ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໙ ຕຸລາ ໒໐໒໔

ຊາວກະສິກອນໃນພາກເໜືອຂອງ ອິນເດຍ ໄດ້ຮັບການສະໜັບສະໜູນດ້ວຍອາຫານສັດຊະນິດໃໝ່


ວີດີໂອລາຍງານ ກ່ຽວກັບອາຫານຊະນິດໃໝ່ສໍາລັບຊາວກະສິກອນໃນພາກເໜືອຂອງອິນເດຍ.

ໃນພູຫິມາໄລໃນພາກເໜືອຂອງອິນເດຍ, ຊາວກະສິກອນຜູ້ລ້ຽງງົວ ສຳລັບຜະລິດນ້ຳນົມຫຼາຍພັນຄົນກຳລັງປະເຊີນກັບວິກິດການໃນຊ່ວງລະດູໜາວ. ເນື່ອງຈາກການຂາດແຄນອາຫານສັດ. ໃນປັດຈຸບັນນີ້ ອາຫານສັດລາຄາບໍ່ແພງ ທີ່ພັດທະນາໂດຍນັກວິທະຍາສາດກຳລັງຊ່ວຍໃຫ້ພວກເຂົາຜ່ານຊ່ວງເດືອນທີ່ພື້ນດິນຖືກປົກຫຸ້ມດ້ວຍຫິມະໄປ​ໄດ້ ແລະ ເພີ່ມຜົນຜະລິດຂອງປະສຸສັດ.

ທ່ານ ຣາຈີບ ຄູມາ ໄດ້ສຳຮອງອາຫານສັດຊະນິດໃໝ່ນີ້ໄວ້ສຳລັບລະດູໜາວ ທີ່ກຳລັງຈະມາຮອດ ເພື່ອໃຫ້ງົວທີ່ລາວລ້ຽງໃນເຂດພູທາງ​ພາກ​ເໜືອຂອງອິນເດຍ.

ທ່ານ ຣາຈີບ ຄູມາ, ຊາວ​ນາ​ນົມ ກ່າວ​ວ່າ

"ໃນພື້ນທີ່ພູມັກຂາດແຄນຫຍ້າສົດສະເໝີ. ມັນຮຸນແຮງຂຶ້ນໃນລະດູໜາວ ຕັ້ງແຕ່ເດືອນພະຈິກເຖິງເດືອນເມສາ. ພວກເຮົາຕ້ອງໃຫ້ອາຫານພວກມັນ ດ້ວຍຂີ້ແກບ ເຊິ່ງມັນບໍ່ມີຄຸນຄ່າທາງໂພຊະນາການເລີຍ. ມັນພຽງແຕ່ເຮັດ ໃຫ້ທ້ອງພວກມັນອິ່ມເທົ່ານັ້ນ."

ຈາກ​ການພັດທະນາຂຶ້ນທີ່ມະຫາວິທະຍາໄລກະສິກຳ CSK Himachal Pradesh Agriculture University, ອາຫານນີ້ຜະລິດຜ່ານຂະບວນ ການດອງ ຫຼັງຈາກຕັດ ແລະ ບົດພືດເຊັ່ນ ສາລີ ແລະ ຫຍ້າ. ມັນສາມາດໃຊ້ໄດ້ຕະຫຼອດທັງປີ.

ທ່ານ ອາລຸນ ຄູມາ ມາຈາກມະຫາວິທະຍາໄລກະສິກຳ CSK Himachal Pradesh Agriculture University

ທ່ານ ອາລຸນ ຄູມາ ກ່າວ​ວ່າ

"ຊາວກະສິກອນສົນໃຈທີ່ຈະນຳເອົາເຕັກໂນໂລຊີນີ້ໄປໃຊ້. ອາຫານນີ້​ມີລາຄາຖືກ, ມີຄຸນຄ່າທາງໂພຊະນາການສູງກວ່າ, ຜົນຜະລິດຂອງສັດດີຂຶ້ນ ແລະ ພວກມັນເປັນພະຍາດໜ້ອຍລົງ."

ນັບຕັ້ງແຕ່ລາວເລີ່ມໃຫ້ອາຫານສັດດ້ວຍຫຍ້າດອງນີ້, ທ່ານ ຣາຈີບ ຄູມາ ກ່າວວ່າລາຍໄດ້ຂອງລາວກໍ່ເພີ່ມຂຶ້ນອີກດ້ວຍ.

ທ່ານ ຣາຈີບ ຄູມາ ກ່າວ​ວ່າ

"ງົວແຕ່ລະໂຕໃຫ້ນົມເພີ່ມຂຶ້ນມື້ລະສອງເຖິງສາມລິດ ຫຼາຍກວ່າທີ່ເຄີຍໃຫ້ ກ່ອນໜ້ານີ້."

ລາຄາຂອງອາຫານນີ້ - ປະມານ 4 ເຊັນຕໍ່ກິໂລກຣາມ - ເຮັດໃຫ້ມີລາຄາ ບໍ່ແພງ, ແມ່ນ​ກະ​ທັ້ງສຳລັບຊາວກະສິກອນທີ່ເຮັດເພື່ອກຸ້ມກິນ. ການບັນຈຸ ເປັນກ້ອນຍັງຊ່ວຍປະຢັດແຮງງານໃນການເກັບໂຮມອາຫານສັດ.

ທ່ານ ຊິວານີ ຄາໂທດຊ໌ ຈາກມະຫາວິທະຍາໄລກະສິກຳ CSK Himachal Pradesh Agriculture University ກ່າວ

ທ່ານ ຊິວານີ ຄາໂທດຊ໌ ກ່າວ​ວ່າ

"ໃນການເຮັດຫຍ້າດອງ, ເຮົາປ່ຽນຫຍ້າສົດໃຫ້ເປັນຄືກັບຜັກດອງ, ເຊິ່ງສາມາດເກັບໄວ້ໄດ້ດົນ, ດົນເຖິງຫົກເດືອນ."

ອາຫານໃໝ່ນີ້ບໍ່ພຽງແຕ່ປັບປຸງສຸຂະພາບຂອງສັດ, ແຕ່ຍັງສົ່ງຜົນຕໍ່ສຸຂະພາບ ຂອງມະນຸດອີກດ້ວຍ.

ທ່ານ ຊິວານີ ຄາໂທດຊ໌ ກ່າວ​ວ່າ

"ນົມຈາກສັດທີ່ກິນຫຍ້າດອງນີ້ມີຈຸລິນຊີອາຫານຫຼາຍກວ່າ ເຊັ່ນ ວິຕາມິນເອ, ດີສາມ ແລະ ອີ ແລະ ແຮ່ທາດ ເຊັ່ນ ການຊຽມ ແລະ ອາຊິດ phosphorous ... ເມື່ອທຽບກັບແຫຼ່ງສັງເຄາະອື່ນໆ."

ນັກວິທະຍາສາດກ່າວວ່າໃນຂະນະທີ່ອິນເດຍປັບປຸງສາຍພັນງົວໃນຊ່ວງຫຼາຍທົດສະວັດທີ່ຜ່ານມາ, ແຕ່ບໍ່ໄດ້ໃຫ້ຄວາມສົນໃຈຫຼາຍກັບຄຸນນະພາບຂອງ ອາຫານສັດ. ສົ່ງຜົນໃຫ້ຜົນຜະລິດເພີ່ມຂຶ້ນພຽງເລັກນ້ອຍ.

ອາຫານພ້ອມໃຊ້ນີ້ຍັງຊ່ວຍຊາວກະສິກອນທີ່ມີອາຍຸຫຼາຍຂຶ້ນ ເຊັ່ນ ທ່ານ ບານ ຄຣິສນາ ຊາມາ ເຊິ່ງປະເຊີນບັນຫາການຂາດແຄນແຮງງານທີ່ພົບໄດ້ທົ່ວໄປ ໃນພື້ນທີ່ພູເຫຼົ່ານີ້. ລາວເຄີຍມີງົວສາມໂຕ - ຕອນນີ້ລາວມີພຽງໂຕດຽວ. ການປ່ຽນມາໃຊ້ຫຍ້າດອງເຮັດໃຫ້ລາວເບິ່ງໂລກໃນແງ່ດີ.

ທ່ານ ບານ ຄຣິສນາ ຊາມາ ກ່າວ​ວ່າ

"ຕັ້ງແຕ່ຂ້ອຍເລີ່ມໃຊ້ອາຫານນີ້, ຂ້ອຍສັງເກດເຫັນວ່າການຜະລິດນົມຂອງ ງົວຂອງຂ້ອຍເພີ່ມຂຶ້ນ ແລະ ມີສຸຂະພາບດີຂຶ້ນ."

ນອກຈາກຖັງແລ້ວ, ອາຫານນີ້ຍັງບັນຈຸໃນຖົງເຊິ່ງຂົນສົ່ງໄດ້ງ່າຍກວ່າ ໃນພື້ນທີ່ຫ່າງໄກ.

ທ່ານ ອາລຸນ ຄູມາ ມາຈາກມະຫາວິທະຍາໄລກະສິກຳ CSK Himachal Pradesh Agriculture University ກ່າວ

ທ່ານ ອາລຸນ ຄູມາ ກ່າວ​ວ່າ

"ພູມສັນຖານປະເທດນີ້ຍາກທີ່ຈະເດີນທາງ. ຫົນທາງບໍ່ໄດ້ໄປຮອດທຸກບ້ານ. ຊາວກະສິກອນສາມາດແບກຖົງນີ້ເຊິ່ງໜັກປະມານ 40 ກິໂລກຣາມ ເທິງຫຼັງຂອງພວກເຂົາເພື່ອໃຫ້ອາຫານສັດຂອງເຂົາໄດ້ຢ່າງງ່າຍດາຍ."

ຄວາມທ້າທາຍຕໍ່ໄປກໍຄືການຊັກຊວນໃຫ້ຊາວກະສິກອນ ເລີ່ມໃຊ້ອາຫານໃໝ່ນີ້ ຫຼາຍຂຶ້ນ. ຄວາມຫວັງຄືການເຫັນຊາວກະສິກອນຄືທ່ານ ຄູມາ ແລະ ທ່ານຊາມາ ເຮັດແບບນີ້, ເຖິງຈະສ້າງແຮງຈູງໃຈໃຫ້ຄົນອື່ນໆ ປ່ຽນມາໃຊ້ ເຊັ່ນກັນ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

during winter due to shortage of fodder. Now an affordable animal feed developed by scientists is helping them tide over the months when the land is snowbound and raise the productivity of their cattle. Anjana Pasricha has this story.

Rajiv Kumar has stocked up on this new animal feed for the approaching winter for the cows he rears in the mountains of North India.

Rajiv Kumar, Dairy Farmer.

“In hilly areas there is always a shortage of green grass. It becomes severe in winter from November to April. We had to feed them chaff which had zero nutrition. It only filled their stomachs.”

Developed at the CSK Himachal Pradesh Agriculture University, the feed is made through a process of fermentation after cutting and compacting crops like corn and grass. It can be used all year.

Arun Kumar, CSK Himachal Pradesh Agriculture University.

“Farmers are interested in adopting this technology. This feed is cheap, it has higher nutritional value, the productivity of animals is improving, and they get less diseases.”

Since he began feeding his animals the silage grass, Rajiv Kumar says his income has seen a boost as well.

Rajiv Kumar, Dairy Farmer.

“Each cow gives two to three liters more milk daily than it gave earlier.”

The cost of this feed – about four cents per kilogram – makes it affordable, even for subsistence farmers. Packed into blocks, it also saves labor spent in gathering fodder.

Shivani Katoch, CSK Himachal Pradesh Agriculture University.

"To make silage, we turn green grass into a kind of pickle, which can be stored for a long time, for up to six months.”

The new feed does not only improve animal health, but also impacts human health.

Shivani Katoch, CSK Himachal Pradesh Agriculture University.

“The milk from animals who are fed this silage has more micronutrients such as vitamins A, D3 and E and minerals such as calcium and phosphorous …. compared to other synthetic sources.”

Scientists say that while India improved breeds of cattle in recent decades, not much attention was paid to the quality of animal feed. As a result, productivity has seen little improvement.

The ready-to-use feed also helps older farmers like Bal Krishan Sharma, who struggle with labor shortages that are common in these hilly areas. He once had three cows – now he owns only one. Changing to silage grass has made him optimistic.

Bal Krishan Sharma, Dairy Farmer.

“Since I started using this feed, I have observed that my cow’s milk production has gone up and is healthier.”

Besides drums, the feed is also packed in bags that are easier to transport in remote areas.

Arun Kumar, CSK Himachal Pradesh Agriculture University.

“The terrain here is difficult to negotiate. Roads do not reach every home. A farmer can easily carry this bag of about 40 kilos on his back to feed his animals.”

The next challenge is to persuade more farmers to start using the new feed. The hope is that seeing farmers like Kumar and Sharma do so, will motivate others to make the switch.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG