ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວນາ ໃນແຂວງຄຳມ່ວນ ກຳລັງປະເຊີນ ບັນຫາຂາດ ແນວພັນເຂົ້າ ສຳລັບ ລະດູແລ້ງ


ເຈົ້າໜ້າທີ່ທ່ານນຶ່ງ ກຳລັງກວດສອບເຂົ້າເປືອກ ຢູ່ທີ່ໂຮງສີເຂົ້າ ແຫ່ງນຶ່ງ ເພື່ອຄັດເລືອກເອົາພັນເຂົ້າ ທີ່ດີໆໄວ້
ເຈົ້າໜ້າທີ່ທ່ານນຶ່ງ ກຳລັງກວດສອບເຂົ້າເປືອກ ຢູ່ທີ່ໂຮງສີເຂົ້າ ແຫ່ງນຶ່ງ ເພື່ອຄັດເລືອກເອົາພັນເຂົ້າ ທີ່ດີໆໄວ້

ກະເສດຕະກອນ ໃນແຂວງຄຳມ່ວນ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກໄພນ້ຳ
ຖ້ວມ ໃນຊ່ວງເດືອນກໍລະກົດ ຫາ ກັນຍາ ທີ່ຜ່ານມາ ກຳລັງປະເຊີນກັບ ບັນຫາຂາດ
ແນວພັນເຂົ້າ ສຳລັບປູກໃນລະດູແລ້ງປີນີ້.

ທ່ານບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງຄຳມ່ວນ ຢືນຢັນ
ວ່າ ບັນຫາຫຍຸ້ງຍາກທີ່ສຸດສຳລັບການປູກເຂົ້ານາແຊງ ໃນລະດູແລ້ງປີນີ້ ຂອງກະເສດ
ຕະກອນ ໃນແຂວງຄຳມ່ວນ ກໍຄືການຂາດແຄນແນວພັນເຂົ້າປູກ ໂດຍຈາກການສຳ
ຫຼວດສະພາບການ ພາຍຫລັງໄພນ້ຳຖ້ວມຄັ້ງໃຫຍ່ ທີ່ເກີດຂຶ້ນໃນຊ່ວງເດືອນກໍລະກົດ
ຫາ ກັນຍາ 2018 ທີ່ຜ່ານມາ ນອກຈາກຈະພົບວ່າ ມີປະຊາຊົນ ໃນແຂວງຄຳມ່ວນ
ເຖິງ 13,589 ຄອບຄົວ ໃນ 309 ບ້ານ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຄັ້ງນີ້ແລ້ວ
ກໍຍັງມີພື້ນທີ່ປູກເຂົ້ານາປີ ທີ່ຖືກນ້ຳຖ້ວມເສຍຫາຍໄປຢ່າງສິ້ນເຊີງ ກວ້າງກວ່າ 25,000
ເຮັກຕາ ອີກດ້ຍວ.

ຍິ່ງໄປກວ່ານັນ ຜົນເສຍຫາຍທີ່ເກີດຂຶ້ນນີ້ ຍ່ອມຈະສົ່ງຜົນກະທົບຕໍ່ເປົ້າໝາຍ ໃນການ
ຜະລິດເຂົ້ານາປີ ແລະການປູກພືດ ເປັນສິນຄ້າຂອງແຂວງຄຳມ່ວນ ໃນປີ 2018 ແລະ
ປີ 2019 ຢ່າງຫລີກລ່ຽງບໍ່ໄດ້ ໂດຍສະເພາະ ແມ່ນການປູກເຂົ້ານາປີ ແລະພືດສະບຽງ
ອາຫານຊະນິດຕ່າງໆ ທີ່ວາງເປົ້າໝາຍໄວ້ ໃນພື້ນທີ່ 68,730 ເຮັກຕານັ້ນ ໄດ້ຖືກນ້ຳ
ຖ້ວມເສຍຫາຍໄປແລ້ວ ຄິດເປັນນາເຂົ້າກວ້າງກວ່າ 25,000 ເຮັກຕາ ກັບພື້ນທີ່ປູກພືດ
ເປັນສິນຄ້າອີກ ໃນພື້ນທີ່ 15,570 ເຮັກຕາ ໃນຂະນະ ການທີ່ຈະຫລຸດຜ່ອນຜົນກະທົບ
ໃຫ້ເບົາບາງລົງນັ້ນ ກໍຈະຕ້ອງຊຸກຍູ້ໃຫ້ກະເສດຕະກອນປູກເຂົ້ານາແຊງ ໃຫ້ໄດ້ຫຼາຍ
ທີ່ສຸດ ຫາກແຕ່ບັນຫາທີ່ກະເສດຕະກອນໃນແຂວງຄຳມ່ວນ ກຳລັງປະເຊີນຢູ່ໃນເວລານີ້
ຄືການຂາດແຄນ ແນວພັນເຂົ້າປູກໃນປະລິມານ ເກືອບ 500 ໂຕນ ຈາກຄວາມຕ້ອງ
ການ ທັງໝົດ 800 ໂຕນ ດັ່ງທີ່ ທ່ານບຸນຈັນ ຢືນຢັນວ່າ:

“ສຳລັບແນວພັນເຂົ້ານີ້ ຖືວ່າ ຄວາມຕ້ອງການທີ່ມີ ຖືວ່າ 800 ແຕ່ວ່າ ມາຮອດປັດຈຸ
ບັນນີ້ ຖືວ່າ ທາງແຂວງກໍຄືປະຊາຊົນກະພາກັນຊອກຫາກັນຢູ່ວ່າ ພາກປະຊາຊົນນີ້
ໄດ້ 308 ໂຕນ ແລະພາກແຂວງນີ້ ຖືວ່າ ໄດ້ 30 ໂຕນແລ້ວ ເປັນແນວພັນເຂົ້າ ລຸ້ນ 2
ທັງໝົດຂອງແຂວງ 30 ໂຕນນີ້ ແຕ່ວ່າ ພວກເຮົາຈະຕ້ອງໄດ້ຊອກຫາຕື່ມອີກ.”

ຊາວນາລາວ ກຳລັງພາກັນດຳນາແຊງ ຢ່າງຫ້າວຫັນ
ຊາວນາລາວ ກຳລັງພາກັນດຳນາແຊງ ຢ່າງຫ້າວຫັນ

ທາງດ້ານທ່ານລຽນ ທິແກ້ວ ລັດຖະມົນຕີ ວ່າການກະຊວງກະສິກຳ ແລະປ່າໄມ້ ຢືນຢັນ
ວ່າ ຜົນຜະລິດເຂົ້ານາປີ ໃນລະດູຝົນປີ 2018 ຈະບໍ່ໄດ້ຕາມເປົ້າໝາຍ ທີ່ວາງໄວ້ ທີ່ປະ
ລິມານລວມ 3,550,000 ໂຕນ ແຕ່ຈະຜະລິດໄດ້ພຽງ 3,200,000 ໂຕນເທົ່ານັ້ນ ແລະ
ພາຍໃຕ້ສະພາບການດັ່ງກ່າວ ກໍຍັງເຮັດໃຫ້ຄາດໝາຍໄດ້ ວ່າ ປະຊາຊົນລາວ ຈະຕ້ອງ
ປະເຊີນກັບບັນຫາຫຍຸ້ງຍາກ ດ້ານສະບຽງອາຫານຢ່າງຫລີກລ່ຽງບໍ່ໄດ້ ດັ່ງນັ້ນ ເພື່ອເປັນ
ການບັນເທົາບັນຫາດັ່ງກ່າວນີ້ ລັດຖະບານລາວ ກໍໄດ້ກຳນົດມາດຕະການ ໃຫ້ການຊ່ອຍ
ເຫຼືອ ແກ່ກະເສດຕະກອນລາວ ໃນການປູກເຂົ້ານາແຊງ ແລະການປູກພືດເປັນສິນຄ້າ
ໃນລະດູແລ້ງ 2018-2019 ແລ້ວ ດັ່ງທີ່ ທ່ານລຽນ ໄດ້ໃຫ້ການຢືນຢັນວ່າ:

“ເຂດໃດ ນ້ຳຖ້ວມ ແລະເສຍຫາຍໜັກໜ່ວງ ກະສິມີຫລຸດຜ່ອນນະໂຍບາຍພາສີອາ
ກອນ ນັບທັງຄ່າໄຟຟ້າສູບນ້ຳຊົນລະປະທານ ອັນນີ້ນ່ະ ກະຊວງພະລັງງານ ແລະ
ບໍ່ແຮ່ ກະໄດ້ຫລຸດແລ້ວ ດຽວນີ້ກະຊວງການເງິນ ກະກຳລັງນະໂຍບາຍວ່າ ສິຢຸດພາສີ
ທີ່ດິນຢູ່ໃນເຂດທີ່ນ້ຳຖ້ວມ ຜົນກະທົບແນວໃດ ແລ້ວກະສະເພາະເລື້ອງທະນາຄານ
ກະກຳລັງດຳເນີນນະໂຍບາຍ ຫຼືວ່າ ສິນເຊື່ອຕ່າງໆເພື່ອແກ້ໄຂຫຼືປັບປຸງໂຄງສາງໜີ້
ຕ່າງໆ ໃຫ້ແກ່ຊາວກະສິກອນ.”

ໂດຍໄພນ້ຳຖ້ວມຄັ້ງໃຫຍ່ ໄດ້ເຮັດໃຫ້ນາປີເສຍຫາຍໄປ 96,000 ກວ່າເຮັກຕາ ຫຼື 12
ເປີເຊັນ ຂອງນາປີ ທີ່ປັກດຳໄດ້ທັງໝົດ ໂດຍຍັງບໍ່ລວມເຖິງເຂົ້າໄຮ່ ແລະພື້ນທີ່ປູກພືດ
ຕ່າງໆ ທີ່ເສຍຫາຍໄປກວ້າງກວ່າ 15,000 ເຮັກຕາ ຄອງຊົນລະປະທານ 778 ແຫ່ງ
ໜອງປາ 5,387 ໜອງ ງົວ-ຄວາຍ-ໝູ ແລະແບ້ ລວມກັນກວ່າ 23,000 ໂຕ ແລະ ສັດປີກເກີນກວ່າ 70,000 ໂຕ ທັງນີ້ ອົງການອາຫານ ແລະການກະເສດແຫ່ງສະຫະ
ປະຊາຊາດ ຫຼື FAO ທີ່ບາງກອກ ປະເມີນວ່າ ໄພນ້ຳຖ້ວມຄັ້ງໃຫຍ່ໃນລາວ ໄດ້ເຮັດ ໃຫ້ພາກກະສິກຳເສຍຫາຍ ໄປເກີນກວ່າ 1,260 ຕື້ກີບ ສ່ວນການທີ່ຈະຮັບປະກັນໃຫ້
ໄດ້ວ່າ ປະຊາຊົນລາວ ຈະບໍ່ຂາດແຄນສະບຽງອາຫານໃນປີ 2019 ກໍຈະຕ້ອງປູກພືດ
ລະດູແລ້ງໃຫ້ໄດ້ເຖິງ 185,000 ເຮັກຕາ ຈຶ່ງຄາດວ່າ ລັດຖະບານລາວ ຈະຂໍການຊ່ອຍ
ເຫຼືອຈາກນານາຊາດ ບໍ່ໜ້ອຍກວ່າ 1,200 ລ້ານໂດລາ ໃນໂອກາດກອງປະຊຸມໂຕະ
ມົນ ໃນທ້າຍເດືອນພະຈິກ 2018 ນີ້ ທີ່ນະຄອນວຽງຈັນ.

XS
SM
MD
LG