ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຟິລິບປີນ ປະທ້ວງຈີນ ທີ່ກຸງມະນີລາ


ພວກປະທ້ວງກໍາລັງພາກັນເດີນຂະບວນໄປສູ່ກົງສຸນຈີນ ໃນຂະນະທີ່ ມີການປະທ້ວງ ຢູ່ທີ່ຄຸ້ມ Makati ໃນກຸງມະນິລາ ຟິລິບປີນ, ທີ 11 2012.
ພວກປະທ້ວງກໍາລັງພາກັນເດີນຂະບວນໄປສູ່ກົງສຸນຈີນ ໃນຂະນະທີ່ ມີການປະທ້ວງ ຢູ່ທີ່ຄຸ້ມ Makati ໃນກຸງມະນິລາ ຟິລິບປີນ, ທີ 11 2012.

ພວກ​ປະ​ທ້ວງຫລາຍ​ຮ້ອຍ​ຄົນ​ ພາກັນ​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ສະຖານ​ທູດຈີນ ​ໃນ​ກຸງ​
ມະນີ​ລາ ​ໃນ​ວັນ​ສຸກມື້ນີ້ ​ເພື່ອ​ສະ​ແດງ​ອອກ​ໃນການສະໜັບ ສະໜຸນຟິລິບ​ປີນທີ່​ກໍາ
ລັງ​ປະ​ເຊີນ​ໜ້າ​ກັບ​ຈີນກ່ຽວ​ກັບໝູ່​ເກາະ​ທີ່​ຍັງ​ເປັນ​ບັນຫາໂຕ້​ຖຽງ​ກັນ ຢູ່ໃນ​ທະ​ເລ
​ຈີນ​ໃຕ້.

ພວກ​ປະ​ທ້ວງ​ຫຼາຍໆ​ຄົນ​ພາກັນ​ແກ່ວງ​ທຸງຂອງ​ປະ​ເທດ​ໃຫ້​ໂບກ​ສະ​ບັດ ​ໄປມາພ້ອມ​
ທັງຮ້ອງຄຳ​ຂວັນ​ປະນາມຈີນ ​ແລະ​ພາກັນ​ຖື​ປ້າຍຮຽກຮ້ອງ ໃຫ້ລັດຖະບານ​ຈີນຖອນ​
ເຮືອ​ຂອງ​ເຂົາ​ເຈົ້າ​ອອກໄປຈາກບໍລິ​ເວນໝູ່​ເກາະ ​Scarborough ທີ່​ຍັງ​ມີ​ການ​ຂັດ
​ແຍ້​ງກັນຊຶ່ງຊາວ​ຟິລິບ​ປີນ​ຮູ້ຈັກ​ໃນ​ນາມ ໝູ່​ເກາະ Panatag.

ຜູ້​ນໍາພາ​ການ​ປະ​ທ້ວງທ່ານ Emman Hizon ກ່າວ​ວ່າ ລາວ​ຕ້ອງການ​ຢາກ​ໃຫ້​ປະ
ຊາ​ຄົມນາໆ​ຊາດ ຊ່ວຍ​ແກ້ໄຂ​ການ​ຂັດ​ແຍ້​ງທີ່​ດຳ​ເນີນ​ມາ​ໄດ້​ນຶ່ງເດືອນ​ແລ້ວນັ້ນ.

ຮູບຖ່າຍທາງອາກາດຂອງເກາະ Pagasa ຊຶ່ງເປັນສ່ວນນຶ່ງ ຂອງໝູ່ເກາະ Spratly ທີ່ມີການຂັດແຍ້ງ ໃນທະເລຈີນໃຕ້ ຕັ້ງຢູ່ນອກແຄມຝັ່ງທະເລກໍ້າ ຕາເວັນຕົກຂອງຟີລິບປິນ
ຮູບຖ່າຍທາງອາກາດຂອງເກາະ Pagasa ຊຶ່ງເປັນສ່ວນນຶ່ງ ຂອງໝູ່ເກາະ Spratly ທີ່ມີການຂັດແຍ້ງ ໃນທະເລຈີນໃຕ້ ຕັ້ງຢູ່ນອກແຄມຝັ່ງທະເລກໍ້າ ຕາເວັນຕົກຂອງຟີລິບປິນ

ຈີນ ​ໄດ້​ອອກ​ປະກາດ​ເຕືອນ​ກ່ຽວ
​ກັບ​ຄວາມ​ປອດ​ໄພ ໃຫ້ແກ່ປະຊາ
ຊົນ​ຈີນທີ່ຢູ່​ໃນ​ຟິລິບ​ປີນ​ແລະ​ຮຽກ
ຮ້ອງໃຫ້​ກຸງມະນີ​ລາຄໍ້າປະກັນ​ວ່າ​
ການ​ປະ​ທ້ວງ​ ໃຫ້​ຢູ່​ໃນ​ຄວາມສ​ະ
ຫງົບ ​ແຕ່ແນວ​ໃດ​ກໍ​ຕາມປະກົດ
​ວ່າການ​ປະ​ທ້ວງໄດ້​ມີ​ຜູ້​ເຂົ້າຮ່ວມ
​ໃນຈໍານວນ​ໜ້ອຍກວ່າທີ່ໄດ້ຄາດ
​ເອົາ​ໄວ້ ​ແລະ ​ບໍ່​ມີ​ການ​ລາຍ​ງານ​
ເຖິງ​ຄວາ​ມຮຸນ​ແຮງ​ແຕ່​ປະການ​ໃດ

ທີ່​ກຸງປັກ​ກິ່ງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນ ທ່ານ Hong Lei ​ໄດ້ຖິ້ມ​ໂທດ​
ໃສ່ລັດຖະບານຟິລິບ​ປີນ ທີ່ຊັກ​ຊວນໃຫ້​ມີ​ການປະ​ທ້ວງ ຊຶ່ງ​ທ່ານ​ກ່າວ​ວ່າ ​ເຮັດ​ໃຫ້​
ສະຖານະການ​ທະວີ​ຄວາມ​ຮ້າຍ​ແຮງ​ຂື້ນນັ້ນ.

ຂະນະ​ດຽວ​ກັນ ກໍ​ມີ​ຊາວ​ຈີນ​ຈຳນວນ​ນຶ່ງ​ໂຮມ​ຊຸມນຸມປະ​ທ້ວງ​ຢູ່​ນອກ​ສະ ຖານ​ທູດ
​ຟີ​ລິບ​ປິນທີ່​ກຸງ​ປັກກິ່ງ​ໃນ​ວັນ​ສຸກ​ມື້ນີ້ ທ່າມກາງ​ການ​ຍາມ​ຮັກສາ ຄວາມ​ປອດ​ໄພ
​ຢ່າງ​ເຄັ່ຄັດ​ຂອງ​ຕຳຫຼວດ.

XS
SM
MD
LG