ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ຊາວກະສິກອນ ເຮັດໃຫ້ນະຄອນຫຼວງກຣີສເປັນອໍາມະພາດ ດ້ວຍການປະທ້ວງຂະໜາດໃຫຍ່


ຊາວກະສິກອນກຣີສ ລວມໂຕກັນຢູ່ດ້ານນອກລັດຖະສະພາໃນນະຄອນຫຼວງເອເທັນ, ວັນທີ 20 ກຸມພາ 2024, ໃນລະຫວ່າງການປະທ້ວງຮຽກຮ້ອງຂໍເງິນຊ່ວຍເຫຼືອ, ຄວາມໂກດແຄ້ນທີ່ເພີ້ມຂຶ້ນເປັນເວລາ 4 ອາທິດ ດ້ວຍຄໍາເວົ້າຂອງລັດຖະບານທີ່ກ່າວວ່າ ພວກເຂົາບໍ່ມີເງິນທີ່ຈະຊ່ວຍເຫຼືອຊາວກະສິກອນ.
ຊາວກະສິກອນກຣີສ ລວມໂຕກັນຢູ່ດ້ານນອກລັດຖະສະພາໃນນະຄອນຫຼວງເອເທັນ, ວັນທີ 20 ກຸມພາ 2024, ໃນລະຫວ່າງການປະທ້ວງຮຽກຮ້ອງຂໍເງິນຊ່ວຍເຫຼືອ, ຄວາມໂກດແຄ້ນທີ່ເພີ້ມຂຶ້ນເປັນເວລາ 4 ອາທິດ ດ້ວຍຄໍາເວົ້າຂອງລັດຖະບານທີ່ກ່າວວ່າ ພວກເຂົາບໍ່ມີເງິນທີ່ຈະຊ່ວຍເຫຼືອຊາວກະສິກອນ.

ຊາວ​ກະ​ສິ​ກອນ​ໃນ​ປະ​ເທດກຣີສ ໄດ້​ເພີ້ມບາດກ້າວ​ການ​ປະ​ທ້ວງຂອງພວກເຂົາເຈົ້າ, ດ້ວຍການຫຼັ່ງໄຫຼ​ເຂົ້າ​ນະ​ຄອນ​ຫຼວງ​ຂອງ​ປະ​ເທດ ​ດ້ວຍ​ລົດ​ໄຖ ​ນາ ແລະ​ອຸ​ປະ​ກອນ​ການ​ກະ​ສິ​ກຳ, ໂດຍເຕົ້າ​ໂຮມ​ກັນ​ຢູ່​ນອກ​ສະ​ພາ​ແຫ່ງ​ຊາດ. ບັນດາຊາວກະສິກອນຈົ່ມວ່າ ຕົ້ນທຶນການຜະລິດກໍາລັງເພີ້ມຂຶ້ນ, ແຕ່ລັດຖະ ບານກ່າວວ່າ ພວກເຂົາບໍ່ມີເງິນເຫຼືອເພື່ອຕອບສະຫນອງຄວາມຕ້ອງການທາງດ້ານການເງິນຂອງພວກເຂົາເຈົ້າ. ແອນທີ ຄາຣາສສະວາ (Anthee Carassava) ມີລາຍງານກ່ຽວກັບການປະເຊີນໜ້າກັນທີ່ກໍາລັງເຄັ່ງຕຶງຂຶ້ນນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ.

ເມື່ອບໍ່ດົນມານີ້, ມັນເປັນການປະທ້ວງກ່ຽວກັບການກະເສດທີ່ໃຫຍ່ທີ່ສຸດຢູ່ໃນຄວາມຊົງຈໍາ.

ຊາວ​ກະສິກອນ​ຫຼາຍ​ພັນ​ຄົນ ​ຂັບ​ລົດ​ໄຖນາທີ່ມີສີສັນ​ຫຼາຍ​ຮ້ອຍ​ຄັນ​ຜ່ານ​ຖະໜົນໃນ​ນະຄອນຫຼວງເອເທັນ, ອັນໄດ້​ເຮັດ​ໃຫ້​ການ​ສັນຈອນ​ເປັນ​ອຳມະພາດ ​ແລ້ວກໍພາກັນ​ຈອດ​ຂະບວນລົດດັ່ງກ່າວ ​ຢູ່ດ້ານ​ນອກຂອງຫໍ​ລັດຖະສະພາ.

ຫຼາຍໆ​ຄົນ ​ໄດ້​ຮ້ອງ​ຄຳ​ຂວັນ ​ແລະ​ຈູດ​ດອກ​ໄມ້ໄຟ, ສ່ວນຄົນ​ອື່ນໆ ກໍ​ໄດ້​ແກວ່ງ​ທຸງ​ສີ​ດຳໄປມາ, ດຶງ​ໂລງ​ສົບ​ອອກ​ມາ ແລະ​ວາງ​ພວງ​ມາລາ​ໄວ້ເທິງ​ລົດ​ຂອງພວກ​ເຂົາ​ເຈົ້າ, ຈັດຕັ້ງການ​ສະ​ແດງ ດັ່ງ​ທີ່ພວກ​ເຂົາ​ເຈົ້າສະແດງໃຫ້ເຫັນ​ເຖິງການຄ້າຂອງ​ພວກເຂົາ​ທີ່ກໍາລັງ​ຕາຍ​ໄປ​.

ຊາວກະສິກອນຄົນນຶ່ງ:

“ຊາວກະສິກອນຄົນນຶ່ງກ່າວວ່າ ລາວຂັບລົດໃຊ້ເວລາຮອດ 14 ຊົ່ວໂມງ ເພື່ອເຂົ້າຮ່ວມໃນການປະທ້ວງຄັ້ງນີ້ ເພາະວ່າ ເຂົາເຈົ້າກໍຕ້ອງການຄວາມຢູ່ລອດຄືກັນ. ລາວ​ກ່າວ​ວ່າ ຕົ້ນ​ທຶນ​ຂອງການ​ຜະ​ລິດກໍາລັງຖີບໂຕ​ສູງ​ຂຶ້ນ ​ໃນ​ຂະ​ນະ​ທີ່​ຊາວ​ກະ​ສິ​ກອນ​ຂາຍ​ຜົນຜະລິດ​ຂອງ​ເຂົາ​ເຈົ້າ​ໃນ​ລາ​ຄາ​ຕໍ່າ, ສຸດທ້າຍ ພວກມັນ ກໍສິ້ນສຸດ​ລົງຢູ່​ໃນ​ກະ​ຕ່າຂອງຮ້ານຄ້າ​ໃນລາຄາ 3 ແລະ​ 4 ເທົ່າ​ຂອງ​ລາ​ຄາ​ພື້ນ​ຖານ​.

ລາວຖາມວ່າ ມັນຍຸຕິທຳບໍ?

ເຈົ້າໜ້າທີ່ຕຳຫຼວດ​ກ່າວ​ວ່າ ​ຊາວ​ກະສິກອນຢ່າງໜ້ອຍ 6,000 ຄົນ ​ແລະ​ລົດ​ໄຖນາ​ປະມານ 200 ຄັນ ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ນະຄອນຫຼວງ​ຂອງ​ປະເທດກຣີສ, ສົ່ງຜົນໃຫ້​ເປັນ​ການ​ປະ​ທ້ວງ​ທາງດ້ານ​ກະສິກຳ​ທີ່​ໃຫຍ່​ທີ່​ສຸດ​ໃນ​ຄວາມ​ຊົງ​ຈຳ​ປັດຈຸບັນ​ນີ້.

ຄວາມໂກດແຄ້ນ ແລະຄວາມອຸກອັ່ງຂອງພວກເຂົາເຈົ້າຕໍ່ກັບຄ່າໃຊ້ຈ່າຍທີ່ເພີ້ມຂຶ້ນ, ສະທ້ອນໃຫ້ເຫັນເຖິງຄວາມກັງວົນທີ່ຄ້າຍຄືກັນໂດຍຊາວກະສິກອນອື່ນໆ ທີ່ດໍາເນີນການປະທ້ວງແບບໝູນວຽນໃນທົ່ວ 27 ປະເທດຂອງສະຫະພາບຢູໂຣໄລຍະສອງສາມເດືອນທີ່ຜ່ານມານີ້.

ໃນປະເທດກຣີສ, ເຖິງແມ່ນຊາວກະສິກອນຈະມີຄວາມໂກດແຄ້ນຕໍ່ຄ່າຊົດເຊີຍທີ່ພວກເຂົາຍັງບໍ່ທັນໄດ້ຮັບ ລຸນຫຼັງສູນເສຍສັດລ້ຽງແລະພືດຜົນຕ່າງໆທີ່ເສຍຫາຍຈາກໄພນໍ້າຖ້ວມຮຸນແຮງ ທີ່ໄດ້ເກີດຂື້ນຢູ່ບໍລິເວນພື້ນທີ່ກະສິກໍາຂອງປະເທດໃນປີແລ້ວນີ້ກໍຕາມ.

ຊາວ​ກະ​ສິ​ກອນກຣີສ:

“ຊາວກະສິກອນອີກຄົນນຶ່ງກ່າວວ່າ ພວກເຂົາເຈົ້າຈະບໍ່ຍອມແພ້ຕໍ່ການປະທ້ວງຂອງພວກເຂົາ. ລາວ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ຢືດ​ຢູ່​ນະ​ຄອນ​ຫຼວງ ​ຈົນ​ກວ່າ​ລັດ​ຖະ​ບານ​ຈະ​ຕອບ​ສະ​ໜອງຕາມ​ຄໍາ​ຮຽກ​ຮ້ອງ​ຂອງພວກ​ເຂົາ​ເຈົ້າ.”

ນາຍົກລັດຖະມົນຕີຈາກລັດຖະບານເປັນກາງອຽງຂວາ ທ່ານກີເຣຍໂກສ ມິດໂຊຕາກິສ (Kyriakos Mitsotakis) ໄດ້ຮັບຮູ້ຕໍ່ສະຖານະການ ຂອງຊາວກະສິ ກອນ, ເຊິ່ງໄດ້ສະແດງຄວາມຍິນຍອມບາງອັນ , ລວມທັງການຫຼຸດລົງຂອງລາ ຄາຢ່າງຫຼວງຫຼາຍກ່ຽວກັບຄ່າໄຟຟ້າ ແລະນໍ້າມັນ.

ແຕ່ ​ນອກ​ນັ້ນ, ລັດຖະບານ​ກ່າວ​ວ່າ ຂໍ້​ຈຳກັດ​ດ້ານ​ງົບປະມານ ຈະ​ບໍ່​ອະນຸຍາດ​ໃຫ້​ມີ​ການ​ສະໜອງ​ທຶນ​ເພີ້ມ​ຂຶ້ນ, ອັນໄດ້​ເຮັດ​ໃຫ້ຄວາມໂກດແຄ້ນຮຸນແຮງຢູ່ແລ້ວຂອງຊາວກິສິກອນ ເພີ້ມຂຶ້ນ.

ຊາວນາຄືດັ່ງຜູ້ຜະລິດຝ້າຍໜຸ່ມຄົນນີ້ ຮູ້ສຶກຄືວ່າຖືກຕົວະ ແລະຖືກຫຼອກລວງຈາກລັດຖະບານ.

ຊາວກະສິກອນຈາກປະເທດກຣີສ:

“ລາວກ່າວວ່າ ເຂົາເຈົ້າຈະບໍ່ຍອມແພ້. ຊາວ​ກະ​ສິ​ກອນ​ຕັ້ງ​ໃຈ​ທີ່​ຈະທໍາການປະທ້ວງຢູ່ທີ່ນັ້ນ ຈົນກວ່າ​ຈະໄດ້ຮັບໃນສິ່ງທີ່ພວກເຂົາເຈົ້າຮຽກຮ້ອງ​.

ຊາວ​ກະສິກອນຄາດວ່າ ​ຈະ​ຕັດສິນ​ໃຈດຳ​ເນີນ​ການຂອງພວກເຂົາເຈົ້າໃນຂັ້ນ​ຕໍ່​ໄປ ​ໃນ​ຂະນະ​ທີ່​ເຂົ້າຢຶດຄອງເດີ່ນກວ້າງ​ຂອງຫໍ​ລັດຖະສະພາ​ໃນ​ຕອນ​ແລງ​ວັນ​ອັງຄານ​ແລ້ວ​ນີ້.

ອ່ານບົດລາຍງານນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG