ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ພວກຄອບຄົວ ລະນຶກເຖິງ ວັນຄົບຮອບ ປີທີ 4 ໃນການຫາຍສາບສູນ ຂອງຖ້ຽວບິນ ມາເລເຊຍ


ແມ່ຍິງທີ່ຮ້ອງໄຫ້ຄົນນຶ່ງ ນັ່ງລົງ ໃນຂະນະທີ່ ພວກຍາດພີ່ນ້ອງ ຂອງຜູ້ໂດຍສານ ທີ່ເດີນທາງໄປກັບຖ້ຽວບິນ MH370 ທີ່ຫາຍສາບສູນ ໃນປີ 2014 ພາກັນໄຕ້ທູບ ແລະສວດມົນ
ທີ່ວັດລາມະ ໃນນະຄອນປັກກິ່ງ. (ວັນທີ 8 ມີນາ 2016)
ແມ່ຍິງທີ່ຮ້ອງໄຫ້ຄົນນຶ່ງ ນັ່ງລົງ ໃນຂະນະທີ່ ພວກຍາດພີ່ນ້ອງ ຂອງຜູ້ໂດຍສານ ທີ່ເດີນທາງໄປກັບຖ້ຽວບິນ MH370 ທີ່ຫາຍສາບສູນ ໃນປີ 2014 ພາກັນໄຕ້ທູບ ແລະສວດມົນ ທີ່ວັດລາມະ ໃນນະຄອນປັກກິ່ງ. (ວັນທີ 8 ມີນາ 2016)

ບັນດາສະມາຊິກ ໃນຄອບຄົວຂອງຜູ້ໂດຍສານ ໃນຖ້ຽວບິນ MH370 ຂອງສາຍການ
ບິນມາເລເຊຍ ທີ່ຫາຍສາບສູນໄປ ໃນພາກໃຕ້ຂອງມະຫາສະໝຸດອິນເດຍ ໄດ້ພາກັນ
ລະນຶກເຖິງວັນຄົບຮອບ 4 ປີຂອງການຫາບສາບສູນຂອງເຮືອບິນດັ່ງກ່າວ ໃນພິທີທີ່ມີ
ຂຶ້ນ ຢູ່ນະຄອນຫຼວງກວາລາລຳເປີ.

ວັນຄົບຮອບດັ່ງກ່າວ ມີຂຶ້ນທ່າມກາງການດຳເນີນຄວາມພະຍາຍາມຄັ້ງໃໝ່ເພື່ອຊອກ ຄົ້ນຫາເຮືອລຳນີ້.

ລັດຖະບານມາເລເຊຍ ໄດ້ລົງນາມໃນຂໍ້ຕົກລົງ ເມື່ອເດືອນມັງກອນຜ່ານມາ ກັບບໍລິ
ສັດສຳຫຼວດຂອງສະຫະລັດ ເພື່ອເລີ້ມການຊອກຄົ້ນຫາເຮືອບິນທີ່ຫາຍສາບສູນໄປ.

ລັດຖະມົນຕີກະຊວງຂົນສົ່ງຂອງມາເລເຊຍ ທ່ານຫຼຽວຕົງຫຼາຍ ກ່າວວ່າ ບໍລິສັດ ໂອ
ເຊິ່ນອິນຟີນີຕີ (Ocean Infinity) ທີ່ມີສຳນັກງານ ຢູ່ນະຄອນຮິວສຕັນ ຈະຊອກຄົ້ນ
ຫາເຮືອບິນທີ່ຫາຍສາບສູນພາຍໃຕ້ສັນຍາ “ຖ້າບໍ່ເຫັນບໍ່ໄດ້ຄ່າຕອບແທນ” ຊຶ່ງໝາຍ
ຄວາມວ່າ ທາງບໍລິສັດ ຈະບໍ່ໄດ້ຮັບເງິນໃດໆ ຖ້າຫາກບໍ່ພົບເຮືອບິນໂດຍສານໂບອິ້ງ
777 ທີ່ຫາຍສາບສູນໄປນັ້ນ.

ທາງບໍລິສັດຈະໄດ້ຮັບເງິນ 20 ລ້ານໂດລາ ຖ້າຫາກພົບເຫັນເຮືອບິນ ໃນລັດສະໝີ
5,000 ກິໂລແມັດມົນທົນ, 30 ລ້ານໂດລາ, ໃນລັດສະໝີ 10,000 ກິໂລ ແມັດມົນ
ທົນ​ ແລະ 50 ລ້ານໂດລາໃນລັດສະໝີ 25,000 ກິໂລແມັດມົນທົນແລະບໍລິສັດດັ່ງ
ກ່າວ ຈະໄດ້ຮັບຄ່າຕອບແທນ 70 ລ້ານໂດລາ ຖ້າຫາກພົບເຫັນເຮືອບິນ ນອກລັດ
ສະໝີ 25,000 ກິໂລແມັດມົນທົນອອກໄປ.

ຖ້ຽວບິນ MH370 ຂອງສາຍການບິນມາເລເຊຍ ໄດ້ຫາຍສາບສູນໄປເມື່ອວັນທີ 8
ມີນາ ປີ 2014​ ໃນລະຫວ່າງທີ່ບິນຈາກນະຄອນຫຼວງກວາລາລຳເປີໄປຍັງນະຄອນ
ຫຼວງປັກກິ່ງ ພ້ອມດ້ວຍຜູ້ໂດຍສານ ແລະຈຸບິນ 239 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG