ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໝັກ ເປັນປະທານາທິບໍດີ ຈາກສອງພັກ ໂຈມຕີກັນ ຂະນະທີ່ການເລືອກຕັ້ງ ໃກ້ເຂົ້າມາ


ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ໂຄສະນາຫາສຽງ ຢູ່ທີ່ມະຫາວິທະຍາໄລ ລັດ Wisconsin ໃນເມືອງ Eau Claire, ວັນທີ 1 ພະຈິກ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ໂຄສະນາຫາສຽງ ຢູ່ທີ່ມະຫາວິທະຍາໄລ ລັດ Wisconsin ໃນເມືອງ Eau Claire, ວັນທີ 1 ພະຈິກ 2016.

ທ່ານນາງ Hillary Clinton ແລະ ທ່ານ Donald Trump ຕ່າງກໍຕຳໜິກັນ ຢ່າງບໍ່ໄວ້ ໜ້າເລີຍ ໃນຂະນະທີ່ການຢັ່ງຫາງສຽງຈຳນວນໜຶ່ງ ສະແດງໃຫ້ເຫັນວ່າ ມີ​ຄະ​ແນນໃກ້ ຄຽງກັນຫຼາຍ ຊຶ່ງກົດດັນໃຫ້ທັງສອງຜູ້ສະໝັກ ຍາດກັນເພື່ອໃຫ້ໄດ້ຮັບແຮງກະຕຸ້ນ ໃນ ຂະນະທີ່ການເລືອກຕັ້ງກ້າວເຂົ້າສູ່ໄລຍະສຸດທ້າຍ.

ທ່ານນາງ ຄລິນຕັນ ກ່າວຖະແຫລງໃນການ​ໂຄ​ສະ​ນາ​ຫາ​ສຽງທີ່ເມືອງ Dade ລັດ
Florida ໃນຄວາມພະຍາຍາມທີ່ຈະຫັນປ່ຽນການສົນທະ ນາກັບຄືນ​ໄປຫາ ທ່ານ ທຣຳ ຫຼັງຈາກທີ່ໄດ້ໃຊ້ເວລາສອງສາມມື້ ຕຳນິອົງການສັນຕິບານກາງ ຫຼື FBI ​ໃນການຕັດ
ສິນໃຈ ເພື່ອທີ່ຈະກັບຄືນໄປສືບສວນສອບສວນ ໃນເລື່ອງອີເມລຂອງທ່ານນາງນັ້ນ.

ທ່ານນາງ ຄລິນຕັນ ປາກົດວ່າ ລັງເລໃຈທີ່ຈະກ່າວຖະແຫລງ ໂດຍກົງຕໍ່ທ່ານ ທຣຳ ແຕ່ໃນການນຳເອົາຄຳເຫັນບາງສ່ວນຂອງທ່ານທຣຳ ຂຶ້ນມາ ທີ່ ທ່ານ ທຣຳ ໄດ້ເວົ້າ ໄປໃນເມື່ອກ່ອນ ໂດຍກ່າວວ່າ “ແນ່ນອນ ໄດ້ໃຊ້ເວລາຫຼາຍໃນ ການລົດກຽດສັກສີ, ເຮັດໃຫ້ຂາຍໜ້າ, ຢຽດຢາມສັກສີ ແລະ ທຳຮ້າຍຮ່າງກາຍ ພວກແມ່ຍິງ.”

ທ່ານນາງ ເວົ້າວ່າ “ແທ້ຈິງແລ້ວ ຂ້າພະເຈົ້າ ຢາກຢູ່ທີ່ແຫ່ງນີ້ ເວົ້າກ່ຽວກັບເລື່ອງອື່ນໆ ແຕ່ພວກເຮົາ ຕ້ອງເວົ້າເຖິງເລື່ອງທີ່ເຈັບປວດ ນີ້ ຢ່າງກົງໄປກົງມາ. ເພາະວ່າ ມັນ ມີຄວາມສຳຄັນ. ພວກເຮົາບໍ່ສາມາດ ພຽງແຕ່ຫວັງ ໃຫ້ມັນຫາຍໄປ.”

ອະດີດນາງງາມຈັກກະວານ ນາງ Alicia Machado ສະແດງທ່າທີ ກ່ອນໜ້າ ການກ່າວຄຳປາໄສ ໂດຍຜູ້ສະໝັກ ແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton, ວັນທີ 1 ພະຈິກ 2016.
ອະດີດນາງງາມຈັກກະວານ ນາງ Alicia Machado ສະແດງທ່າທີ ກ່ອນໜ້າ ການກ່າວຄຳປາໄສ ໂດຍຜູ້ສະໝັກ ແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton, ວັນທີ 1 ພະຈິກ 2016.

ທ່ານນາງ ຄລິນຕັນ ໄດ້ຖືກນຳສະເໜີ ຢູ່ທີ່ບ່ອນຊຸມນຸມ ໃນຄືນວັນອັງຄານ ໂດຍ ອະດີດນາງງາມຈັກກະວານ Alicia Machado ແມ່ຍິງທີ່ທ່ານ ທຣຳ ໃນຄັ້ງໜຶ່ງ ໄດ້ອ້າງວ່າເປັນຄົນຕຸ້ຍເກີນໄປ ແລະ ຜູ້ທີ່ຜິດຖຽງກັນກັບທ່ານ ທຣຳ ມາໄດ້ຍາວນານ ເຖິງໜຶ່ງເດືອນ.

“ລາວໄດ້ບອກຂ້ອຍວ່າ ຂ້ອຍເບິ່ງຂີ້ລ້າຍ ແລະ ຂ້ອຍເບິ່ງໃຫຍ່ຫຼາຍ” ນາງ Machado ໄດ້ກ່າວເຖິງຄຳເວົ້າຂອງທ່ານທຣຳ ແລະກ່າວຕື່ມວ່າ “ເປັນເວລາຫຼາຍປີ ຫຼັງຈາກນັ້ນມາ ຂ້າພະເຈົ້າ ຮູ້ສຶກບໍ່ສະບາຍ ໂດຍຕໍ່ສູ້ກັບບັນຫາການກິນອາຫານ.”

ໃນຂະນະທີ່ທ່ານນາງ ຄລິນຕັນ ໄດ້ສືບຕໍ່ໂຈມຕີທ່ານ ທຣຳ ກ່ຽວກັບ ຄຸນສົມບັດ ແລະ ບັນຫາອາລົມຕ່າງໆຢູ່ນັ້ນ ທ່ານທຣຳ ໄດ້ສຸມຄວາມສົນໃຈຂອງທ່ານໃສ່ຄວາມລົ້ມແຫຼວ ຂອງກົດໝາຍຮັກສາສຸຂະພາບ ຂອງປະທານາທິບໍດີ ໂອບາມາ ແທນ, ຊຶ່ງຄ່າໃຊ້ຈ່າຍ ສຳລັບແຜນຮັກສາສຸຂະພາບ ບາງສ່ວນທີ່ມີຄວາມນິຍົມສູງ ຈະເພີ່ມສູງຂຶ້ນ ໃນອັດຕາ ສະເລ່ຍ ຫຼາຍກວ່າ 25 ເປີເຊັນ ໃນປີ 2017.

ທ່ານທຣຳ ໄດ້ກ່າວໃນລະຫວ່າງ ການ​ໂຄສະນາ​ຫາ​ສຽງ ຢູ່ທີ່ລັດ Pennsylvania ​ໃນ ຕອນເຊົ້າມື້ວານນີ້ ວ່າ “ທ່ານນາງ Hillary Clinton ຢາກຈະຂະຫຍາຍກົດໝາຍ ສຸຂະພາບ Obamacare ແລະ ເຮັດໃຫ້ມັນ ແພງຂຶ້ນຕື່ມອີກ. ທ່ານນາງ ຢາກໃຫ້ ການຮັກສາ ສຸຂະພາບ ໃນອາເມຣິກາ ຢູ່ໃນຄວາມຮັບຜິດຊອບ ຂອງລັດຖະບານ ທັງໝົດ. ຖ້າພວກເຮົາບໍ່ລົບລ້າງ Obamacare ພວກເຮົາຈະທຳລາຍ ການຮັກສາ ສຸຂະພາບ ຂອງຊາວອາເມຣິກັນ ຕະຫຼອດໄປ. ມັນເປັນເຫດຜົນ ອັນໜຶ່ງທີ່ສຳຄັນ
ທີ່ສຸດ ເປັນຫຍັງທີ່ພວກເຮົາຕ້ອງຊະນະ ໃນວັນທີ 8 ເດືອນພະຈິກ ນີ້.”

ຖ້າຫາກຖືກເລືອກ ທ່ານທຣຳ ໄດ້ກ່າວວ່າ ທ່ານຈະຮຽກ​ໃຫ້​ເປີດ​ກອງ​ປະຊຸມ​ພິ​ເສດ ຂອງລັດຖະສະພາ ເພື່ອລົບລ້າງກົດໝາຍຮັກສາສຸຂະ ພາບລາຄາຖືກ ຫລື Obamacare.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Campaign
please wait
Embed

No media source currently available

0:00 0:02:05 0:00

XS
SM
MD
LG