ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທານ ​ທະ​ນາ​ຄານ​ກາງ ​ສະ​ຫະ​ລັດ ຈະ​ໃຊ້​ເຄື່ອງ​ມື​ທຸກ​ຢ່າງ ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ


​ບັນ​ດາ​ນັກ​ການ​ຄ້າ​ຕະ​ຫຼາດ​ຮຸ້ນ ທ່ານ​ແອ​ນດ​ຣູ ຊິລ​ເວີ​ແມນ ແລະ​ທ່ານ​ຊາ​ລ ຊົວ​ຣິ​ໂນ ຢູ່​ສູນ​ກາງ​ຕະ​ຫຼາດ​ຮຸ້ນ ທີ່​ນະ​ຄອນ​ນິວຢອກ ວັນ​ທີ 25 ກຸມ​ພາ 2020.
​ບັນ​ດາ​ນັກ​ການ​ຄ້າ​ຕະ​ຫຼາດ​ຮຸ້ນ ທ່ານ​ແອ​ນດ​ຣູ ຊິລ​ເວີ​ແມນ ແລະ​ທ່ານ​ຊາ​ລ ຊົວ​ຣິ​ໂນ ຢູ່​ສູນ​ກາງ​ຕະ​ຫຼາດ​ຮຸ້ນ ທີ່​ນະ​ຄອນ​ນິວຢອກ ວັນ​ທີ 25 ກຸມ​ພາ 2020.

ປະ​ທານ​ທະ​ນາ​ຄານ​ກາງ​ສະ​ຫະ​ລັດ ທ່ານ​ເຈີ​ໂຣມ ພາ​ແວ​ວ ກ່າວ​ໃນ​ວັນ​ສຸກວານ​ນີ້​ວ່າ
ເຖິງ​ແມ່ນ​ການ​ລະ​ບາດຂອງໄວ​ຣັ​ສ​ໂຄ​ໂຣ​ນາ “ເປັນ​ຄວາມ​ສ່ຽງ​ທີ່​ມີ​ການ​ຜັນ​ຂະ​ຫຍາຍ” ​
ແຕ່ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດແມ່ນຍັງຢູ່​ໃນ​ທ່າທີທີ່​ດີ.

ທ່ານ​ພາ​ແວວ ໄດ້​ຖະ​ແຫຼງໂດຍ​ບໍ່​ມີ​ການ​ປະ​ກາດ​ໃຫ້​ຊາບ​ລ່ວງ​ໜ້າໃນ​ວັນ​ສຸກວານ ນີ້​ວ່າ
“ພື້ນ​ຖານຂອງເສດ​ຖະ​ກິດ​ສະ​ຫະ​ລັດແມ່ນ​ຍັງ​ເຂັ້ມ​ແຂງ​ຢູ່.”

ທ່ານ​ກ່າວ​ເພີ້ມ​ອີກວ່າ “ທະ​ນາ​ຄານ​ກາງ​ໄດ້​ຕິດ​ຕາມ​ການເຄື່ອນ​ໄຫວ​ຢ່າງ​ໃກ້​ຊິດ ແລະ​
ຜົນ​ກະ​ທົບ​ຂອງ​ມັນ​ທີ່​ມີ​ຕໍ່​ສະ​ພາບເສດ​ຖະ​ກິດ​ຕໍ່​ໜ້າ. ພວກ​ເຮົາ​ຈະ​ໃຊ້​ເຄື່ອງ​ມື​ຂອງ​ພວກ
​ເຮົາ ແລະດຳ​ເນີນ​ການຢ່າງ​ເໝາະ​ສົມ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ.”

ບັນ​ດາ​ນັກ​ວິ​ເຄາະ​ກ່າວ​ວ່າ ຄຳຖະ​ແຫຼງ​ຂອງ​ທ່ານແມ່ນເປັນ​ສັນ​ຍານ​ອັນ​ເຂັ້ມ​ແຂງ​ທີ່ມີ​ທ່າ
​ທາງວ່າ ຈະ​ຕັດ​ອັດ​ຕາດອກ​ເບ້ຍ ບາງ​ທີ ຢູ່​ການ​ປະ​ຊຸມ​ຮອບ​ຕໍ່​ໄປ ​ໃນ​ກາງ​ເດືອນ​ມີ​ນາ
ຈະ​ມານີ້.

​ຕະ​ຫຼາດ​ຮຸ້ນ​ຢູ່ໃນ​ທົ່ວ​ໂລກ​ໄດ້​ຕົກ​ລາ​ຄາຕື່ມ​ອີກ​ໃນ​ວັນ​ສຸກວານ​ນີ້ ​ຍ້ອນ​ມີ​ຄວາມ​ຢ້ານ​ກົວ​
ກ່ຽວ​ກັບ​ຜົນ​ກະ​ທົບໃນ​ການ​ລະ​ບາດ​ຂອງ​ເຊື້ອໄວ​ຣັ​ສ​ໂຄ​ໂຣ​ນາໃໝ່.

ດັດ​ຊະ​ນີ​ຮຸ້ນ Dow Jones Industrial ຕົກ​ລາ​ຄາ​ສະ​ເລ່ຍ 357 ​ພອຍ​ທ໌ ໃນ​ວັນ​ສຸກວານ
​ນີ້ ຫຼື 1.4 ເປີ​ເຊັນ ເປັນ 25,409. ​ສ່ວນດັດ​ຊະ​ນີ​ຮຸ້ນ S&P 500 ກໍ​ຕົກ ລາ​ຄາ 0.8 ເປີ​ເຊັນ
ໃນ​ວັນ​ສຸກວານ​ນີ້ ນຶ່ງ​ມື້ ​ຫຼັງ​ຈາກໄດ້​ມີ​ການ​ຕົກ​ລາ​ຄາ​ໃຫຍ່​ສຸດ​ໃນ​ຕະ​ຫຼາດ​ຮຸ້ນສະ​ຫະ​ລັດ
ນັບ​ແຕ່​ເດືອນ​ສິງ​ຫາ 2011 ເປັນ​ຕົ້ນ​ມາ. ​ຮຸ້ນ​ເທັກ​ໂນ​ໂລ ຈີໃຫຍ່ Nasdaq Composite
ເພີ້ມ​ຂຶ້ນ​ບໍ່​ຮອດ 1 ພອຍ​ທ໌ ໃນ​ຕອນ​ປິດ​ຕະ​ຫຼາດ.

ດັດ​ຊະ​ນີ​ຈຳ​ນວນ​ນຶ່ງ​ປິດ​ລົງ ​ໃນອ​າ​ທິດ​ທີ່ມີ​ການ​ຕົກ​ລາ​ຄາ​ຂີ້​ຮ້າຍ​ສຸດນັບ​ແຕ່​ໄດ້​ເກີດ​ວິ​ກິ​ດ​
ການ​ດ້ານ​ການ​ເງິນ​ໃນ​ປີ 2008. ບັນ​ດາ​ຜູ້​ລົງ​ທຶນໄດ້​ຮີບ​ຮ້ອນຂາຍ​ຮຸ້ນອອກໃນ​ອາ​ທິດ​ນີ້
​ໂດຍຢ້ານ​ກົວ​ວ່າ​ເສດ​ຖະ​ກິດ​ຈະ​ຊັກ​ຊ້າ​ລົງ. ​ໄວ​ຣັ​ສໂຄວິດ-19 ໄດ້​ລົບ​ກວນ​ຕ່ອງ​ໂສ້​ອຸບ
​ປະ​ທານ ​ຊຶ່ງກໍ່​ໃຫ້​ເກີດມີການ​ຫ້າມ​ໃນ​ການເດີນ​ທາງ ແລະສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່
ທຸ​ລະ​ກິດ​ຫຼາຍໆ​ຢ່າງ ແລະ​ພາກ​ສ່ວນ​ການ​ຄ້າ​ຕ່າງໆ​ຢູ່​ໃນ​ທົ່ວ​ໂລກ.

ຕະ​ຫຼາດ​ຮຸ້ນຢູ່​ໃນ​ຫຼາຍ​ເຂດ​ຂອງ​ໂລກທີ່​ໄດ້​ຮັບຜົນ​ກະ​ທົບ​ຮ້າຍແຮງ​ສຸດ​ຍ້ອນ​ເຊື້ອ​ໄວ​ຣັ​ສ
​ໄດ້​ຕົກ​ລາ​ຄາ​ເປັນ​ຢ່າງ​ໃຫຍ່.

ດັດ​ຊະ​ນີ Nikkei ໃນ​ຍີ່​ຕົກ​ລາ​ຄາ 3.7 ເປີ​ເຊັນ ໃນ​ຕອນ​ປິດ​ຕະ​ຫຼາດ ດັ​ດ​ຊະ​ນີ KOSPI
ໃນ​ເກົາຫຼີ​ໃຕ້ ​ຕົກລາ​ຄາ 3.3 ເປີ​ເຊັນ ແລະ​ຕະ​ຫຼາດ​ຮຸ້ນ​ຢູ່​ຊຽງ​ໄຮ້ ໃນ ​ປະ​ເທດ​ຈີນ ຕົກລ​າ​
ຄາ 3.7 ເປີ​ເຊັນ​.

Federal Reserve Chairman Jerome Powell said Friday although the coronavirus outbreak poses 'evolving risk,' the U.S. economy remains in a good position.

"The fundamentals of the U.S. economy remain strong," Powell said in an unscheduled statement Friday.

He added, "the Federal Reserve is closely monitoring developments and their implications for the economic outlook. We will use our tools and act as appropriate to support the economy."
Analysts say his comments are a strong signal of a likely rate cut, perhaps at its next meeting mid-March.

Stock markets around the world plunged further Friday on spreading fears over the impact of the new coronavirus.

The Dow Jones Industrial Average fell 357 points Friday, or 1.4%, to 25,409. The S&P 500 fell 0.8% Friday, a day after the biggest percentage drop in U.S. markets since August 2011. The tech-heavy Nasdaq Composite closed mostly flat, gaining less than 1 point.

Some indexes closed out their worst week since the financial crisis in 2008. Investors have rushed to sell stocks this week, anxious over an economic slowdown. COVID-19 has disrupted supply chains, caused the initiation of travel bans and hampered many business and trade sectors around the world.

Stock markets in parts of the world worst affected by the virus shed substantial ground.

The Nikkei 225 in Japan closed down 3.7 percent, the KOSPI in South Korea dropped 3.3 percent and the Shanghai Composite in China dropped 3.7 percent.

XS
SM
MD
LG