ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະນາຄານກາງ ສຫລ ຍັງລະມັດລະວັງ ໃນການປັບປ່ຽນ ອັດຕາດອກເບ້ຍ


US Central Bank Signals Possibility of Earlier Rate Hike
please wait

No media source currently available

0:00 0:02:03 0:00

ເບິ່ງວີດີໂອ ລາຍງານນີ້

ທະນາຄານ​ກາງສະຫະລັດ ໃຫ້​ສັນຍານ​ວ່າ ຕະຫລາດ​ວຽກ​ງານ
​ທີ່​ມີ​ອັດຕາຕ່ຳ​ເປັນ​ປະ​ຫວັດ​ການນັ້ນ ​ແມ່ນ​ຈະ​ຕ້ອງດີ​ຂຶ້ນອີກ​ຕື່ມ
​ແລະ ອັດຕາ​ເງິນ​ເຟີ້ ເພີ້​ມສູງຂຶ້ນອີກ​ໜ້ອຍ​ນຶ່ງ ກ່ອນ​ທີ່​ຕົນ​ຈະ​ປັບ
​ອັດຕາ​ດອກ​ເບ້​ຍຂຶ້ນ ຈາກ​ທີ່​ມີ​ລະດັບ​ທີ່​ຕ່ຳ​ຢູ່​ແລ້ວ​ເປັນ​ປະ​ຫວັດ​ການ.

ປະທານ​ທະຫາ​ຄານກາງ​ສະຫະລັດ ທ່ານນາງ Janet Yellen
ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ການ​ປັບ​ອັດຕາ​ດອກ​ເບ້​ຍຂຶ້ນນັ້ນ
ອາດ​ມີ​ຂຶ້ນໃນທ້າຍປີ​ນີ້ ​ພຽງແຕ່ວ່າ ຖ້າຂໍ້​ມູນ​ເສດຖະກິດ ຊີ້​ແນະ
​ວ່າ ​ມັນ​ເປັນ​ເວລາ​ທີ່​ເໝາະ​ສົມ​ແລ້ວ.

ທ່ານ​ນາງ Yellen ກ່າວ​ວ່າ “ຄະນະ​ກຳມະການ​ຕະຫລາດ​ ທີ່​ເປີດ​ກວ້າງ​ແຫ່ງ​ຊາດ
​ໄດ້​ຢືນຢັນເອົາຕື່ມ​ອີກ​ໃນ​ຕອນ​ບາຍ​ນີ້ ລະດັບ​ເປົ້າໝາຍໃນ​ເວລາ​ນີ້ ຄື ສູນ​ ຫາ
ນຶ່ງ​ສ່ວນ​ສີ່ ​ເປີ​ເຊັນ ສຳ​ຫລັບ​ອັດຕາກອງ​ທຶນ​ແຫ່ງ​ຊາດ. ພວກ​ເຮົາ​ຍັງ​ໄດ້​ທຳ​ການ​
ປັບປຸງ ການ​ແນະນຳ​ໃນ​ທາງ​ກ້າວໜ້າ ທີ່ຊີ້​ແນະ​ວ່າ ການ​ເພີ້​ມ​ລະດັບ​ເປົ້າໝາຍ
ສຳ​ຫລັບ​ອັດຕາ​ກອງທຶນ​ ຂອງລັດຖະບານກາງ ກໍ​ຍັງ​ຄົງ​ບໍ່​ອາດ​ເປັນ​ໄປ​ໄດ້ ຢູ່​ໃນ​
ກອງ​ປະຊຸມ​ຂອງ​ພວກ​ເຮົາຄັ້ງຕໍ່​ໄປ​ ທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນເມສາ.”​

ທະນາຄານ​ກາງ ​ໄດ້​ຮັກສາ​ ອັດຕາ​ດອກ​ເບ້​ຍລະຍະ​ສັ້ນ ທີ່​ສຳຄັນ​ຂອງ​ຕົນ​ໃຫ້​ຢູ່​ໃນ​ລະດັບ
​ຕ່ຳ​ເປັນ​ປະຫວັດ​ການ ​ເກືອບ​ຮອດສູນເປີເຊັນ ນັບ​ຕັ້ງ​ແຕ່ ທ້າ​ຍ​ປີ 2008 ​ເພື່ອ​ຊ່ອຍ​ໃຫ້
ເສດຖະກິດ​ຟື້ນ​ຕົວ​ຄືນ ຈາກ​ວິ​ກິດ​ການ​ທາງດ້ານການ​ເງິນ ​ແລະ ພາວະ​ເສດຖະກິດ​ຖອຍ​ລົງ.

ການ​ຂຶ້ນອັດຕາ​ດອກ​ເບ້​ຍ ຈະ​ຊຸກຍູ້​ໃຫ້ມີການຂຶ້ນອັດຕາເງິນກູ້ຢືມຕ່າງໆ​ ຂອງຜູ້​ບໍລິ​ໂພ​ກ
​ແລະ ທຸລະ​ກິດ​. ໜ້າ​ທີ່​ຂອງ​ທະນາຄາ​ນກາງ ​ແມ່ນເພື່ອສົ່ງ​ເສີມ​ໃຫ້​ຜູ້ຄົນມີວຽກການເຮັດ
ໂດຍເຕັມ​ ​ແລະ ​ໃຫ້​ລາຄາ​ສິນຄ້າ ອຸບປະໂພກແລະບໍລິໂພກຕ່າງໆມີຄວາມ​ທຸ່ນ​ທ່ຽງ.

US Economy Janet Yellen
please wait

No media source currently available

0:00 0:00:40 0:00


The U.S. central bank signaled Wednesday that the job market will have to improve further and inflation rise a bit before it raises interest rates from record lows

U.S. Federal Reserve chair Janet Yellen told journalists that a rate hike could come later this year, but only if economic data indicate the time is right.

The Federal Open Market Committee this afternoon reaffirmed the current zero to one-quarter percent target range for the federal funds rate. We alsoupdated our forward guidance indicating that an increase in the target
range for the federal funds rate remains unlikely at our next meeting in April.''

The Fed has kept its key short-term rate at record lows (near zero) since late 2008, to help the economy recover from financial crisis and recession.

A rate increase would push up consumer and business rates. The Fed's job is to encourage full employment and stable prices in the economy.

XS
SM
MD
LG