ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວ​ນາ ໃນ​ແຂວງ​ອັດ​ຕະ​ປື ບໍ່​ສາ​ມາດ ​ບັນ​ລຸ​ແຜນ​ການ ​ປູກ​ເຂົ້າ​ນາ​ປີ​ ສຳ​ລັບ​ປີ 2019


ປະ​ຊາ​ຊົນ​ເດີນ​ທາງ​ຜ່ານບ​ໍ​ລິ​ເວນ​ທີ່​ຖືກ​ນ້ຳ​ຖ້ວມ ​ໃນ​ເມືອງສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື. 25 ກໍ​ລະ​ກົດ 2018.
ປະ​ຊາ​ຊົນ​ເດີນ​ທາງ​ຜ່ານບ​ໍ​ລິ​ເວນ​ທີ່​ຖືກ​ນ້ຳ​ຖ້ວມ ​ໃນ​ເມືອງສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື. 25 ກໍ​ລະ​ກົດ 2018.

ກະ​ເສດ​ຕະ​ກອນ​ໃນ​ແຂວງ​ອັດ​ຕະ​ປື ສາ​ມາດ​ປູກ​ເຂົ້າ​ນາ​ແຊງ​ໄດ້​ພຽງ 264 ເຮັກ​ຕາ​ເທົ່າ
ນັ້ນ ເນື່ອງຈາກພາກສ່ວນທີ່ຮັບຜິດຊອບສາມາດສ້ອມແປງຄອງຊົນລະປະທານທີ່ເປ່
ເພໄດ້ພຽງ 5 ໂຄງການເທົ່ານັ້ນ.

ປະ​ຊາ​ຊົນ​ທີ່​ເມືອງ​ສະ​ໜາມ​ໄຊ ແຂ​ວງ​ອັດ​ຕະ​ປື​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາ​ກ​ໄພ​ນ້ຳ​ຖ້ວມ​
ຄັ້ງໃຫຍ່ທີ່ເກີດຂຶ້ນຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກເມື່ອວັນທີ 23 ກໍລະກົດ 2018
ທີ່ຜ່ານມາເປີດເຜີຍວ່າການບຸກເບີກພື້ນທີ່ກະສິກຳ ສຳລັບຜູ້ປະສົບໄພນ້ຳຖ້ວມໃນເຂດ
ເມືອງສະໜາມໄຊ ທີ່ດຳເນີນການໂດນຜະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື
ນັ້ນ ຈະບໍ່ທັນກັບການປູກເຂົ້ານາແຊງປະຈຳປີ 2019 ນີ້ຢ່າງແນ່ນອນ ທັງຍັງບໍ່ແນ່ວ່າຈະ
ສາມາດຳເນີນການໃຫ້ສຳເລັດ ແລະ ສົ່ງມອບພື້ນທີ່ກະສິກຳໃຫ້ກະເສດຕະກອນໄດ້
ທັນກັບການປູກເຂົ້າໃນລະດູຝົນປະຈຳປີ 2019 ນີ້ຫຼືບໍ່ອີກດ້ວຍ ຊຶ່ງຖ້າຫາກວ່າການ
ດຳເນີນງານຍັງຄົງຊັກຊ້າຄືກັບທີ່ເປັນຢູ່ໃນເວລານີ້ ກໍຍ່ອມຈະເຮັດໃຫ້ປະຊາຊົນທີ່ຖືກ
ກະທົບຈາກໄພນ້ຳຖ້ວມ ຈະຕ້ອງປະເຊີນກັບບັນຫາຂາດແຄນເຂົ້າກິນຕໍ່ໄປອີກເຖິງ
12 ເດືອນເປັນຢ່າງນ້ອຍ.

ທາງ​ດ້ານ​ທ່ານ​ນາງ ວິ​ໄລ​ພອນ ວໍ​ລະ​ພິມ ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ-ປ່າ​ໄມ້ ແຂວງອ​ັດ​ຕະ
ປື ຢືນຢັນວ່າການບຸກເບີກພື້ນທີ່ກະສິກຳສຳລັບຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມ
ໄຊຍັງດຳເນີນໄປຢ່າງຕັ້ງໜ້າພາຍໃຕ້ເປົ້າໝາຍທີ່ຈະດຳເນີນການໃຫ້ສຳເລັດ ແລະ ສົ່ງ
ມອບໃຫ້ກັບຜູ້ປະສົບໄພທຸກຄອບຄົວໃຫ້ທັນກັບການປູກເຂົ້ານາປີ ແລະ ພືດຕ່າງໆໃນ
ລະດູຝົນປະຈຳປີ 2019 ນີ້ໃຫ້ໄດ້ ໂດຍໄດ້ວ່າຈ້າງບັນດາຜູ້ຮັບເໝົາເອກະຊົນຈາກຫຼາຍ
ພາກສ່ວນເພື່ອບຸກເບີກພື້ນທີ່ໃຫ້ທັນກັບເປົ້າໝາຍດັ່ງກ່າວຢ່າງແທ້ຈິງ.

ແຕ່​ຢ່າງ​ໃດ​ກໍ​ຕາມ ສຳ​ລັບ​ການ​ປູກ​ເຂົ້າ​ນາ​ແຊງ​ໃນ​ທົ່ວ​ແຂວງ​ອັດ​ຕະ​ປື​ ທີ່​ໄດ້​ວາງ​ເປົ້າ​
ໝາຍໄວ້ໃນເນື້ອທີ່ 408 ເຮັກຕານັ້ນກໍປາກົດວ່າສາມາດປັກດຳໄດ້ຈິງພຽງໃນເນື້ອທີ່
264 ເຮັກຕາເທົ່ານັ້ນ ໂດຍມີສາເຫດມາຈາກການສ້ອມແປງຄອງຊົນລະປະທານທີ່ເປ່
ເພໄດ້ພຽງ 5 ໂຄງການ ຊຶ່ງສາມາດສະໜອງນ້ຳໃຫ້ກັບພື້ນທີ່ກະສິກຳໄດ້ພຽງແຕ່ 354
ເຮັກຕາເທົ່ານັ້ນ ດັ່ງທີ່ທ່ານນາງ ວິໄລພອນ ຢືນຢັນວ່າ

"ແຜນ​ການ​ປູກ​ເຂົ້າ​ນ​າແຊງ​ຂອງ​ພວກ​ເຮົາ​ນີ້​ແມ່ນ 408 ເຮັກ​ຕາ ນອກ​ຈາກ​ນັ້ນ​ພວກ​ເຮົາ​
ກະຍັງມີແຜນປູກພືດໃຫ້ໄດ້ 636 ເຮັກຕາ ແຕ່ເນື່ອງຈາກວ່າລະບົບໂຄງການຊົນລະ
ປະທານຂອງພວກເຮົານີ້ ມີບາງບ່ອນກະເປ່ເພ ແລະ ພວກເຮົາສາມາດສ້ອງແປງໄດ້
5 ໂຄງການ ຄັນໄດ້ 5 ໂຄງການແລ້ວພວກເຮົາສາມາດສະໜອງນ້ຳໃນການປູກເຂົ້າ
ໄດ້ພຽງແຕ່ 354 ເຮັກຕາ ດັ່ງນັ້ນມາຮອດປັດຈຸບັນນີ້ ການປູກເຂົ້ານາແຊງໄດ້ 264
ເຮັກຕາຫຼືວ່າເທົ່າກັບ 74.5 ເປີເຊັນຂອງແຜນການ."

ໂດຍ​ການ​ເກັບ​ຂໍ້​ມູນ​ດ້ານ​ກະ​ສິ​ກຳ​ໃນ​ເຂດ​ເມືອງ​ສະ​ໜາມ​ໄຊ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​
ໄພນ້ຳຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກນັບແຕ່ວັນທີ 23 ກໍລະ
ກົດ 2018 ເປັນຕົ້ນມາ ພົບວ່າພື້ນທີ່ປູກເຂົ້າເສຍຫາຍໄປກວ້າງກວ່າ 8,050 ເຮັກຕາ
ໃນນີ້ລວມເຖິງ 6 ບ້ານ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດກໍຄືບ້ານຫີນລາດ,
ບ້ານສະໜອງໃຕ້, ບ້ານທ່າຫີນ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່ແທ ທີ່ມີ
ຈຳນວນປະຊາກອນລວມກັນ 7,095 ຄົນໃນ 1,611 ຄອບຄົວ ຊຶ່ງຈະຕ້ອງໄດ້ຮັບການ
ຊ່ວຍເຫຼືອທຸກດ້ານເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພວກເຂົາເຈົ້າ ກັບຄືນສູ່ສະພາ
ວະປົກກະຕິໃຫ້ໄວທີ່ສຸດ.

ໂດຍ​ຜ່ານ​ມາ​ອຳ​ນາດ​ການ​ປົກ​ຄອງ​ເມືອງ​ສະ​ໜາມ​ໄຊ ໄດ້​ມີ​ການມອບ​ເງິນ​ຊ່ວຍ​ເຫຼືອ​
ເບື້ອງຕົ້ນໃຫ້ກັບຜູ້ປະສົບໄພຄອບຄົວລະ 5 ແສນກີບ ແລະ ເງິນຊ່ວຍເຫຼືອເດືອນລະ 1
ແສນກີບຕໍ່ຄົນ ນັບແຕ່ເດືອນກັນຍາ 2018 ເປັນຕົ້ນມາ ພ້ອມດ້ວຍເງິນອັດຕາກິນຄົນ
ລະ 5,000 ກີບຕໍ່ວັນ ແລະ ເຂົ້າ 20 ກິໂລກຣາມ ຕໍ່ຄົນຕໍ່ເດືອນ ສ່ວນຄອບຄົວທີ່ມີຜູ້
ເສຍຊີວິດທັງ 44 ສົບກໍໄດ້ຮັບເງິນຊ່ວຍເຫຼືອ ນຶ່ງລ້ານຫ້າແສນກີບຕໍ່ຄອບຄົວ ສຳລັບ
ນຳໃຊ້ເພື່ອການຈັດພິທີສົບຕາມຮີດຄອງປະເພນີ.

ສ່​ວນ​ໃນ​ທ້າຍ​ເດືອນ​ມັງ​ກອນ 2019 ຜ່ານ​ມາ​ທາງ​ການ ລາວ ໄດ້​ຮ່ວມ​ມື​ກັບ​ກຸ່ມ​ຜູ້​ລົງ​
ທຶນຈາກ ເກົາຫຼີໃຕ້ ດຳເນີນການຈ່າຍເງິນຊົດເຊີຍໃຫ້ຄອບຄົວຂອງຜູ້ເສຍຊີວິດ ແລະ
ຜູ້ທີ່ສູນຫາຍຍ້ອນໄພນ້ຳຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ
ແຕກ ​ຢູ່​ເມືອງ​ສະ​ໜາມ​ໄຊ ຈຳນວນທັງໝົດ 71 ລາຍໆລະ 10,000 ໂດລາ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ (UNDP) ທີ່​ນະ
ຄອນຫຼວງວຽງຈັນ ຄາດວ່າໃນປີ 2019 ລັດຖະບານ ລາວ ຕ້ອງການຄວາມຊ່ວຍເຫຼືອ
ຈາກຕ່າງປະເທດເຖິງ 1,200 ລ້ານໂດລາສຳລັບຟື້ນຟູສະພາບຊີວິດການເປັນຢູ່ຂອງ
ປະຊາຊົນທີ່ຖືກກະທົບຈາກໄພນ້ຳຖ້ວມຄັ້ງໃຫຍ່ໃນທົ່ວປະເທດ.

XS
SM
MD
LG