄວາມກ້າຫານເປັນນັກລົບ ແຕ່ວ່າຄວາມກ້າຫານທີ່ຍິ່ງໃຫຍ່ກວ່ານັ້ນ
ແມ່ນເປັນຜູ້ເຮັດຄວາມສະຫງົບ.”
ທ່ານເບກເກີ ກ່າວວ່າທ່ານບຸຊ ຂຶ້ນກຳຕຳແໜ່ງໃນປີ 1991 ຊຶ່ງເປັນເວລາທີ່ກຳແພງຂອງ
ນະຄອນເບີຣລິນ ທີ່ແບ່ງແຍກປະຊາທິປະໄຕເຢຣະມັນຕາເວັນຕົກ ຈາກຄອມມິວນິສເຢ
ຣະມັນຕາເວັນອອກນັ້ນ ພັງລົງ ໂດຍໄດ້ເຂົ້າໃຈວ່າການມີຄວາມສົງສານມະນຸດດ້ວຍກັນ
ຕໍ່ຝ່າຍກົງກັນຂ້າມ “ເປັນເສັ້ນທາງທີ່ດີເລີດ.”