ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ສູ້​ລົບ​ກັນ ໄດ້​ຢຸດ​ສະ​ງັກ ຫຼັງ​ຈາກ ການ​ບຸກ​ໂຈມ​ຕີ ຄັ້ງ​ສຸດ​ທ້າຍ ຕໍ່​ ຕ​ຣີ​ໂປ​ລີ ບໍ່​ສາ​ມາດ​ຍຸ​ຕິ ສົງ​ຄາມ​ໄດ້


​ກຳ​ລັງ​ຂອງ​ຕ​ຣີ​ໂປ​ລີ ກຽມ​ພ້ອມ​ອາ​ວຸດ ເພື່ອ​ຕໍ່​ສູ້​ກັບ ກຳ​ລັງ​ຝ່າຍ​ຕາ​ເວັນ​ອອກ ທີ່​ນຳ​ພາ​ໂດຍ ທ່ານ​ຄາ​ລີ​ຟາ ຮັ​ຟ​ຕາ​ຣ ເມື່ອ​ວັນ​ທີ 14 ​ທັນ​ວາ 2019. (Courtesy - GNA soldiers)
​ກຳ​ລັງ​ຂອງ​ຕ​ຣີ​ໂປ​ລີ ກຽມ​ພ້ອມ​ອາ​ວຸດ ເພື່ອ​ຕໍ່​ສູ້​ກັບ ກຳ​ລັງ​ຝ່າຍ​ຕາ​ເວັນ​ອອກ ທີ່​ນຳ​ພາ​ໂດຍ ທ່ານ​ຄາ​ລີ​ຟາ ຮັ​ຟ​ຕາ​ຣ ເມື່ອ​ວັນ​ທີ 14 ​ທັນ​ວາ 2019. (Courtesy - GNA soldiers)

ລີ​ເບຍ ມີ​ສອງ​ລັດ​ຖະ​ບານ. ເຂົາ​ເຈົ້າແມ່ນ​ກຳ​ລັງ​ສູ້​ລົບ​ກັນ ແລະ​ທັງ​ສອງ ​ກໍ​ມີ​ຊ່ອງ​ຂ່າວ​ໂທ​ລະ​ພາບ​ຂອງ​ໃຜ​ລາວ.

ຢູ່ໃນຊ່ອງ​ທີ່​ສະ​ໜັບ​ສະ​ໜຸນ ກອງ​ທັບ​ແຫ່ງ​ຊາດ​ຂອງ​ລີ​ເບຍ ຫຼື LNA ຊຶ່ງ​ຄວບ​ຄຸມ​ພາກ​ພື້ນ​ກ້ຳ​ຕາ​ເວັນ​ອອກ​ຂອງ​ລີ​ເຍຍ ທີ່​ມີຜູ້​ສະ​ເໜີ​ຂ່າວ​ ໃສ່​ຊຸດ​ທະ​ຫານ ໃນ​ວັນ​ອາ​ທິດ​ວານນີ້ ໄດ້​ນັ່ງ​ຢູ່​ດ້ານ​ໜ້າ​ຂອງ​ຮູບ​ພາບ​ບັນ​ດາ​ທະ​ຫານ ອາ​ວຸດ ແລະ​ທີວ​ທັດ​ຂອງ​ນະ​ຄອນຫຼວງ​ລີ​ເບຍ. ຜູ້​ກ່ຽວ​ໄດ້​ກ່າວ​ໄປ​ວ່າ “ພວກ​ເຮົາ​ກຳ​ລັງເຂົ້າ​ໄປ​ໃນ ຕ​ຣີ​ໂປ​ລີ.”

ສ່ວນ​ຢູ່​ໃນ​ຊ່ອງ​ທີ່​ສະ​ໜັບ​ສະ​ໜຸນ ລັດ​ຖະ​ບານແຫ່ງ​ຊາດ​ທີ່​ໄດ້ຮັບ​ການຕົກ​ລົງ ຊຶ່ງ​ຄວ​ບ​ຄຸມ​ພ​າກ​ພື້ນ​ກ້ຳ​ຕາ​ເວັນ​ຕົກ ທີ່​ປະ​ກອບ​ດ້ວຍ​ນະ​ຄອນຫຼວງ ​ຕ​ຣີ​ໂປ​ລີ ຊຶ່ງ​ໂຄ​ສົກ​ໄດ້​ກ່າວ​ອ້າງວ່າ ການ​ບຸກ​ໂຈມ​ຕີ ໄດ້​ລົ້ມ​ແຫຼວ ແລະ​ກອງ​ກຳ​ລັງ​ຢູ່​ກ້ຳ​ຕ​າ​ເວັນ​ອອກ ຍັງ​ຄົງ​ຢູ່​ໃນ​ຊານ​ເມືອງ​ແຫ່ງ​ຕ່າງໆ. ທ່ານ​ໂຄ​ສົກ​ໄດ້​ກ່າວ​ວ່າ “ພວກ​ເຂົາ​ເຈົ້າ ບໍ່​ສາ​ມາດ​ເຂົ້າ​ມາ​ໄດ້.”

ສິ່ງ​ດຽວ​ທີ່​ທັງ​ສອງ​ສະ​ຖາ​ນີ​ໂທ​ລະ​ພາບ ເຫັນ​ດີ​ນຳ​ກັນ ກໍ​ແມ່ນ​ວ່າ ນັບ​ຕັ້ງ​ແຕ່ ທ່ານ​ຄາ​ລີ​ຟາ ຮັ​ຟ​ຕາ​ຣ ຜູ້​ນຳຂອງກອງ​ທັບ LNA ແລະ​ຫົວ​ໜ້າຂອງ​ລັດ​ຖະ​ບານຝ່າຍຕາ​ເວັນ​ອອກ ຕາມ​ສະ​ພາບ​ຄວາມ​ເປັນ​ຈິງ ໄດ້​ປະ​ກາດ​ວ່າ “ການ​ບຸກ​ໂຈມ​ຕີ​ຄັ້ງ​ສຸດ​ທ້າຍ” ຕໍ່​ຕ​ຣີ​ໂປ​ລີ ໃນ​ວັນ​ສຸກ​ຜ່ານ​ມາ ຊຶ່ງ​ໄດ້​ມີ​ການ​ຕໍ່​ສູ້​ກັນ. ບັນ​ດາ​ຜູ້​ສັງ​ເກດ​ການ ໃນ​ນະ​ຄອນຫຼວງ​ຕ​ຣີ​ໂປ​ລີ ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ ບໍ່​ໄດ້​ເຫັນ​ກອງ​ກຳ​ລັງ​ຂອງ​ທ່ານ​ຮັ​ຟ​ຕາ​ຣ ​ຄົນ​ໃດ​ຢູ່​ພາຍ​ໃນ​ຕ​ຣີ​ໂປ​ລີ ແຕ່​ພວກ​ເຂົາ​ເຈົ້າ ໄດ້ຍິນ​ການ​ໂຈມ​ຕີ​ທາງ​ອາ​ກາດ.

ແລະ​ບໍ່​ມີ​ຝ່າຍ​ໃດ​ທີ່​ກຳ​ລັງ​ສູ້​ລົບ​ກັນ​ຢູ່​ໃນ​ລີ​ເບຍ ເປັນ​ໄປ​ບໍ່​ໄດ້​ວ່າ ຈະໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ເດັດ​ຂາດ ໃນ​ເວ​ລາ​ອັນ​ໃກ້​ນີ້ ອີງ​ຕາມ​ບັນ​ດາ​ນັກ​ວິ​ເຄາະ ໃນ​ຂະ​ນະ​ທີ່ ບັນ​ດາ​ຕ່າງ​ປະ​ເທດ​ທີ່ມີ​ສ່​ວນພົວ​ພັນ ກໍ​ໄດ້​ເພີ້ມ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ພວກ​ເຂົາ​ເຈົ້າ ໃຫ້​ແກ່​ທັງ​ສອງ​ຝ່າຍ.

ທ່ານ​ຊີ​ອາດ ອາ​ກ​ລ໌ ນັກ​ຄົ້ນ​ຄວ້າ​ອະ​ວຸ​ໂສ ຢູ່​ສູນ​ກາງ​ສຶກ​ສາ​ດ້ານ​ການ​ເມືອງ​ແລະ​ຍຸດ​ທະ​ສາດ ອາ​ຣາມ ຜູ້​ທີ່​ເປັນ​ນັກ​ຊ່ຽວ​ຊານ​ດ້ານ​ລີເບຍ ໄດ້​ກ່າວ​ວ່າ “ການ​ສູ້​ລົບ​ກັນ ອາດ​ດຳ​ເນີນ​ຕໍ່​ໄປ​ໃນ​ແບບ​ທີ່​ຄ້າຍ​ຄື​ກັນ​ກັບ ການຊຸກຍູ້​ໄປແລະ​ກາ​ນ​ດຶງ​ກັບ​ມາ ທີ່​ຈະເປັນ​ແບບນີ້ ​ຍາວ​ນານ.”

ກຳ​ລັງ​ຂອງ​ທ່ານ​ຮັ​ຟ​ຕາ​ຣ ໄດ້​ບຸກ​ເຂົ້າ​ຄວບ​ຄຸມ​ຕ​ຣີ​ໂປ​ລີ ໃນ​ຕອນຕົ້ນ​ເດືອນ​ເມ​ສາ ແລະ​ນັບ​ຕັ້ງ​ແຕ່ນັ້ນ​ມາ ທັງ​ສອງ​ຝ່າຍ ກໍ​ໄດ້ຕໍ່​ສູ້​ກັນຢ່າງບໍ່​ໄປ​ບໍ່​ມາ ຢູ່​ໃນ​ເຂດຊາ​ນ​ເມືອງ​.

ນັບ​ຕັ້ງ​ແຕ່ນັ້ນ​ມາ ປະ​ຊາ​ຊົນຫຼາຍກວ່າ 2,000 ຄົນ ໄດ້​ຖືກ​ຂ້າ​ຕາຍ ຢູ່​ໃນ​ການ​ຕໍ່​ສູ້​ກັນ ລວມ​ມີ ພົນ​ລະ​ເຮືອນຫຼາຍ​ຮ້ອຍ​ຄົນ ແລະ​ປະ​ຊາ​ຊົນ​ປະ​ມານ 150,000 ຄົນ ກໍ​ໄດ້​ພາ​ກັນ​ຫລົບ​ໜີ​ອອກ​ຈາກ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG