ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານສີ, ຜູ້ນໍາຂອງຈີນ ຮຽກຮ້ອງໃຫ້ ຍົກເວັ້ນການລົງໂທດຕໍ່ຊີເຣຍ ຊຶ່ງເຮັດໃຫ້ຄົນ ເຂົ້າໃຈຜິດ ຕໍ່ຄວາມຖືກຕ້ອງຊອບທໍາຂອງການລົງໂທດນັ້ນ


ໃນພາບນີ້ທີ່ໄດ້ຖືກເປີດເຜີຍໂດຍອົງການຂ່າວ ຊິນຫົວ, ສະແດງໃຫ້ເຫັນ ປະທານາທິບໍດີຊີເຣຍ ທ່ານບາຊາຣ ອາຊາດ, ຢູ່ກາງເບື້ອງຂວາ, ແລະສະຕີໝາຍເລກນຶ່ງ ອາສມາ ອາຊາດ ທີ່ເດີນທາງຮອດເມືອງຮາງຊູ ຂອງຈີນ, ເມື່ອວັນທີ 21 ກັນຍາ 2023. (Huang Zongzhi/Xinhua via AP, File)
ໃນພາບນີ້ທີ່ໄດ້ຖືກເປີດເຜີຍໂດຍອົງການຂ່າວ ຊິນຫົວ, ສະແດງໃຫ້ເຫັນ ປະທານາທິບໍດີຊີເຣຍ ທ່ານບາຊາຣ ອາຊາດ, ຢູ່ກາງເບື້ອງຂວາ, ແລະສະຕີໝາຍເລກນຶ່ງ ອາສມາ ອາຊາດ ທີ່ເດີນທາງຮອດເມືອງຮາງຊູ ຂອງຈີນ, ເມື່ອວັນທີ 21 ກັນຍາ 2023. (Huang Zongzhi/Xinhua via AP, File)
ທ່ານສີ ຈິນຜິງ

ທ່ານສີ ຈິນຜິງ

ປະທານປະເທດຈີນ

ທ່ານສີ ຈິນຜິງ, ປະທານປະເທດຈີນກ່າວວ່າ: “ຈີນ… ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ ຈົ່ງ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ​ຝ່າຍ​ດຽວ​ທີ່​ຜິດ​ກົດໝາຍ​ຕໍ່​ຊີເຣຍ ​ໂດຍດ່ວນ​.”

Misleading
ນັ້ນແມ່ນເຮັດໃຫ້ເຂົ້າໃຈຜິດ.

ໃນ​ການ​ຢ້ຽມ​ຢາມ​ຈີນ​ເປັນ​ເວ​ລາ 4 ວັນ​ເມື່ອ​ມໍ່ໆ​ມາ​ນີ້, ປະ​ທາ​ນາ​ທິ​ບໍ​ດີ ຊີ​ເຣຍ ທ່ານບາຊາ ອາລ-ອາຊາດ (Bashar al-ອາຊາດ) ໄດ້​ຮັບ​ການ​ຕ້ອນ​ຮັບ​ດ້ວຍ​ສຽງ​ດົນ​ຕີທີ່ຟົດຟື້ນມ່ວນຊື່ນ, ມີນັກ​ຟ້ອນ, ນັກສະ​ແດງເປັນ​ແຖວ​ໆ ແລະ ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ຊ່ວຍ​ເຫຼືອ​ຊີ​ເຣຍສ້າງສາປະ ເທດຊາດຄືນ​ໃໝ່.

ດັ່ງທີ່ນັກຂ່າວ ອາຢາ ແບັດທຣາວີ (Aya Batrawy) ຂອງວິທະຍຸປວງຊົນແຫ່ງຊາດ ກ່າວໃນວັນທີ 23 ກັນຍາຜ່ານມາວ່າ ການຕ້ອນຮັບທ່ານອາຊາດ ຢູ່ໃນຈີນສະແດງໃຫ້ເຫັນເຖິງ "ການກູ້ກຽດສັກສີ" ໃຫ້ແກ່ຜູ້ຊາຍທີ່ເຄີຍເປັນ "ຄົນບໍ່ດີລະດັບໂລກ" ນັບຕັ້ງແຕ່ມີການທັບມ້າງ "ການລຸກຮືຂຶ້ນທີ່ໂດ່ງດັງ ຕໍ່ຕ້ານລັດຖະບານຂອງທ່ານ ດ້ວຍລະເບີດ ແລະທະຫານທີ່ມີກໍາລັງອັນເຕັມປ່ຽມ ແລະເຄື່ອງມືດ້ານຄວາມໝັ້ນຄົງຂອງທ່ານ.”
ນາງກ່າວວ່າ ສົງຄາມນັ້ນ "ໄດ້ເຂັ່ນຂ້າຫຼາຍແສນຄົນ," ແລະຊາວຊີເຣຍຫຼາຍລ້ານຄົນຍັງຄົງຕ້ອງອົບພະຍົບໜີຢູ່.

ການ​ຢ້ຽມ​ຢາມ​ຂອງ​ທ່ານອາຊາດ ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ສ້າງ “ການ​ເປັນ​ຄູ່​ຮ່ວມ​ມື​ທາງຍຸດ​ທະ​ສາດ” ລະ​ຫວ່າງ​ສອງ​ປະ​ເທດ ຊຶ່ງເປັນການສົ່ງ​ຖ້ອຍຄໍາບອກ ປະ​ເທດ​ຕາ​ເວັນ​ຕົກ​ໃຫ້ຮູ້ກ່ຽວ​ກັບ​ອິດ​ທິ​ພົນ​ຂອງ​ຈີນ​ທີ່​ກໍາລັງສູງ​ຂຶ້ນຢູ່​ໃນເຂດຕາ​ເວັນ​ອອກ​ກາງ.

ແຕ່​ເພື່ອ​ເຮັດໃຫ້​ການ​ເປັນ​ຄູ່​ຮ່ວມ​ມືໄດ້ຮັບການ​ພັດທະນາໄດ້​ຢ່າງ​ເຕັມ​ສ່ວນ ປັກ​ກິ່ງ​ຕ້ອງການ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ​ຜ່ອນ​ຜັນ​ ການ​ລົງ​ໂທດ​ທາງ​ການ​ທູດ ​ແລະ​ເສດຖະກິດ​ທີ່ວາງ​ອອກ​ມາຕໍ່​ລັດຖະບານ​ຊີເຣຍ ພາຍຫຼັງ​ຖືກ​ກ່າວ​ຫາວ່າ ​ກໍ່​ອາດຊະຍາ​ກຳ​ສົງຄາມ.

ດັ່ງ​ນັ້ນ, ​ໃນ​ການ​ສະ​ແດງ​ເຖິງການສະໜັບສະໜູນ​ຕໍ່​ຊີເຣຍນັ້ນ ​ໃນ​ລະຫວ່າງ​ການ​ພົບ​ປະ​ກັບ​ທ່ານອາຊາດ, ປະທານ​ປະ​ເທດ​ຈີນ, ທ່ານສີ ຈິ້ນຜິງ ໄດ້​ແກ້ໄຂບັນຫານີ້ ໂດຍກົງ ໂດຍກ່າວ ອ້າງວ່າ ​ບັນດາ​ມາດ​ຕະການ​ລົງໂທດຂອງ​ຝ່າຍ​ຕາ​ເວັນ​ຕົກແມ່ນ “ຜິດ​ກົດໝາຍ.”

“ຈີນ… ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງຈົ່ງ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ​ຝ່າຍ​ດຽວ​ທີ່​ຜິດ​ກົດໝາຍ​ຕໍ່​ຊີເຣຍ ​ໂດຍດ່ວນ​.”

ນັ້ນແມ່ນເຮັດໃຫ້ເຂົ້າໃຈຜິດ.

ການ​ລົງ​ໂທດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ໄດ້​ຮັບ​ການຮັບຮູ້​ ​ແລະ​ມີ​ຜົນ​ບັງ​ຄັບ​ໃຊ້ໃນລະດັບ​ສາ​ກົນ ໃນຂະນະທີ່ການ​ລົງ​ໂທດໂດຍປະ​ເທດ​ໃດປະເທດນຶ່ງ ແມ່ນເປັນການ​ລົງໂທດ​ຝ່າຍ​ດຽວ. ການ​ລົງ​ໂທດ​ຂອງ​ປະ​ເທດ​ໃດນຶ່ງ​ ແມ່ນ​ຖືກກົດ​ຫມາຍ ອີງ​ຕາມ​ກົດ​ຫມາຍ​ຂອງ​ປະ​ເທດ​ນັ້ນ​ ແຕ່​ບໍ່​ມີ​ຂໍ້​ຜູກ​ມັດ​ທາງ​ກົດ​ຫມາຍ ​ສໍາ​ລັບປະເທດອື່ນ​.

ດັ່ງນັ້ນ, ການລົງໂທດຂອງສະຫະລັດ, ສະຫະພາບຢູໂຣບ, ອອສເຕຣເລຍ ແລະສະວິດເຊີແລນ ຕໍ່ທ່ານອາຊາດ ແລະລະບອບປົກຄອງຂອງທ່ານ ແມ່ນເປັນການລົງໂທດຝ່າຍດຽວ, ຊຶ່ງຫມາຍຄວາມວ່າ ປະເທດອື່ນ ສາມາດເລືອກໄດ້ວ່າ ຈະປະຕິບັດຕາມການລົງໂທດນັ້ນ ຫຼືບໍ່. ບາງ​ປະ​ເທດ, ​ໃນ​ນັ້ນລວມ​ມີ​ອີຣ່ານ, ຣັດ​ເຊຍ ​ແລະ​ຈີນ ໄດ້ສືບ​ຕໍ່​ດຳ​ເນີນ​ທຸລະ​ກິດ​ຢູ່ໃນ​ຊີເຣຍ, ​ເຖິງ​ແມ່ນວ່າ ​ຈະ​ຖືກມາດຕະການລົງ​ໂທດ​ກໍ່ຕາມ.

ທ່ານສີ ​ໄດ້​ໃຊ້​ຊ່ອງ​ຫວ່າງ​ໃນການໃຊ້​ຄຳ​ສັບ​ທີ່ວ່ານັ້ນ ເພື່ອ​ເຮັດໃຫ້ມີຄວາມເຂົ້າໃຈຜິດ ຕໍ່​ຄວາມ​ຖືກຕ້ອງ​ຊອບທໍາ​ຂອງ​ການ​ລົງ​ໂທດ​ຕໍ່​ຊີ​ເຣຍ.

ພ້ອມກັນນັ້ນ ທ່ານ​ຍັງ​ບໍ່​ສົນ​ໃຈ​ຕໍ່​ການ​ກໍ່​ອາດຊະຍາ​ກຳ​ຂອງ​ລັດຖະບານ​ຊີ​ເຣຍ ​ແລະ ກ່ອນອື່ນ ໝົດ ແມ່ນ​ບໍ່​ໄດ້​ເວົ້າ​ເຖິງເຫດຜົນ ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ມາດ​ຕະການ​ລົງ​ໂທດ​ຕໍ່​ລະບອບ​ປົກຄອງຂອງ​ທ່ານອາຊາດ.
ການ​ປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ​ ໄດ້​ເກີດ​ຂຶ້ນທົ່ວ​ປະ​ເທດ​ຊີ​ເຣຍ ​ໃນ​ເດືອນ​ມີນາ ປີ 2011, ​ໂດຍ​ມີ​ພົນລະ​ເມືອງ​ຮຽກຮ້ອງ​ໃຫ້​ຍຸຕິ​ການ​ກະທຳ​ແບບ​ຜະເດັດການ​ຂອງ​ລັດ​ຖະບານ ທ່ານອາຊາດ. ການ​ປະ​ທ້ວງ​ດັ່ງກ່າວ​ໄດ້​ກາຍ​ເປັນ​ສົງຄາມ​ກາງ​ເມືອງ​ຢ່າງ​ວ່ອງ​ໄວ​ລະຫວ່າງ​ຝ່າຍລັດຖະບານ​ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜູນ​ຫຼັງໂດຍຣັດ​ເຊຍ ​ແລະ​ອີຣ່ານ ​ກັບ​ກຸ່ມ​ກະບົດ​ຕໍ່ຕ້ານ​ລັດຖະບານ​ທີ່​ສະໜັບສະໜູນ​ໂດຍ​ສະຫະລັດ, ພັນທະ​ມິດ​ລະດັບໂລກຂອງສະຫະລັດ ​ແລະ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ລວມທັງ ຊາອູດີ ອາຣາເບຍ, ເທີກີ, ຈໍແດນ ​ແລະ​ສະຫະລັດ ​ອາຣັບ​ເອເມີ​ເຣສ.

ມາຮອດເດືອນສິງຫາປີ 2012, ພວກນັກສືບສວນຂອງອົງການສະຫະປະຊາຊາດໄດ້ກ່າວຫາ ທຸກຝ່າຍໃນສົງຄາມກາງເມືອງຂອງຊີເຣຍວ່າ ໄດ້ກໍ່ອາຊະຍາກຳສົງຄາມ ແຕ່ກໍກ່າວວ່າ "ການກໍ່ອາຊະຍາກຳສົງຄາມທີ່ມີຫຼາຍຄັ້ງກວ່າ" ແລະ "ມີີຄວາມຫຼາກຫຼາຍກວ່າ" ແມ່ນກະທໍາ ໂດຍພວກທີ່ “ມາຈາກຝ່າຍລັດຖະບານ.”

ການກະທໍາເຫຼົ່ານີ້ລວມມີ “ການ​ເຂັ່ນຂ້າຢ່າງ​ຜິດ​ກົດໝາຍ, ການ​ທໍລະມານ, ການ​ຈັບ​ກຸມ ​ແລະຄຸມ​ຂັງ​ແບບພາລະການ, ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ, ການ​ໂຈມ​ຕີ​ແບບ​ບໍ່​ມີການ ເລືອກເຟັ້ນ, ການ​ປຸ້ນສະດົມ ​ແລະ ການ​ທຳລາຍ​ຊັບ​ສິນ,” ອີງຕາມພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​.

ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ກອງ​ກຳລັງ​ລັດຖະບານ​ຊີ​ເຣຍ ​ແລະ​ພວກ​ຫົວ​ຮຸນ​ແຮງຊາບີຮາ (Shabiha) ທີ່​ສະໜັບສະໜູນ​ລັດຖະບານ​ໄດ້​ຂົ່ມ​ຂືນ​ພວກ​ຜູ້​ຊາຍ, ຜູ້ຍິງ ​ແລະ​ເດັກນ້ອຍ​ໃນ​ການ​ກະທຳ​ທີ່​ສາມາດ​ຖືກ​ດຳ​ເນີນ​ຄະດີວ່າ ເປັນການກໍ່​ອາຊະຍາ​ກຳ​ຕ້ານ​ມະນຸດ​ຊາດ.

ແຟ້ມພາບ - ມຸມມອງທົ່ວໄປ ຂອງໂບດ Saint Simeon, ຕັ້ງຢູ່ໄກ 30 ກິໂລແມັດ ກ້ຳຕາເວັນຕົກສຽງເໜືອ ຂອງເມືອງອາເລັບໂປ ຂອງຊີເຣຍ , ແມ່ນເຫັນໄດ້ວ່າ ຖືກທຳລາຍ ເມື່ອວັນທີ 8 ມີນາ 2023. (AP/Omar Albam)
ແຟ້ມພາບ - ມຸມມອງທົ່ວໄປ ຂອງໂບດ Saint Simeon, ຕັ້ງຢູ່ໄກ 30 ກິໂລແມັດ ກ້ຳຕາເວັນຕົກສຽງເໜືອ ຂອງເມືອງອາເລັບໂປ ຂອງຊີເຣຍ , ແມ່ນເຫັນໄດ້ວ່າ ຖືກທຳລາຍ ເມື່ອວັນທີ 8 ມີນາ 2023. (AP/Omar Albam)

ລັດ​ຖະ​ບານ​ຊີ​ເຣຍ ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ໃຊ້​ອາ​ວຸດ​ເຄ​ມີ​ຫຼາຍ​ຮ້ອຍ​ເທື່ອ ​ໃນ​ໄລ​ຍະທີ່​ມີ​ການຂັັດ ແຍ້ງກັນ ແລະ​ໄດ້​ຖືກ​ປະ​ນາມ​ຈາກ​ສາ​ກົນຍ້ອນການເຮັດແນວນັ້ນ​ ໃນ​ປີ 2013, 2017 ແລະ 2018.

ການສຶກສາຄົ້ນຄວ້າ ໂດຍສະຖາບັນດ້ານນະໂຍບາຍຂອງລັດຖະະບານທົ່ວໂລກ ທີ່ຕັ້ງຢູ່ໃນນະຄອນຫລວງເບີລິນ ສະຫຼຸບວ່າ ໃນປີ 2019, 98 ເປີເຊັນຂອງການໂຈມຕີທາງເຄມີໃນສົງຄາມກາງເມືອງຂອງຊີເຣຍ ແມ່ນປະຕິບັດໂດຍລະບອບປົກຄອງຂອງທ່ານອາຊາດ. ສິ່ງ​ເຫຼົ່າ​ນີ້ ​ລວມ​ທັງ​ການ​ຖິ້ມ​ອາຍແກັສທີ່ມີທາດຄລໍຣີນ, ຊາຣີນ ແລະ​ອາຍພິດມາສຕາດ ຊູນ​ຟູ​ຣິກໃສ່​ພົນລະ​ເຮືອນ​ຊີ​ເຣຍ.
ໃນ​ເດືອນ​ມີນາ​, 2017, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຮ່າງ​ມັດຕິ​ເພື່ອ​ວາງ​ມາດ​ຕະການ​ລົງ​ໂທດ​ຕໍ່​ຊີເຣຍ ກ່ຽວ​ກັບ​ການ​ນຳ​ໃຊ້​ອາວຸດ​ເຄມີ. ຣັດ​ເຊຍ ​ແລະ​ຈີນ​ໄດ້​ຄັດຄ້ານຕໍ່ຮ່າງມັດຕິນັ້ນ.

ຍິ່ງ​ໄປ​ກວ່າ​ນັ້ນ, ສົງ​ຄາມ​ກາງເມືອງທີ່ດໍາເນີນໄປໃນທົດ​ສະ​ວັດນຶ່ງ ​ຍັງ​ໄດ້​ຫັນ​ປະ​ເທດ​ທີ່​ຖືກ ທໍາລາຍດ້ວຍສົງ​ຄາມ ໃຫ້ກາຍເປັນປະເທດທີ່ເຕັມໄປດ້ວຍຢາເສບຕິດ​. ບົດລາຍງານການສືບສວນຂອງໜັງສືພິມ New York Times ທີ່ເຜີຍແຜ່ອອກມາໃນເດືອນທັນວາ 2021 ໄດ້ສະຫຼຸບວ່າ ການຄ້າຢາເສບຕິດໄດ້ກາຍເປັນການດໍາເນີນງານທີ່ມີມູນຄ່າຫຼາຍຕື້ໂດລາ ໂດຍມີການກ່າວຫາວ່າ ມີສ່ວນກ່ຽວພັນກັບທະຫານຊີເຣຍ ແລະຍາດພີ່ນ້ອງຂອງທ່ານອາຊາດ.

ສະຫະລັດ, ສະຫະພາບຢູໂຣບ, ການາດາ, ອອສເຕຣເລຍ ແລະສະວິດເຊີແລນ ໄດ້ວາງມາດຕະການລົງໂທດທາງດ້ານເສດຖະກິດ ຕໍ່ລະບອບການປົກຄອງຂອງທ່ານອາຊາດ ນັບຕັ້ງແຕ່ສົງຄາມກາງເມືອງຊີເຣຍເລີ່ມຕົ້ນຂຶ້ນ ເພື່ອແນໃສ່ປ້ອງກັນບໍ່ໃຫ້ລັດຖະບານໃຊ້ຄວາມຮຸນແຮງຕໍ່ພົນລະເມືອງຊີເຣຍ.

Iໃນປີ 2019, ສະຫະລັດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປົກປ້ອງພົນລະເຮືອນຊີເຣຍ ຫລື Caesar Syria Civilian Protection Act ເຊິ່ງກ່ຽວຂ້ອງກັບການລົງໂທດຂັ້ນຮອງລົງມາ ທີ່ແນເປົ້າໃສ່ບັນດາໜ່ວຍງານທົ່ວໂລກ ທີ່ດຳເນີນທຸລະກິດກັບລັດຖະບານຊີເຣຍ, ກັບທະຫານ ແລະອົງການສືບລັບຂອງປະເທດນີ້. ການ​ກະທຳ​ດັ່ງກ່າວ​ໄດ້​ຖືກ​ຂະໜາມນາມ​ຕາມ​ຊ່າງ​ຖ່າຍພາບໃນ​ກອງທັບ​ຊີ​ເຣຍ ​ທີ່​ບໍ່​ປະສົງ​ອອກ​ນາມ ​ທີ່​ໄດ້ຫຼົບໜີ​ໂດຍມີ​ຮູບ 53,000 ແຜ່ນ ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ການ​ທໍລະມານ ​ທີ່​ຖືກ​ຖ່າຍເອົາ​ຢູ່​ໃນ​ຄຸກ​ຂອງ​ລັດຖະບານ.

ບໍລິສັດແຣນ ຫລື Rand Corporation ຊຶ່ງເປັນອົງການຄົ້ນຄວ້າດ້ານນະໂຍບາຍຂອງໂລກ, ຂຽນໃນປີ 2021 ວ່າ: "ເຖິງແມ່ນວ່າ ຈະມີການນໍາໃຊ້ໃນຂອບເຂດຈໍາກັດກໍຕາມ, ກົດຫມາຍ Caesar ໄດ້ມີອິດທິພົນຢ່າງຫຼວງຫຼາຍຕໍ່ຄວາມຂັດແຍ້ງໃນຊີເຣຍ ແລະຄວາມສາມາດຂອງ ທ່ານອາຊາດ ທີ່ຈະອ້າງເອົາໄຊຊະນະຢ່າງສິ້ນເຊີງໄດ້ ຍ້ອນສອງເຫດຜົນ ນັ້ນກໍຄື - ຄວາມສາມາດຂອງສະຫະລັດໃນການແນເປົ້າຫມາຍໃສ່ໜ່ວຍງານຕ່າງໆໃນທົ່ວໂລກ ແລະຄວາມຈິງທີ່ວ່າ ການລົງໂທດແມ່ນຖືກບັງຄັບໃຊ້ໂດຍກົດໝາຍ.”

ການລົງໂທດຂອງສະຫະລັດ ໄດ້ໃຫ້ການຍົກເວັ້ນການຊ່ວຍເຫຼືອດ້ານມະນຸດສະທໍາ, ການຊ່ວຍເຫຼືອດ້ານການແພດ ແລະສະບຽງ, ອາຫານ ແລະສິ່ງຈໍາເປັນຕໍ່ຊີວິດປະຈໍາວັນ.
ແຕ່​ການ​ລົງ​ໂທດ​ດັ່ງກ່າວ​ໄດ້​ຖືກຕັ້ງຄໍາຖາມ​ຂຶ້ນມາ​ ໃນ​ເດືອນ​ກຸມພາ​ຜ່ານ​ມາ ຫລັງ​ຈາກ​ແຜ່ນດິນ​ໄຫວ​ຂະໜາດ 7.8 ຣິກ​ເຕີ ​ໄດ້​ສັ່ນ​ສະ​ເທືອ​ນພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເທີ​ກີ ໃກ້​ກັບ​ຊາຍ​ແດນ​ຊີ​ເຣຍ ​ແລະ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ຝ່າຍ​ຕໍ່ຕ້ານ​ຊີ​ເຣຍ ຊຶ່ງ​ໄດ້​ເຮັດ​ໃຫ້​ຜົນ​ກະທົບ​ຂອງ​ສົງຄາມ​ທີ່​ຍັງ​ດຳ​ເນີນ​ໄປຢູ່​ນັ້ນ ​ຮ້າຍ​ແຮງ​ຂຶ້ນ.

ແມ່ຍິງຄົນນຶ່ງຄົວກິນ ຢູ່ໃກ້ທີ່ພັກຊົ່ວຄາວຂອງນາງ ແລະຄອບຄົວຂອງນາງ ໃຊ້ເປັນສະຖານທີ່ພັກຊົ່ວຄາວໃນເມືອງອາກີຢາແມນ ທາງພາກໃຕ້ຂອງເທີກີ, ວັນອາທິດ, ວັນທີ 12 ກັນຍາ 2023. (AP/Khalil Hamra)
ແມ່ຍິງຄົນນຶ່ງຄົວກິນ ຢູ່ໃກ້ທີ່ພັກຊົ່ວຄາວຂອງນາງ ແລະຄອບຄົວຂອງນາງ ໃຊ້ເປັນສະຖານທີ່ພັກຊົ່ວຄາວໃນເມືອງອາກີຢາແມນ ທາງພາກໃຕ້ຂອງເທີກີ, ວັນອາທິດ, ວັນທີ 12 ກັນຍາ 2023. (AP/Khalil Hamra)

ວັນ​ທີ 10 ກຸມພາ​ຜ່ານມານ ສະຫະລັດ ​ໄດ້​ປະກາດ​ຍົກ​ເວັ້ນການ​ລົງ​ໂທດ​ຕໍ່​ຊີເຣຍ​ເປັນ​ເວລາ 180 ວັນ ​ສໍາລັບ "ການ​ເຄື່ອນ​ໄຫວ​ທັງ​ໝົດທີ່​ກ່ຽວຂ້ອງ​ກັບການດໍາເນີນ​ຄວາມ​ພະຍາຍາມໃນການ​ກູ້​ໄພຈາກ​ແຜ່ນດິນ​ໄຫວ." ແຕ່ຢ່າງໃດກໍ່ຕາມ, ລະບອບປົກຄອງຂອງອາຊາດ ຢືນຢັນວ່າ ການຊ່ວຍເຫຼືອທັງໝົດຕ້ອງໄດ້ໄປຜ່ານລັດຖະບານຂອງທ່ານ ກ່ອນທີ່ຈະນໍາໄປແຈກຢາຍໃຫ້ບັນດາຂົງເຂດທີ່ໄດ້ຮັບຜົນກະທົບນັ້ນໄດ້.

XS
SM
MD
LG