ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຫດລະເບີດ ສັງຫານ 24 ຄົນ ທີ່ບ່ອນ ໂຮມຊຸມນຸມ ໂຄ​ສະ​ນາ​ຫາ​ສຽງ ເລືອກຕັ້ງ ປະທານາທິບໍດີ ອັຟການິສຖານ


ໃນພາບນີ້ ຖ່າຍເມື່ອວັນທີ 9 ກັນຍາ 2019, ສະແດງໃຫ້ເຫັນ ຊາຍຄົນນຶ່ງ ຊຸກລໍ້ຂາຍເຄື່ອງຂອງລາວ ຜ່ານປ້າຍໂຄສະນາ ຫາສຽງ ການເລືອກຕັ້ງ ຂອງປະທານາທິບໍດີ ອາສຣາຟ ການີ, ຜູ້ທີ່ແຂ່ງເອົາຕຳແໜ່ງສະໄໝທີສອງ,ໃນນະຄອນຫຼວງກາບູລ ຂອງອັຟການິສຖາ.
ໃນພາບນີ້ ຖ່າຍເມື່ອວັນທີ 9 ກັນຍາ 2019, ສະແດງໃຫ້ເຫັນ ຊາຍຄົນນຶ່ງ ຊຸກລໍ້ຂາຍເຄື່ອງຂອງລາວ ຜ່ານປ້າຍໂຄສະນາ ຫາສຽງ ການເລືອກຕັ້ງ ຂອງປະທານາທິບໍດີ ອາສຣາຟ ການີ, ຜູ້ທີ່ແຂ່ງເອົາຕຳແໜ່ງສະໄໝທີສອງ,ໃນນະຄອນຫຼວງກາບູລ ຂອງອັຟການິສຖາ.

ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ ອັ​ຟ​ກາ​ນິ​ສ​ຖານ ກ່າວ​ວ່າ ມີ 24 ຄົນ​ເສຍ​ຊີ​ວິດ ໃນ​ການ​ໂຈມ
​ຕີ​ດ້ວຍ​ລະ​ເບີດ​ ໃນ​ວັນ​ອັງ​ຄານມື້ນີ້ ຢູ່ໃກ້ໆ​ບ່ອນ​ໂຮມ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ​ ໃນ​ການ
​ເລືອກ​ຕັ້ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ​ອາ​ສ​ຣາ​ຟ ກາ​ນີ (Ashraf Ghani).

ດຣ. ກາ​ຊິມ ຊັງ​ກິນ (Qasim Sangin) ຫົວ​ໜ້າ​ໂຮງ​ໝໍ​ ໃນ​ແຂວງ ພາກວານ (Parwan)
ທາງ​ພາກເໜືອ​ຂອງ​ປະ​ເທດ​ກ່າວ​ວ່​າ ນອກນັ້ນ​ຍັງ​ມີ​ບໍ່​ຕ່ຳ​ກວ່າ 31 ຄົນ​ໄດ້​ຮັບ​ບາດ​ເຈັບ
ໃນ​ເຫດ​ລະ​ເບີດ​ດັ່ງ​ກ່າວ ແລະ​ກໍ​ມີ​ແມ່​ຍິງ ​ແລະ​ເດັກ​ນ້ອຍ​ຮວມ​ຢູ່​ໃນ​ບັນ​ດາ​ຜູ້​ເຄາະ​ຮ້າຍ.
ໂຄສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ນີກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ​ບໍ່​ໄດ້​ຮັບ​ບາດ​ເຈັບ​ ໃນ​ເຫດ
​ລະ​ເບີດ​ຄັ້ງ​ນີ້.

ບໍ່​ທັນ​ມີ​ກຸ່ມ​ໃດ ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ​ໃນ​ການ​ໂຈມ​ຕີດັ່ງກ່າວ ​ເທື່ອ.

ການ​ກໍ່​ຄວາມ​ຮຸນ​ແຮງ​ຂອງ​ພວກ​ກະ​ບົດ ​ຄາດ​ວ່າ​ ຈະ​ເພີ້ມ​ຂຶ້ນ ໃນ​ໄລ​ຍະ​ຫຼາຍໆ​ມື້​ຕໍ່​ໜ້າ
ໃນ​ຂະ​ນະ​ທີ່ ​ອັ​ຟ​ກາ​ນິ​ສ​ຖານ ​ພວມ​ກະ​ກຽມ​ຈັດ​ການ​ເລືອກ​ຕັ້ງ​ ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ
​ທີ 28 ກັນ​ຍາ​ ຈະ​ມານີ້. ພວກ​ກະ​ບົດ​ຕາ​ລີ​ບານ​ໄດ້​ຂູ່​ວ່າ ຈະ​ລົບ​ກວນ​ການປ່ອນ​ບັດ​
ໂດຍ​ທຳ​ການ​ໂຈມ​ຕີ​ ຕໍ່​ພວກ​ຈັດ​ການ​ປ່ອນ​ບັດ ແລະ​ກຳ​ລັງ​ຮັກ​ສາ​ຄວາມສະ​ຫງົບ ​ທີ່ຍາມ
​ໜ່ວຍ​ປ່ອນ​ບັດ​ຕ່າງໆ​ ໃນ​ທົ່ວ​ປະ​ເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG