ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ເຕືອນວ່າຜູ້ລະເມີດການຢຸດຍິງໃນ ຊູດານ ຈະຖືກນຳມາຮັບຜິດຊອບ ໃນຂະນະທີ່ຂໍ້ຕົກລົງຄັ້ງຫຼ້າສຸດລະຫວ່າງພັກຝ່າຍທີ່ຕໍ່ສູ້ກັນຂອງປະເທດ ບໍ່ສາມາດທີ່ຈະຄວບຄຸມໄດ້ຫຼັງຈາກມັນຖືກບັງຄັບໃຊ້. ພວກຜູ້ແທນຂອງກອງທັບ ຊູດານ ແລະ ກອງກຳລັງສະໜັບສະໜູນວ່ອງໄວທີ່ເປັນຄູ່ແຂ່ງ ໄດ້ຕົກລົງທີ່ຈະຢຸດຍິງ ເປັນເວລາ 7 ວັນເພື່ອອະນຸຍາດໃຫ້ເລີ້ມການບໍລິການທີ່ຈຳເປັນ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ. ນັກຂ່າວວີໂອເອພະແນກອາຟຣິກາ ມາຣຽມມາ ດີອາລໂລ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ຂໍ້ຕົກລົງຢຸດຍິງໃໝ່ສຸດ ທີ່ຖືກເຊັນໂດຍພັກຝ່າຍທີ່ຕໍ່ສູ້ກັນໃນ ຊູດານ ແມ່ນຜົນຂອງການເຈລະຈາທາງການທູດທີ່ເອົາຈິງເອົາຈັງ, ອີງຕາມການກ່າວໃນທວິດເຕີຂອງລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ.
ເຖິງແມ່ນວ່າຈະຖືກໄກ່ເກ່ຍໂດຍການສະໜັບສະໜູນຂອງ ສະຫະລັດ ແລະ ຊາອຸດີ ອາຣາເບຍ ກໍ່ຕາມ, ທ່ານ ບລິງເຄັນ ໄດ້ກ່າວວ່າ ມັນຂຶ້ນກັບພັກຝ່າຍທີ່ຕໍ່ສູ້ກັນທີ່ຈະປະຕິບັດການຢຸດຍິງດັ່ງກ່າວ.
ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວວ່າ “ຖ້າການຢຸດຍິງຖືກລ່ວງລະເມີດ, ພວກເຮົາກໍຈະຮູ້, ແລະ ພວກເຮົາຈະນຳເອົາຜູ້ລະເມີດມາຮັບຜິດຊອບຜ່ານມາດຕະການລົງໂທດຂອງພວກເຮົາ ແລະ ເຄື່ອງມືອື່ນໆຕາມທີ່ເຮົາຕ້ອງການ.”
ມັນໄດ້ເກີດຂຶ້ນຫຼັງຈາກນັກເຈລະຈາຂອງທັງສອງຝ່າຍ, ໄດ້ຕົກລົງກັນເປັນຄັ້ງທຳອິດ, ເພື່ອຕັ້ງກຸ່ມນັກຕິດຕາມການຢຸດຍິງນັ້ນ.
ດ້ວຍການຕໍ່ສູ້ທີ່ດຸເດືອດໃນທ້າຍອາທິດທີ່ຜ່ານມາ ແລະ ວັນຈັນນັ້ນ, ທູດພິເສດອົງການສະຫະປະຊາຊາດປະຈຳ ຊູດານ, ທ່ານ ໂວລເກີ ແພັດແທັສ, ໄດ້ກ່າວວ່າ ພັກຝ່າຍທີ່ຕໍ່ສູ້ກັນແມ່ນໄດ້ລະເມີດຂໍ້ຕົກລົງແລ້ວ ດ້ວຍການບໍ່ສາມາດຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າເພື່ອບໍ່ສະແຫວງຫາຄວາມໄດ້ປຽບທາງທະຫານ ໃນ ການດຳເນີນການຢຸດຍິງ 48 ຊົ່ວໂມງນັ້ນ.
ທ່ານ ຮາສຊານ ຄານເນັນເຈ, ຜູ້ອຳນວຍການຂອງສະຖາບັນສາກົນ ເພື່ອການສຶກສາແຜນຍຸດທະສາດຂອງແຫຼມຮອນອາຟຣິກາ ໃນປະເທດ ເຄັນຢາ ໄດ້ກ່າວວ່າ, ໂດຍພື້ນຖານແລ້ວ, ບໍ່ມີຝ່າຍໃດໃນສົງຄາມຂອງ ຊູດານ ມີຄວາມສົນໃຈທີ່ຈະຢຸດການເປັນປໍລະປັກກັນໃນເວລານີ້.
ທ່ານ ຄານເນັນເຈ ໄດ້ກ່າວວ່າ “ເຫດຜົນກໍຍ້ອນວ່າພາຍໃຕ້ສະຖານະການທີ່ເຮັດຫຍັງບໍ່ໄດ້ໃນປະຈຸບັນນີ້, ການຄິດໄລ່ກໍແມ່ນວ່າແຕ່ລະພັກຝ່າຍອາດເອົາປຽບຢ່າງໜ້ອຍຕໍ່ການຂະຫຍາຍຄວາມໄດ້ປຽບໃນສະໜາມລົບຂອງເຂົາເຈົ້າ ສະນັ້ນມັນຈຶ່ງສາມາດເສີມຂະຫຍາຍອຳນາດຂອງເຂົາເຈົ້າຢູ່ໂຕະເຈລະຈາໃນອະນາຄົດອັນໃກ້ນີ້. ດ້ວຍການມີຄວາມຄິດດັ່ງກ່າວໃນປັດຈຸບັນນີ້, ມັນຈຶ່ງບໍ່ມີໃຜມີຄວາມສົນໃຈທີ່ຈະຢຸດຍິງຢ່າງສິ້ນເຊີງໃນຈຸດນີ້.”
ທ່ານໄດ້ກ່າວຕໍ່ວີໂອເອວ່າສຳລັບການທີ່ຈະມີຂໍ້ຜູກມັດໃນການຢຸດຍິງນີ້, ມັນຕ້ອງມີຄວາມເປັນໄປໄດ້ໃນການບັງຄັບໃຊ້ມັນ, ແລະ ທ່ານກໍບໍ່ແນ່ໃຈວ່າມັນຈະມີວິທີທີ່ຈະຕິດຕາມສະຖານະການຢູ່ພາກພື້ນດິນຢ່າງມີປະສິດທິພາບຫຼືບໍ່.
ທ່ານ ຄານເນັນເຈ ກ່າວວ່າ “ໃນທິດສະດີມັນຟັງຄືດີຫຼາຍແຕ່ດຽວນີ້, ມັນມີບັນຫາເວລາທີ່ເວົ້າເຖິງການຄວບຄຸມກຸ່ມທະຫານບ້ານ, ທັງສອງຝ່າຍທີ່ໄດ້ສະໜັບສະໜູນກອງທັບ ພ້ອມກັບຜູ້ທີ່ສະໜັບສະໜູນກອງກຳລັງ RSF. ແລະ ເຖິງຂະໜາດທີ່ແມ່ນກະທັ້ງສອງກອງກຳລັງທີ່ຕໍ່ສູ້ກັນນັ້ນ, ເຂົາເຈົ້າແມ່ນບໍ່ມີການຄວບຄຸມທີ່ສົມບູນຕໍ່ທະຫານຊາຍ ແລະ ຍິງຂອງເຂົາເຈົ້າຖ້າມັນມີ, ເຊິ່ງໝາຍຄວາມວ່າມັນຈະຍາກເປັນຢ່າງຍິ່ງທີ່ຈະບັງຄັບໃຊ້ການຢຸດຍິງ.”
ໃນຂະນະດຽວກັນ, ບັນດາກຸ່ມຊ່ວຍເຫຼືອແມ່ນກຳລັງດີ້ນຮົນທີ່ຈະສະໜອງການຊ່ວຍເຫຼືອທີ່ຕ້ອງການຢ່າງຫຼວງຫຼາຍໃນຫຼາຍພາກສ່ວນຂອງປະເທດ.
ໃນເມືອງ ເຈເນນາ, ທາງພາກຕາເວັນຕົກຂອງເຂດ ດາຟົວ, ຜູ້ທີ່ບໍ່ມີບ່ອນຢູ່ອາໄສປະມານ 100,000 ຄົນແມ່ນໄດ້ຢູ່ພາຍໃຕ້ຄວາມຮຸນແຮງ, ທ່ານ ຄາລ໌ ເຊັມບຣີ ຈາກສະພາອົບພະຍົບ ນໍເວ ໄດ້ກ່າວຕໍ່ວີໂອເອ.
ທ່ານ ເຊັມບຣີ ໄດ້ກ່າວວ່າ “ສະຖານະການໃນເມືອງ ເຈເນນາ ແມ່ນຍັງຂ້ອນຂ້າງຫຼໍ່ແຫຼມ. ບັນດາເພື່ອຮ່ວມງານຂອງພວກເຮົາຕ້ອງໄດ້ຢູ່ໃນ ຫຼື ຫຼົບໜີອອກມາ. ມັນບໍ່ສາມາດຄວບຄຸມໄດ້ໃນອາທິດທີ່ຜ່ານມາ.”
ທ່ານ ເຊັມບຣີ ໄດ້ກ່າວວ່າທ່ານຫວັງວ່າການຢຸດຍິງຄັ້ງຫຼ້າສຸດນີ້ຈະມີຜົນກະທົບຢ່າງໃດຢ່າງນຶ່ງ. ແນວໃດກໍ່ຕາມທ່ານເວົ້າວ່າຄວາມຄາດຫວັງຂອງທ່ານແມ່ນບໍ່ສູງ.
ທ່ານ ເຊັມບຣີ ເວົ້າວ່າ “ບໍ່ແມ່ນວ່າພວກເຮົາໄດ້ເຫັນຜົນກະທົບໃດໆໃນປັດຈຸບັນຂອງການລະເມີດຄຳສັນຍາດົນກວ່ານຶ່ງເດືອນ ແລະ ຄວາມເວົ້າທີ່ເປົ່າຫວ່າງຈາກສອງພັກຝ່າຍໃນຄວາມຂັດແຍ້ງນີ້. ພວກເຮົາແມ່ນຢູ່ໃນຈຸດທີ່ຕອນນີ້ຄົນທີ່ບໍ່ມີບ່ອນຢູ່ອາໄສໃນເມືອງ ເຈເນນາ ແມ່ນລວມຢູ່ໃນຜູ້ທີ່ມີຄວາມສ່ຽງທີ່ສຸດ. ເຂົາເຈົ້າບໍ່ມີບ່ອນອື່ນໃຫ້ໄປ ແລະ ພວກເຮົາກໍບໍ່ສາມາດທີ່ຈະໃຫ້ການບໍລິການຊ່ວຍເຫຼືອໃດໆຢ່າງຊິ້ນເຊີງ ຍ້ອນຄວາມຮ້າຍແຮງຂອງການຕໍ່ສູ້.”
ອົງການແພດໝໍບໍ່ມີພົມແດນເວົ້າວ່າເຂົາເຈົ້າໄດ້ທຳການຜ່າຕັດເກືອບ 250 ຄັ້ງໃນນຶ່ງອາທິດເມື່ອບໍ່ດົນມານີ້. ຄົນໄຂ້ສ່ວນຫຼາຍທີ່ມາໂຮງໝໍທາງພາກໃຕ້ຂອງນະຄອນຫຼວງ ຄາທູມ ແມ່ນໄດ້ຮັບບາດເຈັບຈາກແຜຖືກປືນຍິງ ຫຼື ການບາດເຈັບທີ່ກ່ຽວຂ້ອງກັບການລະເບີດເມື່ອບໍ່ດົນມານີ້.
ອົງການສະຫະປະຊາຊາດກ່າວວ່ານັບຕັ້ງແຕ່ສົງຄາມໄດ້ເລີ່ມຂຶ້ນໃນກາງເດືອນເມສາທີ່ຜ່ານມາ, ພົນລະເຮືອນຫຼາຍກວ່າ 860 ຄົນແມ່ນຖືກຂ້າຕາຍ, ປະມານນຶ່ງລ້ານຄົນແມ່ນບໍ່ມີທີ່ຢູ່ອາໄສ ແລະ ສອງແສນຫ້າສິບພັນຄົນໄດ້ຫຼົບໜີໄປປະເທດທີ່ຢູ່ໃກ້ຄຽງ.