ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮີຣິເຄນ ປາຕຣິເຊຍ ອ່ອນກຳລັງລົງແລ້ວ ແຕ່ກໍຍັງເປັນ ອັນຕະລາຍຢູ່


ບັນດາພະນັກງານເທດສະບານ ກຳລັງເກັບງ່າໄມ້ ຈາກຖະໜົນຫົນທາງ ທີ່ຖືກນຳ້ຖ້ວມ ຍ້ອນລົມພາຍຸ Patricia.
ບັນດາພະນັກງານເທດສະບານ ກຳລັງເກັບງ່າໄມ້ ຈາກຖະໜົນຫົນທາງ ທີ່ຖືກນຳ້ຖ້ວມ ຍ້ອນລົມພາຍຸ Patricia.

ເຮີຣິເຄນ Patricia ທີ່ມີການຢ້ານກົວກັນນັ້ນ ພວມອ່ອນກຳລັງ
ລົງ ໃນຂະນະທີ່ພັດຜ່ານເມັກຊິໂກ. ເວລາພັດຂຶ້ນຝັ່ງເຮີຣິເຄນ
ຫົວນີ້ເປັນພາຍຸທີ່ແຮງສຸດ ທີ່ບໍ່ມີມາກ່ອນ ຂອງຊິກໂລກຕາເວັນ
ຕົກ ແລະກຳລັງຈະສູນເສຍລະດັບຄວາມແຮງໃນຖາ ນະເຮີຣິ
ເຄນນັ້ນລົງ.

ລົມພາຍຸຫົວນີ້ມີຄວາມແຮງສຸດ 120 ກິໂລແມັດຕໍ່ຊົວໂມງ ແລະກຳລັງອ່ອນແຮງລົງຢ່າງໄວຈາກ 325 ກິໂລແມັດຕໍ່ຊົວ
ໂມງກ່ອນພັດຂຶ້ນຝັ່ງໃນວັນສຸກວານນີ້ ໃນຖານະລົມພາຍຸ
ທີ່ມີຄວາມແຮງລະດັບ 5 ຊຶ່ງເປັນລະດັບທີ່ແຮງທີ່ສຸດ.

ປະທານາທິບໍດີ ເມັກຊິໂກ ທ່ານ Enrique Pena Nieto ກ່າວວ່າ“ລາຍງານຂັ້ນທຳອິດ
ຢືນຢັນວ່າ ຄວາມເສຍຫາຍແມ່ນໜ້ອຍກວ່າ ລົມເຮີຣິເຄນທີ່ມີຄວາມແຮງໃນລະດັບນີ້.” ເຖິງຢ່າງໃດກໍດີ ປະທານາທິບໍດີ ກ່າວວ່າ ລົມພາຍຸຫົວນີ້ກຳລັງພັດໄປຕາມທິດທາງ
ຂອງມັນ”

ແລະໄດ້ຮຽກຮ້ອງໃຫ້ປະຊາຊົນ ຈົ່ງຢູ່ໃນບ່ອນລີ້ໄພຕໍ່ໄປ. ຝົນທີ່ຕົກໜັກຫຼາຍສົມຄວນ
ອາດເຮັດໃຫ້ເກີດນໍ້າຖ້ວມແລະດິນເຈື່ອນ ທີ່ເປັນໄພຂົ່ມຂູ່ຕໍ່ຊີວິດໄດ້.

ມາຮອດປັດຈຸບັນນີ້ ຍັງບໍ່ມີລາຍງານເຖິງການເສຍຊີວິດ ຫລືໄດ້ຮັບບາດເຈັບສາ ຫັດໃດໆ.

ລົມພາຍຸ Patricia ຍັງສືບຕໍ່ອ່ອນກຳລັງລົງ ໃນຂະນະທີ່ພັດເລິກເຂົ້າໄປໃນເຂດ ພາກຕາ
ເວັນຕົກສຽງໃຕ້ຂອງເມັກຊິໂກ ແລະພັດຜ່ານພາກຕາເວັນຕົກແລະພາກເໜືອຂອງປະ
ເທດດັ່ງກ່າວ. ບັນດານັກພະຍາກອນອາກາດກ່າວວ່າພາຍຸຫົວນີ້ຈະກາຍເປັນຝົນລົມ
ຄວາມກົດອາກາດຕ່ຳເຂດຮ້ອນ ໃນຕອນບ່າຍຂອງວັນເສົາມື້ນີ້.

ຫ້ອງການພະຍາກອນອາກາດເມັກຊິໂກ ກ່າວວ່າ ເຮຣິເຄນ ໄດ້ພັດເຂົ້າຖະຫລົ່ມ ລັດ
Jalisco ປະມານ 90 ກິໂລແມັດ ຫ່າງຈາກທ່າເຮືອຂົນສົ່ງສຳຄັນ ຢູ່ເມືອງ Manzanillo
ປະມານ 6:00 ໂມງແລງ ຕາມເວລາທ້ອງຖິ່ນ ໃນວັນສຸກວານນີ້ ດ້ວຍລົມທີ່ມີຄວາມແຮງ
270 ກິໂລແມັດຕໍ່ຊົ່ວໂມງ.

Hurricane Patricia
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG