ເບິ່ງວີດິໂອພາສາອັງກິດກ່ຽວກັບເລື້ອງນີ້
ໃນປີ 1998, ທ້າວລໍເຣນສ໌ ແກຣິສັນ (Lawrence Garrison) ແລະນ້ອງຊາຍ ທ້າວລາ
ມ້ອນທ໌ (Lamont) ເປັນນັກສຶກສາທີ່ມະຫາວິທະຍາໄລ Howard ຢູ່ໃນນະຄອນຫລວງ
ວໍຊິງຕັນ. ພວກເຂົາເຈົ້າທັງສອງ ເຮັດວຽກໃຫ້ ກະຊວງຍຸດຕິທໍາ ແລະມີແຜນທີ່ຈະເຂົ້າຮຽນ
ໃນ ໂຮງຮຽນກົດໝາຍ. ແຕ່ວ່າ ຊາຍຜູ້ນຶ່ງທີ່ແປງລົດໃຫ້ເຂົາເຈົ້າ ຖືກຈັບໃນຂໍ້ຫາຄ້າຢາເສບ
ຕິດ. ຜູ້ກ່ຽວບອກ ພວກສືບສວນສອບສວນວ່າ ສອງອ້າຍນ້ອງແກຣິສັນ ໄດ້ມີສ່ວນກ່ຽວ
ຂ້ອງພົວພັນນໍາ.
ທ້າວ ລໍເຣນສ໌ ເວົ້າວ່າ: “ແລະພວກເຂົາເຈົ້າກໍສອບປາກຄໍາຂ້ອຍ. ໃນຕອນນັ້ນ ພວກ
ເຂົາເຈົ້າເອົາຮູບ Tito Abea ໃຫ້ຂ້ອຍເບິ່ງ ແລ້ວຖາມຂ້ອຍວ່າ ເຈົ້າເຄີຍເຫັນຄົນຜູ້ນີ້ບໍ່?
ຂ້ອຍຕອບວ່າ ‘ເຄີຍເຫັນ ລາວແປງລົດໃຫ້ຂ້ອຍ.’”
ຊາຍແປງລົດຜູ້ນັ້ນ ສາມາດຖືກຕັດສິນໂທດ ໃຫ້ຈໍາຄຸກດົນເຖິງ 10 ປີ ໄດ້ ຍ້ອນຂາຍຢາ
ເສບຕິດ. ມີວິທີດຽວທີ່ຈະສາມາດຫລຸດໄລຍະເວລາຕິດຄຸກລົງໄດ້ ກໍຄືບອກວ່າ ມີຜູ້ອື່ນ
ກ່ຽວຂ້ອງນໍາ ອິງຕາມກົດໝາຍສະຫະລັດ.
ພວກຕໍານິກົດໝາຍດັ່ງກ່າວ ເວົ້າວ່າ ຜູ້ທີ່ຕ້ອງສົງໃສວ່າ ລະເມີດກົດໝາຍ ຢາເສບຕິດນັ້ນ ມັກຈະກ່າວຫາຜູ້ອື່ນແບບຜິດໆ. ທ່ານນາງ ຈູລີ ສະຕວດ (Julie Stewart) ເປັນປະທານ
ຂອງ ສະມາຄົມບັນດາຄອບຄົວທີ່ຕໍ່ຕ້ານ ການບັງຄັບໃຫ້ຕັດສິນຈໍາຄຸກລະດັບຕໍ່າສຸດ.
ທ່ານນາງ ສະຕວດ ເວົ້າວ່າ “ສະນັ້ນ ພວກຖືກຈັບຈະບອກຊື່ຜູ້ໃດຜູ້ນຶ່ງທີ່ມີສ່ວນກ່ຽວ
ຂ້ອງພົວພັນນໍາ. ມີຢູ່ເລື້ອຍໆ ທີ່ເຂົາເຈົ້າເອີ່ຍຊື່ໃດຊື່ນຶ່ງ ທີ່ເຂົາເຈົ້າຕັ້ງຂຶ້ນມາເອງນັ້ນ
ຂຶ້ນມາແລະເວົ້າວ່າ ‘ເອີ ຜູ້ນັ້ນ ຜູ້ນີ້ ເປັນຄົນເຮັດ ເຈົ້າຮູ້ບໍ່--ຂ້ອຍຮູ້ ຂ້ອຍເຄີຍເຫັນລາວ
ເຮັດຄັ້ງນຶ່ງ.’”
ທ້າວລາມ້ອນທ໌ ແກຣີສັນ (Lamont Garrison) ຈໍາໄດ້ວ່າ ລາວໄດ້ຖືກສະເໜີ ໃຫ້ໂອກາດ ທີ່ຈະຫລຸດເວລາຈໍາຄຸກຂອງລາວລົງໄດ້.
ທ້າວລາມ້ອນທ໌ ເວົ້າວ່າ: “ແລະພວກເຂົາເຈົ້າເວົ້າວ່າ ‘ໂອເຄ ທ່ານ ແກຣີສັນ ມັນແມ່ນໂອ
ກາດຂອງເຈົ້າ ເຈົ້າຮູ້ບໍ່ ເພື່ອຊ່ວຍຕົວເຈົ້າເອງ’ ແລະຂ້ອຍກໍເວົ້າວ່າ ເອີ່ ເພື່ອຊ່ວຍຂ້ອຍເອງ? ເຈົ້າໝາຍຄວາມວ່າຈັ່ງໃດ?’ ‘ເອີ ເຈົ້າກໍຮູ້ດີ ເຈົ້າຮູ້ ຈັກດີວ່າ ນີ້ແມ່ນກ່ຽວກັບຫຍັງ ພວກເຈົ້າ
ເປັນຜູ້ທີ່ເຮັດຜິດ, ເຮັດນັ້ນເຮັດນີ້ຜິດ ເຈົ້າຮູ້ບໍ່ ເຈົ້າຕ້ອງບອກພວກເຮົາວ່າ ພວກເຈົ້າໄດ້
ເຮັດຫຍັງແດ່’ ຂ້ອຍຕອບວ່າ ພວກຂ້ອຍບໍ່ໄດ້ເຮັດຫຍັງຜິດ ສະນັ້ນ ກໍບໍ່ມີຫຍັງທີ່ຕ້ອງ
ເວົ້າໃຫ້ຟັງເລີຍ.”
ສານສູງສຸດຂອງສະຫະລັດ ທີ່ຕັ້ງຢູ່ນະຄອນຫລວງວໍຊິງຕັນ (AP Photo/J. Scott Applewhite)
ທ່ານນາງ ຈູລີ ສະຕວດ ກ່າວອີກເພີ້ມວ່າ: “ພວກເຂົາເຈົ້າເອີ້ນ ການເຮັດ ແນວນັ້ນວ່າ ເປັນ ເຄື່ອງມືທີ່ດີທີ່ສຸດຢູ່ໃນຄັງສໍາພາວຸດຂອງພວກເຂົາເຈົ້າ. ເພາະພວກເຂົາເຈົ້າ ສາມາດທີ່ຈະ
ຖືຄ້ອນຕີ ຕອກລົງໃສ່ຫົວຈໍາເລີຍ ແລະເວົ້າວ່າ ‘ຖ້າຫາກເຈົ້າ ບໍ່ເລືອກເອົາວ່າ ຈະບອກຂໍ້ມູນ
ໃຫ້ພວກເຮົາຮູ້ເພີ້ມ ເຕີມອີກ ພວກເຈົ້າກໍຈະໄດ້ຮັບໂທດອັນນີ້ ຄືຈໍາຄຸກຫ້າ ຫລື 10 ປີ.’”
ອ້າຍນ້ອງແກຣີສັນ ບໍ່ໄດ້ຖືກຕັ້ງຂໍ້ຫາວ່າ ມີຢາເສບຕິດຢູ່ໃນຄອບຄອງ ພຽງແຕ່ ຖືກຂໍ້ຫາຖານ
ສົມຮູ້ຮ່ວມຄິດ. ຄະນະກໍາມະສານສອບສວນຄະດີຂອງລັດຖະບານ ກາງຢູ່ລັດເວີຈີເນຍ ໄດ້
ລົງຄວາມເຫັນວ່າ ພວກເຂົາເຈົ້າ ມີຄວາມຜິດໃນຂໍ້ຫາດັ່ງກ່າວ ຍ້ອນອີງໃສ່ຄໍາເວົ້າຂອງຄົນແປງ
ລົດ ແລະອ້າຍຂອງຜູ້ກ່ຽວ. ທະນາຍ ຄວາມຂອງຝ່າຍລັດຖະບານ ບໍ່ໄດ້ສະແດງຫລັກຖານ
ອື່ນໃດອີກ ຕໍ່ສານ.
ທ່ານນາງ ຈູລີ ສະຕວດ ໃຫ້ຄໍາເຫັນອີກວ່າ: “ສະນັ້ນ, ຈຶ່ງວ່າມີເລື້ອງທີ່ຫລໍ່ແຫລມ ຢ່າງ
ຫລວງລາຍເຖິງຂັ້ນນັ້ນແຫລະ ກ່ຽວພັນກັບບັນຫາຢາເສບຕິດໂຄເຄນ ຈົນຂ້ອຍຄິດວ່າ ເຈົ້າສາມາດທີ່ຈະຈັບເອົາໃຜກໍໄດ້ມາດໍາເນີນຄະດີ ແລະຕັ້ງຂໍ້ຫາໃສ່ເຂົາເຈົ້າ, ຄື ກ່າວຫາ
ເຂົາເຈົ້າວ່າ ໄດ້ກະທໍາຜິດແບບໃດ ແບບນຶ່ງ ກ່ຽວກັບຢາໂຄເຄນ ແລ້ວກໍຕັດສິນວ່າ
ພວກເຂົາມີຄວາມຜິດ.”
ທ້າວ ລໍເຣນສ໌ ແກຣິສັນ ໄດ້ຮັບໃຊ້ໂທດຈໍາຄຸກ 12 ປີ. ສ່ວນນ້ອງຊາຍຂອງລາວ ແມ່ນຕິດ
ຄຸກເກືອບຮອດ 14 ປີ ໃນຂະນະທີ່ຜູ້ຊາຍແປງລົດ ຖືກຈໍາຄຸກ ແຕ່ພຽງ 18 ເດືອນ ເທົ່ານັ້ນ.
ແຕ່ນັ້ນມາ ສອງອ້າຍນ້ອງ ແກຣິສັນ ກໍບໍ່ມີຄວາມສົນໃຈໃນເລື້ອງກົດໝາຍ ອີກເລີຍ. ພວກເຂົາ
ເຈົ້າເວົ້າວ່າ ລະບົບອັນນີ້ບໍ່ຍຸດຕິທໍາ.