ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການອະທິບາຍ ກ່ຽວກັບ ການຟ້ອງ 4 ຄັ້ງ ຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳ


ສ່ວນນຶ່ງຂອງເອກະສານຄຳຟ້ອງ ໃນລັດຈໍເຈຍ ຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳ ແມ່ນໄດ້ຖືກຖ່າຍເອົາ ເມື່ອວັນທີ 14 ສິງຫາ 2023.
ສ່ວນນຶ່ງຂອງເອກະສານຄຳຟ້ອງ ໃນລັດຈໍເຈຍ ຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳ ແມ່ນໄດ້ຖືກຖ່າຍເອົາ ເມື່ອວັນທີ 14 ສິງຫາ 2023.

ບັນຫາຕ່າງໆທາງດ້ານກົດໝາຍຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ພວມເພີ້ມຂຶ້ນເລື້ອຍໆ.

ໃນວັນຈັນທີ່ຜ່ານມານີ້ ບັນດາໄອຍະການໃນລັດຈໍເຈຍ ທາງພາກໃຕ້ຂອງສະຫະ ລັດ ໄດ້ເປີດເຜີຍການຟ້ອງຮ້ອງໃໝ່ ໂດຍແຈ້ງຂໍ້ຫາຕໍ່ທ່ານທຣຳ ແລະອີກ 18 ຄົນ ທີ່ກ່ຽວຂ້ອງກັບຄວາມພະຍາຍາມທີ່ຈະຕ່າວປີ້ນການເລືອກຕັ້ງໃນປີ 2020 ທີ່ທ່ານໄດ້ຜ່າຍແພ້ຕໍ່ທ່ານໂຈ ໄບເດັນ.

ອັນນີ້ ເປັນການຟ້ອງຄັ້ງທີສີ່ຕໍ່ທ່ານທຣຳ ໃນໄລຍະບໍ່ເຖິງ 5 ເດືອນ ຊຶ່ງ ສອງຄັ້ງແມ່ນຢູ່ໃນລະດັບລັດ ແລະອີກສອງຄັ້ງຢູ່ໃນລະດັບລັດຖະບານກາງ. ອະດີດປະທານາທິບໍດີ ໃນປັດຈຸບັນນີ້ ກຳລັງປະເຊີນກັບ 91 ຂໍ້ຫາທາງອາຍາ ນັບຕັ້ງແຕ່ການປອມແປງບັນທຶກທຸລະກິດ ໃນນະຄອນນິວຢອກ ຕະຫຼອດທັງ ການຫາທາງເພື່ອລົບລ້າງການເລືອກຕັ້ງປະທານາທິບໍດີ ໃນປີ 2020.

ຫຼາຍໆຂໍ້ຫາ ມີໂທດໜັກເຖິງຂັ້ນຕິດຄຸກ 10 ຫາ 20 ປີ ຖ້າຖືກພົບເຫັນວ່າ ມີຄວາມຜິດ. ທ່ານທຣຳ ຜູ້ທີ່ມີອາຍຸ 77 ປີ ອາດຕ້ອງໃຊ້ຊີວິດຂອງທ່ານ ຢູ່ໃນຄຸກ ຖ້າຖືກພົບເຫັນວ່າ ມີຄວາມຜິດໃນຂໍ້ຫາໃດນຶ່ງ ຫຼື ຂໍ້ຫາທັງຫຼາຍ ແລະໄດ້ຖືກຕັດສິນລົງໂທດ.

“ຢູ່ໃນໄວອາຍຸຂອງທ່ານ ການຖືກຕັດສິນວ່າຜິດໃນຂໍ້ກ່າວຫາໃດໆ ອາດເປັນໂທດທີ່ຮ້າຍແຮງສຸດ” ທ່ານຈອນນາທັນ ເທີລີ (Jonathan Turley) ອາຈານສອນກົດໝາຍ ຢູ່ມະຫາວິທະຍາໄລ ວໍຊິງຕັນ ໄດ້ກ່າວໃນການໃຫ້ສຳພາດກັບວີໂອເອ ເມື່ອມໍ່ໆມານີ້.

Former President Donald Trump’s legal woes keep mounting.

On Monday, prosecutors in the southern U.S. state of Georgia unveiled a new indictment, charging Trump and 18 others in connection with efforts to overturn his 2020 election loss to Joe Biden.

This is the fourth indictment against Trump in less than five months — two at the state level and two at the federal level. The former president is now facing 91 criminal charges, ranging from falsifying business records in New York to seeking to subvert the 2020 presidential election.

Many of the charges carry hefty prison sentences of 10 to 20 years if convicted. Trump, who is 77, could spend the rest of his life in prison if found guilty of one or more of the charges and sentenced.

“At his age, any conviction of any count could be a terminal sentence,” Jonathan Turley, a Washington University law professor, said in a recent interview with VOA.

ແຟ້ມພາບ - ພາບນີ້ ທີ່ບັນຈຸສຳນວນເອກະສານທີ່ຖືກຍື່ນໃຫ້ສານ ໂດຍກະຊວງຍຸຕິທຳໃນວັນທີ 30 ສິງຫາ 2022, ແລະ ເອກະສານທີ່ໄດ້ຖືກຫລຶບໃນບາງບ່ອນໂດຍແຫລ່ງຂ່າວ, ສະແດງໃຫ້ເຫັນພາບຂອງເອກະສານຕ່າງໆ ທີ່ຖືກຢຶດມາໄດ້ ໃນລະຫວ່າງ ການກວດຄົ້ນຢູ່ທີ່ບ້ານພັກ Mar-a-Lago estate ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໂດຍເຈົ້າໜ້າທີ່ FBI, ວັນທີ 8 ສິງຫາ.
ແຟ້ມພາບ - ພາບນີ້ ທີ່ບັນຈຸສຳນວນເອກະສານທີ່ຖືກຍື່ນໃຫ້ສານ ໂດຍກະຊວງຍຸຕິທຳໃນວັນທີ 30 ສິງຫາ 2022, ແລະ ເອກະສານທີ່ໄດ້ຖືກຫລຶບໃນບາງບ່ອນໂດຍແຫລ່ງຂ່າວ, ສະແດງໃຫ້ເຫັນພາບຂອງເອກະສານຕ່າງໆ ທີ່ຖືກຢຶດມາໄດ້ ໃນລະຫວ່າງ ການກວດຄົ້ນຢູ່ທີ່ບ້ານພັກ Mar-a-Lago estate ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໂດຍເຈົ້າໜ້າທີ່ FBI, ວັນທີ 8 ສິງຫາ.
XS
SM
MD
LG