ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ພິ​ພາກ​ສາ​ ​ລັດ​ຖະ​ບານ​ກາງ ສຫລ ຂັດ​ຂວ​າງ​ ການ​ຈຳ​ກັດ ການ​ຂໍ​ລີ້​ໄພ ຂອງ ປ. ທ​ຣຳ


​ຮູບ​ພາບ ວັນ​ທີ 8 ກໍ​ລະ​ກົດ 2019 ສະ​ແດງ​ໃຫ້​ເຫັນ ຕຳ​ຫຼວດ ກວ​ດຄົນ​ເຂົ້າ​ເມືອງ ແລະ​ພາ​ສີ ລະ​ຫວ່າງ​ການ​ປະ​ຕິ​ບັດ​ງານ ຢູ່​ເມືອງ Escondido ລັດ​ຄາ​ລີ​ຟໍ​ເນຍ.
​ຮູບ​ພາບ ວັນ​ທີ 8 ກໍ​ລະ​ກົດ 2019 ສະ​ແດງ​ໃຫ້​ເຫັນ ຕຳ​ຫຼວດ ກວ​ດຄົນ​ເຂົ້າ​ເມືອງ ແລະ​ພາ​ສີ ລະ​ຫວ່າງ​ການ​ປະ​ຕິ​ບັດ​ງານ ຢູ່​ເມືອງ Escondido ລັດ​ຄາ​ລີ​ຟໍ​ເນຍ.

ຜູ້​ພິ​ພາກ​ສາ​ສານ​ລັດ​ຖະ​ບານ​ກາງ​ຄົນ​ນຶ່ງ ໄດ້​ຂັດ​ຂວາງ​ລັດ​ຖະ​ບານ​ປະ​ທ​າ​ນາ​ທິ​ບໍ​ດີ​ດຳ​
ໂນ​ລ ທ​ຣຳ ​ບໍ່​ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ​ດຳ​ລັດ ​ທີ່​ຈະ​ເຮັດ​ໃຫ້ພວກ​ຂໍ​ລີ້​ໄພ​ຊາວອ​າ​ເມ​ຣິ​ກາ​ກາງ​
ໃນ​ພາກ​ສ່ວນ​ທີ່ສຳ​ຄັນ ທີ່​ໄດ້ເດີນ​ທາງ​ມາ​ເຖິງ​ຊາຍ​ແດນ​ສະ​ຫະ​ລັດ ກັບ​ເມັກ​ຊິ​ໂກນັ້ນ ບໍ່​
ມີ​ຄຸນ​ນະ​ສົມ​ບັດ​ກ່ຽວ​ກັບ​ເລື້ອງນີ້.

ຜູ້​ພິ​ພາກ​ສາ Jon Tigar ຂອງ​ສານ​ປະ​ຈຳ​ເຂດ ​ທາງ​ພາກ​ເໜືອ​ຂອງ​ລັດ​ຄາ​ລິ​ຟໍ​ເນຍ​ ໄດ້​
ໃຫ້​ຂໍ້​ສັງ​ເກດ​ ໃນ​ຄວາມ​ເປັນ​ຫ່ວງ​ຫຼາຍ​ຢ່າງກ່ຽວ​ກັບ​ລະ​ບຽບ ແລະ​ທິດ​ທາງ​ທີ່ດຳ​ລັດ​ດັ່ງ​
ກ່າວ​ໄດ້​ອອກ ​ຢູ່​ໃນ​ການ​ຕັດ​ສິນ​ຂອງ​ທ່ານ​ໃນ​ວັນ​ພຸດ​ວານ​ນີ້.

ທ່ານ​ກ່າວ​ວ່າ​ການ​ຕັດ​ສິນ​ບໍ່​ໄດ້​ໃຫ້​ສະ​ພາ​ສັ່ງ​ປ້ອງ​ກັນ​ເພື່ອຄ້ຳ​ປະ​ກັນ​ວ່າ ຜູ້​ຂໍ​ລີ້​ໄພຢູ່​ໃນ
​ສະ​ຫະ​ລັດ ຖືກ​ຍົກ​ຍ້າຍອັນ​ທີ່​ຮ້ອງວ່າ ປະ​ເທດ​ທີ​ສາມ ​ຊຶ່ງສ່ວນ​ໃຫຍ່ແລ້ວ ມັກ​ຈະ​ແມ່ນ
​ເມັກ​ຊິ​ໂກ ໃນ​ກໍ​ລະ​ນີ​ປັດ​ຈຸ​ບັນນີ້ ຈະມີ​ຄວາມ​ປອດ​ໄພ​ຢູ່​ທີ່​ນັ້ນ ແລະ​ສາ​ມາດ​ເຂົ້າເຖິງ​ຂັ້ນ​
ຕອນ​ການ​ຂໍ​ລີ້​ໄພ​ທີ່ເປັນ​ທຳ​ໄດ້.

ທ່ານ Tigar ຂ​ຽນ​ວ່າ “ບັນ​ທຶກ​ຂອງ​ລັດ​ຖະ​ບານ​ເອງ ​ບໍ່​ໄດ້ບັນ​ຈຸຫລັກ​ຖານ​ວ່າ ລະ​ບົບ​
ການ​ລີ້​ໄພຂອງ​ເມັກ​ຊິ​ໂກ ບໍ່​ໄດ້ດຳ​ເນີນການ​ຢ່າງ​ເຕັມ​ທີ່ ແລະ​ເປັນທຳ​ຕໍ່​ການ​ພິ​ຈາ​ລ​ະ​ນາ
​ໃນ​ການ​ກ່າວອ້າງເພື່ອ​ຂໍ​ລີ້​ໄພ. ​ແຕ່ແທນ​ທີ່ ​ມັນ​ໃຫ້​ການຢືນ​ຢັນຕໍ່ການ​ສະ​ແດງ​ອອກ​ມາ​
ວ່າ ບັນ​ດາ​ຜູ້​ຂໍ​ລີ້​ໄພ​ທີ່​ຖືກ​ຍ້າຍ​ໄປ​ເມັກ​ຊິ​ໂກນັ້ນ ​ອາດ​ຈະ​ໄດ້​ຮັບ​ອັນ​ຕະ​ລາຍ​ຈາກ​ຄວາມ
​ຮຸນ​ແຮງແລະ​ທຳ​ຮ້າຍ​ຈາກ​ບັນ​ດາ​ກຸ່ມ​ທີ​ສາມ ແລະ​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ​ໂດຍປະ
ຕິ​ເສດ​ຕໍ່​ສິດ​ທິ​ເຂົາ​ເຈົ້າ​ພາຍ​ໃຕ້​ກົດ​ໝາຍ​ເມັກ​ຂິ​ໂກ ແລະສາ​ກົນ ແລະໄດ້​ສົ່ງ​ພວກ​ເຂົາ​
ເຈົ້າ​ກັບ​ຄືນ​ແບບ​ຜິດພ​າດ​ໄປ​ຍັງປະ​ເທດ​ ​ທີ່​ເຂົາ​ເຈົ້າ​ໄດ້​ຫລົບ​ໜີຈາ​ກ​ການ​ປະ​ຫັດ​ປະ​ຫານ.”

ຜູ້​ພິ​ພາກ​ສາ​ກ່າວ​ວ່າ ລັດ​ຖະ​ບານ​ບໍ່​ສາ​ມາດ​ທີ່​ຈະ​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ພວກ​ຄົນ​ຜູ້​ທີ່ໄດ້​ຮັບ
​ຜົນ​ກະ​ທົບ ໂດຍ​ກົດ​ລະ​ບຽບ ແລະ​ພວກ​ທີ່​ຢູ່​ໃນ​ສາ​ທາ​ລະ​ນະມີ​ໂອ​ກາດ​ສະ​ເໜີ​ແນວ​ຄິດ​
ຂອງ​ເຂົາ​ເຈົ້າ ກ່ອນ​ກົດ​ລະ​ບຽບເລີ້ມ​ມີຜົນບັງ​ຄັບ​ໃຊ້​ໃນອາ​ທິດ​ແລ້ວ​ນີ້. ທ່ານ​ໄດ້​ໃຫ​ຂໍ້​ສັງ​
ເກດ​ວ່າ ການ​ໂຕ້​ແຍ້ງ​ຂອງ​ລັດ​ຖະ​ບານ ທີ່​ບໍ່​ໄດ້ຕ້ອງ​ການທີ່​ຈະ​ອະ​ນຸ​ຍາດ​ໄລ​ຍະ​ການ​ທົບ
​ທວນ​ດັ່ງ​ກ່າວ ເພາະ​ວ່າ​ກົດ​ລະ​ບຽບ​ໄດ້​ພົວ​ພັນ​ກິດ​ຈະ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ແຕ່​ທ່ານ Tigar ໄດ້​ປະ​ຕິ​ເສດ​ຕໍ່​ການ​ໃຫ້​ເຫດ​ຜົນ​ດັ່ງ​ກ່າວ​ບົນ​ພື້ນ​ຖານ​ທີ່​ລັດ​ຖະ​ບານ​ບໍ່​ໄດ້​ສະ​ແດງ
​ໃຫ້​ເຫັນກ່ຽວ​ກັບ​ຄວາມ​ເຫັນ​ຂອງ​ສາ​ທາ​ລະ​ນະ ທີ່ອາດ​ນຳ​ໄປ​ສູ່ “​ຜົນ​ທີ່​ບໍ່ເພິງປາດ​ຖະ​ນາ​
ຂອງ​ສາ​ກົນ​ທີ່​ຈະ​ຕິດ​ຕາ​ມມາ.”

ພ​ວ​ກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ ​ກົດ​ລະ​ບຽບ​ໃໝ່​ໝ​າຍ​ຄວາມ​ວ່າ ​ເພື່ອ
​ຫລຸດ​ຜ່ອນ​ພາ​ລະ​ຢ່າງ​ໜັກ​ຂອງລະ​ບົບ​ລີ້​ໄພ​ສະ​ຫະ​ລັດ.

ຢູ່​ໃນ​ຖະ​ແຫຼງ​ການ​ຫວ່າງ​ມໍ່​ໆ​ມາ​ນີ້ ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ​ສະ​ຫະ​ລັດ ທ່ານ​ວິ​ລ​ລຽມ ບາ ໄດ້​
ໃຫ້​ຂໍ້​ສັງ​ເກດ ກ່ຽວ​ກັບການ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ຂອງຄົນ​ເຂົ້າ​ເມືອງ” ທີ່​ເດີນ​ທາງ​ມາ​
ເຖິງ​ຊາຍ​ແດນ​ສະ​ຫະ​ລັດ​ຕິດກັບ​ເມັກ​ຊິໂກ ຍິ່ງ​ໄປ​ກວ່າ​ນັ້ນ ພຽງ​ແຕ່​ຈຳ​ນວນນ້ອຍໆ ​ຂອງ
​ສ່ວນ​ບຸກ​ຄົນ​ເຫລົ່າ​ນີ້” ​ມີ​ຄຸນ​ສົມ​ບັດ​ພໍ​ທີ່​ຈະ​ຂໍ​ລີ້​ໄພ​ໄດ້.

ການ​ຕັດ​ສິນ​ຂອງ​ທ່ານ Tigar ໄດ້​ຮັບ​ເອົາການ​ຢືນ​ຢັນ ​ຂອງ​ລັດ​ຖະ​ບານ ທີ່ວ່າ“​ໄດ້​ມີ​ການ​
ເພີ້ມ​ວຽກ​ໜັກ​ຕໍ່ລະ​ບົບ​ຄົນ​ເຂົ້າ​ເມືອງ​ຂອງ​ປະ​ເທດ​ນີ້ພຽງ” ນັບ​ແຕ່​ທ້າຍ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG