ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ຊຽນເລີ້ມ​ການຮ່ວມມື ​ກ່ຽວ​ກັບ​ຕາ​ຂ່າຍ​​ແບ່ງ​ປັນພະລັງງານ ທ່າມ​ກາງ​ການ​ປ​ະ​ເຊີນ​ໜ້າ ກັບ​ການ​ປ່ຽນ​ແປງ​ທາງ​ອາ​ກາດ


ແຟ້ມຮູບ-ແຜ່ນພະລັງງານແສງຕາເວັນ ຜະລິດພະລັງງານຢູ່ໃກ້ກັບກັງຫັນລົມ ໃນເມືອງກາຍນອນ (Quy Non), ຫວຽດນາມ, ວັນທີ 11 ມິຖຸນາ 2023.
ແຟ້ມຮູບ-ແຜ່ນພະລັງງານແສງຕາເວັນ ຜະລິດພະລັງງານຢູ່ໃກ້ກັບກັງຫັນລົມ ໃນເມືອງກາຍນອນ (Quy Non), ຫວຽດນາມ, ວັນທີ 11 ມິຖຸນາ 2023.

ໄພ​ຂົ່ມຂູ່​ສຸກເສີນ​ທີ່​ເພີ່ມ​ຂຶ້ນ​ຈາກ​ການ​ປ່ຽນ​ແປງ​ຂອງ​ສະພາບ​ອາກາດ ​ແມ່ນ​ກຳລັງ​ຜັກດັນ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ ​ເລີ່​ມຕົ້ນດຳ​ເນີນ​ການ​ຮ່ວມ​ມືກັນ​ ໃນ​ແຜນການ 20 ປີ ​ເພື່ອ​ພັດທະນາຕາ​ຂ່າຍແບ່ງປັນ​ພະລັງງານ​ຢູ່ໃນ​ພາກ​ພື້ນ.

ເປົ້າໝາຍ ແມ່ນເພື່ອເລັ່ງລັດ ການຫັນປ່ຽນໄປສູ່ແຫຼ່ງພະລັງງານທົດແທນ ເຊັ່ນ ພະລັງງານແສງຕາເວັນ, ພະລັງງານລົມ ແລະ ພະລັງງານໄຟຟ້າ ໂດຍການສ້າງຄວາມສະດວກໃຫ້ແກ່ການຍົກຍ້າຍພະລັງງານຈາກປະເທດທີ່ມີຫຼາຍໄປໃຫ້ ປະເທດທີ່ມີຄວາມຕ້ອງການ.

ໃນເດືອນສິງຫາ, ບັນດາບໍລິສັດສາທາລະນູປະໂພກໃນມາເລເຊຍ ແລະ ອິນໂດເນເຊຍ ໄດ້ເຊັນລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ 18 ສະຖານທີ່ທີ່ມີຄວາມເປັນໄປໄດ້ ໃນການສ້າງຕັ້ງລະບົບສາຍສົ່ງຂ້າມຊາຍແດນ.

ຂໍ້ຕົກລົງດັ່ງກ່າວ, ນອກຈາກສັນຍາການຄ້າພະລັງງານລະຫວ່າງ ລາວ, ມາເລເຊຍ, ໄທ ແລະ ສິງກະໂປ, ໄດ້ຮັບການເຊັນລົງນາມຢູ່ນອກກອງປະຊຸມລັດຖະ ມົນຕີອາຊຽນຄັ້ງທີ 41 ກ່ຽວກັບການປະຊຸມພະລັງງານ ໃນການຮ່ວມມືກັບສະ ພາທຸລະກິດພະລັງງານຢູ່ພາກພື້ນ ໃນວັນທີ 24 ສິງຫາ, ເກາະບາຫຼີ, ອີນໂດເນເຊຍ.

ທ່ານເບນີ ເຊີຢາດີ (Beni Suryadi), ຜູ້ບໍລິຫານພະລັງງານເຊື້ອໄຟຈາກຊາກສັດ ແລະຊາກພືດດຶກດໍາບັນ, ພະລັງງານທາງເລືອກ ແລະ ການເກັບຮັກສາຢູ່ສູນພະລັງງານ ASEAN ໃນນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ກ່າວວ່າ ສາຍໄຟລະຫວ່າງປະເທດ ແມ່ນຄວາມເປັນໄປໄດ້ທາງດ້ານເສດຖະກິດ ແລະ ທາງດ້ານເຕັກນິກ, ແລະໄດ້ຮັບການສະໜັບສະໜູນຈາກລັດຖະບານຢູ່ໃນພາກພື້ນ. ທ່ານ​ກ່າວ​ວ່າ, ພະລັງງານ​ທົດ​ແທນ "​ໄດ້​ກາຍມາ​ເປັນ​ຄວາມ​ຕ້ອງການ​ທີ່​ສຳຄັນສໍາລັບ​ທຸກໆ​ປະ​ເທດ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG