ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກ​ທີ່​ໃຊ້ເຟສບຸກ ​ຈຳນວນຫຼວງຫຼາຍ ໃນ​ເອ​ເຊຍ​ ອາຄະ​ເນ ​ຖື​ກ​ເຜີຍ​ແບ ໃສ່ຂໍ້​ມູນ​​ສ່ວນ​ຕົວ ​ຮົ່ວໄຫລ


ປະທານແລະເຈົ້າຂອງບໍລິສັດ ທ່ານມາກ ຊັກເກີເບີຣກ (Mark Zuckerberg) ຍ່າງໃນສຳນັກງາໃຫຍ່ ທີ່ເມນໂລ ພາກ (Menlo Park), ຄາລີຟໍເນຍ, 4 ເມສາ 2013.
ປະທານແລະເຈົ້າຂອງບໍລິສັດ ທ່ານມາກ ຊັກເກີເບີຣກ (Mark Zuckerberg) ຍ່າງໃນສຳນັກງາໃຫຍ່ ທີ່ເມນໂລ ພາກ (Menlo Park), ຄາລີຟໍເນຍ, 4 ເມສາ 2013.

​ພວກ​ທີ່​ໃຊ້ເຟສບຸກ ​ໃນ​ເອ​ເຊຍ​ອາຄະ​ເນ ​ໂດຍ​ສະ​ເພາະ​ໃນ​ຟິລິບ​ປີນ ​ຫວ່າງ​ມໍ່ໆ​ມາ​ນີ້​
ແມ່ນ​ໄດ້​ຖື​ກ​ເຜີຍ​ແບໃສ່ຂໍ້​ມູນສ່ວນ​ຕົວ​ຮົ່ວໄຫລຍ້ອນມີ​ຜູ້​ຄົນ​ທີ່​ນຳ​ໃຊ້ຢ່າງ​ຫຼວງ​ຫຼາຍ
ແລະ​ການ​ໃຊ້ແອັບ ຊຶ່ງ​ເປັນ​ບັນຫາ​ຫຼັກ ທີ່​ທາງ​ນັກວິ​ເຄາະ​ເຊື່ອ​ເຊັ່ນ​ນັ້ນ.

ອີງຕາມໂຕເລກ​ຂອງ​ເຟສບຸກແລ້ວ​ແມ່ນ​ວ່າ ຈຳນວນ​ຂໍ້​ມູນຂອງ 1 ລ້ານ 175 ພັນ​ຄົນ
ຂອງພວກ​ທີ່​ໃຊ້ເຟສບຸກ ​ໃນ​ຟິລິບ​ປີນ ​ແມ່ນ​ອາດ​ “ໄດ້ຖືກ​ນຳ​ເອົາ​ໄປ​ແບ່ງປັນ ​ແບບ​ບໍ່​
ຖືກຕ້ອງ”
​ເຂົ້າ​ໃນ​ການ​ສ້າງ​ໜ້າ​ຜູ້ນຳ​ໃຊ້ເຟສບຸກ ​ເຂົ້າ​ໃນ​ການ​ປ່ອນບັດ ຂອງ​ບໍລິສັດ
​ແຄມ​ບຣິຈ ອານາ ​ລີ​ຕິ​ກາ (Cambridge Analytica) ທີ່​ມີ​ສຳນັກງານ​ໃນ​ລອນ​ດອນ​ນັ້ນ
ທີ່​ກະ​ປະມານ​ວ່າ ​ເປັນ​ຈຳນວນ​ທີ່​ສູງສຸດ​ອັນ​ດັບ​ສອງ ​ໃນ​ປະ​ເທດ​ດຽວ ທີ່​ໄດ້​ຮວມກັນ
​ທັງ​ໝົດ​ແລ້ວ ຮອງ​ຈາກ​ສະຫະລັດ. ອິນ​ໂດ​ເນຍ​ເຊຍ ​ແມ່ນ​ຢູ່​ໃນ​ອັນ​ດັບ​ທີ 3 ມີປະມານ
1 ລ້ານ 1 ​ແສນ​ຄົນ ທີ່​ ຕົກ​ຢູ່​ໃນ​ສະພາບ​ທີ່​ຖື​ກ​ເຜີຍ​ແບ ຂໍ້​ມູນ​ສ່ວນ​ຕົວ​ຮົ່ວໄຫລ. ຫວຽດ
ນາມ ​ແມ່ນ​ຢູ່​ໃນ​ອັນ​ດັບ ທີ 9 ດ້ວຍ​ຈຳນວນ 427 ພັນ​ຄົນ.

ຊາວ​ຟິລິບ​ປີນ ​ແມ່ນ​ຍັງ​ໄດ້​ມ່ວນ​ຊື່ນ​ກັບ​ການ​ຕອບ​ຄຳ​ຖາມ​ແບບ​ສ່ວນ​ຕົວ ​ໃນ​ແອັບ
ທີ່ແຜ່​ຫຼາຍ​ຢ່າງ​ວ່ອງ​ໄວ ​ເນື່ອງ​ຈາກ​ວ່າ ​ໄດ້​ສົ່ງການ​ແບ່ງ​ບັນ, ຊຶ່ງ​ທ່ານ ຣີນາ​ໂຕ ຣີ​ແຢສ
(Renato Reyes) ​ເລຂາ​ທິ​ການ​ໃຫຍ່ ຂອງບໍລິສັດພັນທະ​ມິດ (Bagong Alyansang Makabaya) ທີ່​ພົວພັນ​ກັບ​ສື່​ສັງຄົມ​ ​ໃນ​ນະຄອນມາ​ນີລາ​ນັ້ນ. ​ແອັບດັ່ງກ່າວ ​ແມ່ນ​ສົງ​ໄສ
​ວ່າ ເປັນ​ແຫຼ່ງ​ເກັບ​ກຳ​ຂໍ້​ມູນ​ຂອງ​ບໍລິສັດ ​ແຄມ​ບຣິຈ ອານາ​ລີ​ຕິ​ກາ.

ປ້າຍຊື່ບໍລິສັດ​ແຄມ​ບຣິຈ ອານາ ​ລີ​ຕິ​ກາ (Cambridge Analytica) ບໍລິສັດທີ່ປຶກສາທາງການເມືອງ, ທີ່ເຫັນໃນພາກກາງລອນດອນ, ອັງກິດ, 21 ມີນາ 2018.
ປ້າຍຊື່ບໍລິສັດ​ແຄມ​ບຣິຈ ອານາ ​ລີ​ຕິ​ກາ (Cambridge Analytica) ບໍລິສັດທີ່ປຶກສາທາງການເມືອງ, ທີ່ເຫັນໃນພາກກາງລອນດອນ, ອັງກິດ, 21 ມີນາ 2018.

​ໃນ​ຫວຽດນາມ​ ບ່ອນ​ທີ່​ສື່​ສັງຄົມ ວີ​ເອັນ ​ເອັກສ​ແປຣັສ ອິນ​ເຕີ​ນາ​ຊົນ​ໂນ (VnExpress International) ປະມານ 64 ລ້ານຄົນ​ຂອງ​ປະ​ເທດ​ທີ່​ມີ​ປະຊາກອນ 92 ລ້ານ​ຄົນ ​
ແມ່ນ​ນຳ​ໃຊ້ເຟສບຸກ, ສະ​ເພາະ​ພວກ​ໜຸ່ມ​ນ້ອຍ​ທີ່ີມັກ​ສະ​ແດງ​ອອກ, ພວກ​ຊ່ຽວຊານ
​ດ້ານ​ເທັກ​ໂນ​ໂລ​ຈີ ກ່າວ​ໄວ້. ອິນ​ໂດ​ເນຍ​ເຊຍ ​ແມ່ນ​ນຳ​ໃຊ້ ​ໃນ​ການ​ຕິດ​ຕໍ່​ຫາ​ກັນ​ຟຣີ ​
ໃນ​ທົ່ວ​ 13 ພັນ​ເກາະ, ​ສ່ວນນຶ່ງແມ່ນເປັນຍ້ອນຄວາມທຸກຍາກ.

ບໍ​ລີ​ສັດຍັກ​ໃຫຍ່ສື່​ສັງຄົມຊີ​ລີ​ຄອນ ວາເລ (Silicon Valley) ໄດ້​ກ່າວ​ວ່າ ​ໃນ​ຕົ້ນໆ​ຂອງ​
ວັນ​ທີ 9 ​ເມສາ ຕົນ​ໄດ້​ໃນ​ຈັດ​ເພີ່ມ​ຕາ​ໜ່າງ​ໃໝ່​ສຳລັບ​ພວກ​ນຳ​ໃຊ້​ທັງຫຼາຍ ​ໄດ້​ເຫັນ​ຂໍ້​ມູນ​
ຕ່າງໆ ທີ່​ຕົນ ​ໄດ້​ແບ່ງປັນ ​ໃນ​ແອັບ​ອັນ​ໃດ.

“ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຮົາ​ແມ່ນ​ຢູ່​ໃນ​ຖານະ​ທີ່​ຈະ​ຮຽກຮ້ອງ​ຄຳ​ອະທິບາຍໂດຍ​ກົງ
ຈາກບັນ ດາ​ເຈົ້າ​ໜ້າ​ທີ່ຂອງ​ເຟສບຸກ ​ໃຫ້​ພິຈາລະນາ​ວ່າ ພວກ​ເຮົາ​ແມ່ນ​ເປັນ​ປະ​ເທດ
​ທີ​ສອງ​ທີ່​ເຂົ້າ​ເຖິງ​ການ​ນຳ​ໃຊ້​ອິນ​ເຕີແນັຕ,” ຊຶ່ງທ່ານຣີ​ແຢສ ​ໄດ້​ກ່າວ​ໄວ້.

ຂໍ້​ມູນ​ຂອງພວກ​ທີ່​ໃຊ້ເຟສບຸກ ປະມານ 87 ລ້ານ​ຄົນ ​ໃນ​ທົ່ວ​ໂລກ ​ແມ່ນ​ອາດ​ຖືກແບ່ງປັນ
ຢ່າງ​ບໍ່​ຖືກຕ້ອງ ກັບ​ບໍລິສັດ ​ແຄມ​ບຣິຈ ອານາ​ລີ​ຕິ​ກາ ອີງຕາມຄຳເວົ້າຂອງບໍລິສັດ​ເຟສບຸກ ​
ທີ່ໄດ້​ກ່າ​ວໄວ້.

​ເອ​ເຊຍ​ອາຄະ​ເນ ​ແມ່ນ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຖືກ​ເຜີຍ​ແບ ຍ້ອນການ​ນຳໃຊ້ທີ່​ເພີ່ມ​ຂຶ້ນ
ໃນ ​ຈຳນວນ​ໂທລະສັບ ທີ່​ມີລາຄາ “​ຍ່ອມເຍົາ” ທີ່​ໄດ້​ຂະຫຍາຍຕົວ​ ຂອງ​ການ​ນຳໃຊ້ ​
ເພື່ອ​ຮັບ​ຂ່າວ ​ແລະຕິດ​ຕໍ່​ທາງສື່​ສັງຄົມ ຊຶ່ງ​ນາງ ອະທິນາ ກາຣັຕ​ໂຊ​ຈີອາ​ນາ ອາຈານ​ສອນ​
ດ້ານ​ສື່ ການ​ຕິດ​ຕໍ່​ສື່ສານ ​ແລະ​ສັງຄົມສາດ ທີ່​ມະ​ວິ​ທະຍາ​ໄລ ລີ​ແຊັສ​ເຕີ ​ໃນ​ອັງກິດ ​
ໄດ້​ກ່າວ​ໄວ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສ​າອັງກິດ

ປະທານແລະເຈົ້າຂອງບໍລິສັດເຟສບຸກ ທ່ານມາກ ຊັກເກີເບີຣກ (Mark Zuckerberg) ໃນລັດຖະສະພາ, ວໍຊີງຕັນ, 9 ເມສາ 2018, ເພື່ອພົບກັບສະມາຊິກສະພາສູງ ທ່ານນາງໄດແອນ ຟາຍສໄຕ (Dianne Feinstein), ສັກກັດພັກເດໂມແຄຣັດ ຈາກລັດຄາລີຟໍເນຍ, ສະມາຊິກຂອງຄະນະກຳມາການຕຸລາການ.
ປະທານແລະເຈົ້າຂອງບໍລິສັດເຟສບຸກ ທ່ານມາກ ຊັກເກີເບີຣກ (Mark Zuckerberg) ໃນລັດຖະສະພາ, ວໍຊີງຕັນ, 9 ເມສາ 2018, ເພື່ອພົບກັບສະມາຊິກສະພາສູງ ທ່ານນາງໄດແອນ ຟາຍສໄຕ (Dianne Feinstein), ສັກກັດພັກເດໂມແຄຣັດ ຈາກລັດຄາລີຟໍເນຍ, ສະມາຊິກຂອງຄະນະກຳມາການຕຸລາການ.

XS
SM
MD
LG