ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາລະກິດ ລົງຢຽບດວງເດືອນ Apollo 13 ເມື່ອ 50 ປີທີ່ຜ່ານມາ ໄດ້ກາຍເປັນ "ຄວາມສຳເລັດ ທີ່ລົ້ມແຫຼວ" ຂອງອົງການ NASA


Apollo 13 50th WEB
please wait
Embed

No media source currently available

0:00 0:03:55 0:00

ຜົນສຳເລັດທີ່ໂດດເດັ່ນທີ່ສຸດໃນໂຄງການອະວະກາດຂອງ ສະຫະລັດ ບໍ່ໄດ້ ແມ່ນການບັນລຸເປົ້າ ໝາຍ, ແຕ່ເປັນການປ້ອງກັນໄພພິບັດ ເມື່ອ 50 ປີທີ່ ຜ່ານມາ ເມື່ອການປະຕິບັດພາລະກິດ ເພື່ອລົງຢຽບເທິງດວງເດືອນ ໄດ້ເກີດສິ່ງບໍ່ດີຢ່າງໜ້າຂົນລຸກ. ຜ່ານການສຳພາດພິເສດຂອງ ວີໂອເອ ກັບນັກບິນອະວະ ກາດ ອາພອລໂລ 13 ແລະ ສະມາຊິກຄວບຄຸມພາລະກິດຜູ້ທີ່ໄດ້ເຮັດວຽກຜ່ານວິກິດ ການທີ່ເປັນຕາຢ້ານນັ້ນ, ນັກຂ່າວວີໂອເອ ເຄນ ຟາຣາໂບ ໄດ້ນຳເອົາ ເລື່ອງ “ຄວາມສຳເລັດ ທີ່ລົ້ມແຫຼວ ຂອງອົງການ NASA ກັບຄືນມາເວົ້າອີກ, ເມື່ອສາຍຕາຂອງໂລກໄດ້ຈ້ອງເບິ່ງອັນຕະລາຍຄັ້ງໃຫຍ່ຂອງບັນດານັກບິນອະວະກາດ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ເມື່ອຮອດເວລາການປະຕິບັດພາລະກິດຄັ້ງທີສາມ ເພື່ອລົງຢຽບເທິງດວງເດືອນ ຂອງ ອາເມຣິກາ ນັ້ນ, ຍານອະວະກາດ ອາພອລໂລ 13 ກໍໄດ້ບິນອອກຈາກ ໂລກໃນວັນທີ 11​ ເມສາ 1970 ການເດີນທາງໄປຫາດວງເດືອນ ທີ່ໂດດດ່ຽວອ້າງວ້າງນັ້ນ ເບິ່ງຄືວ່າຈະໜ້າປະທັບໃຈ ຄືກັນກັບການ ເດີນທາງໄປເຮັດວຽກ.

ທ່ານ ຈິມ ໂລແວລ, ຜູ້ບັນຊາການພາລະກິດ ອາພອລໂລ 13, ນັກບິນອະວະ ກາດອົງການ NASA ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ບ່ອນດຽວທີ່ຖືກກ່າວ ເຖິງໃນໜັງສືພິມ New York Times ແມ່ນຢູ່ໜ້າທີ 67 ຂອງໜ້າພະຍາ ກອນອາກາດ. ມີບໍ່ເທົ່າໃດຄົນໃນອົງການສື່ມວນຊົນ ມີຫ້ອງການຂ່າວຕັ້ງຢູ່ສູນ ກາງອະວະກາດ ຈອນສັນ.”

ນັ້ນໄດ້ປ່ຽນແປງເມື່ອຮອດວັນທີສາມໃນການປະຕິບັດພາລະກິດ, ເມື່ອການລະເບີດຂອງຍານອະ ວະກາດ ທີ່ຂົນສົ່ງນັກບິນອະວະກາດ ທ່ານ ຈິມ ໂລແວລ, ທ່ານ ແຈັກ ສໄວເກີດ ແລະ ທ່ານ ເຟຣດ ເຮສ ໄດ້ແຕກຢ່າງໜ້າຕົກໃຈ.

ທ່ານ ເຟຣດ ເຮສ ນັກບິນອະວະກາດ ອາພອລໂລ 13 ກ່າວວ່າ “ຂ້າພະເຈົ້າ ໄດ້ຍິນສຽງດັງແຮງ, ສຽງໂລຫະ, ສຽງແຕກທີ່ດັງຜ່ານຍານອະວະກາດ, ສະນັ້ນ ພວກເຮົາຮູ້ວ່າມັນບໍ່ແມ່ນສິງປົກກະຕິ, ສິ່ງທີ່ບໍ່ດີ.”

ຢູ່ສູນກາງອະວະກາດ ຈອນສັນ ຂອງອົງການ NASA ໃນນະຄອນ ຮູສຕັນ,​ລັດ ເທັກຊັສ, ຜູ້ອຳ ນວຍການ ການບິນ ທ່ານ ຈີນ ແຄຣນສ໌ ໄດ້ເຮັດວຽກຢ່າງ ກະວົນກະວາຍ ເພື່ອຫັນປ່ຽນ “ໄພຫາຍະ ນະ” ໃຫ້ເປັນ “ການກອບກູ້ທີ່ປະສົບ ຄວາມສຳເລັດ.”

ທ່ານ ຈີນ ແຄຣນສ໌ ຜູ້ນວຍການແນວໜ້າການບິນ ອາພອລໂລ 13 ຂອງອົງ ການ NASA ໄດ້ກ່າວວ່າ “ພວກເຮົາມີລູກເຮືອສາມຄົນຢູ່ໃນຍານອະວະກາດ ທີ່ຕາຍ 200,000 ໄມຫ່າງຈາກໂລກ ມຸ່ງໜ້າໄປສູ່ເດືອນ.”

ການນຳເອົາເຂົາເຈົ້າກັບຄືນມາແບບມີຊີວິດ ໝາຍຄວາມວ່າຕ້ອງມີການແກ້ໄຂ ບັນຫາຢ່າງວ່ອງ ໄວ ແລະ ລົ້ມເລີກພາລະກິດທີ່ເຂົາເຈົ້າໄດ້ຝຶກຊ້ອມມາ.

ທ່ານ ເຟຣດ ເຮັສ ໄດ້ກ່າວວ່າ “ຂ້າພະເຈົ້າໃຈຮ້າຍຫຼາຍ ເພາະຂ້າພະເຈົ້າຮູ້ວ່າ ຈະບໍ່ສາມາດລົງຢຽບເທິງເດືອນ.”

ໃນຂະນະທີ່ໂລກຕິດຕາມວິກິດການໃນວິທະຍຸ ແລະ ໂທລະພາບນັ້ນ, ການສູດ ມົນຂອງທ່ານ ແຄຣນສ໌ ທີ່ວ່າ “ຄວາມລົ້ມແຫຼວບໍ່ແມ່ນທາງເລືອກ” ໃນລະ ຫວ່າງການປະຕິບັດພາລະກິດ ອາພອລໂລ 13, ແມ່ນໄດ້ກາຍມາເປັນຊື່ຂອງ ປຶ້ມຂອງລາວ.

ທ່ານ ຈີນ ແຄຣນສ໌ ກ່າວວ່າ “ວິກິດການດັ່ງກ່າວໄດ້ແກ່ຍາວເປັນເວລາເກືອບ ສີ່ວັນ, ແລະ ນັ້ນອາດເປັນບ່ອນທີ່ໂລກໄດ້ຫັນຄວາມສົນໃຈຕໍ່ເຫດນັ້ນຫຼາຍກວ່າ ການປະຕິບັດການອື່ນໆທີ່ພວກເຮົາໄດ້ເພັ່ງເລັງໃສ່.”

ທ່ານ ບັສ ອາລດຣິນ, ນັກບິນອະວະກາດ ອາພອລໂລ 11​ ຂອງອົງການ NASA ໄດ້ກ່າວວ່າ “ທີມດັ່ງກ່າວໄດ້ຖືກຝຶກຊ້ອມເພື່ອຮັບມືກັບເຫດການສຸກ ເສີນແນວນັ້ນ ແລະ ຫຼາຍສິ່ງອື່ນໆ, ໄດ້ເຮັດວຽກຂອງເຂົາເຈົ້າດ້ວຍຄວາມວາງ ໃຈຢ່າງຫຼວງຫຼາຍ, ແລະ ດັ່ງຜົນທີ່ອອກມາ, ລູກເຮືອ ແລະ ນັກ ບິນອະວະກາດ ໄດ້ເດີນທາງກັບບ້ານຢ່າງປອດໄພ.”

ທ່ານ ໂລແວລ ກ່າວວ່າ “ຫຼາຍປີຕໍ່ມາ ພວກເຮົາໄດ້ຕັດສິນໃຈທີ່ຈະຂຽນປຶ້ມ ກ່ຽວກັບເລື່ອງຂອງ ອາພອລໂລ 13, ຂ້າພະເຈົ້າມີຄວາມຮູ້ສຶກວ່າ ແມ່ນແລ້ວ, ຖ້ຽວບິນດັ່ງກ່າວແມ່ນຄວາມລົ້ມແຫຼວໃນແງ່ນຶ່ງ, ແຕ່ໃນອີກແງ່ນຶ່ງມັນແມ່ນໄຊ ຊະນະໃນວິທີທີ່ຄົນສາມາດແກ້ໄຂເຫດການທີ່ເກືອບເປັນໄພຫາ ຍະນະ, ຄົນຜູ້ທີ່ ຄວບຄຸມພາລະກິດ ແລະ ລູກເຮືອຂອງຖ້ຽວບິນ ໄດ້ເຮັດວຽກຮ່ວມກັນ, ຊອກ ຫາທາງແກ້ໄຂວິກິດການທີ່ພວກເຮົາໄດ້ວາງແຜນໄວ້, ພວກເຮົາໄດ້ຖືກຝຶກ ຊ້ອມມາເພື່ອມັນ ແລະ ນຳເອົາຍານອະວະກາດລຳນີ້ກັບຄືນມາໂລກ.”

ປື້ມຂອງທ່ານ ໂລແວລ ຊື່ວ່າ “Lost Moon” ແມ່ນໂຄງຮ່າງພື້ນຖານສຳລັບ ຮູບເງົາ ບລັອກບັສເຕີຂອງ ຮໍລີວູດ “Apollo 13” ໃນປີ 1995, ທີ່ທ່ານ ທອມ ແຮັ້ງສ໌ ສະແດງເປັນທ່ານ ໂລແວລ.

ທ່ານ ແອນດຣູ ຈອນສຕັນ, ຮອງປະທານອົງການ Adler Planetarium ກ່າວ ວ່າ “ບາງຄັ້ງເລື່ອງຕ່າງໆທີ່ເຮົາເຫັນໃນຮູບເງົາ ແມ່ນອີງໃສ່ເລື່ອງຈິງທີ່ ເຈົ້າຜ່ານຜ່າ ເພື່ອຂະຫຍາຍຄວາມຮູ້ສຶກໃຫ້ບົດລະຄອນ. ເລື່ອງນີ້ແມ່ນລະຄອນ ທີ່ແທ້ຈິງ. ມັນບໍ່ແນ່ນອນວ່າ ຜູ້ຊາຍພວກນີ້ຈະໄດ້ມີຊີວິດກັບຄືນມາບ້ານຫຼືບໍ່. ຍ້ອນແນວນັ້ນ ມັນຈຶ່ງເຮັດໃຫ້ເປັນເລື່ອງທີ່ດີ ແລະ ຂ້າພະເຈົ້າຄິດວ່າ ເປັນ ຫຍັງມັນຈຶ່ງດຶງດູດ ຄວາມສົນໃຈຂອງປະຊາຊົນ.”

ມັນເປັນເລື່ອງທີ່ໄດ້ໃຫ້ຄວາມສຳຄັນ ຢູ່ງານວາງສະແດງ ‘Mission Moon” ຂອງອົງການ Adler Planetarium ທີ່ວາງສະແດງອຸປະກອນຈາກພາລະກິດ ອາພອລໂລ 13 ທີ່ຖືກບໍລິຈາກໃຫ້ໂດຍທ່ານ ໂລແວລ ຜູ້ທີ່ຫວັງວ່າຈະສ້າງ ແຮງບັນດານໃຈໃຫ້ນັກສຳຫຼວດຄົນລຸ້ນໃໝ່.

ທ່ານ ຈິມ ໂລແວລ ກ່າວວ່າ “ມີພຽງບໍ່ເທົ່າໃດຄົນຢູ່ທີ່ນີ້ທີ່ຍ່າງຜ່ານ Adler ອົງ ການ Planetarium ມີຊີວິດໃນເວລາທີ່ພວກເຮົາໄດ້ທຳການບິນ ອາພອລໂລ ຂອງພວກເຮົາ.”

ໃນຂະນະທີ່ງານ Adler Planetarium ເພື່ອສະເຫຼີມສະຫຼອງວັນຄົນຮອບ 50 ປີຂອງ ອາພອລໂລ 13 ໄດ້ຖືກເລື່ອນເວລາອອກໄປ ຍ້ອນການລະບາດຂອງ ໄວຣັສໂຄໂຣນານັ້ນ, ການສະເຫຼີມສະ ຫຼອງແມ່ນໄດ້ທຳການເຄື່ອນໄຫວ ທາງ ອອນໄລນ໌, ເຊິ່ງຜູ້ເຂົ້າໄປເບິ່ງເວັບໄຊ້ ສື່ສັງຄົມ ຂອງອົງ ການ Adler ແລະ NASA ສາມາດເບິ່ງ ແລະ ຟັງຈຸດເດັ່ນຂອງ “ຄວາມລົ້ມແຫຼວ ທີ່ປະສົບຄວາມ ສຳເລັດຂອງໂຄງການອະວະກາດ ສະຫະລັດ.”

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG