ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ​ອີ​ຈິບ ຮຽກຮ້ອງ​ໃຫ້​ ປະຊາຊົນ ໂຮມຊຸມນຸມ ສະໜັບ ສະໜຸນ (ວີດີໂອ/ສະໄລດ໌)


ພວກ​ຕໍາຫຼວດ ຄອຍ​ເຝົ້າ​ຍາມ ​ເພື່ອປ້າ​ບປາມການ​ກໍ່​ຄວາມ​ຮຸນ​ແຮງ​ໃນ​ເມືອງ Mansoura
ພວກ​ຕໍາຫຼວດ ຄອຍ​ເຝົ້າ​ຍາມ ​ເພື່ອປ້າ​ບປາມການ​ກໍ່​ຄວາມ​ຮຸນ​ແຮງ​ໃນ​ເມືອງ Mansoura
ຫົວໜ້າ ​ກອງທັບ​ອີ​ຈິ​ບ ນາຍ​ພົນ Abdel Fattah el-Sissi ​ໄດ້​ຮຽກ
ຮ້ອງ​ໃຫ້​ປະຊາຊົນ​ອີ​ຈິບ ທໍາ​ການໂຮມ​ຊຸມນຸມ​ສະໜັບສະໜຸນ​ກອງທັບ
​ໃນ​ມື້ວັນ​ສຸກ​ ​ເພື່ອໃຫ້​ກອງທັບ​ມີ​ສິດ​ອໍານາດໃນການ​ປາບປາມ ​ອັນ​ທີ່
ທ່ານ​ເອີ້ນ​ວ່າ “ການ​ກໍ່ຄວາມ​ຮຸນ​ແຮງ​ແລະ​ກໍ່​ການ​ຮ້າຍ” ນັ້ນ. ທ່ານ​ໄດ້
ທໍາ​ການ​ຮຽກຮ້ອງ​ດັ່ງກ່າວ ​ໃນ​ຄໍາ​ປາ​ໄສ​ທາງ​ໂທລະພາບ ​ໃນ​ວັນ​ພຸດ​
ມື້​ນີ້.

ອີ​ຈິບ​ໄດ້​ປະສົບ​ກັບ​ຄວາມ​ປັ່ນ​ປ່ວນ​ ແລະ​ການ​ປະ​ທະ​ກັນ​ເຖິງ​ຂັ້ນ​ເສຍ​ຊີວິດ​ຫລາຍ​ຄົນ ​ເປັນ​ເວລາ
​ຫລາຍ​ອາທິດ​ມາ​ແລ້ວ ຫລັງ​ຈາກທີ່​ກອງທັບ​ໄດ້​ໂຄ່ນ​ລົ້ມ​ປະທານາ​ທິບໍດີ Mohamed Morsi.

ທາງ​ກອງທັບ​ໄດ້​ຈັດຕັ້ງ​ລັດຖະບານ​ຊົ່ວຄາວ​ຂຶ້ນ​ມາ ​ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ຈະ​ດັດ​ແກ້​ລັດຖະ
ທໍາ​ມະນູນ ​ແລະ​ຈັດການ​ເລືອກ​ຕັ້ງເອົາປະທານາທິບໍດີຄົນ​ໃໝ່​ແລະສະພາ​ຊຸດ​ໃໝ່ ​ແຕ່​ບັນດາ
​ຜູ້​ສະໜັບສະໜຸນ​ທ່ານ Morsi ​ໄດ້​ປະຕິ​ເສດ​ບໍ່​ຍອມຮັບ​ຮູ້​ລັດຖະບານ​ຊົ່ວຄາວ ​ແລະ​ໄດ້​ສືບ​ຕໍ່
​ປະ​ທ້ວງ ຮຽກຮ້ອງ​ໃຫ້​ນໍາ​ເອົາທ່ານ Morsi ກັບ​ຄືນ​ມາ​ເປັນ​ປະທານາທິບໍດີ​ຄື​ເກົ່າ.


ຄວາມ​ຮຸນ​ແຮງ​ໄດ້​ດໍາ​ເນີນ​ສືບ​ຕໍ່​ມາ ຈົນ​ຮອດ​ວັນ​ພຸດ​ມື້​ນີ້ ​ໂດຍ​ມີເຫດລະ​ເບີດເກີດ​ຂຶ້ນ​ທີ່ສະຖານີ
ຕໍາຫລວດ​ແຫ່ງ​ນຶ່ງ ຢູ່​ໃນ​ເຂດ​ປາກ​ແມ່​ນໍ້າ Nile ທີ່​ໄດ້​ສັງຫານ​ຄົນ​ນຶ່ງ ແລະ​ເຮັດ​ໃຫ້ 18 ຄົນ
ບາດ​ເຈັບ.

​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພກ່າວ​ວ່າ ເຫດ​ລະ​ເບີດທີ່​ເມືອງ Mansoura ທີ່ຢູ່ຫ່າງ​ຈາກ​ກຸງ
ໄຄໂຣ​ ປະມານ 100 ກິ​ໂລ​ແມັດ ​ໄປທາງ​ທິດ​ເໜືອ​ນັ້ນ ​ເກີດ​ຂຶ້ນ ​ເວລາພວກຄົນ​ຮ້າຍ​ແກວ່ງ​ລູກ
​ລະ​ເບີດມາ​ຈາກ​ລົດ.

​ໄດ້​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ​ເຊັ່ນ​ກັນ ​ໃນ​ວັນ​ອັງຄານ​ວານ​ນີ້ ຢູ່​ໃກ້​ກັບ​ບ່່ອນ​ທີ່​ພວກ​ສະໜັບ
ສະໜຸນ​ທ່ານ Morsi ພາກັນ​ນັ່ງ​ປະ​ທ້ວງ ຢູ່​ມະຫາວິທະຍາ​ໄລ​ໄຄ​ໂຣ ທີ່​ຍັງ​ຜົນ​ໃຫ້​ມີ 9 ຄົນ
​ເສຍ​ຊີວິດ. ກຸ່ມ​ພາລາ​ດອນ​ພາບ​ມຸສລິ​ມ ກ່າວຫາຝ່າຍ​ທີ່​ຕໍ່ຕ້ານ​ຕໍ່​ທ່ານ Morsi ​ວ່າ ​ເປັນ​ຜູ້​
ທໍາ​ການ​ໂຈມ​ຕີ​ ການ​ປະ​ທ້ວງ​ຢ່າງ​ສັນຕິຄັ້ງ​ນີ້ ​ໃນ​ຂະນະ​ທີ່​ທາງ​ຕໍາຫຼວດ​ກ່າວ​ວ່າ ການ​ໂຈມ​ຕີ​
ດັ່ງກ່າວ​ນີ້​ແມ່ນ​ເລີ່​ມຈາກພວກ​ປະ​ທ້ວງ​ເປັນ​ຄົນ​ລົງ​ມືກ່ອນ.

ການ​ປະ​ທະ​ກັນ​ລະຫວ່າງ​ສອງ​ຝ່າຍທີ່​ກ່າວ​ມາ​ນັ້ນ ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ກໍ​ໄດ້​ສັງຫານ​ອີກ 4 ຄົນ​.

ທ່ານ Mansour ປະທານາທິບໍດີ​ຊົ່ວຄາວ ໄດ້ຮຽກຮ້ອງໃຫ້ມິຄວາມສະຫງົບແລະກ່າວວ່າ
ການປອງດອງຊາດແມ່ນຈໍາເປັນ ສໍາຫຼັບການກ້າວເດີນຕໍ່ໄປຂ້າງໜ້າຂອງປະເທດຊາດ.

ທາງກອງທັບໄດ້ຄຸມຕົວທ່ານ Morsi ​ໄວ້​ໃຫ້​ຢູ່ແຕ່​ໃນບ້ານ​ເຮືອນ ນັບ​ຕັ້ງ​ແຕ່​ທ່ານໄດ້ຖືກ
ໂຄ່ນ​ລົ້ມ ​ໃນ​ວັນ​ທີ 3 ກໍລະກົດ​ຜ່ານ​ມາ​ນີ້. ຄອບຄົວ​ຂອງ​ທ່ານ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຂາດ
​ການ​ຕິດ​ຕໍ່​ກັບ​ທ່ານ ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ຖືກ​ຈັບ​ກຸມ​ນັ້ນ ​ແລະ​ວ່າ​ຈະທໍາ​ການ​ຟ້ອງ​ຮ້ອງ ​
ເພື່ອໃຫ້​ມີ​ການ​ປ່ອຍ​ຕົວ​ທ່ານ Morsi.

EGYPT VO.mov
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG