ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ແລະ ທ່ານ Ryan ພົບປະກັນ ທີ່ສຳນັກງານ ພັກຣີພັບບລີກັນ


Ryan Encouraged After Trump Meeting, but No Endorsement Yet
please wait

No media source currently available

0:00 0:02:31 0:00

ປະທານ​ສະພາ​ຕໍ່າ ທ່ານ Paul Ryan.

ບັນດາ​ສະມາຊິກ​ສະພາ ​ໄດ້​ພາກັນ​ບຸກ​ຜ່ານ​ຄົນ​ເປົ່າ​ຂຸ່ຍ ຄົນ​ເປົ່າ​ແກ ​ແລະ​ພວກ ​ປະ​ທ້ວງ​ ກຸ່ມ​ນຶ່ງ ກ່ອນທີ່​ຈະ​ເຂົ້າໄປເຖິງ​ຕຶຶກ​ອາຄານ ບ່ອນ​ຜູ້​ທີ່​ຈະ​ຖືກ​ສະ​ເໜີຊື່​ໃຫ້ ເປັນຜູ້​ສະໝັກ​ ປະທານາທິບໍດີພັກຣີພັບບລິກັນ ທ່ານ Donald Trump ​ໄດ້​ທຳ​ການ​ພົບ​ປະກັບ ປະທານ​ສະພາ​ຕໍ່າ ທ່ານ Paul Ryan ຕາມ​ທີ່​ໄດ້​ມີ​ການ​ຄາດ ໝາຍ​ກັນ​ໄວ້ນັ້ນ.

ສະພາບ​ການ​ທີ່​ອຶກ​ກະ​ທຶກ​ນອງ​ນັນ​ໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ນອກສຳນັກງານໃຫຍ່ ຄະນະ ​ກຳມະການ​ແຫ່ງ​ຊາດ ​ຂອງ​ພັກຣີພັບ​ບລິກັນ ​ໄ​ດ້ສ​ະ​ແດງໃຫ້​ເຫັນຄົນ​ນຶ່ງ​ທີ່ໃສ່ຫົວ​ໃຫຍ່ ຄື​ກັບ ທ່ານ Trump ທີ່​ໄ​ດ້ສະທ້ອນ​ໃຫ້​ເຫັນ​ການໂຄສະນາ​ຫາ​ສຽງ​ປະທານາທິບໍດີ ​ທີ່ຄາດ ການ​ບໍ່​ໄດ້ ຊຶ່ງ​ໄດ້​ເຮັດ​ໃຫ້ສື່​ສຽງ​ຂອງ​ພັກ​ແຕກຫັກ​ລົງ​ນັ້ນ.

ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດພັກຣີພັບບລິກັນ ທ່ານ Donald Trump ໂບກມືແກ່ຝຸງຊົນ.
ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດພັກຣີພັບບລິກັນ ທ່ານ Donald Trump ໂບກມືແກ່ຝຸງຊົນ.

ທ່ານ Dennis Rodriquez ​ໄດ້​ນຳພາ​ຄົນພວກ​ຄົນ​ເຂົ້າ​ເມືອງ​ທີ່​ບໍ່​ມີ​ເອກ​ກະສານກຸ່ມ​ນຶ່ງ ທີ່ຮ້ອງວ່າ ເມື່ອ​ສາມັກຄີ​ກັນ​ແລ້ວພວກ​ເຮົາຈຶ່ງຝັນ​ ໄດ້​ເຮັດ​ພິທີ​ສົ່ງ​ສະການ​ແກ່​ພັກຣີພັບ ​ບລິກັນ. ທ່ານ​ກ່າວ​ວ່າ ການ​ປະຊຸມ​ລະຫວ່າງ ທ່ານ Ryan ​ແລະ ທ່ານ Trump ບໍ່​ປ່ຽນ ​ແປງ​ຫຍັງ​ໝົດ ​ກ່ຽວ​ກັບປະຕິກິລິ​ຍາ​ຂອງ​ພັກ​ຕໍ່​ບັນ​ຫາ​ສຳຄັນ​ຕ່າງໆ.

ທ່ານ Rodriquez ກ່າວເຖິງ​ແນວ​ຄິດ​ຂອງ​ທ່ານ Trump ວ່າ “ພັກຣີພັບ​ບລິ​ກັນ ​ໄດ້​ເປັນ​ ດັ່ງ​ນີ້ມາ​ຕະຫລອດ​. ບັດ​ນີ້​ເຂົາ​ເຈົ້າ​ໄດ້​ສ​ະແດງ​ອອກ​ມາ​ໃຫ້​ເຫັນ​ສີສັນ​ທີ່​ແທ້​ຈິງ.”

ປະທານ​ສະພາ​ຕໍ່າ ທ່ານ Paul Ryan ກຳລັງຕອບຄຳຖາມບັນດານັກຂ່າວ.
ປະທານ​ສະພາ​ຕໍ່າ ທ່ານ Paul Ryan ກຳລັງຕອບຄຳຖາມບັນດານັກຂ່າວ.

ທ່ານ Trump ​ໄດ້​ຊະນະ​ເກືອບ 11 ລ້ານຄະ​ແນນ​ສຽງ​ຂອງພັກຣິພັບ​ບລິກກັນ ຢູ່​ໃນ​ລັດ ຕ່າງໆ​ທີ່​ມີ​ການ​ແຂ່ງຂັນ ​ເຖິງ​ແມ່ນ​ວ່າ​ທ່ານ​ໄດ້ຮຽກ​ຮ້ອງ​ໃຫ້ມີ​ການເນລະເທດ ຄົນເຂົ້າ​ ເມືອງ​ທີ່ຜິດ​ກົດໝາຍ 11 ລ້ານ​ຄົນຢູ່​ໃນ​ສະຫະລັດ ​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ສ້າງ​ກຳ​ແພງ​ຢູ່​ຕາມ​ຊາຍແດນຕິດ​ກັບປະ​ເທດ Mexico ​ເພື່ອ​ປ້ອງ​ກັນ​ບໍ່ໃຫ້​ຄົນລັກລອບ​ເຂົ້າ​ເມືອງ ​ແລະ​ສະ ​ເໜີ​ຢຸດ​ຊົ່ວຄາວ​ບໍ່​ໃຫ້​ຊາວ​ມຸສລິ​ມ​ເຂົ່າ​ມາ​ໃນສະ​ຫະລັດ.

ສຳລັບ​ບັນດາ​ນັກຂ່າວ​ແຫ່ງ​ຊາດ ​ແລະ​ສາກົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ພາກັນ​ລໍຖ້າ​ ຢູ່​ຂ້າງ​ນອກ ​ບ່ອນປະຊຸ​ມ​ໃນ​ວັນ​ພະຫັດ​ວານ​ນີ້ ຊຶ່ງການ​ລໍຖ້າ​ໄດ້​ເປັນ​ທີ່​ຍືດຍາວ ​ແລະ​ມີ​ ເນື້ອຫາ​ທີ່​ຈຳກັດ. ທ່ານ Trump ​ໄດ້​ຢຸດ​ເຊົາ​ຈາກ​ການມັກ​ໃຊ້​ຄຳ​ເວົ້າ​ທີ່​ຫຍາບ​ຄາຍ​ຕໍ່​ສື່​ ມວນ​ຊົນ ​ໂດຍຫລົບ​ຫລີກ​ຈາ​ກກ້ອງຖ່າຍຮູ​ບ​ໃນ​ເວລາ ​ທີ່​ທ່ານເດີນທາງອອກ​ໄປ​.

ທ່ານ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ​ກັບ ທ່ານ Ryan ບໍ່​ດົນຫລັງ​ຈາກ​ນັ້ນ ໂດຍໄດ້ຮ້ອງ​ ການ​ພົບ​ປະ​ໃນ​ຄັ້ງ​ທຳ​ອິດນີ້​ວ່າ “​ເປັນ​ບາດກ້າ​ວ​ໃນ​ທາງ​ບວກ​ໄປ​ສູ່່​ການ​ທ້ອນ​ໂຮມ​ກັນ ຂອງ​ພັກ.” ​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Anti-Trump Protest
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG