ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນປະຕິເສດແບບຜິດໆ ຕໍ່ການໂຄສະນາເຜີບແຜ່ຂ່າວທີ່ບໍ່ມີຄວາມຈິງ ແນໃສ່ນາຍົກລັດຖະມົນຕີຂອງການາດາ


ຮູບແຕ້ມສາທິດ ໃຫ້ເຫັນ ທຸງຊາດຈີນ ແລະການາດາ ທີ່ເປັນພາບປະກອບສຳລັບເລື້ອງນີ້, ໃນວັນທີ 21 ກໍລະກົດ 2022. (REUTERS/Dado Ruvic/Illustration)
ຮູບແຕ້ມສາທິດ ໃຫ້ເຫັນ ທຸງຊາດຈີນ ແລະການາດາ ທີ່ເປັນພາບປະກອບສຳລັບເລື້ອງນີ້, ໃນວັນທີ 21 ກໍລະກົດ 2022. (REUTERS/Dado Ruvic/Illustration)
ໂຄສົກຂອງສະຖານທູດຈີນປະຈຳການາດາເວົ້າວ່າ:

ໂຄສົກຂອງສະຖານທູດຈີນປະຈຳການາດາເວົ້າວ່າ:

“ການາດາຂີ້ຕົວະຢ່າງສິ້ນເຊີງ ແລະເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງທັງນັ້ນ... ປັກກິ່ງບໍ່ເຄີຍແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດອື່ນ."

ຜິດ

ໃນວັນ​ທີ 23 ຕຸລາຜ່ານມາ​, ກະຊວງ​ການ​ຕ່າງປະ​ເທດ​ກາ​ນາ​ດາ​ ກ່າວ​ວ່າ ຕົນ​ໄດ້​ຄົ້ນ​ພົບ​ການ​ໂຄສະນາ​ເຜີຍ​ແຜ່​ຂ່າວ​ທີ່​ບໍ່​ຈິງ ​ທີ່ເປັນໄປໄດ້ສູງ ວ່າ​ກ່ຽວຂອງກັບຈີນ, ​ເພື່ອ​ແນ​ໃສ່​ເຮັດໃຫ້ນັກ​ການ​ເມືອງ​ກາ​ນາ​ດາ​ຫຼາຍ​ສິບ​ຄົນ ບໍ່ໜ້າເເຊື່ອຖື ຊຶ່ງ​ໃນ​ນັ້ນ​ມີ​ນາຍົກລັດຖະມົນຕີ ຈັສຕິນ ທຣູໂດ.
ກະຊວງ​ດັ່ງກ່າວເວົ້າວ່າ ການ​ໂຄສະນາ​ຊວນເຊື່ອເກີດ​ຂຶ້ນ​ໃນ​ເດືອນ​ສິງຫາ​ ແລະ​ເດືອນ​ກັນຍາ ຜ່ານມາ. ມັນໄດ້ນໍາໃຊ້ບັນຊີສື່ສັງຄົມທີ່ສ້າງຂຶ້ນໃຫມ່ ແລະບັນຊີທີ່ຖືກລັກມາ ເພື່ອລົງຂໍ້ຄວາມແລະເລື້ອງລາວຈໍານວນຫລວງຫລາຍ ທີ່ແນໃສ່ບັນດານັກການເມືອງຂອງການາດາ.

ໂຄສົກຂອງສະຖານທູດຈີນປະຈໍາການາດາ ໄດ້ປະຕິເສດຕໍ່ການກ່າວຫາຂອງການາດາ ວ່າ ມັນບໍ່ມີມູນຄວາມຈິງ ໂດຍເວົ້າວ່າ:

“ການາດາຂີ້ຕົວະຢ່າງສິ້ນເຊີງ ແລະເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງທັງນັ້ນ... ປັກກິ່ງບໍ່ເຄີຍແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດອື່ນ."

ອັນນັ້ນແມ່ນຜິດ.

ບົດລາຍງານຂອງລັດຖະບານການາດາແມ່ນອີງໃສ່ການສືບສວນທີ່ດໍາເນີນໂດຍຫນ່ວຍງານ ກົນໄກຕອບໂຕ້ຢ່າງວ່ອງໄວ ຊຶ່ງເປັນໜ່ວຍງານສືບລັບທາງດ້ານອິນເຕີແນັດ ຫລື cyber-Intelligence ຂອງການາດາ ໃນການຮ່ວມມືກັບແຫລ່ງຖານສື່ສັງຄົມຕ່າງໆ.

ການສືບສວນໄດ້ເປີດເຜີຍປະຕິບັດການໂຄສະນາເຜີຍແຜ່ຂໍ້ມູນບໍ່ຖືກຕ້ອງຂອງຈີນ ທີ່ມີຊື່ວ່າ "Spamouflage" - ສໍາລັບກົນລະຍຸດຂອງຈີນໃນການນໍາໃຊ້ "ເຄືອຂ່າຍຂອງບັນຊີສື່ສັງຄົມສ້າງຂຶ້ນໃຫມ່ ຫຼືຖືກລັກເອົາມາ ແລ້ວເອົາຂໍ້ຄວາມຫຼືເລື້ອງລາວ ໂພສລົງ ແລະເພີ່ມຈໍານວນຂໍ້ຄວາມໂຄສະນາຊວນເຊື່ອໃນທົ່ວສື່ສັງຄົມຕ່າງໆ -ທີ່ລວມມີ Facebook, X ຫຼື Twitter, Instagram, YouTube, Medium, Reddit, TikTok, ແລະ LinkedIn."

ໜ່ວຍງານກົນໄກຕອບໂຕ້ຢ່າງວ່ອງໄວ ຫລື RRM ຂອງການາດາ ແມ່ນສ່ວນນຶ່ງຂອງກົນໄກການຕອບໂຕ້ຢ່າງວ່ອງໄວທີ່ສ້າງຕັ້ງຂຶ້ນໂດຍບັນດາປະເທດຂອງກຸ່ມ G7 ໃນປີ 2018 ເພື່ອ "ກໍານົດແລະຕອບໂຕ້ກັບໄພຂົ່ມຂູ່ຕໍ່ປະຊາທິປະໄຕຈາກຕ່າງປະເທດໃນຫຼາກຫຼາຍຮູບແບບ ແລະປ່ຽນໄປເລື້ອຍໆ."

ໂດຍເລີ່ມຕົ້ນຂຶ້ນໃນຕົ້ນເດືອນສິງຫາ 2023, "ເຄືອຂ່າຍຂອງການໂພສໃນສື່ສັງຄົມໂດຍໃຊ້ໂປຣແກຣມ ຫລື bot ໄດ້ປະຄໍາເຫັນເປັນພາສາອັງກິດ ແລະພາສາຝຣັ່ງ ຫຼາຍພັນເທື່ອ ຢູ່ໃນບັນຊີ ເຟສບຸກ ແລະ X (ແຕ່ກ່ອນແມ່ນ Twitter) ຂອງບັນດາສະມາຊິກສະພາ ໂດຍອ້າງວ່າ ຜູ້ຕໍານິວິິຈານພັກຄອມມີວນິສຈີນ ໃນການາດາຜູ້ນຶ່ງ ໄດ້ກ່າວຫາສະມາຊິກສະພາຫຼາຍຄົນວ່າ ເປັນອາຊະຍາກອນ ແລະລະເມີດຈັນຍາບັນ,” ອີງຕາມໜ່ວຍງານ RRM ຂອງການາດາ ໄດ້ລາຍງານ.

ແຟ້ມພາບ: ຊາຍຄົນນຶ່ງກຳລັງໃຊ້ຄອມຜິວເຕີໜ້າຕັກ ຫຼື laptop ຂະນະທີ່ລະຫັດທາງໄຊເບີ ແມ່ນຖືກສ່ອງໃສ່ລາວ ໃນພາບແບບຢ່າງນີ້ ທີ່ຖ່າຍອອກມາໃນວັນທີ 13 ພຶດສະພາ 2017. (REUTERS/Kacper Pempel)
ແຟ້ມພາບ: ຊາຍຄົນນຶ່ງກຳລັງໃຊ້ຄອມຜິວເຕີໜ້າຕັກ ຫຼື laptop ຂະນະທີ່ລະຫັດທາງໄຊເບີ ແມ່ນຖືກສ່ອງໃສ່ລາວ ໃນພາບແບບຢ່າງນີ້ ທີ່ຖ່າຍອອກມາໃນວັນທີ 13 ພຶດສະພາ 2017. (REUTERS/Kacper Pempel)

ເຄືອຂ່າຍ bot ອາດຈະເປັນສ່ວນນຶ່ງຂອງເຄືອຂ່າຍທີ່ໄດ້ຖືກລະບຸຕົວກ່ອນຫນ້ານີ້ ໂດຍກະຊວງຍຸຕິທໍາຂອງສະຫະລັດ ແລະກະຊວງອື່ນໆ ແລະເປັນທີ່ຮູ້ຈັກກັນໃນນາມ "Spamouflage", ທີ່ບັນດາບໍລິສັດເທັກໂນໂລຈີ ແລະພວກນັກຊ່ຽວຊານດ້ານໄພຂົ່ມຂູ່ຕໍ່ການສືບລັບ ໄດ້ສືບສາວເລື້ອງໄປເຊື່ອມໂຍງກັບຈີນ. ຢູ່ໃນການາດານັ້ນ ເປົ້າໝາຍຂອງມັນກໍຄື ເພື່ອທຳລາຍຄວາມເຊື່ອຖືຂອງສະມາຊິກສະພາຢ່າງໜ້ອຍ 50 ຄົນ ທີ່ຢູ່ໃນເປົ້າຫມາຍ ແລະ ເຮັດໃຫ້ການຕໍາໜິຕິຕຽນພັກຄອມມີວນິສ ຈີນ ຫລື CCP ມິດງຽບລົງ.

ເມຕາ (Meta) ຊຶ່ງເປັນບໍລິສັດທີ່ເປັນເຈົ້າຂອງເຟັສບຸກ (Facebook) ແລະອິນສຕາແກຣມ (Instagram), ຢືນຢັນກັບ Polygraph.info ວ່າ ບໍລິສັດຕົນ ໄດ້ຕິດຕໍ່ກັບລັດຖະບານການາດາ ກ່ຽວກັບການໂຄສະນານີ້ "ຊຶ່ງສ່ວນຫຼາຍແມ່ນໄດ້ຖືກປິດລົງໂດຍລະບົບອັດຕະໂນມັດຂອງພວກເຮົາ ທີ່ເຮັດວຽກເພື່ອຊອກຫາພວກໂພສທີ່ບໍ່ກ່ຽວຂ້ອງ ຫລື spam ແລະການລະເມີດອື່ນໆ."

ເວັບໄຊທ໌ອົງການຂ່າວ Toronto Star ຂອງການາດາ ລາຍງານວ່າ ຕົນໄດ້ກວດສອບຢັ້ງຢືນຢ່າງເປັນອິດສະຫລະໂດຍພົບວ່າ ຄໍາເຫັນສ່ວນໃຫຍ່ໄດ້ຖືກໂພສລົງໃນຊ່ວງເວລາທາງລາດຊະການຂອງຈີນ ແລະຄໍາເຫັນຫຼາຍອັນແມ່ນ "ຂຽນຜິດໄວຍາກອນ ແລະໃຊ້ເຄື່ອງຫມາຍ ໃຊ້ຈຸດໝາຍຈໍ້າຜິດບ່ອນ ຫຼືໃຊ້ປະໂຫຍກທີ່ຄົນບໍ່ຄ່ອຍໃຊ້."

ທ່ານອາລເບີດ ຊາງ (Albert Zhang), ນັກວິເຄາະຂອງສະຖາບັນນະໂຍບາຍຍຸດທະສາດຂອງອອສເຕຣເລຍ ທີ່ມີຄວາມຊ່ຽວຊານດ້ານການແຊກແຊງທາງອິນເຕີແນັດຂອງຕ່າງ ປະເທດ ບອກກັບອົງການຂ່າວ Toronto Star ວ່າ ການໂຄສະນາດັ່ງກ່າວ ມີຈຸດປະສົງເພື່ອ "ບ່ອນທໍາລາຍຄວາມເຊື່ອໝັ້ນຂອງປະຊາຊົນການາດາ ຕໍ່ລັດຖະບານຂອງເຂົາເຈົ້າ."

ໃນຂະນະທີ່ ສະຖານທູດຈີນປະຈໍາການາດາ ອ້າງວ່າ "ປັກກິ່ງບໍ່ເຄີຍແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດອື່ນ" ກໍຕາມ ແຕ່ໃນຄວາມເປັນຈິງແລ້ວ ຈີນໄດ້ດໍາເນີນການໂຄສະນາເຜີຍແຜ່ຂໍ້ມູນບິດເບືອນທາງອອນໄລນ໌ ແບບຊໍ້າແລ້ວຊ້ຳອີກໆ ເພື່ອກະຕຸ້ນຄວາມຄິດເຫັນຂອງມະຫາຊົນຢູ່ຕ່າງປະເທດໃຫ້ອ່ຽງເອນໄປ.

ບົດລາຍງານຂອງໜ່ວຍງານ RRM ການາດາ ເວົ້າວ່າເຄືອຂ່າຍປະຕິບັດການ ທີ່ກ່ຽວຂ້ອງກັບການໂຄສະນາເຜີຍແຜ່ຂໍ້ມູນບໍ່ຖືກຕ້ອງຂອງຈີນ ໂດຍໃຊ້ໂປຣແກຣມໂພສລົງ ຫຼື bot ເອີ້ນວ່າ "Spamouflage" ຍັງເຊື່ອມໂຍງໃສ່ກັບການເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງວ່າ ໄຟໄຫມ້ປ່າຂອງລັດຮາວາຍໃນຕົ້ນປີນີ້ ແມ່ນເກີດມາຈາກການທົດລອງອາວຸດດ້ານສະພາບອາກາດຂອງສະຫະລັດ, ຕະຫລອດທັງການເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບການປ່ອຍນໍ້າເສຍທີ່ມີການບໍາບັດຂອງຍີ່ປຸ່ນ ຈາກ​ໂຮງ​ໄຟຟ້າ​ນິວ​ເຄລຍຟູກູຊີມາ (Fukushima) ທີ່​ຖືກ​ທຳລາຍ​ໂດຍເຫດ​ແຜ່ນດິນ​ໄຫວ​ໃນ​ປີ 2011. Polygraph.info ກໍໄດ້ລາຍງານກ່ຽວກັບການໂຄສະນາເຜີຍແຜ່ຂໍ້ມູນທີ່ບໍ່ຈິງທັງສອງຢ່າງນີ້ແລ້ວ.

ບໍລິສັດເມຕາ (Meta) ຍັງໄດ້ບອກກັບ Polygraph.info ວ່າ ຕົນໄດ້ລາຍງານປະຕິບັດການແບບລັບໆເພື່ອສ້າງອິດທິພົນທັງໝົດ 7 ຢ່າງ ຈາກປະເທດຈີນ ນັບຕັ້ງແຕ່ປີ 2017 ໂດຍທີ່ຫຼາຍກວ່າເຄິ່ງນຶ່ງຂອງເຫດການນັ້ນ ແມ່ນຖືກຂັດຂວາງໄວ້ໃນປີກາຍນີ້.

ກຸ່ມບໍລິສັດຈີນ ໄດ້ຖືກລະບຸຕົວວ່າແມ່ນ Dragonbridge ໄດ້ດໍາເນີນການໂຄສະນາເຜີຍແຜ່ທາງສື່ສັງຄົມຢູ່ລະດັບຮາກຖານຫຼາຍຄັ້ງຕິດຕໍ່ກັນ ເພື່ອສ້າງອິດທິພົນເກ້ຍກ່ອມຄໍາຄິດເຫັນຂອງມວນຊົນໃນສະຫະລັດ, ຕາມທີ່ບໍລິສັດຄວາມປອດໄພທາງອິນເຕີແນັດ Mandiant ລາຍງານໃນປີ 2022. ລັດຖະບານຈີນໄດ້ໃຊ້ຈ່າຍເງິນຫຼາຍລ້ານໂດລາເຂົ້າໃນການໂຄສະນາເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງຂອງ Dragonbridge, ລວມທັງການໂພສຂໍ້ຄວາມຂ້າມສື່ສັງຄົມຕ່າງໆ ທີ່ຖືກອອກແບບມາເພື່ອເຮັດໃຫ້ພວກປ່ອນບັດເລືອກຕັ້ງ ເສື່ອມຈາຣິຍະທໍາ ແລະກໍ່ວິນາດສະກຳ ການເລືອກຕັ້ງກາງສະໄໝຂອງສະຫະລັດ ໃນ​ເດືອນ​ພະຈິກ ປີ 2022, ອີງຕາມບໍລິສັດ Mandiant ກ່າວ.

ບໍລິສັດໄມໂຄຣຊັອຟ (Microsoft) ລາຍງານໃນເດືອນກັນຍາຜ່ານມາວ່າ ເຄືອຂ່າຍຂອງບັນຊີສື່ສັງຄົມທີ່ຄວບຄຸມໂດຍຈີນ ກໍາລັງຫາທາງສ້າງອິດທິພົນເກ້ຍກ່ອມຄວາມຄິດຂອງຜູ້ປ່ອນບັດ ເລືອກຕັ້ງຂອງສະຫະລັດ ໂດຍການນໍາໃຊ້ປັນຍາປະດິດ. ອີງຕາມບໍລິສັດໄມໂຄຣຊັອຟ (Microsoft), ການໂຄສະນາຊວນເຊື່ອທີ່ວ່ານັ້ນ ສ້າງເນື້ອຫາທີ່ເປັນການກ່າວຫາທາງດ້ານການເມືອງໃນພາສາອັງກິດ ແລະ "ຮຽນແບບຜູ້ປ່ອນບັດເລືອກຕັ້ງຂອງສະຫະລັດ" ໄດ້ເລີ່ມຕົ້ນຂຶ້ນໃນເດືອນມີນາຂອງປີນີ້.

ທ່ານຈອດຊົວອາ ເຄີແລນຊິກຄ໌ (Joshua Kurlantzick), ນັກຄົ້ນຄວ້າອາວຸໂສກ່ຽວກັບການພົວພັນຕ່າງປະເທດ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນນິວຢອກ, ແລະເປັນຜູ້ຂຽນເລື້ອງ "ການບຸກທາງສື່ມວນຊົນໂລກຂອງປັກກິ່ງ," ທີ່ຂຽນວ່າ ປັກກິ່ງ “ໄດ້ພະຍາຍາມແຊກແຊງການເລືອກຕັ້ງໂດຍຜ່ານຂໍ້ມູນທີ່ມີການປະສານງານກັນ ແລະການໂຄສະນາເຜີຍແຜ່ຂໍ້ມູນທີ່ບິດເບືອນຄວາມຈິງຊຶ່ງຖືກອອກແບບມາ ເພື່ອສົ່ງເສີມຜູ້ລົງສະຫມັກເລືອກຕັ້ງ ທີ່ເຫັນອົກເຫັນໃຈກັບລັດຖະບານ​ຈີນ ​ແລະ​ການ​ກະທຳ​ຂອງ​ຈີນ.”

ຈີນໄດ້ເຮັດເຊັ່ນນັ້ນຄືກັນຢູ່ໃນອອສເຕຣເລຍ, ນິວຊີແລນ ແລະ ໂດຍສະເພາະແມ່ນຢູ່ໄຕ້ຫວັນ.

ໃນວັນ​ທີ 28 ກັນ​ຍາ ຜ່ານມາ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະຫະລັດ​ໄດ້​ເປີດ​ເຜີຍ​ລາຍ​ງານ​ທີ່ບອກຢ່າງ​ລະ​ອຽດ​ກ່ຽວ​ກັບ​ວິ​ທີ​ການ​ຂອງ​ຈີນ ໃນການປັບປ່ຽນຄືນໃໝ່ບັນຍາກາດໃນດ້ານຂໍ້ມູນຂ່າວສານໂລກ ໂດຍຜ່ານການປ່ຽນແປງຂໍ້ມູນໃຫ້ເປັນໄປຕາມໃຈຂອງຕົນ.

ລາຍງານັ້ນເວົ້າວ່າ “ປັກ​ກິ່ງ​ໃຊ້​ຂໍ້​ມູນ​ທີ່​ບໍ່​ຈິງ ​ຫຼື ຂໍ້ມູນບິດເບືອນຄວາມຈິງ​ເພື່ອ​ສົ່ງເສີມ​ທັດ ສະນະຄະຕິ​ທີ່ເປັນບວກຕໍ່ພັກ​ຄອມ​ມີວນິສ​ຈີນ ຫລື CCP. ​ໃນ​ຂະນະ​ດຽວ​ກັນ, ສາທາລະນະລັດປະຊາຊົນຈີນ ຫຼື PRC ​ກໍໄດ້​ສະກັດ​ກັ້ນ​ຂໍ້​ມູນ​ທີ່​ເປັນການຕໍາໜິວິຈານ​ທີ່​ຂັດ​ກັບ​ຄຳ​ບັນຍາຍ​ທີ່​ຕົນຕ້ອງການກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ ​ເລື້ອງໄຕ້​ຫວັນ, ການ​ປະຕິບັດດ້ານ​ສິດທິ​ມະນຸດ, ​ເຂດ​ທະ​ເລ​ຈີນ​ໃຕ້, ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ ແລະ​ການ​ພົວພັນ​ທາງ​ເສດຖະກິດ​ລະຫວ່າງ​ປະ​ເທດຂອງຕົນ.”

XS
SM
MD
LG