ອົງການອາຫານແລະການກະເສດ FAO ຂອງສະຫະປະຊາ
ຊາດ ກ່າວວ່າ ໂລກ ຕ້ອງເພີ້ມຜົນຜະລິດ ດ້ານການກະເສດ
ໃຫ້ໄດ້ເຖິງ 60 ເປີເຊັນ ຈຶ່ງຈະສາມາດຕອບສະໜອງຄວາມ
ຕ້ອງການດ້ານສະບຽງອາ ຫານ ທີ່ຕົນໄດ້ຄາດຄະເນໄວ້ ສຳ
ຫລັບຊຸມຫລາຍສິບປີ ຕໍ່ໜ້ານີ້. ແຕ່ ອົງການ FAO ກ່າວວ່າ
ການຫຼຸດນ້ອຍຖອຍລົງ ຂອງເນື້ອທີ່ປູກຝັງ ແລະແຫລ່ງນ້ຳທຳ
ມະຊາດ ໄດ້ສ້າງຄວາມທ້າທາຍຫຼາຍໆຢ່າງ. Ron Corben
ມີລາຍງານຈາກ ບາງກອກ ຊຶ່ງໄຊຈະເຣີນສຸກຈະນຳມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.
ອົງການອາຫານແລະການກະເສດຂອງສະຫະປະຊາຊາດ ຫຼື
FAO ກ່າວວ່າ ການທີ່ຈະປັບປຸງ ລະດັບຄວາມໝັ້ນຄົງ ຂອງອາຫານ ໃຫ້ສູງຂຶ້ນພາຍໃນປີ 2050 ນັ້ນ ອາດຈະຕ້ອງການ “ການປະຕິວັດຂຽວ ຫຼື Green Revolution” ຄັ້ງທີສອງ ເພື່ອເພີ້ມທະວີ ຜົນຜະລິດ ແລະລ້ຽງປາກລ້ຽງທ້ອງ ຂອງປະຊາກອນໂລກ ທີ່ຄາດວ່າ ຈະມີ
ຈຳນວນເພີ້ມຂຶ້ນເປັນ 9 ຕື້ ຫລື 9 ພັນລ້ານຄົນນັ້ນ.
ອັນທີ່ເອີ້ນກັນວ່າ "Green Revolution" ກໍຄື ການປະຕິວັດຂຽວຂອງຊຸມປີ 1960 ນັ້ນ
ແມ່ນໄດ້ມາຮອດ ພ້ອມກັບການນຳໃຊ້ ວິທີການປະຕິບັດ ດ້ານການກະເສດ ເພື່ອການ
ອຸດສາຫະກຳ ແລະພືດພັນນາໆ ຊະນິດ ທີ່ໃຫ້ຜົນເກັບກ່ຽວສູງ ທີ່ໄດ້ຊ່ວຍໃຫ້ຊາວ
ກະສິກອນ ສາມາດຜະລິດອາຫານ ໃຫ້ທັນກັບປະຊາກອນໂລກ ທີ່ມີການຂະຫຍາຍ
ຕົວຢ່າງວ່ອງໄວນັ້ນ.
ນັບແຕ່ນັ້ນມາ ການຜະລິດ ອາຫານ ຢູ່ໃນຂົງເຂດ ເອເຊຍ
ແລະປາຊີຟິກ ໄດ້ເພີ້ມຂຶ້ນ ເຖິງ 300 ເປີເຊັນ ເຖິງແມ່ນວ່າ
ມັນໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ກໍຕາມ.
ທ່ານ Hiroyuki Konuma ຜູ້ຊ່ວຍອຳນວຍການໃຫຍ່ຂອງ
FAO ແລະຜູ້ຕາງໜ້າ ເຂດ ເອເຊຍປາຊີຟິກ ກ່າວວ່າ ຄວາມ
ທ້າທາຍ ຂອງການຍົກລະດັບ ການຜະລິດ ອາຫານ ຂຶ້ນຕື່ມ
ນັ້ນແມ່ນຈະຮ້າຍແຮງ ເປັນພິເສດ ສຳຫລັບບັນດາປະເທດ
ພວມພັດທະນາ.
ທ່ານ Hiroyuki Konuma ເວົ້າວ່າ:
“ພວກເຮົາ ຄາດຄະເນວ່າ ພາຍໃນປີ 2050 ໂລກ ຈະຕ້ອງເພີ້ມ ການຜະລິດ
ອາຫານ ໃຫ້ໄດ້ເຖິງ 60 ເປີເຊັນ ຈຶ່ງຈະສາມາດ ຕອບສະໜອງ ຄວາມຮຽກຮ້ອງ
ຕ້ອງການ ໃນເວລານັ້ນໄດ້. ອັນນີ້ແມ່ນຄວາມຕ້ອງການ ໃນທົ່ວໂລກ. ແຕ່ຖ້າ
ເບິ່ງ ແຕ່ພຽງພວກປະເທດ ພວມພັດທະນາ ເທົ່ານັ້ນ ພວກເຮົາ ຄາດຄະເນວ່າ
ຈະຕ້ອງ ມີການເພີ້ມ ການຜະລິດຂຶ້ນ ເຖິງ 77 ເປີເຊັນ ຊຶ່ງເປັນເລື້ອງ ທີ່ໜ້າ
ວິຕົກ ຫລາຍກ່ວາ ເພາະວ່າ 98 ເປີເຊັນ ຂອງການເພີ້ມທະວີຂຶ້ນ ຂອງພົນລະ
ເມືອງໂລກ ແມ່ນຈະເກີດຂຶ້ນ ຢູ່ໃນບັນດາ ປະເທດ ພວມພັດທະນາ.”
ພວກປະເທດ ບໍ່ມີທາງອອກສູ່ ທະເລ ທີ່ຈະໄດ້ຮັບຜົນກະທົບ ຫຼາຍທີ່ສຸດ ກໍມີ
ອັຟການິສຖານ ພູຖານ ສປປ ລາວ ມົງໂກເລຍແລະ ເນປາລ.
ທ່ານ Konuma ກ່າວວ່າ ເນື້ອທີ່ສຳຫລັບ ປູກຝັງແມ່ນຈະ ເປັນບັນຫາສຳຄັນ.
ຢູ່ໃນຂົງເຂດ ເອເຊຍປາຊີຟິກນັ້ນ ດິນສ່ວນຫຼາຍ ແມ່ນໄດ້ຖືກນຳໃຊ້ ຢ່າງເຕັມ
ທີ່ແລ້ວ ໃນຂະນະທີ່ຢູ່ໃນຂົງເຂດອື່ນໆ ເຊັ່ນປະເທດຈີນນັ້ນ ທີ່ດິນສຳຫລັບປູກ
ຝັງກໍກຳລັງ ຫຼຸດນ້ອຍຖອຍລົງ. ນອກນີ້ແລ້ວ ຊັບພະຍາກອນນ້ຳຢູ່ໃນຫລາຍໆ
ພາກພື້ນ ແລະໃນທົ່ວໂລກ ກໍມີໜ້ອຍລົງຄືກັນ ໃນທ່າມກາງຮ່ອງຮອຍຂອງການ
ຂາດເຂີນນ້ຳ ຫລາຍຂຶ້ນ.
ແຕ່ວ່າ ທ່ານ Konuma ກໍຍັງມີຄວາມຫວັງຢູ່ວ່າ ເປົ້າໝາຍ ດ້ານການຜະລິດອາຫານ
ດັ່ງກ່າວ ຈະສາມາດບັນລຸໄດ້ ເມື່ອພິຈາລະນາ ເຖິງຄວາມກ້າວໜ້າ ທີ່ໄດ້ມີຂຶ້ນ ຢູ່ໃນ
ຂົງເຂດເອເຊຍປາຊີຟິກ ນັບແຕ່ຊຸມປີ 1960.
ທ່ານ Konuma ເວົ້າວ່າ:
“ອົງການອາຫານໂລກ ປະເມີນຕາມທິດສະດີວ່າ ພວກເຮົາ ຈະສາມາດບັນລຸ
ເປົ້າໝາຍ ການຜະລິດ ອາຫານ ດັ່ງກ່າວນີ້ໄດ້ ໂດຍການເພີ້ມຜົນ ເກັບກ່ຽວ
ຕໍ່ເຮັກຕາ ຫຼືປະມານສອງໄຮ່ເຄິ່ງ ແລະໂດຍການຄົ້ນຄ້ວາ ດ້ານການກະເສດ.
ໂດຍສະເພາະແມ່ນ ເຂົ້າ ແລະເຂົ້າ wheat ນັ້ນ ແມ່ນຍັງສາມາດ ເພີ້ມຜົນຜະ
ລິດໄດ້ຕື່ມອີກ ຫລາຍຢູ່ ຄືເວລານີ້ ພວກເຮົາມອງເຫັນ ການເພີ້ມທະວີຂຶ້ນໄດ້
60 ເປີເຊັນ ສຳຫລັບ ລະຍະ 40 ປີ ຄືແຕ່ນີ້ ໄປຫາປີ 2050.”
ໃນເວລາດຽວກັນ ການປ່ຽນແປງ ຂອງດິນຟ້າອາກາດ ກໍໄດ້ສົ່ງຜົນກະທົບ ຕໍ່ຜົນຜະລິດ
ດ້ານການກະເສດ ຢູ່ໃນບັນດາປະເທດເອເຊຍ ທີ່ບໍ່ມີທາງອອກສູ່ທະເລ ພ້ອມກັນນັ້ນ
ກໍຍັງສົ່ງຜົນໃຫ້ ລະດັບທະເລ ສູງຂຶ້ນອີກ ຢູ່ໃນພວກປະເທດເກາະດອນ ໃນເຂດມະຫາສະມຸດປາຊີຟິກ.
ພວກປະເທດ ບໍ່ມີທາງອອກສູ່ທະເລ ທີ່ຈະໄດ້ຮັບຜົນກະທົບຫລາຍທີ່ສຸດ ກໍມີ ອັຟກາ-
ນິສຖານ ພູຖານ ສປປ ລາວ ມົງໂກເລຍ ແລະ ເນປາລ. ໃນບັນດາ 15 ປະເທດໝູ່
ເກາະທີ່ຈະຕົກຢູ່ໃນ ສະພາບດຽວກັນ ກໍແມ່ນ Maldives ຢູ່ໃນຂົງເຂດ ມະຫາສະມຸດ
ອິນເດຍ ທີ່ຈະໄດ້ຮັບ ຜົນກະທົບຫລາຍທີ່ສຸດ ຈາກການປ່ຽນແປງຂອງສະພາບ
ແວດລ້ອມ.
ອົງການອາຫານໂລກ ກ່າວວ່າ ປະຊາຊົນ 840 ລ້ານຄົນ ໃນທົ່ວໂລກ ຫຼືໜຶ່ງໃນແປດ
ຄົນໃດ ແມ່ນຍັງປະສົບກັບ ຄວາມອຶດຫິວ ແບບຊ້ຳເຮື້ອຢູ່. ແລະຫລາຍກ່ວາ 30 ເປີ
ເຊັນ ຫລືຫລາຍກ່ວາ 2 ພັນລ້ານຄົນ ປະສົບກັບ ບັນຫາຂາດເຂີນທາດອາຫານ ທີ່ມີ
ຄຸນນະປະໂຫຍດຕໍ່ຮ່າງກາຍ.
ບັນດາເຈົ້າໜ້າທີ່ ອົງການອາຫານໂລກກ່າວວ່າ ຕ້ອງມີການດຳເນີນ ຄວາມພະຍາ
ຍາມຢ່າງໃຫຍ່ຫຼວງ ເພື່ອກຳຈັດຄວາມອຶດຫິວ ຢູ່ໃນຂົງເຂດ ເອເຊຍປາຊິີຟິກ ເຖິງ
ແມ່ນວ່າ ໄດ້ມີຄວາມກ້າວໜ້າຢູ່ໃນຫລາຍໆ ປະເທດ ເຊັ່ນ ໄທ ຫວຽດນາມ ແລະ
ຈີນ ນັ້ນກໍຕາມ.