ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ຫົວ​ໜ້າ​ດ້ານ​ຄວາມ​ໝັ້ນ​ຄົງ ຂອງ​ຣັດ​ເຊຍ ເລີ້ມການຢ້ຽມ​ຢາມ​ຈີນ​


​ແຜນ​ທີ່​ຈີ​ນ
​ແຜນ​ທີ່​ຈີ​ນ

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ວ່າ ເລ​ຂາ​ທິ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ຣັດ​ເຊຍ ທ່ານ​ນິ​ໂກ​ລາຍ ປາ​ຕ​ຣັ​ສ​ເຊັບ ຈະ​ປຶກ​ສາ​ຫາ​ລື​ດ້ານ​ຄວາມ​ໝັ້ນ​ຄົງ​ແລະ​ທຳ​ການປະ​ຊຸມ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມປະ​ເທດ​ຈີນ​ ເປັນ​ເວ​ລາ​ສອງມື້ ເລີ້ມ​ໃນ​ວັນ​ອາ​ທິດ​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທ່ານປາ​ຕ​ຣັ​ສ​ເຊັບ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ປຶກ​ສາ​ຫາ​ລື​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ ກັບ​ຣັດ​ເຊຍ ຄັ້ງ​ທີ 17 ແລະ​ກອງ​ປະ​ຊຸມ​ການ​ຮ່ວມ​ມື​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ ​ຈີນກັບ​ຣັດ​ເຊຍ​ຄັ້ງ​ທີ 7 ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທີ່​ນຳ​ອອກ​ເຜີຍ​ແຜ່​ຢູ່​ໃນ​ເວັບ​ໄຊ​ຂອງ​ຕົນ ໃນ​ວັນ​ອາ​ທິດ​ວານນີ້.

ການ​ປະ​ຊຸມ​ດັ່ງ​ກ່າວ​ມີ​ຂຶ້ນ​ຫຼັງ​ຈາກ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ແລະປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ພົບ​ປະ​ແບບ​ເຊິ່ງ​ໜ້າ​ທີ່​ອຸ​ສ​ເບັກ​ກິ​ສ​ຖານ ໃນ​ວັນ​ພະ​ຫັດ​ຜ່ານ​ມາ ຊຶ່ງ​ເປັນ​ການ​ພົບ​ປະ​ເທື່ອ​ທຳ​ອິດ ນັບ​ແຕ່​ສົງ​ຄາມ​ໃນ​ຢູ​ເຄ​ຣນ​ໄດ້​ລະ​ເບີດ​ຂຶ້ນ.

​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ​ເຮັດ​ໃຫ້​ປະ​ຊາ​ຊົນ​ຫຼາຍ​ສິບ​ພັນ​ຄົນ​ເສຍ​ຊີ​ວິດ​ແລະ​ກົນ​ດັນ​ໃຫ້​ເສດ​ຖະ​ກິດ​ຂອງ​ໂລກ​ກ້າວ​ເຂົ້າ​ສູ່​ສະ​ພາບ​ທີ່​ບໍ່​ມີ​ໃຜ​ຮູ້​ຈັກ​ມາ​ກ່ອນ ໂດຍ​ທີ່​ອາ​ຫານ​ແລະ​ພະ​ລັງ​ງານ​ມີ​ລາ​ຄາ​ສູງ​ຂຶ້ນ ທ່າມ​ກາງ​ທີ່​ມີ​ການ​ປະ​ເຊີນ​ໜ້າ​ກັນ​ທີ່​ໃຫຍ່​ທີ່​ສຸດ ລະ​ຫວ່າງ​ມົ​ສ​ກູ ແລະ​ປະ​ເທດ​ຕາ​ເວັນ​ຕົກ ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມາ.

ຈີນ​ບໍ່​ໄດ້​ທຳ​ການ​ປະ​ນາມ​ຕໍ່​ການ​ປະ​ຕິ​ບັດ​ງານ​ຂອງ​ຣັດ​ເຊຍ​ຢູ່​ໃນ​ຢູ​ເຄ​ຣນ ຫຼື​ເອີ້ນ​ວ່າ​ “ເປັນ​ການ​ຮຸກ​ຮານ” ຊຶ່ງ​ເປັນ​ການ​ສອດ​ຄ່ອງ​ກັບ​ວັງ​ເຄ​ຣັມ​ລິນ ທີ່​ເອີ້ນ​ສົງ​ຄາມນີ້​ວ່າ “ການ​ປະ​ຕິ​ບັດ​ງານ​ພິ​ເສດ​ທາງ​ດ້ານ​ທະ​ຫານ.”

BEIJING, Sept 18 (Reuters) - Russian Security Council secretary Nikolai Patrushev will hold security consultations and meetings during a two-day visit to China starting Sunday, China's foreign ministry said.

Patrushev will attend the 17th round of China's Russia strategic security consultations and the seventh meeting of the China-Russia law enforcement security cooperation during his visit, the foreign ministry said in a statement released on its website Sunday.

The meetings come after Chinese President Xi Jinping and his Russian counterpart Vladimir Putin held face-to-face talks in Uzbekistan Thursday, their first since the outbreak of the Ukraine war.

Russia's war in Ukraine has killed tens of thousands of people and pushed the global economy into uncharted waters with soaring food and energy prices amid the biggest confrontation between Moscow and the West since the Cold War.

China has refrained from condemning Russia's operation against Ukraine or calling it an "invasion" in line with the Kremlin, which casts the war as "a special military operation."

XS
SM
MD
LG