ທຳນຽບຂາວກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ ຈະດຳເນີນການປົດອາວຸດນິວເຄລຍ ເກົາຫຼີເໜືອ ໃຫ້ໝົດກ້ຽງ ເຖິງແມ່ນນັກວິເຄາະຈະບອກວ່າ ເຮັດໄດ້ຍາກກວ່າຄຳເວົ້າກໍຕາມ.
ທ່ານ ບຣາຍແອນ ຮິວສ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດຂອງ ທຳນຽບຂາວ ກ່າວກັບວີໂອເອພາກພາສາ ເກົາຫຼີ ທາງອີເມລ ໃນອາທິດນີ້ວ່າ “ທ່ານປະທານາທິບໍດີມີຄວາມສໍາພັນທີ່ດີກັບທ່ານ ກິມ ຈົງ ອຶນ (ຜູ້ນໍາ ເກົາຫຼີເໜືອ)” ແລະວ່າ “ການປະສົມປະສານຂອງຄວາມແຂງແກ່ນ ແລະ ການທູດຂອງທ່ານ ທຣຳ ຈະນຳໄປສູ່ການໃຫ້ຄໍາໝັ້ນສັນຍາລະດັບຜູ້ນຳ ທີ່ຈະປົດອາວຸດນິວເຄລຍທັງໝົດ ເປັນຄັ້ງທຳອິດ.”
ທ່ານ ທຣຳ ແລະ ທ່ານ ກິມ ໄດ້ພົບປະກັນເຊິ່ງໜ້າສາມຄັ້ງຈາກປີ 2018 ຫາ 2019 ໃນປະເທດ ສິງກະໂປ, ນະຄອນຫຼວງ ຮ່າໂນຍ ຂອງ ຫວຽດນາມ ແລະ ຢູ່ເຂດຊາຍແດນລະຫວ່າງ ເກົາຫຼີ ຢູ່ໝູ່ບ້ານ ປານມຸນຈອມ.
ທ່ານ ທຣຳ, ຜູ້ທີ່ໄດ້ເອີ້ນ ເກົາຫຼີເໜືອ ດັ່ງກັບ “ມະຫາອຳນາດນິວເຄລຍ” ເມື່ອບໍ່ດົນມານີ້ ໄດ້ກ່າວໃນການໃຫ້ສຳພາດກັບໂທລະພາບ Fox News ເມື່ອອາທິດແລ້ວນີ້ວ່າ ທ່ານຈະຕິດຕໍ່ຫາທ່ານ ກິມ ອີກຄັ້ງ, ໂດຍກ່າວຕື່ມວ່າ, “ລາວມັກຂ້ອຍ, ແລະ ຂ້ອຍກໍເຂົ້າກັນກັບລາວໄດ້.”
ອະດີດບັນດາເຈົ້າໜ້າທີ່ລັດຖະບານ ສະຫະລັດ ເວົ້າວ່າ ມັນບໍ່ມີຄວາມສົງໄສ ທີ່ວ່າ ທ່ານ ທຣຳ ມີຄວາມຈິງຈັງ ກ່ຽວກັບການສືບຕໍ່ເຈລະຈາກັບທ່ານ ທຣຳ.
ທ່ານນາງ ຊູຊານ ຕອນຕັນ (Susan Thornton), ອະດີດນັກການທູດ ອາວຸໂສ ສະຫະລັດ ສຳລັບບັນຫາເອເຊຍ, ໄດ້ກ່າວຕໍ່ວີໂອເອ ພາສາ ເກົາຫຼີ ເມື່ອວັນພຸດທີ່ຜ່ານມາທາງອີເມລວ່າ “ມັນຂ້ອນຂ້າງຊັດເຈນວ່າ ປະທານາທິບໍດີ ທຣຳ ມີແຜນທີ່ຈະສືບຕໍ່ບ່ອນທີ່ທ່ານໄດ້ປະໄວ້ກັບທ່ານ ກິມ ຈົງ ອຶນ ໃນລັດຖະບານສະໄໝທຳອິດຂອງທ່ານ.”
ທ່ານນາງ ຕອນຕັນ, ຜູ້ທີ່ໄດ້ເປັນ ວ່າການຮອງລັດຖະມົນຕີຕ່າງປະເທດ ທີ່ຮັບຜິດຊອບສຳລັບບັນຫາເອເຊຍຕາເວັນອອກ ແລະ ປາຊີຟິກ ໃນລະຫວ່າງລັດຖະບານສະໄໝທຳອິດຂອງທ່ານ ທຣຳ, ໄດ້ກ່າວວ່າ ທ່ານ ທຣຳ “ຢາກຈະຈັດກອງປະຊຸມຖະແຫຼງຂ່າວຮ່ວມກັບທ່ານ ກິມ ແລະ ເກົາຫຼີເໜືອ ໃນ ສິງກະໂປ ທີ່ລວມມີຄຳໝັ້ນສັນຍາຂອງທ່ານ ກິມ ທີ່ຈະປົດອາວຸດນິວເຄລຍຢ່າງສິ້ນເຊີງຈາກແຫຼມເກົາຫຼີ.”
ແນວໃດກໍຕາມ, “ຫຼາຍຢ່າງແມ່ນໄດ້ປ່ຽນແປງນັບແຕ່ນັ້ນມາ, ແລະ ອຳນາດຂອງທ່ານ ກິມ ແມ່ນແຂງແກ່ນກວ່າເກົ່າ, ສະນັ້ນມັນຈະບໍ່ງ່າຍ,” ທ່ານນາງ ຕອຣຕັນ ກ່າວ, ໂດຍອ້າງເຖິງຄວາມກ້າວໜ້າຂອງ ພຽງຢາງ ກ່ຽວກັບ ອາວຸດທີ່ທັນສະໄໝກວ່າເກົ່າທັງຫຼາຍ.
ອ່ານຂ່າວນີ້ເປັນພາສາອັງກິດ
The White House says President Donald Trump is going to pursue the complete denuclearization of North Korea, although analysts say that is easier said than done.
White House National Security Council spokesperson Brian Hughes told VOA Korean via email this week that “President Trump had a good relationship with [North Korean leader] Kim Jong Un,” and that Trump’s “mix of toughness and diplomacy led to the first-ever leader-level commitment to complete denuclearization.”
Trump and Kim met face-to-face three times from 2018 to 2019 in Singapore, Hanoi and over the inter-Korean border at Panmunjom.
Trump, who has recently called North Korea “a nuclear power,” said in an interview with Fox News last week that he will reach out to Kim again, adding, “He liked me, and I got along with him.”
Former U.S. government officials say there is no doubt that Trump is serious about resuming talks with Kim.
Susan Thornton, a former senior U.S. diplomat for Asian affairs, told VOA Korean Wednesday via email it “seems clear that President Trump plans to pick up where he left off with Kim Jong Un in his first administration.”
Thornton, who was acting assistant secretary of state for East Asian and Pacific affairs during the first Trump administration, said Trump would “like to hold Kim and North Korea to the 2018 Singapore joint statement that included Kim’s commitment to the complete denuclearization of the Korean Peninsula.”
However, “much has changed since then, and Kim’s hand is stronger, so it won’t be easy,” Thornton said, referring to Pyongyang’s development of more advanced weapons.
ຟໍຣັມສະແດງຄວາມຄິດເຫັນ