ຢູ່ທາງພາກກາງຂອງສະຫະລັດ ພວກປະທ້ວງຢູ່ໃນເຂດຊານ
ເມືອງຂອງນະຄອນ Saint Louisລັດ Missouri ໄດ້ເຄື່ອນຍ້າຍ
ການປະທ້ວງ ຕໍ່ຕ້ານຄະນະຕຸລາການ ທີ່ບໍ່ໄດ້ຕັດສິນໃຫ້ຟ້ອງ
ເຈົ້າໜ້າທີ່ຕຳຫລວດ ຄົນຜິວຂາວ ທີ່ຍິງສັງຫານຊາຍໜຸ່ມຄົນ
ຜິວດຳທີ່ບໍ່ຕິດອາວຸດ ໄປໃສ່ຮ້ານຂາຍຍ່ອຍທີ່ສຳຄັນໆ.
ຜູ້ຄົນຫລາຍສິບຄົນ ເລີ້ມພາກັນປະທ້ວງ ໃນວັນພັກຂອບຄຸນ
ພະເຈົ້າ ຫຼື Thanksgiving ໃນຄ່ຳຄືນ ຂອງວັນພະຫັດວານນີ້
ແລະ ແກ່ຍາວມາຈົນເຖິງຕອນເຊົ້າຂອງວັນສຸກມື້ນີ້ ຢູ່ທີ່ຮ້ານຄ້າ
Walmart ແລະ Target ໂດຍພາກັນຮ້ອງໂຮຄຳຂວັນວ່າ
“ຍົກມືຂຶ້ນ ຢ່າຍິງ” ໃນຂະທີ່ບັນດາເຈົ້າໜ້າທີ່ຕຳຫລວດ ຢືນເບິ່ງຢູ່ນັ້ນ.
ວັນສຸກ ຫຼັງຈາກວັນຂອບຄຸນພະເຈົ້າຜ່ານພົ້ນໄປແລ້ວ ແມ່ນມື້ທຳອິດ ຂອງປະເພນີ ການຊື້ເຄື່ອງຂອງສຳຫລັບບຸນຄຣິສມັສ ຊຶ່ງໃນລະຫວ່າງນັ້ນ ຈະຊື້ສິນຄ້າເປັນຈຳນວນຫຼວງຫຼາຍ ໄດ້ຖືກຊັກສວນໃຫ້ໄປຊື້ເຄື່ອງຂອງ ຢູ່ຕາມຮ້ານຄ້າຕ່າງໆ ໂດຍຈະໄດ້ຮັບລາຄາພິເສດນັ້ນ.
ຄວາມເຄັ່ງຕຶງ ຢູ່ເມືອງ Ferguson ປາກົດວ່າ ໄດ້ຜ່ອນຄາຍລົງ ໃນວັນພະຫັດວານນີ້ ຫຼັງຈາກໄດ້ເກີດຄວາມຮຸນແຮງ ແລະການບຸກເຂົ້າ ໄປລັກເອົາເຄື່ອງເອົາຂອງ 2 ຄືນຕິດຕໍ່ກັນ.
ປະຊາຊົນຊາວໃນເມືອງ Ferguson ຊຶ່ງເປັນເຂດຊານເມືອງຂອງນະ ຄອນ Saint Louis ແລະບຸກຄົນອື່ນໆ ທີ່ຢາກຊ່ອຍເຫຼືອ ພາກັນອອກມາ ໃນວັນຂອບຄຸນພະເຈົ້າ ເພື່ອມ້ຽນມັດ ສິ່ງຫັກພັງຕ່າງໆ ທີ່ຍັງເຫຼືອ ຢູ່ຈາກໄລຍະຫລາຍມື້ຂອງການປະທ້ວງ ພາຍຫຼັງ ການປະກາດໃນວັນຈັນຜ່ານມາ ຂອງຄະນະຕຸລາການທີ່ໄດ້ຕັດສິນ ຈະບໍ່ຟ້ອງ ຕຳຫລວດ Darren Wilson ໃນການຍິງ ທ້າວ Michael Brown ຕາຍ ເມື່ອ ເດືອນສິງຫາປີນີ້.