ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໑ ກັນຍາ ໒໐໒໔

ໂຄງ​ການ ລົດເມດ່ວນພາຍໃນນະຄອນຫຼວງວຽງຈັນຈະສ້າງເເລ້ວພາຍໃນເດືອນທັນວານີ້ ຈາກການກູ້ຢືມທຶນຕ່າງປະເທດ


ປະ​ຊາ​ຊົນ​ຂອບ​ລົດ​ຜ່ານ​ປະ​ຕູ​ໄຊ, ນະ​ຄອນຫຼວງ ວຽງ​ຈັນ, ລາວ, 24 ກໍ​ລະ​ກົດ, 2024. (AP Photo/Sakchai Lalit)
ປະ​ຊາ​ຊົນ​ຂອບ​ລົດ​ຜ່ານ​ປະ​ຕູ​ໄຊ, ນະ​ຄອນຫຼວງ ວຽງ​ຈັນ, ລາວ, 24 ກໍ​ລະ​ກົດ, 2024. (AP Photo/Sakchai Lalit)

ໂຄງການລົດເມດ່ວນ BRT ໃນນະຄອນຫຼວງວຽງຈັນຈະສ້າງສຳເລັດເເລ້ວພາຍໃນທ້າຍ ເດືອນທັນວານີ້ຈາກການກູ້ຍືມອົງຕ່າງປະເທດພ້ອມກັບມູນຄ່າສັນຍາຫຼາຍກວ່າ 3 ລ້ານ ໂດລາສະຫະລັດ.

ໂຄງການຂົນສົ່ງເເບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ຄຂຍຕ) ໄດ້ຮັບອະນຸ ມັດການກູ້ຍືມຈາກທະນາຄານພັດທະນາອາຊີ (ADB), ກອງທຶນໂອເປັກ (OPEC) ເເລະ ກອງທຶນສິ່ງເເວດລ້ອມໂລກດ້ວຍມູນຄ່າສັນຍາກູ້ຍືມ 3,487,742.16 ໂດລາ ສະຫະລັດ ເຊິ່ງທາງບໍລິສັດລັດວິສະຫະກິດ ກໍ່ສ້າງທາງເລກ 8 ເເລະ ບໍລິສັດ ສັນຊາດຫວຽດນາມ ໄຕເຈື່ອງເຊີນເປັນຜູ້ຮັບເໝົາ.

ໂຄງການດັ່ງກ່າວຈະກໍ່ສ້າງສະຖານີລົດເມດ່ວນຢູ່ໃນຫຼາຍເສັ້ນນທາງເລີ່ມຕັ້ງເເຕ່ເສັ້ນທາງ ເຈົ້າຟ້າງຸ່ມຫາປະຕູໄຊຜ່ານຖະໜົນສຸພານຸວົງ, ຖະໜົນເສດຖາທິຣາດ ຫາ ຖະໜົນ ໜອງບອນ (ປະຕູໄຊ), ປະຕູໄຊຫາມະຫາວິທະຍາໄລເເຫ່ງຊາດ (ດົງໂດກ) ຜ່ານຖະ ໜົນໄກສອນ ເເລະ ຖະໜົນສະພັງເມິກ.

ປະຊາຊົນຜູ້ໃຊ້ລົດເມໃຫ້ຄຳເຫັນກ່ຽວກັບການກູ້ຍືມວ່າສ້າງລົດເມດ່ວນຄັ້ງນີ້ວ່າ: “ ຂ້າພະເຈົ້າຮູ້ສຶກວ່າການຍືມເງິນຕ່າງປະເທດມັນກະມີຂໍ້ດີຂໍ້ເສຍເນາະ. ຂໍ້ດີກະຄືມັນເຮັດ ໃຫ້ປະເທດລາວມີການພັດທະນາກ້າວກະໂດດຂຶ້ນເຊິ່ງປະເທດລາວກະຍັງດ້ອຍພັດທະ ນາຢູ່. ຂໍ້ເສີຍທີ່ຂ້າພະເຈົ້າໄດ້ເຫັນຕາມທາງຂ່າວສື່ຕ່າງໆເນາະ ຂໍ້ເສຍເເມ່ນເຮົາເປັນໜີ້ ເປັນສິນຫຼາຍເປັນເເບບບໍ່ເເມ່ນໜ້ອຍໆມັນເປັນຕື້ເປັນພັນລ້ານດອນພຸ້ນນະ”

ປະຊາຊົນອີກຜູ້ໜຶ່ງທີ່ທຽວເສັ້ນທາງຕາມລົດເມເປັນປະຈຳກໍສະເເດງຄວາມຄິດເຫັນວ່າ: “ເຮົາມີລົດເມສາຍດ່ວນເນາະ. ເເນ່ນອນມັນຈະສະດວກສະບາຍເເຕ່ວ່າເລື່ອງຄ່າໃຊ້ຈ່າຍ ຂ້ອຍກະບໍ່ຮູ້ວ່າຈະສູງຫຼືຈະເເພງວ່າມັນຈະຕອບໂຈດກັບປະຊາຊົນໄດ້ບໍອັນນີ້ກະຖ້າເບິ່ງ ກັນໄປ. ສ່ວນເລື່ອງຂໍ້ເສຍກະຄືເຊິ່ງເຮົາມາເຮັດໂຄງການໂຕນີ້ເເລ້ວປະເທດເຮົາກະ ອາດຈະເປັນໜີ້ ຫຼື ວ່າອາດຈະເພີ່ມອັດຕາການໃຊ້ຈ່າຍຫຼາຍຂຶ້ນ ເຊິ່ງປະເທດເຮົາກຳລັງ ເປັນປະເທດທີ່ພັດທະນາເເດ່ເປັນປະເທດທີ່ນ້ອຍປະເທດເຮົາກະຍືມຫຼາຍລະຫັ້ນນະ. ບໍ່ເເມ່ນໂຕລົດໄຟກະຍືມເຂົາມາອີກວາ. ເຮົາກະເສຍເເລ້ວ”

ລາວເວົ້າເພີ່ມຕື່ມອີກວ່າ: ຂໍ້ດີຂອງການຍືມເງິນມາໃຊ້ມັນກະມີຫຼາຍເເຕ່ຂໍ້ເສຍ ກະຄືເຮົາເປັນໜີ້ສາທານະລະນະ. ເເຕ່ໃນເລື່ອງຂອງການກູ້ຍືມເງິນຫັ້ນນະທາງຍູໂຣບ (ຕາເວັນຕົກ) ສັນຍາມີຄວາມເຄັ່ງຄັດຫຼາຍກວ່າ. ເເມ່ນມີຄວາມໂປ່ງໃສຫຼາຍກວ່າ”

ປະເທດລາວມີໜີ້ສາທານະສູງເຖິງ 13 ຕື້ລ້ານໂດລາສະຫະລັດເຊິ່ງເທົ່າກັບ 108% ຂອງ GDP ຂອງປະເທດ. ປະເທດທີ່ໃຫ້ກູ້ຍືມຫຼາຍທີ່ສຸດເເມ່ນປະເທດຈີນສູງເຖິງ 1.5 ຕື້ໂດລາ ສ່ວນອັນດັບສອງເເມ່ນທະນາຄານພັດທະນາອາຊີ (ADB) 840 ລ້ານໂດລ້າຈາກການລາຍງານສະຖິຕິຂອງກະຊວງການເງິນໃນປີ 2023.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG