ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ນັກວິຊາການເຕືອນ ເລື່ອງຄວາມປອດໄພ ເເລະ ຄວາມສ່ຽງຂອງການຂຸດຄົ້ນເເຮ່ຫາຍາກ ຂອງນັກລົງທຶນຈີນ ຢູ່ໃນລາວ


ທາງເຂົ້າສູ່ໂຄງການຂຸດຄົ້ນແຮ່ຫາຍາກແຫ່ງນຶ່ງ ທີ່ບໍລິສັດຈີນ ໄດ້ຮັບສຳປະທານຈາກລັດຖະບານລາວ. ພາບຖ່າຍໂດຍ: ພູຄຳ ພອນວິໄຊ.
ທາງເຂົ້າສູ່ໂຄງການຂຸດຄົ້ນແຮ່ຫາຍາກແຫ່ງນຶ່ງ ທີ່ບໍລິສັດຈີນ ໄດ້ຮັບສຳປະທານຈາກລັດຖະບານລາວ. ພາບຖ່າຍໂດຍ: ພູຄຳ ພອນວິໄຊ.

ນັກທໍລະນີສາດຢູ່ປະເທດລາວ ສະເເດງຄວາມກັງວົນກ່ຽວກັບໂຄງການຂຸດຄົ້ນແຮ່ທາດຫາຍາກຕ່າງໆ ຢູ່ໃນປະເທດລາວ ທີ່ສົ່ງຜົນກະທົບຕໍ່ສະພາບເເວດລ້ອມ ເເລະ ການເປັນຢູ່ຂອງປະຊາຊົນ.

ຈາກເຫດການທີ່ມີສານເຄມີຮົ່ວໄຫລສູ່ເເມ່ນ້ຳຫຼາຍໆສາຍໃນເເຂວງຫົວພັນ, ໂດຍສະເພາະເເມ່ນສາຍເເມ່ນ້ຳຊຳ, ສາຍເເມ່ນ້ຳລຳເຊ ເເລະ ສາຍເເມ່ນ້ຳເລັກໆນ້ອຍໆ ທີ່ພົວພັນກັບສາຍນ້ຳຊຳໄດ້ຮັບຜົນກະທົບຈາກ ໂຄງການຂຸດຄົ້ນຂອງນັກລົງທຶນຈາກບໍລິສັດລາວ-ຈີນ ພັດທະນາເເຮ່ຫາຍາກພາກເໜືອຈຳກັດ.

ຈາກເຫດການດັ່ງກ່າວ ໄດ້ເຮັດໃຫ້ປະຊາຊົນບໍລິເວນທີ່ກ່າວມານັ້ນ ເດືອດຮ້ອນຍ້ອນໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ເຊິ່ງທາງບໍລິສັດໄດ້ມີການປ່ອຍສານເຄມີລົງສູ່ເເມ່ນ້ຳເຮັດໃຫ້ນ້ຳມີສານເຄມີທີ່ເປັນອັນຕະລາຍສະສົມຢູ່ໃນນ້ຳເປັນຈຳນວນຫຼວງຫຼາຍ.

ທາງດ້ານຊາວເມືອງລ້ອງເເວ່ນ ໄດ້ເວົ້າໃຫ້ຜູ້ສື່ຂ່າວຟັງວ່າ ບາງບ້ານທີ່ຢູ່ໃນເຂດເມືອງເເວ່ນ ເເລະ ດ້ານລຸ່ມຂອງບໍລິສັດຂຸດຄົ້ນເເຮ່ຫາກຍາກດັ່ງກ່າວ ເເມ່ນບໍ່ສາມາດໃຊ້ນ້ຳໄດ້ຕັ້ງເເຕ່ມີເຫດການສານເຄມີປ່ອຍລົງນ້ຳຕັ້ງເເຕ່ເດືອນ 2 ຈົນຕອນນີ້ ເດືອນ 4 ເເລ້ວ ປະຊາຊົນກໍຍັງບໍ່ກ້າໃຊ້ນ້ຳເພາະກັງວົນດ້ານຄວາມປອດໄພ.

ຊາວບ້ານຜູ້ນຶ່ງຈາກເມືອງເເວ່ນເວົ້າວ່າ: “ບັນຫາທີ່ມີຢູ່ນີ້ເເມ່ນຜົນວິໄຈຂອງດ້ານນ້ຳຂອງທາງພາກສ່ວນທີ່ກ່ຽວຂ້ອງ ກັບຂອງປະຊາຊົນເເມ່ນບໍ່ຄືກັນ. ມັນຫາຜົນສະຫຼຸບບໍ່ໄດ້ເພາະທາງເຮົາທັງກວດທັງເອົາບໍລິສັດຕ່າງປະເທດມາກວດນຳຫຼາຍເທື່ອເເລ້ວ ເເຕ່ມັນກໍເຫັນຜົນບໍ່ຄືກັນ.”

ນັກທໍລະນີສາດທີ່ເຮັດວຽກຢູ່ບໍລິສັດຈີນ ບໍລິສັດໜຶ່ງໃນລາວ ເວົ້າວ່າ ນັກລົງທຶນສ່ວນຫຼາຍທີ່ມາລົງທຶນກ່ຽວກັບການຂຸດຄົ້ນເເຮ່ຫາຍາກໃນປະເທດລາວ ເເມ່ນສັນຊາດຈີນຫຼາຍກວ່າໝູ່ ຍ້ອນຄວາມຕ້ອງການທາງດ້ານເເຮ່ຫາຍາກ ໄປເເປຮູບເປັນຜະລິດຕະພັນຕ່າງໆໃນປະເທດຈີນ. ເເຕ່ວ່າ ປະເທດລາວກໍຍັງມີຂໍ້ເສີຍໃນດ້ານການຄ້ານີ້ຢູ່ເຊັ່ນວ່າ: “ຮ້ອຍເປີເຊັນເປັນນັກລົງທຶນຈີນເພາະມີເເຕ່ຈີນ ທີ່ສາມາດເຮັດໄດ້ ເພາະສະນັ້ນລະ ບໍ່ມີຜູ້ລົງທຶນເເຮ່ຫາຍາກທາງເໜືອຂອງລາວ ບໍ່ມີສັນຊາດອື່ນ ເພາະເຂົາເຈົ້າມີຄວາມສາດມາດໃນເລື່ອງນີ້.”

ທ່ານເວົ້າຕື່ມອີກວ່າ “ປັດຈຸບັນຕ້ອງຊົມເຊີຍທາງພາກລັດເນາະ ທີ່ຢາກມີການເເຍກເເຮ່ຢູ່ລາວນີ້ ເຊິ່ງຊ່ວງນີ້ ກໍຍັງຢູ່ໃນຊ່ວງເຈລະຈາຍ້ອນວ່າ ການສະກັດເເຮ່ທາດເທັກໂນລີຊີຂັ້ນສູງນີ້ ທາງຈີນກໍບໍ່ຢາກໃຫ້ເອົາອອກຈາກປະເທດເຂົາເຈົ້າເນາະ ເເລະ ທາງພາກລັດກໍກົດດັນໃຫ້ມາສະກັດຢູ່ລາວ. ເເຕ່ເຮົາກະກົດດັນເຂົາເຈົ້າບໍ່ໄດ້ຫຼາຍເພາະເຮົາເປັນໜີ້ເຂົາຫຼາຍ.”

ນັກທໍລະນີສາດຄົນດຽວກັນໃນບໍລິສັດຈີນ ກໍເວົ້າຕື່ມອີກວ່າ ເລືຶຶ້ອງຄວາມຮັບຜິດຊອບຕໍ່ຄວາມປອດໄພຂອງການຂຸດຄົ້ນ ເເມ່ນຂຶ້ນຢູ່ກັບບໍລິສັດຂຸດຄົ້ນເເຮ່ຫາຍາກ ເເຕ່ລະບໍລິສັດ ກໍຄືວ່າ: “ຖ້າທາດເຄມີມັນຮົ່ວໄຫລເເທ້ ສ່ວນຫຼາຍມັນບໍ່ໄດ້ເຂັ້ມຂຸ່ນພໍທີ່ຈະສາມາດລົງໄປໃນຫ້ວຍໄດ້ ເເຕ່ຖ້າວ່າ ມັນເກີດຖັງເເຕກນີ້ນະ ເລີຍແຕກໃສ່ຫ້ວຍໂດຍຕົງນິ ປາມັນຕາຍບໍ່ໄດ້ ຍ້ອນວ່າ ມັນບໍ່ໄດ້ເຂັ້ມຂົ້ນປານັ້ນ ຊັ້ນນາ ນ້ຳຢາທີ່ສະກັດເເຮ່ໂຕນີ້ເປັນສະໜິດດຽວທີ່ເຮົາໃຊ້ກັບຕົ້ນເຂົ້າ ຄືທາດເເອັມໂມນຽມໂຊລເຟດ (Ammonium sulphate) ເຊິ່ງເຮັດໃຫ້ຕົ້ນເຂົ້າເເຂງເເຮງ. ເເທ້ຈິງເເລ້ວມັນຄວບຄຸມໄດ້ ມັນຂຶ້ນຢູ່ກັບບໍລິສັດວ່າ ບໍລິສັດຫັ້ນຈະເອົາໃຈໃສ່ຊ່ຳໃດ.”

ທາງດ້ານນັກທໍລະນີສາດຕ່າງປະເທດຜູ້ໜຶ່ງ ທີ່ອາໄສຢູ່ປະເທດລາວ ເເລະ ເຮັດວຽກໃນໂຄງການຕ່າງໆທີ່ກ່ຽວກັບການຂຸດຄົ້ນເເຮ່ທາດ ເວົ້າວ່າ ການຂຸດຄົ້ນເເຮ່ທາດຫາຍາກຕ້ອງໄດ້ອາໄສນ້ຳເປັນຈຳນວນຫຼວງຫຼາຍໃນການສະກັດເອົາເເຮ່ ເເຕ່ຕາມປະສົບການຂອງລາວເເລ້ວ ບໍລິສັດຂຸດຄົ້ນເເຮ່ຂະໜາດນ້ອຍບໍ່ຢາກລົງທຶນໃສ່ການບົວລະບັດນ້ຳທີ່ໃຊ້ເເລ້ວ ເພາະມັນມີຄ່າໃຊ້ຈ່າຍຫຼາຍ ຈຶ່ງເຮັດໃຫ້ເກີດບັນຫາຕໍ່ສະພາບເເວດລ້ອມ ເເລະ ປະຊາຊົນໃກ້ຄຽງຕາມມາ.

ນັກທໍລະນີສາດຕ່າງປະເທດກ່າວວ່າ: “ການຂຸດຄົ້ນເເຮ່ຫາຍາກນີ້ຕ້ອງໄດ້ໃຊ້ນ້ຳເປັນຈຳນວນຫຼວງຫຼາຍ, ສະນັ້ນການບົວລະບັດນ້ຳຈຶ່ງເປັນເລື່ອງທີ່ເປັນສິ່ງທີ່ສຳຄັນຫຼາຍເຊັ່ນການເຮັດຄຳຢູ່ບໍເເຮ່ຂະໜາດໃຫຍ່ເຂົາເຈົ້າຈະໃຊ້ຖັງໃຫຍ່ໆເພື່ອເກັບນ້ຳເປື້ອນໄວ້ ເເລະ ບົວລະບັດນ້ຳເເລ້ວຄ່ອຍປ່ອຍ. ເຈົ້າບໍ່ສາມາດປະໃຫ້ນ້ຳມັນສະອາດໄປເອງຕາມທຳມະຊາດເພາະເຮົາຕ້ອງໄດ້ບຳບັດມັນ.”

ທ່ານກ່າວຕໍ່ໄປວ່າ ມັນເປັນເລື່ອງທີ່ຍາກທີ່ຈະເຮັດໃຫ້ສິ່ງເເວດລ້ອມເເລະປະຊາຊົນປອດໄພໄດ້ເຕັມຮ້ອຍ ຍ້ອນວ່າປະເທດລາວຍັງບໍ່ມີການຄຸ້ມຄອງສິ່ງເເວດລ້ອມທີ່ເຂັ້ມງວດພໍ ຖ້າປຽບທຽບໃສ່ກັບປະເທດໃນພາກພື້ນດຽວກັນໂດຍສະເພາະເເມ່ນໂຄງການຂຸດຄົ້ນຂະໜາດນ້ອຍທີ່ເຂົ້າມາ.

ທ່ານໃຫ້ຂໍ້ສັງເກດຕື່ມວ່າ “ການຂຸດຄົ້ນເເຮ່ຫາຍາກນີ້ ເປັນສິ່ງທີ່ຍັງໃໝ່ໃນປະເທດລາວເຊິ່ງເຮັດກັນມາປະມານ 5 ປີ. ຂ້ອຍບໍ່ເເນ່ໃຈວ່າ ທາງການລາວມີການຄຸ້ມຄອງທາງດ້ານສິ່ງເເວດລ້ອມທີ່ພຽງພໍບໍ ໂດຍສະເພາະເເມ່ນກ່ຽວກັບນ້ຳໃນການອະນຸຍາດການຂຸດຄົ້ນເເຮ່ຫາຍາກ. ເເຕ່ສິ່ງໜຶ່ງທີ່ເຮັດໄດ້ກໍຄືການນຳໃຊ້ເທັກໂນໂລຈີທີ່ທັນສະໄໝ ເເລະ ບໍ່ອອກໃບທະບຽນວິສາຫະກິດໃຫ້ນັກລົງທຶນທັນທີ່ເລີຍ ຍ້ອນວ່າຕ້ອງໄດ້ຄ່ອຍໆເບິ່ງກັນໄປກ່ອນ ກວ່າທີ່ຈະເຮັດເປັນການຂຸດຄົ້ນຂະໜາດໃຫຍ່ເລີຍ. ສ່ວນຫຼາຍກໍເເມ່ນເເຕ່ນັກລົງທຶນຈີນທີ່ເຂົ້າມາ ເເລະ ບາງທີທາງເເຂວງ ກໍເປັນຝ່າຍທີ່ອະນຸມັດໃຫ້ຂຸດຄົ້ນທັນທີໂລດ.”

ການຂຸດຄົ້ນເເຮ່ຫາຍາກຢູ່ໃນເເຂວງພາກເໜືອຂອງລາວຍັງເປັນເລື່ອງທີ່ຫນ້າກັງວົນຕໍ່ສະພາບນ້ຳ ເເລະ ຊີວິດການເປັນຢູ່ຂອງປະຊາຊົນໂດຍລວມ ໂດຍເພາະເເມ່ນເຫດການກໍລະນີທີ່ ລົດເເກ່ສານເຄມີປ້ອນສູ່ການຂຸດຄົ້ນເເຮ່ຫາຍາກຂອງບໍລິສັດຈີນ ໄດ້ເກີດອຸບັດຕິເຫດປີ້ນລົງສູ່ເຂດເເມ່ນ້ຳຄານບ້ານພູຊ້າງຄຳເເຂວງຫຼວງພະບາງ ໃນຂະນະທີ່ຈະເອົາສານເຄມີໄປສົ່ງທີ່ເມືອງຄູນ ເເຂວງຊຽງຂວາງເຊິ່ງເຮັດໃຫ້ປະຊາຊົນ ເເລະ ອົງການປົກຄອງເມືອງຂັ້ນເເຂວງອອກເເຈ້ງເຕືອນຫ້າມປະຊາຊົນລົງຫາປາ ຫຼື ຫຼິ້ນນ້ຳໃນຊ່ວງນີ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG