ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

50 ປີ ຫລັງຈາກ ການຂຶ້ນໄປ ດວງເດືອນ ຄວາມສົນໃຈ ຄັ້ງໃໝ່ ກໍໄດ້ປາກົດ ຂຶ້ນມາອີກ


ນັກທ່ອງທ່ຽວຢືນຢູ່ກ້ອງຮູບນັກອາວະກາດ ລົງຍ່າງຢູ່ເດືອນ ທີ່ຫໍພິພິດທະພັນອະວະກາດ ສມິທໂຊນຽນ ຢູ່ນະຄອນຫຼວງ ວໍຊິງຕັນ, 17 ຕຸລາ 2013.
ນັກທ່ອງທ່ຽວຢືນຢູ່ກ້ອງຮູບນັກອາວະກາດ ລົງຍ່າງຢູ່ເດືອນ ທີ່ຫໍພິພິດທະພັນອະວະກາດ ສມິທໂຊນຽນ ຢູ່ນະຄອນຫຼວງ ວໍຊິງຕັນ, 17 ຕຸລາ 2013.

ເມື່ອ 49 ປີກ່ອນ ໃນເດືອນນີ້, ນັກບິນອະວະກາດ ສະຫະລັດ ໄດ້ລົງຢຽບພື້ນດວງເດືອນ
ເປັນຄັ້ງທຳອິດ. ໃນລາຍການ Plugged In ສຳລັບອາທິດນີ້, ຜູ້ຈັດລາຍການຂອງວີໂອ
ເອ ນາງ ເກຣຕ້າ ແວນ ຊັສເຕີເຣັນ ແລະແຂກຮັບເຊີນຂອງລາວ ໄດ້ລົມກັນ ກ່ຽວກັບ
ປະຫວັດ ຂອງການສຳຫຼວດອະວະກາດ ສະຫະລັດ ແລະ ສິ່ງທີ່ຈະເກີດຂຶ້ນ ໃນອະນາ
ຄົດ, ໃນຂະນະທີ່ຂໍ້ສະເໜີສຳລັບກອງກຳລັງອະວະກາດໃໝ່ຂອງປະທານາທິບໍດີ ສະ
ຫະລັດ ທ່ານ ດໍໂນລ ທຣຳ ນັ້ນ ໄດ້ປະເຊີນກັບການກີດກັ້ນໃນລັດຖະສະພາ. ນັກຂ່າວ
ວີໂອເອ ເຮຊຸສເມັນ ໂອນິ ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳເອົາລາຍລະ
ອຽດມາສະ ເໜີທ່ານໃນອັນດັບຕໍ່ໄປ.

ມັນແມ່ນສິ່ງທ້າທາຍທີ່ເບິ່ງຄືວ່າ ຈະເປັນໄປບໍ່ໄດ້ ຂອງອະດີດປະທານາທິບໍດີ ຈອນ
ແອັຟ ເຄັນເນດີ.

ປະທານາທິບໍດີ ຈອນ ແອັຟ ເຄັນເນດີ ໄດ້ກ່າວໃນວັນທີ 25 ພຶດສະພາ 1961 ວ່າ
“ຂ້າພະເຈົ້າເຊື່ອວ່າ ປະເທດນີ້ຄວນອຸທິດຕົນເອງເພື່ອໃຫ້ບັນໃຫ້ບັນລຸເປົ້າໝາຍ,
ກ່ອນທົດສະວັດນີ້ຈະຜ່ານໄປ, ກ່ຽວກັບ ການສົ່ງຄົນຂຶ້ນໄປເທິງດວງເດືອນ ແລະ ກັບ
ຄືນສູ່ໂລກດ້ວຍຄວາມປອດໄພ.”

ແລະ 8 ປີຫຼັງຈາກນັ້ນ ກໍໄດ້ເກີດມີການກ້າວກະໂດດຄັ້ງໃຫຍ່ສຳລັບມະນຸດຊາດ.

ທ່ານນາງ ວາເລຣີ ນຽລ, ປະທານຫໍພິພິດທະພັນອະວະກາດ ສະມິທໂຊນຽນ ແຫ່ງ
ຊາດ ໄດ້ກ່່າວວ່າ “ພວກເຮົາມີປະສົບການໃນອະວະ ກາດທັງໝົດ 15 ນາທີ ໃນເວລາ
ທີ່ປະທານາທິບໍດີ ເຄັນເນດີ ໄດ້ທຳການທ້າທາຍນັ້ນ. ສະນັ້ນມັນເກືອບວ່າຈະເໜືອ
ຈິນຕະນາການວ່າ ມັນສາມາດບັນລຸໄດ້. ແຕ່ແທ້ຈິງແລ້ວ ມັນໄດ້ບັນລຸຄວາມສຳເລັດ
ແລະ ພວກເຮົາກໍໃກ້ຈະໄດ້ສະເຫຼີມສະຫຼອງການລົງໄປດວງເດືອນເປັນຄັ້ງທຳອິດ ຄົບ
ຮອບ 50 ປີໃນໄວໆນີ້.”

ທ່ານນາງ ວາເລຣີ ນຽລ, ປະທານຫໍພິພິດທະພັນອະວະກາດ ສມິທໂຊນຽນ ແຫ່ງຊາດ
ຈື່ໄດ້ຄວາມຕື່ນເຕັ້ນ ແລະ ຄວາມພາກພູມໃຈທີ່ໄດ້ເຫັນຜູ້ຊາຍຄົນນຶ່ງເອົາຕີນລົງໄປ
ຢຽບຢູ່ເທິງເດືອນ. ແຕ່ປັດຈຸບັນນີ້ຫຼັງຈາກຫຼາຍທົດສະວັດຕໍ່ມາ, ລາວກໍໄດ້ເປັນຫ່ວງ
ກ່ຽວກັບ ອັນຕະລາຍໃນການໃຊ້ອະວະກາດ ເປັນບ່ອນເຮັດສົງຄາມ.

ທ່ານນາງ ວາເລຣີ ນຽລ ກ່າວວ່າ “ການເຮັດໃຫ້ການສື່ສານທາງດາວທຽມໃຊ້ການບໍ່ໄດ້,
ການເຮັດໃຫ້ສັນຍານ GPS ໃຊ້ການບໍ່ໄດ້ຈະເຮັດໃຫ້ຊີວິດຢູ່ເທິງໂລກເປັນອຳມະພາດ.
ພວກເຮົາຍັງເພິ່ງພາອາໄສເທັກໂນໂລຈີນັ້ນຢູ່ໃນຕອນນີ້. ມັນມີຄວາມລະມັດລະວັງ
ຫຼາຍຢ່າງທີ່ຈະຮັບປະກັນວ່າມັນຈະບໍ່ເກີດຂຶ້ນ ແລະ ວ່າໄພຂົ່ມແມ່ນມີຢູ່ຕະຫຼອດ.”

ປະທານາທິບໍດີ ທຣຳ, ໃນເດືອນມິຖຸນາທີ່ຜ່ານມາ, ໄດ້ສັ່ງໃຫ້ທຳນຽບຫ້າແຈ ພັດທະ
ນາກອງທັບໃໝ່ຂຶ້ນມາ, ເຊິ່ງແມ່ນ “ກອງກຳລັງອະວະກາດ.”

ທ່ານ ດໍໂນລ ທຣຳ ປະທານາທິບໍດີ ສະຫະລັດ ກ່າວວ່າ “ເມື່ອເວົ້າເຖິງການປ້ອງກັນ
ອາເມຣິກາ ມັນບໍ່ພຽງພໍທີ່ຊາວ ອາເມຣິກັນ ຈະມີໜ້າຢູ່ອະວະກາດພຽງໜ້ອຍດຽວເທົ່າ
ນັ້ນ, ພວກເຮົາຕ້ອງເອົາຄົນອາເມຣິກັນ ໄປເປັນຜູ້ຄອບງຳ ໃນອະວະກາດ.”

ລັດຖະສະພາ, ເຊິ່ງເປັນຜູ້ຮອບຜິດຊອບທັງໝົດ ສຳລັບການສ້າງຂະແນງການໃໝ່
ຂອງກອງທັບນັ້ນ, ແມ່ນຍັງບໍ່ໄດ້ເຫັນດີ ກັບແນວຄິດດັ່ງກ່າວ. ໃນຕົ້ນສັບປະດານີ້, ຄະ
ນະກຳມະການສະພາຕໍ່າ ແລະ ສະພາສູງ, ບໍ່ໄດ້ລວມຈຳນວນເງິນໃດໆ ສຳລັບການ
ສ້າງກອງກຳລັງອະວະກາດ ໃນງົບປະມານການປ້ອງກັນປະເທດຂອງປີໜ້າ.

ແມ່ນກະທັ້ງພາກສ່ວນເອກະຊົນກໍໄດ້ທຳການຜັກດັນ ເພື່ອທຳການສຳຫຼວດອະວະ
ກາດສຳລັບການຄ້າ.

ທ່ານ ແອຣັອນ ໂອສເຕີເລ ຈາກອົງການອະວະກາດ ໂປແລນ ກ່າວວ່າ “ວິໄສທັດຂອງ
ພວກເຮົາກໍແມ່ນວ່າ ວິທີທີ່ດີທີ່ສຸດ ທີ່ພວກເຮົາຈະໄດ້ຜົນປະໂຫຍດ ຈາກອະວະກາດ
ນັ້ນ ແມ່ນເຮັດໃຫ້ມັນມີປະໂຫຍດສຳລັບທຸກຄົນ.”

ມີຫຼາຍເຖິງ 6 ບໍລິສັດເອກະຊົນໃນຕອນນີ້ ທີ່ກຳລັງຊອກຫາໂອກາດໃນການທ່ອງທ່ຽວ
ເທິງອະວະກາດ ແລະ ບາງເທື່ອກໍໃກ້ຈະສົ່ງປະຊາຊົນທຳມະດາ ຂຶ້ນໄປໂຄຈອນໃນ
ອະວະກາດພຽງສອງສາມເດືອນຂ້າງໜ້ານີ້ກໍເປັນໄດ້.

ທ່ານ ເທີຣີ ເວີດສ໌ ຜູ້ທີ່ໄດ້ບັນຊາສະຖານີອະວະກາດສາກົນໄດ້ເວົ້າວ່າ “50 ປີທຳອິດ
ແມ່ນກ່ຽວກັບ ລັດຖະບານ ແລະ ເລື່ອງອະວະກາດແມ່ນມີລາຄາແພງຫຼາຍ, ມັນເປັນ
ອັນຕະລາຍ, ແລະ ມັນກໍຍາກ. ແຕ່ຂ້າພະເຈົ້າຄິດວ່າໃນ 50 ປີຂ້າງໜ້າ, ມັນຈະເປັນ
ເລື່ອງທີ່ແຕກຕ່າງ.”

ທ່ານ ເວີດສ໌ ເຊື່ອວ່າ ອະນາຄົດຂອງອຸດສາຫະກຳອະວະກາດ ແມ່ນການຮ່ວມມືລະ
ຫວ່າງ ລັດກັບເອກະຊົນ.

ແຕ່ແນວໂນ້ມອາດອີງໄປຫາ ການຂະຫຍາຍການລົງທຶນດ້ານການຄ້າ ອີງຕາມການ
ກ່າວຂອງທ່ານ ປີເຕີ ແມັກກຣາທ໌ ຈາກບໍລິສັດ ໂບອິ້ງ.

ທ່ານ ປີເຕີ ແມັກກຣາທ໌ ຜູ້ອຳນວຍການຝ່າຍຂາຍ ແລະການຕະຫຼາດ ສຳລັບການສຳ
ຫຼວດອະວະກາດ, ບໍລິສັດ ໂບອິ້ງ ໄດ້ກ່າວວ່າ “ຂ້າພະເຈົ້າຢາກເວົ້າໂດຍສະເພາະວ່າ
ລັດຖະບານເປັນຜູ້ນຳພາ ແລະ ແນວໂນ້ມການຄ້າ ກໍຈະຕາມມາ.”

ແລະ ສະນັ້ນໃນຂະນະທີ່ວັນຄົບຮອບ 50 ປີ ຂອງການລົງຢຽບດວງເດືອນກໍາລັງຫຍັບ
ໃກ້ເຂົ້າມານີ້, ຈຸດເພັ່ງເລັງໃນຕອນນີ້ ແມ່ນໄດ້ປ່ຽນໄປຫາສິ່ງທີ່ວ່າ ໃນອີກ 50 ປີຂ້າງ
ໜ້ານັ້ນ ມັນຈະພາເຮົາໄປຮອດໃສ.

Forty nine years ago this month, U.S. astronauts first set foot on the moon. In this week's "Plugged In", VOA contributor Greta Van Susteren and her guests discuss the history of U.S. space exploration and what the future might hold, as U.S. President Donald Trump's proposal for a new military space force hits a roadblock in Congress. VOA's Jesusemen Oni has more.

It was a seemingly impossible challenge by then president, John F. Kennedy.

"I believe that this nation should commit itself to achieving the goal, before this decade is out, of landing a man on the moon and returning him safely to Earth"

One that eight years later resulted in a giant leap for mankind.

"We had 15 minutes total experience in space when President Kennedy made that challenge. So it was almost beyond imagining that it could be achieved.But it was in fact achieved and we're coming up on the 50th anniversary next year of the first landing on the moon."

Valerie Neal, chair of the Smithsonian National Air and Space Museum, remembers the excitement and awe of seeing a man set foot on the moon. But now decades later, she worries about the dangers of using space as an arena for war.

"Disabling communication satellites, disabling GPS would paralyze life here on earth. We're also dependent on that technology now./// there is a lot of vigilance to make sure it doesn't happen and the threat is always there."

President Trump, in June, ordered the Pentagon to develop a new military "Space force."

"When it comes to defending America it is not enough to merely have an American presence in space, we must have American dominance in space."

Congress, ultimately responsible for creating a new branch of the military, is not yet sold on the idea. Earlier in the week, a House and Senate committee, did not include any money for a space force in next year's defense budget...

even as the private sector makes a big push to commercialize space exploration.

"Our view is that the best way we get from space is making it useful for everybody."

As many as six private companies are now pursuing the tourism potential of space and may be just months away from sending a private citizen into orbit.

"The first 50 years were about the government and space is expensive, it's dangerous, it's hard. Uh but I think the next 50 years, it's going to be different."

Virts believes the future of the space industry is in public-private partnerships.

But the trend may be leaning towards increased commercial investment says Boeing's, Peter McGrath.

"I'd typically say that governments lead and commercial tends to follow."

And so as the 50th anniversary of the moon landing approaches, the focus now shifts towards where the next 50 years might take us.

XS
SM
MD
LG