ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດຈັດຕັ້ງປະຕິບັດ ໂຄງການ "ລ້ຽງດູອະນາຄົດ" ເພື່ອຫລຸດຜ່ອນຄວາມອຶດຫິວ


ຄວາມອຶດຫິວ ​ແມ່ນເປັນຄວາມ​ກັງວົນ​ເປັນ​ຫ່ວງອັນ​ຮີບ​ດ່ວນ​ຂອງ​ໂລກ. ປີກາຍ​ນີ້​ ຈຳນວນ​ຄົນ​ທ່ີປະສົບ​ກັບຄວາມອຶດຫິວ​ຢ່າງ​ຊ້ຳ​ເຮື້ອ ມີ​ສູງ​ກວ່າ 1 ພັນ​ລ້ານ​ຄົນ. ການ​ພັດທະນາ​ການ​ກະ​ເສດແມ່ນ​ ເປັນ​ແປ້ນ​ຢັນ ສຳລັບ​ການ​ພັດທະນາ​ເສ​ຖກິດໃນ​ຂອບ​ເຂດ​ທີ່​ກ້ວາງ​ຂວາງ​ກ່ວາ ແລະ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ອາຫານ ​ແມ່ນເປັນ​ພື້ນຖານ​ສຳລັບ​ສັນຕິພາບ​ແລະ​ໂອກາດ. ວິ​ໄສ​ທັດ​ຂອງສະຫະລັດ ​ສຳລັບ​ໂລກມະນຸດທີ່​ມີ​ຄວາມ​ສະ​ງົບ​ສຸກ​ຫລາຍ​ຂຶ້ນ​ນັ້ນ ​ ​ແມ່ນແນໃສ່​ເສີມ​ສ້າງ​ຄວາມ​ອຸດົມ​ຮ່ັງມີ ​ໂດຍ​ການ​ຍົກ​ສູງ​ການພັດທະນາ ​ໃຫ້​ເປັນ​ພາກສ່ວນ​ນ່ຶງ​ຂອງ​ນະ​ໂຍບາຍ​ຕ່າງ ປະ​ເທດຂອງ​ອະ​ເມຣິກາ.

ເພ່ືອ​ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ດ່ັງກ່າວ​ນີ້ ສະຫະລັດ​ໄດ້ເຜີຍ​ແຜ່ຍຸ​ດທະສາດ ຂອງ​ຕົນ ສຳລັບ​ຄວາມ​ໝັ້ນຄົງ​ດ້ານ​ອາຫານການ​ກິນ ຊ່ຶງໄດ້ວາງ​ອອກໂດຍ​ສັງ​ເຂ​ບ ຢູ່​ໃນ​ໂຄງການ​ທີ່​ເອີ້ນ​ວ່າ ຫລັກ​ຊີ້​ນຳ​ການ​ລ້ຽງ​ດູ​ອະນາຄົດ​ ທ່ີ​ມີ​ຊ່ື​ໃນ​ພາສາ​ອັງກິດ​ວ່າ Feed the Future Guide. ​ ຜ່າ​ນການ​ໂຄງການ​ທີ່​ວ່າ​ນີ້ ສະຫະລັດຈະ​ລົງທຶນ 3 ພັນ 5 ຮ້ອຍ​ລ້ານ $ ​ໃນ​ໄລຍະ 3 ປີ ຂ້າງ​ໜ້າ ​ເພ່ືອ​ຍົກ​ລະດັບບົດບາດ​ຂອງການ​ກະ​ເສດ​ແລະໂພ​ຊະ​ນາ​ການ ຢູ່​ໃນ​ຄວາມ​ພະຍາຍາມດ້ານ​ການ​ພັດທະນາ​ຂອງ​ພວກ​ເຮົາ ທັງ​ເພ່ືອ​ຫຼຸດຜ່ອນ​ຄວາມ​ຫິວ​ໂຫຍ​ ແລະ​ຄວາມ​ບໍ່ໝັ້ນຄົງ​ດ້ານ​ອາຫານ. ນອກຈາກ​ນີ້ ​ກໍ​ຍັງ​ມີ​ອີກ 18 ພັນ​ລ້ານ 5 ​ແສນ $ ທ່ີ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໄວ້ ​ໂດຍ​ຜູ້​ບໍຣິຈາກ​ຕ່າງໆ​ໃນ​ທົ່ວ​ໂລກ ​ເພ່ືອ​ອູ້ມຊູເປົ້າ ໝາຍ​ດຽວ​ກັນນີ້.

ເພ່ືອ​ໃຫ້​ບັນລຸ​ຜົນ​ດ່ັງກ່າວ​ນີ້ ​ໂຄງການ Feed the Future ​ແມ່ນ​ຈະຫາ​ທາງ​ນຳ​ເອົາ​ຊັບພະຍາກອນຕ່າງໆ​ ມາ​ໃຊ້ຮ່ວມ​ກັນໃນແຜນການ ທີ່ປະ​ເທດຕ່າງໆ​ເປັນ​ເຈົ້າຂອງ​ແລະ​ພັດທະນາຂຶ້ນ​ມາ​ເອງ​ ທັງ​ຈະ​ສົ່ງ​ເສີມ​ການ​ຮ່ວມ​ງານ ທ່ີ​ຍືນ​ຍົງຖາວອນ​ ແລະ​ມີຫຼາຍຝ່າຍປະ ກອບສ່ວນ ໂດຍ​ສະ​ເພາະແລ້ວ ກໍ​ແມ່ນ​ໃນ​ລະຫວ່າງສັງຄົມ​ພົນລະ​ເຮືອນ​, ພາກສ່ວນ​ເອກ​ກະ​ຊົນ, ​ແລະລັດຖະບານນຳ ເພ່ືອ​ຫຼຸດຜ່ອນ​ຄວາມອຶດຫິວ​ແລະ​ຄວາມທຸກ​ຈົນ. ​ໂດຍ​ຜ່ານ​ການ​ລົງທຶນເຫຼົ່ານີ້ ຢູ່​ໃນ​ ປະ​ເທດຕ່າງໆ ທີ່​ມີ​ຈຳນວນ​ຈຳກັດ ​ແລະເປັນ​ຈຸດເພັ່ງ​ເລງ​ພິ​ເສດ​ນັ້ນ ​ໂຄງການ Feed the Future ນີ້ ຈະ​ຊ່ອຍ​ໃຫ້​ພວກ​ປະ​ເທດ​ດ່ັງກ່າວ​ບັນລຸ​ການ​ເຕີບ​ໃຫຽ່ ທ່ີຍືນ​ຍົງ​ແລະ​ນຳພາ​ໂດຍພາກສ່ວນ​ການ​ກະ​ເສດ​.

ລວມຢູ່​ໃນ​ແຜນການເຫລົ່າ​ນີ້​ ຈະ​ມີ​ການ​ສະ​ນັບ​ສະ​ໜູນ​ແມ່ຍິງ​ໃຫ້​ເປັນ​ຜູ້​ຜະລິດດ້ານ​ການ​ກະ​ເສດ ​ທັງ​ເປັນ​ຜູ້​ມີ​ບົດບາດສຳຄັນ​ໃນ​ການ​ສ້າງ​ຄວາມ​ໝັ້ນຄົງ​ດ້ານອາຫານ​. ພວກ​ແມ່ຍິງ​ພາກັນ​ຜ​ະລິດ​ອາຫານ​ໄດ້ ​ໃນ​ລະຫວ່າງ 60 ຫາ 80 ​ເປີ​ເຊັນ​ໃນ​ຫຼາຍໆ​ປະ​ເທດ​ພວມ​ພັດທະນາ. ​ແລະ​ໃນ​ເມື່ອ​ພວກ​ແມ່ຍິງ​ເປັນ​ຜູ້​ຄວບ​ຄຸມ​ລາຍ​ໄດ້ ພວກ​ເຂົາ​ເຈົ້າ​ກໍ​ມີ​ທ່າ​ທາງ​ຫຼາຍ​ກວ່າ​ພວກ​ຜູ້​ຊາຍ​ ທີ່​ຈະ​ໃຊ້​ສອຍ​ສິ່ງ​ທ່ີ​ໄດ້​ມານັ້ນ ​ເພ່ືອ​ປັບປຸງ​ສຸຂະພາບ​ຂອງ​ຄອບຄົວ, ການ​ສຶກສາ ​ແລະ​ດ້ານ​ການ​ກິນ​ທ່ີ​ດີ. ດ່ັງນັ້ນ ຈຸດ​ເພັ່ງ​ເລັງຈຸດ​ນຶ່ງຂອງ​ໂຄງການ Feed the Future ນີ້ ກໍ​ຈະ​ແມ່ນ​ຜົນລະປູກ ​ເຊັ່ນ​ມັນ​ດ້າງ​ແລະ​ພືດ​ຜັກຕ່າງໆ ທີ່​ສາມາດ​ຍົກ​ລະດັບຖານະ​ຂອງພວກ​ແມ່ຍິງ ຕະຫລອດ​ທັງຜົນ​ຜະລິດ​ແລະ​ລາຍ​ຮັບ​ຂອງ​ພວກ​ເຂົາ​ເຈົ້າ.

ກາ​ນລົງທຶນ​ໃສ່​ຄວາມ​ສາມາດ​ຜະລິດ​ດ້ານ​ການ​ກະ​ເສດ ພ້ອມ​ກັບການ​ປັບປຸງ​ຕລາດ​ໃຫ້​ດີ​ຂຶ້ນ ແລະ​ການ​ຄົ້ນຄວ້າ​ໃໝ່​ ຈະ​ເພ່ີມ​ທະວີ​ສະບຽງ​ອາຫານ ທັງ​ຈະ​ເຮັດ​ໃຫ້​ລາຄາ​ຖືກ​ລົງ ສຳລັບ​ຜູ້​ຄົນ​ເປັນ ຈຳນວນ​ລ້ານໆ​ຄົນໃນ​ທົ່ວ​ໂລກ. ​ໂຄງການ Feed the Future ຈະ​ທຸ່ມເທເງິນ​ທຶນ​ຂອງ​ຕົນ​ຢ່າງ​ໜ້ອຍ 9 ​ເປີ​ເຊັນ ​ໃສ່​ການ​ສຶກສາຄົ້ນຄວ້າ. ຜົນ​ຂອງ​ຄວາມ​ໝາຍ​ໝັ້ນ​ດ່ັງກ່າວ​ນີ້ ຈະ​ທວີ​ຄູນຂຶ້ນ​ໂດຍ​ການ​ປະກອບ ສ່ວນ ​ຂອງ​ພວກ​ປະ​ເທດ​ເຈົ້າພາບ, ​ພາກສ່ວນ​ເອກ​ກະ​ຊົນ, ​ແລະ​ການ​ລົງທຶນ​ຂອງ​ເພື່ອນ​ຮ່ວມ​ງານ​ອື່ນໆ. ​ເມື່ອ​ມີ​ຫຼາຍໆ​ປະ​ເທດ, ຫຼາຍໆ​ທຸຣະ ກິດ​, ​ແລະຫຼາຍໆ​ອົງການ​ ​ຮ່ວມ​ງານ​ກັນ ​ເປົ້າ​ໝາຍ​ຮ່ວມ​ຂອງ​ພວກ​ເຮົາໃນ​ການ​ຫຼຸດຜ່ອນລົງ​ໃຫ້​ໄດ້ຢ່າງໃຫຽ່ຫຼວງ​ ຈໍານວນ​ຜູ້​ຕາຍ ​ໃນ​ແຕ່​ລະ​ມື້ ຍ້ອນ​ບໍ່​ມີ​ອາຫານ​ການ​ກິນນັ້ນ ກໍ​ຈະ​ບໍ່​ຢູ່​ໄກ​ເກີນ​ເອື້ອມ.

XS
SM
MD
LG