ເລື່ອງຂອງນັກຄົ້ນຄ້ວາໜຸ່ມ 3 ຄົນທີ່ຖືກວິນິໄສວ່າ ເປັນໂຣກມະເຮັງພ້ອມໆກັນ ໃນຂະນະທີ່ເຮັດວຽກຢູ່ຫ້ອງທົດລອງກ່ຽວກັບເນື້ອງອກວິທະຍາບ່ອນດຽວກັນນັ້ນ ໄດ້ເຮັດໃຫ້ເກີດການ ໂຕ້ວາທີກັນຢ່າງແຮງ ແລະການແຜ່ຂ່າວທີ່ເປັນການຄາດເດົາຕ່າງໆນາໆ ໃນສື່ສັງຄົມຢູ່ຈີນ. ຜູ້ໃຊ້ອິນເຕີແນັດ ຫລືຊາວແນັດ ມີຄວາມສົງໄສຫຼາຍຂຶ້ນ ກ່ຽວກັບການທີ່ທ່ານໝໍສາມຄົນຢູ່ໂຮງໝໍອະນຸສອນສະຖານຊຸນ ຢັດ-ເຊນ (Sun Yat-Sen) ລວມມີ ທ່ານໝໍຜ່າຕັດເຕົ້ານົມ 2 ຄົນ ແລະນັກຄົ້ນຄວ້າຢ້ຽມຢາມ ຫລືເຮັດວຽກຢູ່ທີ່ນັ້ນຊົ່ວຄາວຄົນນຶ່ງ ຖືກວິນິໄສວ່າເປັນໂຣກມະເຮັງໃນປີ 2023 ຫຼັງຈາກທໍາການສຶກສາ ແລະເຮັດວຽກຢູ່ໃນຫ້ອງທົດລອງສູນມະເຮັງເຕົ້ານົມຊູ ຮົວ (Shu Hua Breast Cancer Center lab) ໃນເມືອງກວາງໂຈວ, ແຂວງກວາງຕຸ້ງ.
ຂ່າວດັ່ງກ່າວມີຕົ້ນກຳເນີດມາຈາກພາບຖ່າຍຈາກໜ້າຈໍຄອມພີວເຕີເອົາປະຫວັດການສົນທະ ນາກັນໃນ WeChat ທີ່ເຜີຍແຜ່ ຫລື ແຊກັນຕໍ່ຢ່າງກວ້າງຂວາງ ທີ່ສະແດງໃຫ້ເຫັນວ່າທ່ານໝໍຄົນນຶ່ງ ທີ່ຖືກວິນິໄສວ່າເປັນໂຣກມະເຮັງໄດ້ຖືກເອົາອອກຈາກການສົນທະນາໃນກຸ່ມຂອງນັກຄົ້ນຄວ້າໂດຍຜູ້ທີ່ເປັນທີ່ປຶກສາຂອງເຂົາເຈົ້າ.
ຂ່າວດັ່ງກ່າວໄດ້ກາຍເປັນຫົວຂໍ້ທີ່ຄົນນິຍົມເວົ້າກັນຫລາຍຢ່າງວ່ອງໄວ ຢູ່ໃນເຄືອຂ່າຍສື່ສັງຄົມ Weibo ທີ່ນິຍົມກັນໃຊ້ຫລາຍໃນຈີນ ເຊິ່ງຊາວແນັດໄດ້ສົງໄສເພີ່ມຂຶ້ນວ່າ ໂຣກມະເຮັງຂອງນັກຄົ້ນຄວ້າອາດຈະກ່ຽວຂ້ອງກັບສະພາບແວດລ້ອມການເຮັດວຽກຢູ່ໃນຫ້ອງທົດລອງນັ້ນ.
ເນື່ອງຈາກຖືວ່າ ເປັນສະຖານທີ່ສະໜອງບໍລິການດ້ານການແພດ ແລະການຄົ້ນຄວ້າຊັ້ນນໍາ, ໂຮງໝໍອະະນຸສອນສະຖານຊຸນ ຢັດ-ເຊນ ຫລື Sun Yat-Sen Memorial ໄດ້ຮັບການຄຸ້ມຄອງໂດຍກົງຈາກຄະນະກໍາມະການສຸຂະພາບແຫ່ງຊາດຈີນ. ສ່ວນໃຫຍ່ຫ້ອງທົດລອງຂອງໂຮງຫມໍນີ້ ແມ່ນລົງເລິກສະເພາະດ້ານການຄົ້ນຄວ້າກ່ຽວກັບການຂ້າມຜ່ານ ແລະການປິ່ນປົວໂຣກມະເຮັງ, ລວມທັງການປ່ຽນແປງທາງພັນທຸກໍາຂອງໂຣກມະເຮັງ ແລະການຄວບຄຸມການສະແດງອອກຂອງພັນທຸກໍາ ຫລື ຈີນ (gene).
ໃນຖະແຫຼງການສະບັບວັນທີ 8 ພະຈິກ, ໂຮງໝໍໄດ້ຢືນຢັນວ່າ ມີນັກຄົ້ນຄວ້າສາມຄົນຢູ່ຫ້ອງທົດລອງຂອງສູນມະເຮັງເຕົ້ານົມຊູ ຮົວ (Shu Hua) ຖືກວິນິໄສວ່າເປັນມະເຮັງໃນປີ 2023 ຄື: ຢູ່ທີ່ມ້າມ, ມະເຮັງຂໍ້ຕໍ່ ແລະເຕົ້ານົມຕາມລຳດັບ. ໂຮງໝໍກ່າວວ່າທັງສາມຄົນໄດ້ຮັບການປິ່ນປົວ ແລະກຳລັງຟື້ນຟູສຸຂະພາບຢູ່, ແລະຫ້ອງທົດລອງຂອງສູນ "ໄດ້ປະຕິບັດຕາມກົດລະບຽບດ້ານຄວາມປອດໄພຂອງຫ້ອງທົດລອງຢ່າງເຂັ້ມງວດ ນັບຕັ້ງແຕ່ການເປີດຕົວໃນປີ 2005 ມາ."
ຖະແຫຼງການນັ້ນກ່າວວ່າ "ສາເຫດຂອງກໍລະນີໂຣກມະເຮັງຂອງແຕ່ລະບຸກຄົນແມ່ນສັບສົນທີ່ສຸດ ແລະໂຮງໝໍຍິນຕ້ອນຮັບສະຖາບັນຂອງພາກສ່ວນທີສາມ ມາດຳເນີນການປະເມີນຜົນ ແລະການສືບສວນຢູ່ຫ້ອງທົດລອງທີ່ວ່ານັ້ນ."
ແຕ່ຢ່າງໃດກໍຕາມ, ທ່ານລີລີ (Li Li), ທະນາຍຄວາມ ແລະຜູ້ໃຊ້ສື່ສັງຄົມເວໂບ (Weibo) ທີ່ໄດ້ຮັບການຮັບຮອງ ໂດຍທີ່ມີເພື່ອນຕິດຕາມເກືອບຮອດ 90,000 ຄົນ ໄດ້ຕັ້ງຄໍາຖາມກ່ຽວກັບຄວາມຈິງໃຈຂອງໂຮງຫມໍແຫ່ງນັ້ນວ່າ:
"ໂຮງຫມໍກ່າວວ່າພວກເຂົາເຈົ້າຍິນດີຕ້ອນຮັບການສືບສວນໃດໆກໍໄດ້ ແລະຈາກນັ້ນ ຕໍ່ມາກໍໄດ້ຮື້ຖອນຫ້ອງທົດລອງຖິ້ມ."
ນັ້ນຂ້ອນຂ້າງວ່າເປັນຄວາມຈິງ.
ບໍ່ດົນຫລັງຈາກໂຮງໝໍ ໄດ້ອອກຖະແຫຼງການວ່າຍິນດີຕ້ອນຮັບການສືບສວນໃດໆ ກໍໄດ້ ຮູບພາບທີ່ເຜີຍແຜ່ໃນ Weibo ສະແດງໃຫ້ເຫັນວ່າ ຫ້ອງທົດລອງໄດ້ຖືກຮື້ຖອນໃນຄືນວັນທີ 8 ພະຈິກ ນັ້ນເລີຍ ຊຶ່ງເຮັດໃຫ້ເກີດຄວາມໂກດແຄ້ນຂອງປະຊາຊົນ ແລະການແຜ່ຂ່າວທີ່ເປັນ ການຄາດເດົາກັນວ່າ ໂຮງຫມໍນັ້ນພະຍາຍາມທີ່ຈະກໍາຈັດຫຼັກຖານຖິ້ມ.
ໂຮງໝໍໄດ້ຢືນຢັນວ່າໄດ້ຮື້ຖອນບາງສ່ວນຂອງຫ້ອງທົດລອງ ແຕ່ກໍໄດ້ກ່າວອ້າງວ່າ ຕົນມີກຳນົດວ່າຈະຮື້ຖອນກ່ອນທີ່ຈະເກີດການໂຕ້ແຍ້ງກັນກ່ຽວກັບໂຣກມະເຮັງແລ້ວ ໂດຍເປັນສ່ວນນຶ່ງຂອງແຜນການປ້ອງກັນໄຟໄໝ້. ໂຮງໝໍກ່າວວ່າ ມັນເປັນພຽງການຮື້ຖອນໜ່ວຍສາງເກັບມ້ຽນເຄື່ອງຂອງຫ້ອງທົດລອງເທົ່ານັ້ນ, ເຊິ່ງອະທິບາຍວ່າ ມັນບໍ່ກ່ຽວຂ້ອງກັບຄວາມສົງໄສທີ່ກໍາລັງມີຢູ່ໃນປັດຈຸບັນ.
ຢູ່ໃນສື່ສັງຄົມເວໂບ (Weibo) ນັ້ນ ຊາວແນັດໄດ້ສະແດງຄວາມຕົກໃຈ ແລະບໍ່ໄວ້ວາງໃຈ ອອກມາ.
ຄົນນຶ່ງເວົ້າວ່າ: "ພວກເຂົາພະຍາຍາມເຮັດໃຫ້ມັນຊັກຊ້າລົງ, ຈົນກວ່າວ່າ ພວກທ່ານໝໍເຫຼົ່າ ນັ້ນເສຍຊີວິດໄປ, ແລະປະຊາຊົນກໍລືມກ່ຽວກັບມັນໄປ."
ອີກຄົນນຶ່ງຖາມວ່າ: “ຖ້າບໍ່ມີບັນຫາ, ເປັນຫຍັງເຂົາເຈົ້າຈຶ່ງຮື້ຖອນຫ້ອງທົດລອງດຽວນີ້? ພວກເຂົາເຈົ້າກຳລັງເຊື່ອງອໍາທຸກຢ່າງໄວ້ ແລ້ວເຮັດໃຫ້ຄົນລືມມັນໄປ.”
"ຈະທໍາການສືບສວນຢ່າງລະອຽດ, ຫຼືຈະປິດບັງໄວ້ຢ່າງງຽບ?" ຄົນທີສາມຂຽນ.
ໃນວັນທີ 9 ພະຈິກນີ້ຜ່ານມາ, ສະມາຄົມວິທະຍາສາດ ແລະເທັກໂນໂລຊີຂອງຈີນຮຽກຮ້ອງໃຫ້ດຳເນີນການສືບສວນເຫດການດັ່ງກ່າວໂດຍໄວ ແລະຢ່າງລະອຽດ.
ແມ່ນແຕ່ ຜູ້ມີອິດທິພົນທີ່ສະໜັບສະໜຸນລັດຖະບານ, ເຊັ່ນທ່ານຫູ ຊີຈິນ (Hu Xijin), ອະດີດບັນນາທິການໃຫຍ່ຂອງຫນັງສືພິມ Global Times ທີ່ສະຫນັບສະຫນູນໂດຍລັດຖະບານ ກໍຍັງເຕືອນວ່າ ການມ້າງຫ້ອງທົດລອງຖິ້ມ ໃນຂະນະທີ່ມີການໂຕ້ແຍ້ງກັນ ເປັນການເຊີນ ຊວນໃຫ້ມີ "ການແຜ່ຂ່າວທີ່ເປັນການຄາດເດົາຕື່ມຂຶ້ນອີກ" ແລະຢືນຢັນວ່າ ຄວາມສົງໄສຂອງປະຊາຊົນວ່າໂຮງຫມໍກໍາລັງ "ທໍາລາຍຫຼັກຖານຖິ້ມນັ້ນ ແມ່ນມີແທ້.'”
ທ່ານຫູ ໄດ້ຮຽກຮ້ອງໃຫ້ໂຮງໝໍໃຫ້ມີຄໍາຕອບຢ່າງຈະແຈ້ງ ແລະໂປ່ງໃສຕໍ່ເລືອງທີ່ມີການໂຕ້ແຍ້ງກັນນັ້ນ, ສະເໜີໃຫ້ຈັດກອງປະຊຸມຖະແຫລງຂ່າວ ແລະອະນຸຍາດໃຫ້ນັກຂ່າວ "ຖາມຄຳ ຖາມທີ່ສຽບແຫຼມ ແລະສະແດງໃຫ້ເຫັນວ່າໂຮງໝໍກຳລັງເວົ້າຄວາມຈິງ."
ການສຶກສາຄົ້ນຄວ້າທີ່ດໍາເນີນຢູ່ໃນສະວີເດນ ແລະອິສຣາແອລ ໄດ້ສະແດງໃຫ້ເຫັນວ່າ ພວກນັກຄົ້ນຄວ້າທີ່ປະຕິບັດງານໃນຫ້ອງທົດລອງທີ່ສຶກສາຄົ້ນຄວ້າກ່ຽວກັບໂຣກມະເຮັງເປັນປະຈໍາ ແມ່ນມີຄວາມສ່ຽງສູງທີ່ຈະເປັນໂຣກມະເຮັງ ເມື່ອທຽບກັບປະຊາຊົນທົ່ວໄປ. ຫ້ອງທົດລອງແບບນັ້ນ ຕ້ອງໄດ້ປະຕິບັດຕາມລະບຽບການຮັກສາຄວາມປອດໄພຢ່າງເຂັ້ມງວດ, ລວມທັງໂດຍການໃຊ້ການລະບາຍອາກາດແບບທັນສະໄໝ ແລະກໍານົດເວລາຢ່າງຈໍາກັດສໍາລັບພະນັກງານ, ສະຫລຸບການສຶກສາຄົ້ນຄວ້າລົງ.
ເຫດການດັ່ງກ່າວໄດ້ເຮັດໃຫ້ເປັນຈຸດເດັ່ນ ກ່ຽວກັບລະບຽບດ້ານຄວາມປອດໄພຂອງຫ້ອງທົດລອງຢູ່ໃນໂຮງໝໍຈີນ., ຫນັງສືພິມ Economic Observer ຊຶ່ງແປວ່ານັກສັງເກດການທາງເສດຖະ ກິດເປັນໜັງສືພິມລາຍສັບປະດາທີ່ເປັນເອກະລາດຂອງຈີນ ໄດ້ສໍາພາດກັບນັກສຶກສາແພດຫ້າຄົນໃນຈີນ ກ່ຽວກັບປະສົບການຂອງເຂົາເຈົ້າໃນເລື້ອງລະບຽບການຮັກສາຄວາມປອດໄພຫ້ອງທົດລອງໃນໄລຍະທີ່ທໍາການສຶກສາຄົ້ນຄວ້າຂອງເຂົາເຈົ້າຢູ່.
ພວກນັກສຶກສານັ້ນກ່າວວ່າ ເຂົາເຈົ້າບໍ່ເຄີຍໄດ້ຮັບການຝຶກອົບຮົມຢ່າງເປັນທາງການກ່ຽວກັບລະບຽບການຮັກສາຄວາມປອດໄພ ໃນຫ້ອງທົດລອງຈັກເທື່ອ ໃນໄລຍະທີ່ທໍາການສຶກສາຄົ້ນຄວ້າຂອງເຂົາເຈົ້າຢູ່ນັ້ນ, ແລະເຂົາເຈົ້າໄດ້ຮຽນເຄັດລັບດ້ານຄວາມປອດໄພນໍາທີ່ປຶກສາ ແລະ ເພື່ອນຮ່ວມຫ້ອງຮຽນທີ່ອາວຸໂສກວ່າຂອງເຂົາເຈົ້າ.
"ລະບຽບການຮັກສາຄວາມປອດໄພຂອງພວກເຮົາແມ່ນມີຢ່າງຈໍາກັດຢູ່ພຽງແຕ່ການໃສ່ຖົງມືແລະຫນ້າກາກ. ສ່ວນວ່າ ເປັນຫຍັງພວກເຮົາຕ້ອງໃສ່ມັນ ແລະມີສານອັນໃດແດ່ທີ່ອາດຈະເປັນອັນຕະລາຍຕໍ່ພວກເຮົານັ້ນ? ແມ່ນພວກເຮົາບໍ່ແນ່ໃຈເລີຍ,” ນັ້ນຄືຄໍາເວົ້າຂອງຜູ້ໃຫ້ສໍາພາດຄົນນຶ່ງທີ່ຂໍໃຫ້ບໍ່ເປີດເຜີຍຊື່ກ່າວຕໍ່ໜັງສືພິມ Economic Observer.