ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

SHEIN ຜູ້ຂາຍເຄື່ອງນຸ່ງທາງອອນໄລນ໌ ປະເຊີນກັບການ ​ປະ​ທ້ວງບໍ່​ຊື້​ສິນ​ຄ້າ ທ່າມກາງຂໍ້ກ່າວຫາວ່າ ບັງຄັບໃຊ້ແຮງງານ ຊາວວີເກີ ໃນຈີນ


ແຟ້ມພາບ - ໜ້ານຶ່ງຈາກເວັບໄຊຂອງ Shein ສະແດງໃຫ້ເຫັນຮູບເຄື່ອງນຸ່ງຕ່າງໆຂອງຕົນ, ໃນນະຄອນ ນິວຢອກ, ວັນທີ 23 ມິຖຸນາ 2023.
ແຟ້ມພາບ - ໜ້ານຶ່ງຈາກເວັບໄຊຂອງ Shein ສະແດງໃຫ້ເຫັນຮູບເຄື່ອງນຸ່ງຕ່າງໆຂອງຕົນ, ໃນນະຄອນ ນິວຢອກ, ວັນທີ 23 ມິຖຸນາ 2023.

ຜູ້ຂາຍເຄື່ອງນຸ່ງແຟຊັ້ນທາງອອນໄລນ໌ ຊື່ວ່າ ຊີ​ອິນ (SHEIN) ຂອງຈີນ ທີ່ຮູ້ ຈັກກັນໃນທົ່ວໂລກສຳລັບເຄື່ອງນຸ່ງທີ່ມີລາຄາຖືກນັ້ນ ໄດ້ຕົກເປັນເປົ້າໝາຍຂອງ ການປຸກລະດົມເພື່ອການປະທ້ວງ ຫຼື boycott.

ໃນຂະນະທີ່ຊາວມຸສລິມຢູ່ທົ່ວໂລກພວມສະເຫຼີມສະຫຼອງບຸນ ອີດ ອາລ-ຟິຕຣ໌ ຢູ່ນັ້ນ ເຊິ່ງເປັນການສິ້ນສຸດຂອງເດືອນສັກສິດຂອງຣາມາດານ, ອົງການສິດ ທິມະນຸດເພື່ອຄວາມຍຸຕິທຳສຳລັບໝົດທຸກຄົນ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນ ຊິກຄາໂກ ໄດ້ຮຽກຮ້ອງໃຫ້ພວກແມ່ຍິງມຸສລິມ ພາກັນ ບອຍ​ຄັອດ SHEIN, ໂດຍກ່າວຫາວ່າ ​SHEIN ມີສ່ວນກ່ຽວຂ້ອງໃນການບັງຄັບໃຊ້ແຮງງານຊາວ ວີເກີມຸສລິມ ໃນຈີນ.

“ກະລຸນາສົ່ງຕໍ່ກັນໄປຢ່າງກວ້າງຂວາງໃຫ້ ບອຍຄອດ SHEIN ໃນລະຫວ່າງ ການຊື້ເຄື່ອງນຸ່ງຂອງເຈົ້າສຳລັບວັນ #Eid” ກຸ່ມສິດທິມະນຸດນັ້ນ ໄດ້ກ່າວເມື່ອ ວັນພະຫັດແລ້ວນີ້ ຢູ່ໃນສື່ສັງຄົມ X ກ່ຽວກັບການປຸກລະດົມຊ່ວຍຊາວວີເກີ ຫຼື Save Uyghur ນັ້ນ ທີ່ກ່າວວ່າ “ມັນແມ່ນຄວາມຜິດຫວັງທີ່ເຫັນພວກ ແມ່ຍິງ/ເດັກຍິງມຸສລິມ ຫຼາຍພັນຄົນຊື້ຜ້າຄຸມຫົວແລະກາຍ (jilbabs) ຈາກ SHEIN ເຖິງແມ່ນວ່າ ຈະມີການຮັບຮູ້ກັນຢ່າງກວ້າງໃນການບັງຄັບໃຊ້ແຮງ ງານຊາວວີເກີກໍ​ຕາມ. #UyghurForcedLabor. #BoycottSheinEid

ຜ້າແພ ຈີລບາບ ແມ່ນມີຄວາມຍາວເຕັມສ່ວນ, ໃສ່ຄຸມຮ່າງກາຍແບບບໍ່ຫັດຕົວ ຈາກຫົວຫາຕີນ ເຊິ່ງເປັນຜ້າແພທີ່ໃສ່ໂດຍພວກແມ່ຍິງຊາວມຸສລິມບາງສ່ວນ ທີ່ຍັງປົກປິດມືຂອງພວກເຂົານຳດ້ວຍ.

ທ່ານອາຣລານ ຮີດາຢາດ ຫົວໜ້າຂອງການປຸກລະດົມ ຊ່ວຍຊາວວີເກີ ຫຼື Save Uyghur ກ່າວວ່າການກ່າວຫາທີ່​ວ່າ SHEIN ທີ່ໃຊ້ການບັງຄັບ ແຮງງານ ເປັນການກົດຂີ່ປະຊາຊົນຊາວວີເກີທີ່ຮຸນແຮງຂຶ້ນ.

“ມັນເປັນເລື້ອງສຳຄັນສຳລັບຊາວມຸສລິມ ທີ່ຈະໃຊ້ອຳນາດໃນການບໍລິໂພກຂອງ ພວກເຂົາເພື່ອປະທ້ວງຕໍ່ຕ້ານການບັງຄັບໃຊ້ແຮງງານ ແລະເພື່ອສະແດງອອກ ເຖິງຄວາມສາມັກຄີກັບປະຊາຄົມຊາວວີເກີ” ທ່ານ ຮີດາຢາດ ໄດ້ກ່າວຕໍ່ວີໂອເອ. ທ່ານກ່າວອີກວ່າ “ມັນເປັນໜ້າທີ່ຂອງເຮົາທີ່ຈະຕ້ອງກຳນົດບູລິມະສິດຄວາມສຳ ຄັນຂອງການບໍລິໂພກຢ່າງມີຈັນ​ຍາ​ບັນ ແລະການສະໜັບສະໜຸນເພື່ອຄວາມຍຸ ຕິທຳສຳລັບປະຊາຊົນຊາວວີເກີ.”

ປັກກິງ ປະຕິເສດວ່າ ບໍ່ມີການບັງຄັບໃຊ້ແຮງງານໃດໆເກີດຂຶ້ນຢູ່ໃນເຂດ ຊິນຈຽງ.

ອີງຕາມໂຄສົກຂອງ SHEIN, ຜູ້ຂາຍເຄື່ອງຍ່ອຍ​ດັ່ງ​ກ່າວມີນະໂຍບາຍ ບໍ່​ມີ​ການ​ຜ່ອນ​ຜັນສຳລັບການບັງຄັບໃຫ້ອອກແຮງງານ.

Chinese online fast-fashion retailer Shein, known for its affordable clothing globally, has become a target of a boycott campaign.

As Muslims worldwide celebrate Eid al-Fitr, the end of the holy month of Ramadan, Chicago-based human rights organization Justice for All has called on Muslim women to boycott Shein, alleging it is involved in the forced labor of Uyghur Muslims in China.

The rights group said last week on the social media platform X:

A jilbab is a full-length, loose-fitting, head-to-toe garment worn by some Muslim women that also covers the hands.

Arslan Hidayat, head of the Save Uyghur campaign, says Shein's alleged use of forced labor exacerbates oppression of the Uyghur people.

“It is crucial for Muslims to use their consumer power to protest against the use of forced labor and to demonstrate solidarity with the Uyghur community,” Hidayat told VOA. “It is incumbent upon us to prioritize ethical consumption practices and advocate for justice for the Uyghur people.”

Beijing denies that any forced labor exists in Xinjiang.

According to a Shein spokesperson, the retailer has a zero-tolerance policy for forced labor.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG