ປະທານບໍລິຫານຂອງບໍລິສັດເຟສບຸກ ທ່ານມາກ ຊັກເກີເບີກ (Mark Zuckerberg)
ໄດ້ກ່າວຕໍ່ສະມາຊິກລັດຖະສພາ ໃນວັນພຸດວານນີ້ວ່າ ພາກສ່ວນອິນເຕີແນັດຈຳເປັນ
ຈະຕ້ອງມີກົດລະ ບຽບຄຸ້ມຄອງ.
ຫຼັງຈາກທີ່ໄດ້ມີການຊັກຖາມ ຢ່າງດຸເດືອດຈາກກຳມາທິການສະພາສູງ 2 ຄະນະແລ້ວ
ປະທານບໍລິຫານຂອງບໍລິສັດເຟສບຸກ ທ່ານມາກ ຊັກເກີເບີກ ໄດ້ກັບຄືນໄປ ລັດຖະ
ສະພາອີກ ໃນວັນພຸດວານນີ້ ເພື່ອປະເຊີນໜ້າກັບຄະນະກຳມະການພະລັງງານແລະ
ການຄ້າ ຂອງສະ ພາຕ່ຳ ກ່ຽວກັບຄວາມໂປ່ງໃສ ຂອງສື່ສັງຄົມເຟສບຸກ ແລະຂໍ້ມູນ
ສ່ວນຕົວຂອງຜູ້ຊົມໃຊ້.
ທ່ານ ຊັກເກີເບີກ ໄດ້ກ່າວວ່າ “ມັນເປັນການຫຼີກລຽງບໍ່ໄດ້ ທີ່ວ່າມັນຈຳເປັນທີ່ຈະ
ຕ້ອງມີກົດ ລະບຽບ” ເພື່ອຄຸ້ມຄອງບໍລິສັດອິນເຕີແນັດ ຊຶ່ງເປັນຄວາມຄິດທີ່ໄດ້ມີການປຶກສາຫາລືກັນທັງ ຈາກສະມາຊິກພັກຣີພັບບລີກັນ ແລະພັກເດໂມແຄຣັດ.
ໃນຂະນະທີ່ ມັນຍັງບໍ່ເປັນການຈະແຈ້ງເທື່ອວ່າ ກົດລະບຽບທີ່ວ່ານີ້ ຈະມີຮູບແບບແນວໃດແຕ່ສະມາຊິກລັດຖະພາພາກັນກ່າວວ່າ ພວກເພິ່ນຕ້ອງການໃຫ້ມີການປົກປ້ອງຄຸ້ມ
ຄອງທີ່ດີກວ່າເກົ່າ ຫຼັງຈາກທີ່ຂໍ້ມູນຂອງພວກທີ່ຊົມໃຊ້ຫຼາຍລ້ານຄົນ ໄດ້ມີການຮົ່ວໄຫຼ.
ທ່ານ ຊັກເກີເບີກ ໄດ້ເຕືອນໃຫ້ສະມາຊິກລັດຖະພາ ໃຫ້ລະວັງໃນສິ່ງທີ່ພວກເພິ່ນສະເໜີ
ຂຶ້ນມາ ໃນຂະນະທີ່ບໍລິສັດໃຫຍ່ທັງຫຼາຍເຊັ່ນເຟສບຸກ ແມ່ນມີຊັບພະຍາກອນຢ່າງຫຼວງ
ຫຼາຍ ທີ່ຈະປະຕິບັດຕາມກົດລະບຽບດັ່ງກ່າວ ຫຼາຍກວ່າບໍລິສັດນ້ອຍໆ.
ໃນການໃຫ້ການຕໍ່ສະພາສູງ ໃນວັນອັງຄານທີ່ຜ່ານມານີ້ ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ
ຈະນຳສະເໜີ ເພື່ອໃຫ້ມີກົດລະບຽບຄຸ້ມຄອງບັນດາບໍລິສັດສື່ສັງຄົມ ແລະປະສານງານ
ກັບສະມາຊິກລັດຖະສະພາເພື່ອຮ່າງກົດລະບຽບທີ່ວ່ານີ້.
ທ່ານ ຊັກເກີເບີກ ໄດ້ຖືກຮຽກຕົວໄປໃຫ້ການຕໍ່ລັດຖະສະພາ ໃນສັບປະດານີ້ ຫຼັງຈາກ
ທີ່ມີ ຂ່າວວ່າ ຂໍ້ມູນສ່ວນບຸກຄົນຂອງພວກທີ່ຊົມໃຊ້ 87 ລ້ານຄົນໄດ້ຖືກເກັບກຳໂດຍທີ່
ພວກເຂົາເຈົ້າບໍ່ຮູ້ຕົວເລີຍ ຈາກບໍລິສັດແຄມບຣິຈ ອານາລີຕິກາ.
ເຊິ່ງເປັນບໍລິສັດ ຂອງອັງກິດ ທີ່ທຳການວິເຄາະດ້ານພຶດຕິກຳຂອງຜູ້ມີສິດ ທີ່ຄະນະ
ໂຄສະນາຫາສຽງຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ວ່າຈ້າງ ໃຫ້ຕັ້ງເປົ້າໝາຍໃສ່ພວກທີ່ອາດຈະເປັນ ຜູ້ທີ່ສະໜັບສະໜູນ ທ່ານໃນປີ 2016.
ປະທານຝ່າຍບໍລິຫານບໍລິສັດເຟສບຸກ ໄດ້ກ່າວວ່າ ຂໍ້ມູນຂອງລາວ ແມ່ນຮວມທັງຂໍ້ມູນ
ສ່ວນຕົວ ທີ່ໄດ້ຕົກໄປຢູ່ໃນກຳມືຂອງບໍລິສັດແຄມບຣິຈ ອານາລີຕິກາ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ